ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງຍຸຕິທຳ ສະຫະລັດ ແລະອີກ 11 ລັດ ທຳການຟ້ອງຮ້ອງ ຕໍ່ບໍລິສັດ Google


ປ້າຍບໍລິສັດ Google ຢູ່ນຶ່ງໃນສະຖານທີ່ຕ່າງໆຂອງຫ້ອງການຂອງເຂົາເຈົ້າໃນເມືອງ ເອີໄວນ໌, ລັດ ຄາລິຟໍເນຍ.
ປ້າຍບໍລິສັດ Google ຢູ່ນຶ່ງໃນສະຖານທີ່ຕ່າງໆຂອງຫ້ອງການຂອງເຂົາເຈົ້າໃນເມືອງ ເອີໄວນ໌, ລັດ ຄາລິຟໍເນຍ.

ກະຊວງຍຸຕິທຳ ສະຫະລັດ, ພ້ອມກັບຫົວໜ້າພະແນກຍຸຕິທຳ ຂອງ 11 ລັດ, ໄດ້ທຳການຟ້ອງຮ້ອງຕໍ່ຕ້ານຄວາມໄວ້ວາງໃຈຂະໜາດໃຫຍ່ຕໍ່ບໍລິສັດ Google ໃນວັນອັງຄານວານນີ້, ໂດຍກ່າວຫາບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີດັ່ງກ່າວ ກ່ຽວກັບ ການຜູກຂາດທີ່ຜິດກົດໝາຍໃນການຄົ້ນຫາ ແລະ ການຄົ້ນຫາທີ່ລົງໂຄສະນາໃນອິນເຕີເນັດ.

ການຟ້ອງຮ້ອງທີ່ຖືກຄາດການຢ່າງກວ້າງຂວາງດັ່ງກ່າວ, ເຊິ່ງແມ່ນກໍລະນີການຕໍ່ຕ້ານຄວາມໄວ້ ວາງໃຈທີ່ສຳຄັນທີ່ສຸດນັບຕັ້ງແຕ່ກະຊວງຍຸຕິທຳໄດ້ຟ້ອງຮ້ອງບໍລິສັດ Microsoft ສຳລັບການຜູກຂາດຂອງຕະຫຼາດຊັອຟແວ ໃນປີ 1998, ທີ່ໄດ້ເກີດມາຈາກການສືບສວນສອບສວນຕະຫຼອດປີໃນບໍລິສັດ Google ແລະ ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີອື່ນໆອີກສາມບໍລິສັດ ຄື, Apple, Amazon ແລະ Facebook.

ລັດຖະມົນຕີກະຊວງຍຸຕິທຳທ່ານ ວິລລຽມ ບາ ໄດ້ເອີ້ນການຟ້ອງຮ້ອງດັ່ງກ່າວວ່າ ຄະດີທີ່ໃຫຍ່ຫຼາຍ “ສຳລັບທັງກະຊວງຍຸຕິທຳ ແລະ ສຳລັບປະຊາຊົນ ອາເມຣິກັນ.”

ທ່ານ ບາ ໄດ້ກ່າວວ່າ “ການຟ້ອງຮ້ອງນີ້ໄດ້ໂຈມຕີອົງປະກອບທີ່ສຳຄັນທີ່ສຸດໃນການຄຸມອິນເຕີແນັດຂອງບໍລິສັດ Google ສຳລັບຜູ້ບໍລິໂພກ ຊາວອາເມຣິກັນ ຫຼາຍລ້ານຄົນ, ຜູ້ໂຄສະນາ, ທຸລະ ກິດຂະໜາດນ້ອຍ ແລະ ຜູ້ປະກອບການທີ່ຜູກຂາດແບບບໍ່ຖືກຕ້ອງຕາມກົດໝາຍ.”

ທ່ານ ບາ ໄດ້ກ່າວວ່າ ການຟ້ອງຮ້ອງທີ່ວ່ານັ້ນ, ເຊິ່ງຖືກຮ່າງຂຶ້ນໃນສານລັດຖະບານກາງໃນນະ ຄອນຫຼວງ ວໍຊິງຕັນ, ບໍ່ໄດ້ເຊື່ອມໂຍງກັບຄວາມເປັນຫ່ວງຂອງພວກຫົວອະນຸລັກນິຍົມ ກ່ຽວກັບ ການຫຼຸດເນື້ອຫາສາລະ ແລະ ການກວດສອບໂດຍການບໍລິການທາງອອນໄລນ໌ນັ້ນ.

ໃນບໍ່ເທົ່າໃດປີທີ່ຜ່ານມາ, ປະທານາທິບໍດີ ດໍໂນລ ທຣຳ ແລະ ພັກຣີພັບບລີກັນໄດ້ກ່າວຫາບໍລິສັດ Google ແລະ ຜູ້ໃຫ້ບໍລິການທາງອອນໄລນ໌ອື່ນໆ ກ່ຽວກັບ ການປົກປິດຂໍ້ຄິດເຫັນອະນຸລັກນິຍົມ. ໃນເດືອນພຶດສະພາທີ່ຜ່ານມາ, ທ່ານທຣຳ ໄດ້ເຊັນດຳລັດສະບັບນຶ່ງທີ່ແນເປົ້າໃສ່ກົດໝາຍທີ່ປົກ ປ້ອງບັນດາບໍລິສັດສື່ສັງຄົມຈາກການຟ້ອງຮ້ອງຕໍ່ຄວາມຮັບຜິດຊອບ. ໃນເດືອນແລ້ວນີ້, ກະຊວງຍຸຕິທຳໄດ້ສະເໜີນິຕິບັນຍັດເພື່ອປະຕິຮູບກົດໝາຍດັ່ງກ່າວ.

ໃນຖະແຫຼງການສະບັບນຶ່ງ, ຫົວໜ້າເຈົ້າໜ້າທີ່ກົດໝາຍຂອງບໍລິສັດ Google ທ່ານ ເຄັ້ນ ວໍເກີ ໄດ້ເອີ້ນການຟ້ອງຮ້ອງດັ່ງກ່າວວ່າ “ມີຂໍ້ບົກຜ່ອງຢ່າງຫຼວງຫຼາຍ.”

ທ່ານ ວໍເກີ ໄດ້ຂຽນຂໍ້ຄວາມໃສ່ບັນທຶກໃນອິນເຕີແນັດວ່າ “ປະຊາຊົນໃຊ້ Google ເພາະວ່າເຂົາ ເຈົ້າເລືອກເຮັດ, ບໍ່ແມ່ນຍ້ອນເຂົາເຈົ້າຖືກບັງຄັບໃຫ້ເຮັດ ຫຼື ຍ້ອນເຂົາເຈົ້າຫາທາງເລືອກອື່ນບໍ່ໄດ້. ການຟ້ອງຮ້ອງດັ່ງກ່າວຈະບໍ່ເຮັດຫຍັງເພື່ອຊ່ວຍບັນດາຜູ້ບໍລິໂພກ. ແຕ່ໃນທາງກົງກັນຂ້າມ, ມັນຈະຫຼຸດຜ່ອນຄຸນນະພາບຂອງທາງເລືອກອື່ນໃນການຄົ້ນຫາ, ຂຶ້ນລາຄາໂທລະສັບ, ແລະ ເຮັດໃຫ້ມັນຍາກຂຶ້ນກວ່າເກົ່າ ສຳລັບປະຊາຊົນທີ່ຈະໄດ້ຮັບການບໍລິການຄົ້ນຫາທີ່ເຂົາເຈົ້າຢາກໃຊ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG