ຜູ້ພິພາສາສະຫະລັດ ໃນວັນພຸດວານນີ້ ໄດ້ເລື່ອນເວລາຄຳສັ່ງຂອງທ່ານ ວ່າດ້ວຍການກີດກັນເຈົ້າໜ້າທີ່ຂອງລັດຖະບານບໍ່ໃຫ້ເນລະເທດນັກສຶກສາມະຫາວິທະຍາໄລ ໂຄລຳເບຍ ທີ່ໄດ້ຖືກຄຸມຕົວຢູ່ນັ້ນ ໃນຄະດີທີ່ກາຍມາເປັນຈຸດຮ້ອນແຮງຂອງລັດຖະບານທ່ານທຣຳ ທີ່ໄດ້ປະຕິຍານຈະເນລະເທດພວກນັກເຄື່ອນໄຫວສະໜັບສະໜູນປາແລັນໄຕນ໌ ທີ່ເປັນນັກສຶກສາມະຫາວິທະຍາໄລ ຈຳນວນນຶ່ງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ຜູ້ພິພາກສາສານເມືອງ ທ່ານເຈສຊີ ເຟີຣແມນ ໄດ້ຫ້າມການເນລະເທດ ທ້າວມາມູດ ຄາລີລ ໄວ້ເປັນການຊົ່ວຄາ ເມື່ອຕົ້ນອາທິດນີ້ ແລະໄດ້ເລື່ນເວລາການຫ້າມດັ່ງກ່າວນັ້ນອອກໄປ ໃນວັນພຸດວານນີ້ ໃນຄຳສັ່ງທີ່ໄດ້ຂຽນອອກມາ ພາຍຫຼັງຈາກໄດ້ພິຈາລະນາຄະດີໃນສານນະຄອນແມນແຮັດທັນຂອງລັດຖະບານ ເພື່ອໃຫ້ທ່ານເອງ ມີເວລາຕື່ມໃນການພິຈາລະນາການຈັບກຸມນັກສຶກສານັ້ນ ບໍ່ຂັດກັບລັດຖະທຳມະນູນ ຫຼືບໍ່.
ກະຊວງຮັກສາຄວາມປອດໄພພາຍໃນ ຫຼື DHS ກ່າວວ່າ ທ້າວຄາລີລ ອາຍຸ 30 ປີ ເປັນຜູ້ຕ້ອງຫາຖືກຄຸມຕົວ ພາຍໃຕ້ກົດໝາຍວ່າດ້ວຍການເນລະເທດ ທີ່ວ່າ ຊາວອົບພະຍົຍ ຜູ້ອາໄສຢູ່ໃນປະເທດ ເຊິ່ງລັດຖະມົນຕີກະຊວງການຕ່າງປະເທດ ເຫັນວ່າ ບໍ່ສອດຄ່ອງກັບນະໂຍບາຍການຕ່າງປະເທດນັ້ນ ອາດຖືກຂັບໄລ່ອອກໄປໄດ້ ອີງຕາມເອກະສານທີ່ອົງການຂ່າວຣອຍເຕີສ ໄດ້ເຫັນ.
ເອກະສານຂອງ DHS ດັ່ງກ່າວ ລົງວັນທີ 9 ມີນາ ນີ້ ອ່ານວ່າ “ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກຳນົດວ່າ ການໄປມີໜ້າ ຫຼື ເຄື່ອນໄຫວໃດໆໃນສະຫະລັດ ຈະມີຜົນກະທົບທີ່ຮ້າຍແຮງຕໍ່ນະໂຍບາຍການຕ່າງປະເທດສຳລັບສະຫະລັດ” ຈຶ່ງສັ່ງໃຫ້ທ້າວ ຄາລີລ ໄປປາກົດຕົວຕໍ່ຜູ້ພິພາກສາຄົນເຂົ້າເມືອງໃນວັນທີ 27 ມີນາ.
ເອກະສານດັ່ງກ່າວ ບໍ່ໄດ້ໃຫ້ລາຍລະອຽດຕື່ມອີກ. ກະຊວງ DHS ກໍ່ບໍ່ໄດ້ຕອບໃນທັນທີ ຕໍ່ການຂໍໃຫ້ມີຄວາມເຫັນກ່ຽວກັບເລື້ອງນີ້. ທະນາຍຄວາມຂອງທ້າວຄາລີລ ກ່າວວ່າ ການຈັບກຸ່ມລາວ ໃນວັນເສົາຜ່ານມາ ໂດຍເຈົ້າໜ້າທີ່ຂອງ DHS ຢູ່ດ້ານນອກສະຖານທີ່ພັກຂອງລາວ ໃນມະຫາວິທະຍາໄລ ທີ່ນະຄອນແມນແຮັດທັນ ນັ້ນ ເປັນການຕອບໂຕ້ຕໍ່ການເປັນກະບອກສຽງໃນການຕໍ່ຕ້ານການບຸກໂຈມຕີຂອງກອງທັບອິສຣາແອລ ຢູ່ເຂດກາຊາ ພາຍຫຼັງເກີດເຫດການໂຈມຕີຕໍ່ອິສຣາແອລ ໂດຍກຸ່ມຮາມາສ ໃນເດືອນຕຸລາ ປີ 2023, ເຊິ່ງສະຫະລັດ ໄດ້ລະບຸໃຫ້ກຸ່ມດັ່ງກ່າວ ເປັນກຸ່ມກໍ່ການຮ້າຍ, ແລະດັ່ງນັ້ນ ເປັນການລະເມີດສິດເສລີພາບໃນການປາກເວົ້າຂອງທ້າວຄາລີລ ພາຍໃຕ້ ມາດຕາດັດແກ້ທີນຶ່ງຂອງລັດຖະທຳມະນູນສະຫະລັດ.
ທະນາຍຄວາມຂອງທ້າວຄາລີລ ທ່ານນາງ ຣາມຊີ ຄາສເຊມ ໄດ້ກ່າວຢູ່ໃນສານ ວ່າ “ທ່ານຄາລີລ ໄດ້ຖືກລະບຸໂຕ, ໄດ້ຖືກຕົກເປັນເປົ້າໝາຍ, ໄດ້ຖືກຄຸມຕົວ ແລະກຳລັງຖືກດຳເນີນການເພື່ອເນລະເທດ ຍ້ອນວ່າ ລາວເຄື່ອນໄຫວເພື່ອສິດທິຂອງຊາວປາແລັສໄຕ.”
ອ່ານຂ່າວນີ້ໃນພາສາອັງກິດ
A U.S. judge on Wednesday extended his order blocking federal authorities from deporting a detained Columbia University student, in a case that has become a flashpoint of the Trump administration's pledge to deport some pro-Palestinian college activists.
U.S. District Judge Jesse Furman had temporarily blocked Mahmoud Khalil's deportation earlier this week and extended the prohibition on Wednesday in a written order following a hearing in Manhattan federal court to allow himself more time to consider whether the arrest was unconstitutional.
The Department of Homeland Security says Khalil, 30, is subject to deportation under a legal provision holding that migrants whose presence in the country are deemed by the U.S. Secretary of State to be incompatible with foreign policy may be removed, according to a document seen by Reuters.
"The Secretary of State has determined that your presence or activities in the United States would have serious adverse foreign policy consequences for the United States," read the DHS document, dated March 9, ordering Khalil to appear before an immigration judge on March 27.
The document did not provide additional detail. The DHS did not immediately respond to requests for comment. Khalil's lawyers say his arrest on Saturday by DHS agents outside his university residence in Manhattan was in retaliation for his outspoken advocacy against Israel's military assault on Gaza following the October 2023 attack on Israel by Hamas, a U.S.- designated terrorist group, and thus violated Khalil's right to free speech under the U.S. Constitution's First Amendment.
"Mr. Khalil was identified, targeted, detained and is being processed for deportation on account of his advocacy for Palestinian rights," Khalil's lawyer, Ramzi Kassem, said in court.
ຟໍຣັມສະແດງຄວາມຄິດເຫັນ