ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ປີແຫ່ງການເປັນຄູ່ຮ່ວມມືແບບກວມ ລວມ ລະຫວ່າງ ສຫລ ແລະລາວ ມີການຊ່ວຍເຫລືອ ແລະການຮ່ວມມືກັນ ເພີ້ມຂຶ້ນຢ່າງຫລວງຫລາຍ


ເອກອັກຄະລັດຖະທູດ ສຫລ, ດຣ. Peter M. Haymond ແລະ ດຣ. Bounfeng Phoummalysith, ລັດຖະມົນຕີກະຊວງສາທາລະນະສຸກຊົມເຊີຍຜົນສໍາເລັດຂອງການຝຶກອົບຮົມນັກວິທະຍາການລະບາດຂອງພະຍາດໃນພິທີທີ່ຈັດຂຶ້ນໃນວັນທີ 28 ມິຖຸນາ, 2021
ເອກອັກຄະລັດຖະທູດ ສຫລ, ດຣ. Peter M. Haymond ແລະ ດຣ. Bounfeng Phoummalysith, ລັດຖະມົນຕີກະຊວງສາທາລະນະສຸກຊົມເຊີຍຜົນສໍາເລັດຂອງການຝຶກອົບຮົມນັກວິທະຍາການລະບາດຂອງພະຍາດໃນພິທີທີ່ຈັດຂຶ້ນໃນວັນທີ 28 ມິຖຸນາ, 2021

ໃນໄລຍະ 5 ປີຫລັງຈາກມີການຕົກລົງເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສປປ ລາວ ແລະ ສະຫະລັດ ໄດ້ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍຢູ່ໃນທຸກຂະແໜງການຊຶ່ງໃນນັ້ນ ສະຫະລັດໄດ້ເພີ້ມການຊ່ວຍເຫລືອໃຫ້ແກ່ລາວ ທັງແບບຢູ່ໃນແຜນການ ແລະແບບບໍ່ຢູ່ໃນແຜນການທີ່ເປັນການ ໃຫ້ການຊ່ວຍເຫລືອ ໃນການຮັບມືກັບວິກິດການລະບາດຂອງພະຍາດ ໂຄວິດ-19 ຊຶ່ງເປັນການຊ່ວຍເຫລືອທີ່ຖືວ່າພິເສດທີ່ສຸດ, ອີງຕາມທ່ານ ປ.ອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວຢູ່ນະຄອນຫລວງວຽງຈັນເມື່ອມໍ່ໆມານີ້. ບົວສະຫວັນ ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນການໄປຢ້ຽມຢາມລາວ ຂອງອະດີດປະທານາທິບໍດີບາຣັກ ໂອບາມາຊຶ່ງເປັນປະທານາທິບໍດີສະຫະລັດຄົນທໍາອິດ ທີ່ໄປຢ້ຽມຢາມລາວ ໃນເດືອນກັນຍາ ປີ 2016 ນັ້ນ ທ່ານ ແລະ ປະທານປະເທດລາວ ຊຶ່ງຕອນນັ້ນ ແມ່ນທ່ານບຸນຍັງ ວໍລະຈິດ ໄດ້ພ້ອມກັນເຫັນດີສ້າງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງສອງປະເທດ ຊຶ່ງໄດ້ໄຂສັງກາດໃໝ່ ໃນການພົວພັນສອງຝ່າຍບົນພື້ນຖານຂອງການເຄົາລົບນັບຖືຊຶ່ງກັນແລະກັນ, ມີຜົນປະໂຫຍດຮ່ວມກັນ ແລະຄວາມມຸ້ງມາດ ປາຖະໜາຮຳບາດແຜທີ່ມີມາໃນອະດີດແລະສ້າງພື້ນຖານສຳລັບອະນາຄົດ.

ທ່ານເອກອັກຄະລັດຖະທູດ, ດຣ. ປີເຕີ ເຮມອນກ່າວຄໍາປາໃສໃນພິທີມອບເຄື່ອງກວດກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວ 50,000 ຊຸດແກ່ລາວ
ທ່ານເອກອັກຄະລັດຖະທູດ, ດຣ. ປີເຕີ ເຮມອນກ່າວຄໍາປາໃສໃນພິທີມອບເຄື່ອງກວດກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວ 50,000 ຊຸດແກ່ລາວ

ໃນການຕອບຄໍາຖາມຂອງບັນດານັກຂ່າວ ຢູ່ກອງປະຊຸມຖະແຫລງຂ່າວທີ່ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ເມື່ອມໍ່ໆມານີ້, ທາງເອກອັກຄະລັດຖະທູດສະຫະລັດ, ທ່ານ ປ.ອ. ປີເຕີ ເຮມອນເວົ້າວ່າ ໃນໄລຍະ 5 ປີ ແຫ່ງການເປັນຄູ່ຮ່ວມມືລະຫວ່າງສະຫະລັດ ແລະສປປ ລາວໄດ້ເຮັດໃຫ້ມີການຮ່ວມມືຂະຫຍາຍຕົວຂຶ້ນໃນທຸກດ້ານທັງແບບຢູ່ໃນແຜນການ ແລະແບບບໍ່ຢູ່ໃນແຜນການ ແລະເພີ້ມຂຶ້ນຢ່າງຫລວງຫຼາຍ. ແບບຢູ່ໃນແຜນການນັ້ນສໍາລັບການຮ່ວມມືທີ່ມີມາແຕ່ດົນນານແລ້ວ ເຊັ່ນ ການຂຸດຄົ້ນລະເບີດທີ່ບໍ່ທັນແຕກຫລື UXO ແມ່ນມີການເເພີ້ມຂຶ້ນຢ່າງຫລວງຫລາຍເມື່ອທຽບໃສ່ຊຸມປີກ່ອນໜ້ານັ້ນ ອີງຕາມການສັງເກດການຂອງທ່ານເອກອັກຄະລັດຖະທູດເຮມອນ ຜູ້ທີ່ເຄີຍມີປະສົບການແລະປະຫວັດການເຮັດວຽກຢູ່ໃນລາວສອງຄັ້ງມາກ່ອນ. ໃນເວລາຕອບຄໍາຖາມຂອງນັກຂ່າວລາວຄົນນຶ່ງໃນເລື້ອງນີ້ທ່ານກ່າວວ່າ:

ສຫລ ມອບລົດກວດຫາ UXO-134 ໃໝ່ຈໍານວນ 16 ຄັນໃນຕົ້ນປີ 2021
ສຫລ ມອບລົດກວດຫາ UXO-134 ໃໝ່ຈໍານວນ 16 ຄັນໃນຕົ້ນປີ 2021

ທ່ານກ່າວອີກວ່າ ການເພີ້ມການຊ່ວຍໃນດ້ານນີ້ ຍັງຈະມີສືບຕໍ່ໄປເພື່ອຊ່ວຍໃຫ້ ລັດຖະບານລາວບັນລຸເປົ້າໝາຍທີ່ສະເໜີຢູ່ໃນບົດລາຍງານການວິນິໄສປະເທດຢ່າງເປັນລະບົບຂອງປະເທດລາວ ຫລື Systematic Country Diagnosis (SCD) ທີ່ດໍາເນີນແລະເຜີຍແຜ່ອອກມາໃນປີ 2017 ໂດຍທະນາຄານໂລກ ຊຶ່ງໃນນັ້ນລະບຸວ່າ ການແກ້ໄຂບັນຫາລະເບີດບໍ່ທັນແຕກ ຫລື (UXO) ຈະຊ່ວຍເພີ້ມຂະຫຍາຍໂອກາດທາງເສດຖະກິດ ແລະຫລຸດຜ່ອນຄວາມສ່ຽງ ໃນການເສຍຊີວິດ ແລະບາດເຈັບ ຂອງປະຊາຊົນລາວ.

ອົງການ USAID ມອບປຶ້ມ ແລະວີດິໂອກ່ຽວກັບວິທີຍ້ອມຝ້າຍແລະໄໝໂດຍໃຊ້ສີທໍາມະຊາດ
ອົງການ USAID ມອບປຶ້ມ ແລະວີດິໂອກ່ຽວກັບວິທີຍ້ອມຝ້າຍແລະໄໝໂດຍໃຊ້ສີທໍາມະຊາດ

ນອກຈາກນັ້ນແລ້ວ ສິ່ງທີ່ເປັນເຫດການພົ້ນເດັ່ນ ໃນການຍົກລະດັບການຮ່ວມມືລະຫວ່າງສອງຊາດກໍຄືການມີຕັ້ງຫ້ອງການຂອງຜູ້ຕາງໜ້າ ອົງການພັດທະນາສາກົນຂອງສະຫະລັດຫລື USAID ຂຶ້ນຢ່າງເປັນທາງການໃນ ສປປ ລາວ ຊຶ່ງໄດ້ເຮັດໃຫ້ ມີການຊ່ວຍເຫລືອຈາກອົງການພັດທະນາດັ່ງກ່າວ ໃນໄລຍະ 5 ປີ ຜ່ານມາເພີ້ມຂຶ້ນຫລາຍກວ່າ 6 ເທົ່າ ຈາກຈໍານວນບໍ່ຮອດ 5 ລ້ານໂດລາ ໃນ ແຕ່ລະປີ ມາເປັນ 30 ລ້ານຫລື 30 ປາຍລ້ານໂດລາຕໍ່ປີແລະມີການຂະຫຍາຍໄປຫາຂົງເຂດໃໝ່ເພີ້ມຂຶ້ນອີກດັ່ງທີ່ທ່ານ ເຮມອນຊີ້ແຈງວ່າ:

ການຊ່ວຍເຫລືອຂອງອົງການນີ້ ແມ່ນເຮັດຜ່ານໂຄງການຕ່າງໆຢູ່ໃນຫຼາຍແຂວງ ແລະຮ່ວມມືກັບຫລາຍກະຊວງ ເຊັ່ນກະຊວງອຸດສະຫະກໍາ ແລະການຄ້າ ເພື່ອ ຊ່ວຍປັບປຸງນະໂຍບາຍດ້ານການຄ້າຂອງລາວ ເພື່ອໃຫ້ກາຍເປັນປະເທດທີ່ໜ້າສົນໃຈຫລາຍຂຶ້ນຕໍ່ບໍລິສັດຕ່າງປະເທດ, ການສ້າງຂີດຄວາມສາມາດໃຫ້ແກ່ນັກທຸ ລະກິດຂະໜາດນ້ອຍ ເຊັ່ນ ໂຄງການ Micro Enterprise ຫລື ທຸລະກິດຂະ ໜາດນ້ອຍໃນດ້ານກະສິກໍາຢູ່ແຂວງຊຽງຂວາງ ທີ່ຊ່ວຍຝຶກອົບຮົມ ບັນດາຜູ້ເຮັດ ການຜະລິດກະສິກໍາໃຫ້ຮູ້ວາງແຜນການຜະລິດແລະການຕະຫລາດ, ໂຄງການ ສ້າງການເຊື່ອມໂຍງສໍາລັບເຄືອຂ່າຍກະສິກໍາທີ່ມີການຂະຫຍາຍຕົວ (Creating Linkages for Expanded Agriculture Networks) ຫລື CLEAN Project ທີ່ມີມູນຄ່າ 9 ລ້ານໂດລາ ເພື່ອຊ່ວຍສະໜັບ ສະໜຸນດ້ານກະສິກໍາໃນລາວ ຊຶ່ງໃນນັ້ນໄດ້ຊ່ວຍຊາວກະສິກອນລາວໃນແຂວງ ຈໍາປາສັກ ແລະສາລະ ວັນ ໃນເລື້ອງຍົກລະດັບມາດຕະຖານໃນການປູກ ແລະ ເກັບກູ້ກາເຟ, ມັນຕົ້ນ, ກະລໍ່າປີ ແລະພືດອື່ນໆ ແລະຫາຕະຫລາດໃຫ້ແກ່ຜົນຜະລິດຂອງເຂົາເຈົ້າຢູ່ໃນປະເທດເພື່ອນບ້ານເຊັ່ນໄທແລະໃນສະຫະລັດ. ນອກນັ້ນ ກໍຍັງມີການຊ່ວຍເຫຼືອ ໃນດ້ານການບັງຄັບໃຊ້ກົດໝາຍປາບປາມຢາເສບຕິດ, ການຄ້າມະນຸດ, ການ ຟອກເງິນ, ການນໍາເຂົ້າສິນຄ້າແບບຜິດກົດໝາຍ ແລະການຕ້ານການກໍ່ອາຊະ ຍາກໍາຂ້າມຊາດດ້ານອື່ນໆ ຊຶ່ງກ່ອນປີ 2016 ນັ້ນມີມູນຄ່າໜ້ອຍກວ່າ 1 ລ້ານ ໂດລາຕໍ່ປີ ໄດ້ເພີ້ມຂຶ້ນປະມານ 8 ເທົ່າມາເປັນ 4 ລ້ານໂດລາ ຕໍ່ປີໃນສອງປີ ຜ່ານມານີ້.

ພິເສດທີ່ສຸດກໍຄືການຮ່ວມກັນຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ດໍາເນີນມາເປັນເວລາປີເຄິ່ງແລ້ວ ອັນເປັນການຊ່ວຍເຫລືອທີ່ບໍ່ໄດ້ ນອນຢູ່ໃນແຜນການຂອງສະຫະ ລັດ ແລະສະໜອງໃຫ້ໃນເວລາທີ່ມີວິກິດການ ຊຶ່ງໄລຍະທໍາອິດ ແມ່ນໃຫ້ການຊ່ວຍເຫລືອດ້ານອຸປະກອນ ແລະການຝຶກອົບຮົມ ຕ່າງໆທັງເປັນການມອບໃຫ້ແກ່ ລັດຖະະບານລາວໂດຍກົງ ແລະການມອບໃຫ້ ໂດຍຜ່ານອົງການຊ່ວຍເຫລືອສາກົນຕ່າງໆ ລວມມູນຄ່າເປັນປະມານ 10 ລ້ານ ໂດລາຊຶ່ງບໍ່ລວມເອົາການສະໜອງຢາວັກຊັນກັນພະຍາດໂຄວິດ-19. ທ່ານກ່າວ ໃນເລື້ອງນີ້ວ່າ:

ທ່ານບອກວ່າ ວິກິດການດ້ານສາທາລະນະສຸກເຊັ່ນນີ້ “ໄດ້ເປັນໂອກາດພິສູດທີ່ ຈະພິສູດວ່າ ການເປັນຄູ່ຮ່ວມມືແບບກວມລວມ ມັນໝາຍເຖິງຫຍັງ, ເວລາທີ່ມີ ຄວາມຕ້ອງການພິເສດ ມັນໝາຍເຖິງຫຍັງ.”

ສ່ວນການຊ່ວຍເຫລືອຂອງສະຫະລັດແກ່ລາວໃນດ້ານຢາວັກຊິນນັ້ນ ສ່ວນໃຫຍ່ ເປັນການຊ່ວຍເຫລືອໂດຍຜ່ານໂຄງການໂຄແວັກສ໌ ຊຶ່ງເປັນໂຄງການລິເລີ້ມ ທີ່ຫາກໍ່ສ້າງຕັ້ງຂຶ້ນມາໄດ້ປີກວ່າມານີ້ ແລະສະຫະລັດປະກອບສ່ວນ ໃຫ້ເງິນທຶນ 2 ຕື້ໂດລາ ເພື່ອຊື້ຢາວັກຊີນກັນໄວຣັສໂຄໂຣນາໄປແຈກຢາຍໃຫ້ແກ່ບັນດາປະເທດທີ່ມີຄວາມຕ້ອງການວັກຊີນດັ່ງກ່າວ ລວມທັງ ສປປ ລາວ. ທ່ານກ່າວອີກ ວ່າໂດຍຜ່ານໂຄງການດັ່ງກ່າວສະຫະລັດໄດ້ສະໜອງຢາວັກຊີນໄຟເຊີ 1 ແສນ ກວ່າໂດສ ແລະຢາວັກຊິນຈອນສັນ ແລະຈອນສັນ (Johnson & Johnson) 1 ລ້ານກວ່າໂດສ ເມື່ອມໍ່ໆມານີ້.

ເມື່ອຖາມວ່າ ສະຫະລັດຈະໃຫ້ການຊ່ວຍເຫລືອດ້ານນີ້ ແກ່ລາວອີກບໍ່ນັ້ນ ທ່ານ ບອກວ່າ ທ່ານເອງກໍຍັງບໍ່ທັນຮູ້ເປັນທີ່ຈະແຈ້ງເທື່ອ ເພາະການຊ່ວຍເຫລືອວັກ ຊີນໃຫ້ແກ່ລາວ ແລະປະເທດຕ່າງໆໃນໂລກ ແມ່ນຂຶ້ນກັບການຕັດສິນໃຈຂອງ ໂຄງການໂຄແວັກສ໌ ຜ່ານມາວັກຊີນທີ່ເອົາມາຊ່ວຍເຫລືອລາວ ແມ່ນນອນຢູ່ໃນ ວັກຊີນ 80 ລ້ານໂດສທີ່ປະທານາທິບໍດີໂຈ ໄບເດັນ ໄດ້ປະກາດໃນເດືອນພຶດ ສະພາວ່າ ທີ່ໄປຊ່ວຍຫລາຍປະເທດໃນໂລກໂດຍຜ່ານໂຄງການດັ່ງກ່າວ. ແຕ່ ແນວໃດກໍຕາມ ໃນເດືອນນຶ່ງຕໍ່ມາ ທ່ານໄບເດັນໄດ້ປະກາດອີກວ່າ ສະຫະລັດ ຈະບໍລິຈາກວັກຊີນກັນໂຄວິດ 500 ລ້ານໂດສໃຫ້ແກ່ 92 ປະເທດທີ່ມີລາຍຮັບ ປານກາງ ແລະຕໍ່າ ພາຍໃນເດືອນມິຖຸນາປີໜ້າ ຊຶ່ງ 200 ລ້ານໂດສ ແມ່ນຈະ ສົ່ງໃຫ້ໄດ້ໃນທ້າຍປີນີ້.

ສໍາລັບສິ່ງທີ່ພົ້ນເດັ່ນໃນການລົງທຶນນັ້ນ ທ່ານເຮມອນບອກວ່າ ຕອນນີ້ຍັງກໍາລັງ ລໍຖ້າເຊັນບົດບັັນທຶກຄວາມເຂົ້າໃຈຫລື MOU ສໍາລັບໂຄງການຊ່ວຍລາວຜະລິດ ພະລັງງານໄຟຟ້າ ໂດຍການໃຊ້ຊັບພະຍາກອນມາຈາກຫລາຍດ້ານ ແລະມີປະ ສິດທິພາບ ຫລາຍກວ່າໂຄງການຕ່າງໆ ທີ່ມີມາໃນລາວ. ມັນເປັນໂຄງການປະ ມານ 5 ປີ, ຊຶ່ງຈະໃຊ້ທຶນປີລະ 3 ລ້ານໂດລາ.

ນອກນັ້ນແລ້ວທ່ານເຮມອນກວ່າສະຫລຸບໃຫ້ຟັງວ່າ ສະຫະລັດມີສາຍພົວພັນອັນ ແຂງແກ່ນ ກັບຫລາຍປະເທດໃນທົ່ວໂລກ ແລະປະເທດທີ່ຍັງມີຄວາມຕ້ອງການ ພັດທະນາຫລາຍປົກກະຕິ ຈະມີໂຄງການທີ່ໃຫຍ່. ສາຍພົວພັນລະຫວ່າງສະຫະ ລັດກັບ ສປປ ລາວ ແມ່ນໄດ້ຂະຫຍາຍຕົວຂຶ້ນ ເກືອບເຖິງລະດັບປົກກະຕິແລ້ວ. ທ່ານກ່າວຕໍ່ໄປວ່າ “ສະຫະລັດມີຄວາມຕັ້ງໃຈທີ່ຈະເຮັດໃຫ້ສາຍພົວພັນລະຫວ່າງ ສະຫະລັດ ແລະທຸກປະເທດໃນອາຊຽນ ມີຄວາມເຂັ້ມແຂງຂຶ້ນ ເພາະເຫັນວ່າ ພູ ມີພາກນີ້ ມີຄວາມສໍາຄັນຕໍ່ພວກເຮົາທັງໃນດ້ານເສດຖະກິດແລະຄວາມໝັ້ນຄົງ. ສະນັ້ນ ຈຶ່ງມີຄວາມຕັ້ງໃຈທີ່ຈະສືບຕໍ່ຂະຫຍາຍການຮ່ວມມືໃນດ້ານທີ່ລັດຖະບານລາວຕ້ອງການ.” ທັງນີ້ກໍເພາະວ່າ ການເປັນຄູ່ຮ່ວມມືອັນແທ້ຈິງນັ້ນ ຈະຕ້ອງມີຄວາມຕ້ອງການ ແລະຄວາມປະສົງຈາກທັງສອງຝ່າຍ ທີ່ຢາກເປັນຄູ່ ແລະຮ່ວມມືກັນປະຕິບັດ.

ສະຫລຸບແລ້ວໃນໄລຍະ 5 ປີທໍາອິດແຫ່ງການເປັນຄູ່ຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະສະຫະລັດ ໄດ້ເຮັດໃຫ້ມີການໄຂສັງກາດໃໝ່ຂອງສາຍພົວພັນ ສອງປະເທດ ຊຶ່ງເຮັດໃຫ້ມີການຂະຫຍາຍຕົວໃນການຮ່ວມມືພັດທະນາໃນຫຼາຍດ້ານ ແລະພິເສດສຸດກໍແມ່ນການຊ່ວຍເຫລືອຂອງສະຫະລັດໃນການຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນລາວ ໃນຕະຫລອດໄລຍະປີກວ່າມານີ້.

XS
SM
MD
LG