ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ກະຊວງຍຸຕິ​ທຳ ສຫລ ທຳ​ການສືບສວນ ສອບ​ສວນ ກົມ​ຕຳຫຼວດ ​ໃນນະ​ຄອນ Chicago


US Justice Dept Opens Probe of Chicago Police
please wait

No media source currently available

0:00 0:02:05 0:00

ລັດຖະມົນຕີກະຊວງຍຸຕິ​ທຳສະຫະລັດ ທ່ານ​ນາງ Loretta Lynch
​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກະຊວງຍຸຕິ​ທຳ ຈ​ະ​ທຳ​ການ​ສືບສວນ
ສອບສວນ ກົມ​ຕຳຫຼວດ​ໃນນະຄອນ Chicago ​ເພື່ອ​ພິຈາລະນາ
​ເບິ່ງວ່າ ກົມ​ຕຳຫຼວດ​ດັ່ງກ່າວ​ໄດ້​ລະ​ເມີດຢ່າງ​ເປັນ​ລະບົບ​ຕໍ່​ລັດຖະ
ທຳ​ມະນູນ ກ່ຽວ​ກັບການ​ໃຊ້​ກຳລັງຫລື​ບໍ່.

ການສອບ​ສວນ​ທີ່​ວ່າ​ນີ້ ມີ​ຂຶ້ນຫຼັງ​ຈາກ​ທີ່ໄດ້​ມີ​ການ​ເຜີຍ​ແຜ່​ພາບ​ວີ​ດີ​ໂອ ​ໃນ​ເດືອນ​ແລ້ວ​ນີ້
​ທີ່​ສະ​ແດງໃຫ້​ເຫັນເຖິງ​ການການ​ຍິງ​ສັງຫານ ໜຸ່ມນ້ອຍ ​ໄວ 17 ປີ ​ໂດຍ​ຕຳຫຼວດ​ ​ເມື່ອເດືອນ ຕຸລາ ປີ 2014 ນັ້ນ.

ທ່ານ​ນາງ Lynch ​ໄດ້​ກ່າວ​ວ່າ ການ​ສືບສວນ ກ່ຽວ​ກັບ“​ແບບ​ແຜນແລະການປະຕິບັດ”
ຈະ​ເພັ່ງ​ເລັງ​ໃສ່ການ​ໃຊ້​ກຳລັງ​ຂອງ​ກົມ​ດັ່ງກ່າວ ​ແລະມີ​ຄວາມ​ບໍ່​ກ້ຳ​ເກິ່ງ​ກ່ຽວ​ກັບ​ເລື້ອງ​ຜິວ​ພັນ​ຫຼື ​ເຊື້ອຊາດ​ຫລື​ບໍ່ ​ໃນ​ການ​ທີ່​ເຈົ້າໜ້າ​ທີ່​ໄດ້​ໃຊ້​ກຳລັງໃນ​ການ​ສັງຫານ​ທີ່​ວ່າ​ນີ້. ມັນ​ຍັງ​ຈະ​ໄດ້​ແກ້ ​ໄຂກ່ຽວ​ກັບ​ການ​ທີ່​ກົມ​ຕຳຫຼວດ ​ໄດ້ຖືກ​ກ່າວ​ຫາ ປະຕິບັດ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງນັ້ນ.

ຕຳຫຼວດ Chicago ທ່ານ Jason Van Dyke, ຊ້າຍ ​ແລະ​ທ້າວ Laquan McDonald
ຕຳຫຼວດ Chicago ທ່ານ Jason Van Dyke, ຊ້າຍ ​ແລະ​ທ້າວ Laquan McDonald

​ເຈົ້າ​ໜ້າ​ທີ່ຕຳຫຼວດ Jason Van Dyke ​ໄດ້​ຖືກ​ຂໍ້​ຫາ​ ໃນ​ຖານຄາດ​ຕະກຳ​ໂດຍ​ເຈດ​ຕະນາ ເມື່ອວັນ​ທີ 24 ພະຈິກ ​ປີກວ່າ ຫຼັງ​ຈາກ​ທີ່​ໄດ້​ຍິງສັງຫານ​ທ້າວ Laquam McDonal ​ ແລະ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນທີ່​ຈະມີ​ການ​ນຳພາບ​ວີ​ດີ​ໂອ​ອອກ​ມາ​ເຜີຍ​ແຜ່ ຈາກກ້ອງຖ່າຍພາບທາງ​ໜ້າ​ລົດ​ຂອງ​ຕຳຫຼວດ ທີ່​ສະ​ແດງໃຫ້​ເຫັນ​ເຖິງການ​ຍິງ​ໜຸ່ມນ້ອຍ​ຄົນ​ນີ້ຂອງ​ຕຳຫຼວດນັ້ນ.

ພາບ​ວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ McDonald ​ໄດ້​ຍ່າງ​ໜີຈາກ​ຕຳຫຼວດ ​ໃນ​ກາງ​ຖະໜົນ. ທ່ານ Van Dyke ​ໄດ້​ຍິງ​ທ້າວ McDonald ພຽງ​ບໍ່​ເທົ່າ​ໃດ​ນາທີ ຫຼັງຈາກທີ່​ໄດ້​ຍື່ນ​ກ້າວ​ອອກ​ຈາກ​ລົດ​ຂອງ​ລາວ ​ແລະ​ສືບ​ຕໍ່​ຍິງ​ ທ້າວ McDonald ຫຼັງ​ຈາກ​ທີ່​ລາວ​ໄດ້​ລົ້ມ​ລົງ​ສູ່​ພື້ນ​ດິນ​ແລ້ວ.


U.S. Attorney General Loretta Lynch said Monday that the Justice Department will investigate the Chicago Police Department to determine if the agency systematically violated the Constitution with its handling of use of force.

The probe follows the release of a video last month showing the shooting death of a 17-year-old by a police officer in October 2014.

Lynch said the "pattern and practice" investigation will focus on the agency's use of force and any racial or ethnic disparities in how its agents' used deadly force. It will also address how the department handled allegations of misconduct.

Officer Jason Van Dyke was charged with first-degree murder Nov. 24, more than a year after the killing of Laquan McDonald and just hours before the release of police dashboard camera footage showing the officer shooting the black teenager.

The video shows McDonald walking away from officers in the middle of a street. Van Dyke fires his gun seconds after stepping out of his patrol car and continues to shoot McDonald after the young man falls to the ground.

The release of the video triggered protests around the city and allegations by demonstrators that the agency attempted to cover up the details surrounding McDonald's death.

The Justice Department launched similar investigations in Baltimore and Ferguson, Missouri, after the deaths of young black men in both cities linked to police actions.
XS
SM
MD
LG