ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ມອບອຸປະກອນ ປ້ອງ​ກັນການ​ຕິດ​ພະ​ຍາດ ແກ່ລາວ ເພື່ອ​ຮັບ​ມື ກັບການລະບາດ ຂອງ​ເຊື້ອ​ໄວ​ຣັ​ສ ໂຄໂຣນາ


ທ່ານ ປ.ອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສຫລ ປະຈໍາ ລາວ ມອບອຸປະກອນປ້ອງກັນການ​ຕິດ​ພະ​ຍາດໃຫ້ແກ່ ທ່ານ ຮ.ສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ວັນ​ທີ 7 ກຸມ​ພາ 2020
ທ່ານ ປ.ອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສຫລ ປະຈໍາ ລາວ ມອບອຸປະກອນປ້ອງກັນການ​ຕິດ​ພະ​ຍາດໃຫ້ແກ່ ທ່ານ ຮ.ສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ວັນ​ທີ 7 ກຸມ​ພາ 2020

ທ່ານ ປ.ອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະກອນປ້ອງກັນຕົນເອງໃຫ້ແກ່ທ່ານ ຮ.ສ. ດຣ. ພູທອນ ເມືອງປາກ, ຮອງລັດ
ຖະມົນຕີ ກະຊວງສາທາລະນະສຸກໃນພິທີມອບ-ຮັບເຊິ່ງໄດ້ຈັດຂຶ້ນທີ່ກະຊວງສາທາລະ
ນະສຸກ, ນະຄອນຫຼວງວຽງຈັນ ຄັ້ງວັນທີ 07 ກຸມພາ 2020 ທີ່ຜ່ານມາ. ນີ້ແມ່ນການຊ່ວຍ
ເຫຼືອຈາກ ສ. ອາເມລິກາຕໍ່ ສປປ ລາວໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງ ເຊື້ອພະຍາດ ໂຄໂຣນາ ທີ່ອາດຈະເກີດຂຶ້ນໃນສປປ ລາວ.

ອຸປະກອນເຫຼົ່ານີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສ. ອາເມລິກາ ໂດຍຜ່ານອົງການ
ພັດທະນາສາກົນຂອງສະຫະລັດ ຫຼື USAID ເຊິ່ງລວມມີ ແຫວ່ນຕາ ປ້ອງກັນພະຍາດ
ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1,500 ຊຸດ, ເຄື່ອງປ້ອງກັນໃບໜ້າ 220 ຊຸດ, ລວມທັງຖົງສຳລັບໃສ່ຂີ້ເຫຍື້ອບໍ່ອະເຊື້ອ, ຜ້າຢາງກັນເປື້ອນ, ໜ້າກາກຄຸມ​ປາກ N95, ກ່ອງສຳລັບຂື້ເຫຍື້ອບໍ່ອະເຊື້ອ, ຖົງມື ແລະ ວັດ​ຖຸ​ສຳ​ລັບອະນາໄມມື.

ອຸປະກອນເຫຼົ່ານີ້ແມ່ນຈະໄດ້ຖືກນຳສົ່ງຕໍ່ໄປໃຫ້ສູນ​ກາງທີ່ຢູ່​ໃນ​ຂົງ​ເຂດ ແລະ ແຂວງ​ຕ່າໆ ຢູ່ທົ່ວປະເທດ ທີ່ກຳລັງມີຄວາມຕ້ອງການສູງສຸດ.

ອຸປະກອນປ້ອງກັນການ​ຕິດ​ພະ​ຍາດຈຳ​ນວນ​ນຶ່ງ ທີ່ ສ​ຫລ ມອບໃຫ້ແກ່ກະຊວງສາທາລະນະສຸກຂອງ​ລາວ ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​ນາ
ອຸປະກອນປ້ອງກັນການ​ຕິດ​ພະ​ຍາດຈຳ​ນວນ​ນຶ່ງ ທີ່ ສ​ຫລ ມອບໃຫ້ແກ່ກະຊວງສາທາລະນະສຸກຂອງ​ລາວ ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​ນາ

ໃນພິທີມອບຮັບດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ເຮມ໋ອນກ່າວວ່າ: “ພິທີ ມອບ-ຮັບ
ອຸ​ປະ​ກອນ​ການ​ແພດ​ໃນ​ມື້ນີ້ໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຂອງການເປັນ​ຄູ່​ຮ່ວມ​ພາ​ຄີກັນແບບຮອບ​ດ້ານຂອງ ສ. ອາເມລິກາ ກັບ ສປປ ລາວ. ການສະໜອງອຸ​ປະ​ກອນ​
ການ​ແພ​ດ​ທີ່ສຳ​ຄັນ​ຍິ່ງ​ເຫລົ່າ​ນີ້ຈະຊ່ວຍນັກ​ຊ່ຽວ​ຊານ ແລະພະນັກງານການເເພດໃນ
ຂະ​ນະ​ທີ່​ລາວ ​ພະ​ຍາ​ຍາມປ້ອງ​ກັນ​ການ​ແຜ່ຜາຍ​ຂອງພະຍາດຕິດເເປດໃໝ່ ລວມທັງ
ເຊື້ອ​ໄວ​ຣັ​ສໂຄໂຣນາຊະ​ໜິດໃໝ່. ພວກເຮົາ ມີ​ຄວາມພູມໃຈທີ່ໄດ້ສະໜັບສະໜູນບັນ
ດາພະ​ນັກ​ງານ​ກາແພດໝໍແລະປະຊາຊົນ​ທີ່ຢູ່​ໃນ​ສະ​ພາບ​ສ່ຽງ​ໄພຢູ່ໃນພາລະກິດອັນນີ້.”

ອຸ​ປະ​ກອນປ້ອງກັນຕົນເອງ ຈະຊ່ວຍພະນັກງານການ​ແພດ​ຢູ່ໃນທົ່ວ​ລາວ ຮັບ​ມື​ຢ່ງວ່ອງ​
ໄວ ແລະ​ມີ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ​ດາຄົນທີ່​ອາດ​ຈະ​ເຈັບ​ປ່ວຍຍ້ອນ​ພະ​ຍາດນີ້ ທີ່​ຈະ​
ແດງ​ໃຫ້​ເຫັນ​ອາ​ການ​ຄ້າຍ​ຄື​ວ່າ ຈະ​ເປັນ​ຫວັດ ຫລື​ໄຂ້​ວັດ​ໃຫຍ່.

ການຊ່ວຍເຫຼືອຄັ້ງນີ້ແມ່ນອີງຕາກການຮ້ອງຂໍຈາກກົມຄວບຄຸມພະຍາດຕິດຕໍ່, ກະ
ຊວງສາທາລະນະສຸກ.

ນອກຈາກນີ້ການ​ຊ່ວຍ​ເຫລືອນີ້​ແລ້ວ, ສະ​ຫະ​ລັດ ຍັງໄດ້ເຮັດວຽກຢ່າງໃກ້ຊິດ ກັບລັດ
ຖະບານ ແລະ ປະຊາຊົນລາວໃນຫຼາຍໂຄງການ ເພື່ອປັບປຸງວຽກງານ ທາງດ້ານສາ
ທາລະນະສຸກໃນທົ່ວປະເທດ. ໂຄງ​ການ​ເຫລົ່າ​ນີ້ ລວມ​ມີ ການ​ດຳ​ເນີນຄວາມ​ພະ​ຍາ​
ຍາມ ໃນ​ການ​ປັບ​ປຸງການໂພສະນາການ ໂດຍຜ່ານ ໂຄງ ການອາຫານທ່ຽງ, ໂຄງ
ການແກ້​ໄຂ​ບັນ​ຫາ​ສຸ​ຂະ​ພາບຂອງແມ່ ແລະເດັກນ້ອຍ ແລະການ​ດຳ​ເນີນ​ຄວາມ​ພະ
​ຍາ​ຍາມໃນ​ການ​ແກ້​ໄຂ ແລະ​ປ້ອງ​ກັນການແຜ່ລະ ບາດຂອງພະຍາດຕິດແປດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ​ຢູ່​ລຸ່ມນີ້

U.S. Ambassador to Lao PDR, Dr. Peter M. Haymond handed over personal protective equipment to Dr. Phouthone Muoangpak, Vice Minister of Health, at a ceremony in Vientiane today as part of the United States’ early assistance to Lao PDR to prepare for any potential spread of the novel coronavirus.

The equipment, donated by the United States through the U.S. Agency for International Development (USAID), includes 440 protective goggles, 1,500 surgical gowns, and 220 face shields, along with biohazard disposal bags, aprons, N95 face masks, safety boxes, gloves, and hand sanitizer supplies. This equipment will be distributed to regional centers and provinces in greatest need of the supplies.

“Today’s handover of medical supplies highlights the meaning of the U.S.-Lao Comprehensive Partnership,” said Ambassador Haymond. “These critical supplies will help support medical professionals and health workers as Laos strives to prevent the spread of new infectious diseases, including the novel coronavirus. We are proud to support Lao health workers and at-risk populations in this effort,” he said.

Personal protective equipment will enable health workers throughout Laos to respond quickly and safely to potential patients, who may display cold or flu-like symptoms. This assistance package comes at the request of the Lao Ministry of Health’s Department of Communicable Disease Control.

In addition to this emergency assistance, the United States works in close partnership with the government and citizens of Laos on a range of programs to improve health outcomes in Lao PDR. These include long-term efforts to improve nutrition through school feeding, programs to address maternal and child health, and efforts to address and prevent infectious diseases.

XS
SM
MD
LG