ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຂົ້າຮ່ວມກຸ່ມປະເທດ ກ່ຽວກັບ ສະພາບອາກາດ ແລະ ຄວາມປອດໄພ ຂອງອົງການ ສະຫະປະຊາຊາດ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ-ກຣີນຟີລດ໌ ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, 1 ມີນາ 2021 ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ-ກຣີນຟີລດ໌ ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, 1 ມີນາ 2021 ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ.

ສະຫະລັດ ໄດ້ເຂົ້າຮ່ວມກຸ່ມສະພາບອາກາດ ແລະ ຄວາມປອດໄພ ຂອງອົງການສະຫະປະຊາຊາດ ຢ່າງເປັນທາງການໃນວັນພະຫັດວານນີ້ ອັນເປັນພາກສ່ວນນຶ່ງໃນຈຸດເພັ່ງເລັງຂອງລັດຖະບານທ່ານໄບເດັນ ກ່ຽວກັບ ການຫຼຸດຜ່ອນຜົນກະທົບທຸກຢ່າງຂອງວິກິດການສະພາບອາກາດ.

ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ລິນດາ ທອມມັສ ກຣີນຟີລດ໌ (Linda Thommas-Greenfield) ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ນີ້ແມ່ນ ບັນຫາທີ່ສຳຄັນສຳລັບອົງການສະຫະປະຊາ ຊາດ, ໂດຍສະເພາະຍ້ອນມັນບໍ່ເປັນພຽງແຕ່ໄພຂົ່ມຂູ່ ຕໍ່ທຸກສະພາບອາກາດຂອງພວກເຮົາເທົ່ານັ້ນ. ມັນຍັງເປັນບັນຫາດ້ານຄວາມປອດໄພໂດຍລວມ ສຳລັບພວກເຮົາທັງໝົດ.”

ທ່ານນາງໄດ້ກ່າວຢໍ້າວ່າ ທຳນຽບຂາວ ໄດ້ປະກາດສະພາບອາກາດປ່ຽນແປງເປັນທັງໄພຂົ່ມຂູ່ແຫ່ງ ຊາດ ແລະ ຕົວທີ່ເພີ່ມທະວີຄູນໄພຂົ່ມຂູ່.

ທ່ານນາງໄດ້ກ່າວວ່າ “ນັ້ນກໍແມ່ນຍ້ອນອາກາດທີ່ບໍ່ສາມາດຄາດເດົາໄດ້ ແລະ ຮ້າຍແຮງຈະເຮັດໃຫ້ແຫຼ່ງຊັບພະຍາກອນທີ່ສຳຄັນຄືອາຫານ ແລະ ນໍ້າ, ຂາດແຄນຍິ່ງຂຶ້ນໃນບັນດາປະເທດທີ່ທຸກຍາກ. ການຂາດແຄນຈະກໍ່ໃຫ້ເກີດພາວະຫຼໍ່ແຫຼມ ແລະ ພາວະຫຼໍ່ແຫຼມແນ່ນອນຈະນຳໄປສູ່ຄວາມຮຸນ ແຮງ.”

ທ່ານນາງໄດ້ກ່າວວ່າ ໃນລະດັບປັດຈຸບັນ, ປະຊາຊົນຫຼາຍລ້ານຄົນໃນທົ່ວໂລກຈະຖືກບັງຄັບໃຫ້ຍົກຍ້າຍຖິ່ນຖານຢ່າງຫຼວງຫຼາຍຍ້ອນຜົນກະທົບຂອງພາວະໂລກຮ້ອນ, ເຊິ່ງຈະທຳລາຍສັນຕິພາບ ແລະ ຄວາມໝັ້ນຄົງ.

ທ່ານນາງເອກອັກຄະລັດຖະທູດໄດ້ກ່າວວ່າ “ຂ່າວດີກໍແມ່ນ, ພວກເຮົາສາມາດຟື້ນຟູໃຫ້ມັນກັບຄືນສູ່ສະພາບປົກະຕິໄດ້, ພວກເຮົາສາມາດກຳຈັດໄພຂົ່ມຂູ່ຕ່າງໆໄດ້ ແລະ ພວກເຮົາຍັງສາມາດສ້າງໂອກາດທາງດ້ານເສດຖະກິດໄດ້, ຖ້າພວກເຮົາເຮັດວຽກຮ່ວມກັນ.

ກຸ່ມເພື່ອນມິດ ກ່ຽວກັບ ສະພາບອາກາດ ແລະ ຄວາມປອດໄພຂອງອົງການສະຫະປະຊາຊາດໄດ້ຖືກສ້າງຕັ້ງຂຶ້ນໃນປີ 2018 ແລະ ຕອນນີ້, ພ້ອມດ້ວຍ ສະຫະລັດ, ເຂົາເຈົ້າມີສະມາຊິກ 56 ປະເທດ.

ທ່ານ ມາໂກ ດີເຢ, ເອກອັກຄະລັດຖະທູດຂອງປະເທດ ນາອູຣູ, ຜູ້ທີ່ເປັນປະ ທານຮ່ວມຂອງກຸ່ມກັບປະເທດ ເຢຍຣະມັນ ໄດ້ກ່າວວ່າ “ສະຫະລັດ ແມ່ນມີປະໂຫຍດຫຼາຍຕໍ່ການພັດທະນາ ແລະ ການຮັບຮອງເອົາຂໍ້ຕົກລົງ ປາຣີ ໃນທີ່ສຸດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG