ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ລາວ ເຊັນ​ຂໍ້​ຕົກ​ລົງ ບັງ​ຄັບ​ໃຊ້ ​ກົດ​ໝາຍ ແລະ​ຄວາມ​ປອດ​ໄພ ​ຊາຍ​ແດນ


ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານ​ນາງ​ຣິ​ນາ ບິດ​ເຕີ ຢູ່​ໃນ​ພິ​ທີ ລົງ​ນາມ ເຊັນ​ສັນ​ຍາ​ຮ່ວມ​ມື ​ແບບກວມ​ລວມ (Comprehensive Partnership) ທີ່​ນະ​ຄອນ​ຫຼວງວຽງ​ຈັນ.
ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານ​ນາງ​ຣິ​ນາ ບິດ​ເຕີ ຢູ່​ໃນ​ພິ​ທີ ລົງ​ນາມ ເຊັນ​ສັນ​ຍາ​ຮ່ວມ​ມື ​ແບບກວມ​ລວມ (Comprehensive Partnership) ທີ່​ນະ​ຄອນ​ຫຼວງວຽງ​ຈັນ.

ສະຫະລັດ ແລະ ສປປ ລາວ ໄດ້ເຊັນຂໍ້ຕົກລົງສະບັບປັບປຸງ ລະຫວ່າງ ສະຖານທູດ
ສະຫະລັດ ປະຈໍານະຄອນຫຼວງວຽງຈັນ ແລະກົມພາສີ ກະຊວງການເງິນ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ ໃນຂົງເຂດການບັງຄັບໃຊ້ກົດໝາຍ ແລະ
ຄວປອດໄພຊາຍແດນ.

ພິທີເຊັນຂໍ້ຕົກລົງດັ່ງກ່າວຈັດຂຶ້ນທີ່ກົມພາສີ ໃນວັນທີ 11 ເດືອນຕຸລາ 2018. ຮອງ
ລັດຖະມົນກະຊວງການເງິນ ທ່ານນາງ ທິບພະກອນ ຈັນທະວົງສາ ໄດ້ ໃຫ້ກຽດເຂົ້າ
ຮ່ວມພິທີ ແລະ ທ່ານ ບຸນປະເສີດ ສີຄຸນລະບຸດ ຮັກສາການຫົວ ໜ້າກົມພາສີ ເປັນຜູ້
ລົງນາມໃນຂໍ້ຕົກລົງຕາງໜ້າໃຫ້ລັດຖະບານລາວ. ຝ່າຍ ສະຫະລັດ ແມ່ນ ທ່ານນາງ
ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ເປັນຜູ້ລົງນາມ.

ທ່ານທູດຣິນາ ບິດເຕີ ກ່າວໃນພິທີວ່າ “ປີ 2016 ການນໍາຂອງພວກເຮົາໄດ້ລົງນາມ
ເຊັນສັນຍາຮ່ວມມື ແບບກວມລວມ (Comprehensive Partner-ship) ເຊິ່ງສ້າງ
ຂຶ້ນບົນພື້ນຖານຄວາມເຄົາລົບເຊິ່ງກັນແລະກັນໂດຍປ່ອຍອະ ດີດໃຫ້ຢູ່ເບື້ອງຫຼັງ ເພື່ອສຸມໃສ່ການສ້າງອະນາຄົດຮ່ວມກັນ. ຂໍ້ຕົກລົງສະບັບ ໃໝ່ນີ້ ສ້າງຂຶ້ນພາຍໃຕ້
ພັນທະສັນຍາຂອງສັນຍາຮ່ວມມືແບບກວມລວມໂດຍ ລົງ​ເລິກການຮ່ວມມືດ້ານ
ຄວາມປອດໄພເພື່ອຊ່ວຍຕ້ານແລະສະກັດກັ້ນອາຊະ ຍາກໍາຂ້າມຊາດ.”

ຂໍ້ຕົກລົງສະບັບໃໝ່ນີ້ ລັດ​ຖະ​ບານ​ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະມອບເງິນ ຫຼາຍ
ກວ່າ 1.2 ລ້ານໂດລາ ເພື່ອສະໜັບສະໜູນ ແລະພັດທະນາຄວາມອາດ ສາມາດຂອງ
ສປປ ລາວ ເພື່ອຕ້ານ ແລະສະກັດກັ້ນສິ່ງຂອງຜິດກົດໝາຍປະ ເພດຕ່າງໆ ທີ່ນໍາເຂົ້າ
ຫຼຶື ສົ່ງອອກຈາກລາວ ຜ່ານຊາຍແດນສາກົນເຊັ່ນ ຢາ ເສບຕິດ ຜະລິດຕະພັນສັດປ່າ
ແລະ ສິນ​ຄ້າປອມຕ່າງໆ. ໂຄງການນີ້ຍັງຈະ ຊ່ວຍ ສປປ ລາວ ຕ້ານ ແລະສະກັດກັ້ນ
ການຄ້າມະນຸດ.

ຂໍ້ຕົກລົງສະບັບໃໝ່ນີ້ ຍັງຈະຊ່ວຍປັບປຸງວຽກງານຄຸ້ມຄອງຄວາມປອດໄພຊາຍ ແດນ ໂດຍການສະໜອງການຝຶກອົບຮົມຕ່າງໆໃຫ້ເຈົ້າໜ້າທີ່ພາສີແລະເຈົ້າໜ້າ ທີ່ບັງຄັບໃຊ້
ກົດໝາຍອື່ນໆໃນຂົງເຂດການປະຕິບັດກົດລະບຽບດ້ານຄວາມປອດ ໄພຊາຍແດນ ແລະວຽກງານສະກັດກັ້ນຕ່າງໆ. ການຝຶກອົບຮົມລະດັບພາກພື້ນ ແລະ ພາຍໃນເຫຼົ່ານີ້ ຈະຊ່ວຍລັດຖະບານລາວ ບັນລຸມາດຕະຖານຕ່າງໆຂອງ ສາກົນກ່ຽວກັບການຄຸ້ມຄອງ
ຊາຍແດນ ແລະປົກປ້ອງປະຊາຊົນຂອງຕົນຈາກ ອາຊະຍາກໍາຂ້າມຊາດ.

ນອກຈາກນັ້ນ ການຊ່ວຍເຫຼືອຂອງໂຄງການ ຍັງຈະສະໜັບສະໜູນລັດຖະບານ ລາວ ຈັດຊື້ອຸປະກອນ ແລະ ເຄື່ອງມືທີ່ຈໍາເປັນ ເພື່ອຕໍ່ສູ້ກັບອາຊະຍາກໍາ ແລະປ້ອງກັນຊາຍ
ແດນໃຫ້ດີຂຶ້ນກວ່າເກົ່າ.

ໂຄງການພາຍໃຕ້ຂໍ້ຕົກລົງສະບັບໃໝ່ນີ້ ຈະມີໄລຍະ 5 ປີ ແລະ ຄຸ້ມຄອງໂດຍພະແນກ
ຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ຂອງສະຖານທູດສະ ຫະລັດ.

INL ແມ່ນຫ້ອງການ ​ຂອງກະຊວງການຕ່າງປະເທດສະຫະລັດ ທີ່ເຮັດວຽກຢູ່ ​ໃນ 80 ປະເທດທົ່ວໂລກ. ຫ້ອງການນີ້ສະໜັບສະໜູນບັນດາລັດຖະບານຕ່າງປະເທດ ສ້າງ
ຄວາມເຂັ້ມແຂງໃຫ້ລະບົບຍຸຕິທໍາ ແລະ ສະຖາບັນບັງຄັບໃຊ້ກົດ ໝາຍໃຫ້ມີປະສິດທິ
ພາບ ເຊິ່ງຈະສາມາດຕ້ານ ແລະ ສະກັດກັ້ນອາຊະຍາກໍາ ຂ້າມຊາດ.

ທ່ານ​ນາງ​ທິບ​ພະ​ກອນ ຈັນ​ທະ​ວົງ​ສາ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ​ເອກ​ອັກ​ຄະ​ລັດ​ຖະ​ທີດຣິ​ນາ ບິດ​ເຕີ ພ້ອ​ວ້ດວ​ເຈົ້າ​ໜ້າ​ທີ່ ສ​ປ​ປ ລາວ ຮ່ວ​ມ​ໃນ​ພິ​ທີ​ລົງ​ນາມ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະ​ຄວາມ​ປອດ​ໄພ​ຊາຍ​ແດນ.
ທ່ານ​ນາງ​ທິບ​ພະ​ກອນ ຈັນ​ທະ​ວົງ​ສາ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ​ເອກ​ອັກ​ຄະ​ລັດ​ຖະ​ທີດຣິ​ນາ ບິດ​ເຕີ ພ້ອ​ວ້ດວ​ເຈົ້າ​ໜ້າ​ທີ່ ສ​ປ​ປ ລາວ ຮ່ວ​ມ​ໃນ​ພິ​ທີ​ລົງ​ນາມ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະ​ຄວາມ​ປອດ​ໄພ​ຊາຍ​ແດນ.

​The United States and the Lao PDR signed an Amended Letter of Agreement between the U.S. Embassy in Vientiane and the Department of Customs in the Ministry of Finance of the Lao PDR to strengthen bilateral cooperation in the areas of Law Enforcement and Border Security.

The signing ceremony took place at the Customs Department on October 11, 2018. Vice Minister Thipphakone Chanthavongsa attended the ceremony, and Mr. Bounpasueth Sikounlabout, Acting Director of the Customs Department, signed on behalf of the Lao government. U.S. Ambassador Rena Bitter signed on behalf of the United States.

“In 2016, our leaders signed a Comprehensive Partnership built on a foundation of mutual respect, putting the past behind us in order to focus on a shared future,” Ambassador Bitter said at the ceremony. “This new agreement builds on the promise of that Comprehensive Partnership by deepening our security cooperation to help combat transnational crime.”

This new agreement commits more than $1.2 million from the U.S. Government to support and enhance the Lao PDR’s capability to interdict a broad range of contraband imported to or exported from the Lao PDR across international borders, such as narcotics, illegal wildlife products, and counterfeit goods. The project will also help the Lao PDR combat human trafficking.

This agreement will also improve border security management operations by providing a series of trainings for customs officials and other law enforcement officers in the areas of border security enforcement and interdiction. These regional and domestic trainings will help the Lao government achieve international standards in how it polices its borders and protects its citizens from transnational criminal activities.

Additionally, program assistance will support the Lao government to procure the equipment and tools necessary to fight crime and better secure Laos’ borders.

The program covered by this Letter of Agreement will last up to five years and will be administered by the U.S. Embassy’s International Narcotics and Law Enforcement (INL) Section.

INL is a bureau within the U.S. Department of State that is working in 80 countries worldwide. It supports foreign governments to strengthen justice systems and build effective law enforcement institutions that counter transnational crime.

XS
SM
MD
LG