ຍານອາວະກາດລົງຈອດດວງເດືອນສອງລຳ ທີ່ໄດ້ສ້າງໂດຍບໍລິສັດເອກະຊົນຂອງສະຫະລັດ ແລະຍີ່ປຸ່ນ ກຳລັງມຸ້ງໜ້າໄປຍັງດວງເດືອນ ຫຼັງຈາກທີ່ໄດ້ຖືກສົ່ງຂຶ້ນໄປໃນຕອນເຊົ້າວັນພຸດມື້ນີ້ ໂດຍທີ່ໄດ້ບັນຈຸຮ່ວມກັນ ໃນຈະຫຼວດຂອງບໍລິສັດ SpaceX ຕາມລາຍງານຂອງອົງການຂ່າວວີໂອເອ.
ການສົ່ງຂຶ້ນຈາກ ສູນອາວະກາດເຄັນເນດີ ຂອງອົງການນາຊ້າ (NASA) ໃນລັດຟລໍຣິດາ ເປັນໂຄງການຂອງພາກເອກະຊົນ ຄັ້ງຫລ້າສຸດ ນັບຕັ້ງແຕ່ໄດ້ນຳເອົາຍານອາວະກາດທີ່ເອີ້ນກັນວ່າ Intuitive Machines ຂຶ້ນໄປເທິງດວງເດືອນເມື່ອປີກາຍນີ້.
ການສົ່ງຂຶ້ນຂອງວັນພຸດມື້ນີ້ ທີ່ລວມມີຍານລົງຈອດ ຈາກບໍລິສັດຄົ້ນຄວ້າອາວະກາດຂອງຍີ່ປຸ່ນ ທີ່ເອີ້ນວ່າ ispace ທີ່ບັນຈຸດ້ວຍຍານສຳຫຼວດ ໂດຍມີຄວາມສາມາດໃນການເກັບກູ້ເອົາດິນຂອງດວງເດືອນ ແລະທຳການກວດຫາແຫລ່ງອາຫານແລະນ້ຳທີ່ອາດເປັນໄປໄດ້ຢູ່ເທິງດວງເດືອນ.
ຍານອາວະກາດດັ່ງກ່າວ ຍັງຖືກບັນຈຸດ້ວຍ “ມູນເຮົ້າສ໌ Moonhouse” ຫຼື ເຮືອນຂອງດວງເດືອນ ຫລັງນ້ອຍໆ ທີ່ສ້າງໂດຍ ນັກຈິຕະກອນຊາວສະວີເດັນ ມິແຄລ ເກັນເບີກ (Mikael Genberg).
ພາລະກິດຂອງ ispace ແມ່ນຄາດກັນວ່າ ຈະໄປເຖິງຈຸດໝາຍປາຍທາງເທິງດວງເດືອນຟາກເໜືອສຸດໃນສີ່ ຫຼື ຫ້າເດືອນຂ້າງໜ້າ.
ບໍລິສັດດັ່ງກ່າວ ກຳລັງພະຍາາຍາມສົ່ງຍານອາວະກາດໄປລົງດວງເດືອນເປັນຄັ້ງທີສອງ ຫຼັງຈາກທີ່ພາລະກິດໃນປີ 2023 ໄດ້ລົ້ມແຫລວໃນຂັ້ນຕອນສຸດທ້າຍນັ້ນ.
ສິ່ງທີ່ບັນຈຸໃນຈະຫຼວດທີ່ມຸ້ງໜ້າໄປຍັງດວງເດືອນນັ້ນ ຍັງມີຍານອາວະກາດລົງຈອດອີກລຳນຶ່ງ ຈາກບໍລິສັດຍານອາວະກາດ Firefly ຂອງສະຫະລັດ (Firefly Aerospace) ທີີ່ກຳນົດໃຫ້ປະຕິບັດການທົດລອງ 10 ປະເພດໃຫ້ແກ່ອົງການນາຊ້າ.
ແຜນການທົດລອງດັ່ງກ່າວ ລວມມີການເກັບກຳດິນ ແລະການວັດແທກອຸນຫະພູມຂອງໃຕ້ພື້ນດວງເດືອນ.
ຍານອາວະກາດນີ້ ຄາດກັນວ່າ ຈະໄປເຖິງດວງເດືອນໃນປະມານ 45 ວັນ.
ອ່ານຂ່າວນີ້ໃນພາສາອັງກິດ
Two moon landers built by private U.S. and Japanese companies are on their way to the Moon after lifting off early Wednesday on a shared ride aboard a SpaceX rocket.
The launch from NASA’s Kennedy Space Center in Florida is the latest in a public-private program that put a spacecraft from Intuitive Machines on the moon last year.
Wednesday’s launch included a lander from Japanese space exploration company ispace that is carrying a rover with the capability of collecting lunar dirt and testing potential food and water sources on the Moon.
The spacecraft is also carrying a small red “Moonhouse” built by Swedish artist Mikael Genberg.
The ispace mission is expected to reach its destination on the Moon’s far north in four to five months.
The company is making its second attempt at a lunar landing, after a 2023 mission failed in the final stages.
Also aboard the rocket heading toward the Moon is a lander from U.S. company Firefly Aerospace that is set to carry out 10 experiments for NASA.
The planned experiments include gathering dirt and measuring subsurface temperatures.
The spacecraft is expected to arrive in about 45 days.
ຟໍຣັມສະແດງຄວາມຄິດເຫັນ