ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍີ່ປຸ່ນ ເກົາຫຼີໃຕ້ ພາກັນຕ້ອງຕິການຍິງລູກສອນໄຟ ຂອງເກົາຫຼີເໜືອ


US, Japan, South Korea Condemn North Korean Missile Launch
please wait

No media source currently available

0:00 0:03:25 0:00

ລາຍງານກ່ຽວກັບ ການຕ້ອງຕິໃນການຍິງລູກສອນໄຟຂອງເກົາຫຼີເໜືອ ຈາກສະຫະລັດ ຍີ່ປຸ່ນ ແລະເກົາຫຼີໃຕ້.

ເພື່ອເປັນການຕອບໂຕ້ ຕໍ່ການທົດລອງຍິງລູກສອນໄຟຂີປະນາວຸດຜ່ານປະເທດຍີ່ປຸ່ນຂອງເກົາຫຼີເໜືອ, ໃນວັນພຸດທີ່ຜ່ານມາ ສະຫະລັດ ແລະເກົາຫຼີໃຕ້ ໄດ້ປະຕິບັດການຝຶກຊ້ອມ ກ່ຽວກັບການຖິ້ມລະເບີດ ໃສ່ເປົ້າໝາຍຢ່າງ​ແມ່ນ​ຍຳແລະຍິງລູກສອນໄຟຂອງພວກເຂົາເຈົ້າເອງ. ຢ່າງໃດກໍຕາມ, ລັດຖະບານຂອງທ່ານໄບເດັນເປີດເຜີຍວ່າ ພວກເຂົາເຈົ້າຍັງ​ເປີດກວ້າງ​ຕໍ່ເຈລະຈາກັບລັດຖະບານພຽງຢາງຢູ່. ຫົວໜ້າ​ນັກ​ຂ່າວ​ວີ​ໂອ​ເອ ປະ​ຈຳທໍານຽບຂາວ ແພັດຊີ ວິດາກຸສວາຣາ (Patsy Widakuswara) ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສະຫະລັດ ແລະເກົາຫຼີໃຕ້ ໄດ້ຍິງລູກສອນໄຟ 4 ລູກຢູ່ນອກຊາຍຝັ່ງຂອງແຫຼມເກົາຫຼີ ຕາມເວລາທ້ອງຖິ່ນໃນຕອນເຊົ້າວັນພຸດທີ່ຜ່ານມາ, ອີງຕາມເສນາທິການຮ່ວມຂອງ​ກອງ​ທັບເກົາຫຼີໃຕ້.

ໃນຕອນເຊົ້າຂອງວັນອັງຄານ, ເຮືອບິນກອງທັບອາກາດຂອງສະຫະລັດ ແລະເກົາຫຼີໃຕ້ ໄດ້ທຳ​ການຝຶກຊ້ອມທາງທະຫານ ເພື່ອຕອບໂຕ້ຕໍ່ກາ​ນ​ຍິງລູກສອນໄຟຫຼ້າສຸດຂອງເກົາຫຼີເໜືອ, ອີງຕາມໂຄສົກຂອງທໍານຽບຂາວ, ທ່ານນາງ ຄາຣີນ ຊັງ ປີ​ແອ (Karine Jean-Pierre) ຊຶ່ງ​ທ່ານ​ນາງກ່າວວ່າ:

​ໃນ​ການເປີດເຜີຍໃຫ້ເຫັນກໍລະນີຂອງການຮ່ວມມືກັນ ເພື່ອສະກັດກັ້ນ ແລະຄວາມສາມາດໃນການໂຈມ​ຕີ ໃນຂະນະທີ່ສະແດງໃຫ້ເຫັນການປະຕິບັດງານຮ່ວມກັນໃນລະດັບພາຄີຂອງທັງສອງປະເທດພວກເຮົາ. ພວກເຮົາຈະຍັງຄົງດໍາເນີນງານຮ່ວມກັນ ເພື່ອສະໜອງການດໍາເນີນງານຮ່ວມກັນຂອງທະວີພາຄີໃນແບບທັນທີທັນໃດ ແລະໃນແບບທີ່ຍາວນານ, ພ້ອມທັງການປະສານງານຮ່ວມກັນສາມຝ່າຍກັບສາທາລະນະລັດເກົາຫຼີ ແລະປະຊາຄົມນານາຊາດ.”

ພຽງຢາງ ໄດ້ທົດລອງຍິງລູກສອນໄຟ ໄລຍະປານກາງ ໃນວັນອັງຄານທີ່ຜ່ານມາ, ເຊິ່ງມີຄວາມເຊື່ອວ່າ ເປັນລູກສອນໄຟຮຸ້ນຫຼ້າສຸດທີ່ໄດ້ນໍາອອກມາສະແດງ ຢູ່ທີ່ການເດີນສວນສະໜາມຂອງກອງທັບເມື່ອໄວໆມານີ້.

ລູກສອນໄຟດັ່ງກ່າວ ​ມີ​ລັດ​ສະ​ໝີ​ຍິງ​ໄດ້ປະມານ 4,600 ກິໂລແມັດ, ໂດຍມີໄລຍະໄກກວ່າລູກສອນໄຟທີ່ຍິງ​ໃນ​ຄັ້ງຜ່ານມາ. ລູກສອນໄຟນີ້ແມ່ນຖືກຍິງໄປທາງປະເທດຍີ່ປຸ່ນ ແທນທີ່ມັນຈະຖືກຍິງຂຶ້ນເປັນທາງຕັ້ງ, ເຊິ່ງຖືເປັນເຫດການຄັ້ງທໍາອິດໃນຮອບ 5 ປີ ທີ່ມັນໄດ້ຍິງຜ່ານປະເທດຍີ່ປຸ່ນ ເຊິ່ງ​ໄດ້​ພາໃຫ້ມີການເຕືອນປະຊາຊົນ ເຂົ້າ​ໄປ​ຢູ່​ໃນ​ບ່ອນ​ຫຼົບໄພ.

ນາຍົກລັດຖະມົນຕີຂອງປະເທດຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ໄດ້ມີການໂອ້ລົມກັບປະທານາທິບໍດີຂອງສະຫະລັດ ທ່ານໂຈ ໄບເດັນ ໃນວັນອັງຄານທີ່ຜ່ານມາ, ເຊິ່ງທ່ານໄດ້ກ່າວວ່າ:

“ການຍິງລູກສອນໄຟຂີປະນາວຸດໂດຍເກົາຫຼີເໜືອນັ້ນ ເປັນການກະທໍາທີ່ບໍ່ມີຢາງອາຍ ທີ່ບໍ່ສາມາດອະນຸຍາດ​ໃຫ້​ເກີດ​ຂຶ້ຍໄດ້ຢ່າງເດັດຂາດ. ພວກເຮົາຈະດໍາເນີນການຕອບໂຕ້ແບບລະມັດລະວັງ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.”

ບັນດາຜູ້ສັງເກດການກ່າວວ່າ ການຍິງລູກສອນໄຟດັ່ງກ່າວ ເບິ່ງຄືວ່າເປັນການ​ສະ​ແດງ​ປະ​ຕິ​ກິ​ລິ​ຍາຂອງພຽງຢາງ ຕໍ່ການຊ້ອມລົບຂອງກອງທັບສະຫະລັດ, ຍີ່ປຸ່ນ ແລະເກົາຫຼີໃຕ້ເມື່ອໄວໆມານີ້, ເຊິ່ງເປັນການຝຶກຊ້ອມຄັ້ງທໍາອິດນັບຕັ້ງແຕ່ປີ 2017.

ກ່ອນໜ້າການຝຶກຊ້ອມຂອງກອງກໍາລັງທາງທະຫານ ກໍາປັ່ນບັນທຸກເຮືອບິນ USS Ronald Regan ໄດ້ເດີນທາງມາເຖິງເມືອງບູຊານຂອງເກົາຫຼີໃຕ້ເມື່ອເດືອນແລ້ວນີ້.

ລັດຖະບານຂອງທ່ານໄບເດັນເປີດເຜີຍວ່າ ພວກເຂົາເຈົ້າມີຄວາມມຸ່ງໝັ້ນທີ່ຈະປົກປ້ອງບັນດາປະເທດພັນທະມິດຂອງພວກເຂົາເຈົ້າ, ແຕ່ກໍ່ເປີດກວ້າງ​ສຳ​ລັບ​ການ​ເຈ​ລະ​ຈາ.

ທ່ານນາງຄາຣີນ ​ຊັງ​ປີ​ແອ, ໂຄສົກຂອງທໍານຽບຂາວກ່າວວ່າ:

“ເປົ້າໝາຍຂອງພວກເຮົາຍັງຄົງເປັນການປົດອາວຸດນິວເຄລຍຢ່າງສົມບູນຢູ່ໃນແຫຼມເກົາຫຼີ. ພວກເຮົາຍັງຄົງມີການກະກຽມທີ່ຈະພົວພັນແລະສະໜັບສະໜູນ ວຽກງານທາງການທູດແບບເອົາຈິງເອົາຈັງ ເພື່ອເຮັດໃຫ້ມີຄວາມກ້າວໜ້າເປັນຮູບປະທໍາ ໄປສູ່ເປົ້າໝາຍ, ແລະພວກເຮົາຍັງໄດ້ກຽມພ້ອມ ທີ່ຈະພົບປະກັບ
ສ​ປ​ປ ເກົາຫຼີ (DPRK) ແບບບໍ່ມີເງື່ອນໄຂໃດໆ.”

ເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ເປີດກອງປະຊຸມສະ​ພາຄວາມໝັ້ນຄົງ ເພື່ອ​ຈຳ​ກັດໂຄງການ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງຂອງພຽງຢາງ.

ແຕ່ ການຕອບສະໜອງທີ່ເຂັ້ມແຂງຈາກສະພາເບິ່ງຄືວ່າເປັນໄປບໍ່ໄດ້ ເນື່ອງຈາກ ຈີນ ແລະ ຣັດເຊຍ ທີ່ເປັນສະມາຊິກຖາວອນ ຂັດຂວາງຕໍ່ການລົງໂທດທາງເສດຖະກິດຕໍ່ເກົາຫຼີເໜືອເພີ້ມຂຶ້ນ, ສົ່ງຜົນເຮັດໃຫ້ອໍານາດການດໍາເນີນວຽກງານທາງການທູດ ກັບທ່ານກິມ ຈົງ ອຶນ ຫຼຸດໜ້ອຍລົງ.

ເມື່ອໄວໆມານີ້, ພຽງຢາງ ໄດ້ປະກາດການຜ່ານກົດໝາຍ ກ່ຽວກັບຄວາມພ້ອມໃນການຍິງ​ອາ​ວຸດນິວເຄລຍສໍາລັບການໂຈມຕີເພື່ອປ້ອງກັນ, ລວມທັງການປະເຊີນໜ້າກັບການໂຈມຕີ​ແບບ​ທຳ​ມະ​ດາ​ອີກ​ດ້ວຍ.

ທ່ານກິມ ຈົງ ອຶນ, ຜູ້ນໍາຂອງເກົາຫຼີເໜືອກ່າວວ່າ:

“ໂດຍການກໍານົດນະໂຍບາຍກອງກໍາລັງນິວເຄລຍເຂົ້າມາເປັນກົດໝາຍ, ສະຖາ ນະພາບປະເທດຂອງພວກເຮົາ ໃນຖານະທີ່ເປັນປະເທດທີ່​ມີ​ອາວຸດນິວເຄລຍນັ້ນ ແມ່ນ​ບໍ່​ສາ​ມາດ​ຕ່າວ​ປີ້ນ​ຄືນໄດ້ແລ້ວ.”

ບັນດານັກສັງເກດການຄາດວ່າ ພຽງຢາງຈະ​ທຳການທົດລອງນິວເຄລຍ ອີກ​ຄັ້ງ​ໃໝ່ໃນໄວໆນີ້, ເຊິ່ງຈະເປັນຄັ້ງທີ 7 ຂອງພວກເຂົາ.

ທ່ານນາໂອໂກະ ເອໂອກິ (Naoko Aoki), ກ່າວຢູ່ສະພາແອັດແລນຕິກຜ່ານທາງສໄກປ໌ ວ່າ:

“ເກົາຫຼີເໜືອ ກໍາລັງພະຍາຍາມເອົາຜົນປະໂຫຍດຈາກສະຖານະການໃນລັກສະ ນະທີ່ສະຫະລັດ ໄດ້ເພັ່ງເລັງໃສ່ສົງຄາມຢູ່ໃນ ຢູເຄຣນ, ແລະນັ້ນ ມັນໄດ້ກາຍມາເປັນຊ່ອງຫວ່າງ ທີ່ເຮັດໃຫ້ພວກເຂົາມີເວລາ ໃນການປະຕິບັດງານຕາມເປົ້າໝາຍຂອງພວກເຂົາ.”

ເກົາຫຼີເໜືອຍັງໄດ້ຍິງລູກສອນໄຟຂີປະນາວຸດໄລຍະໃກ້ອີກຫຼາຍໆລູກ ລະຫວ່າງ ການເດີນທາງໄປຢ້ຽມຢາມເກົາຫຼີໃຕ້ ແລະເຂດ​ປອດທະຫານ ຂອງຮອງປະທາ ນາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ໃນອາທິດທີ່ຜ່ານມາ.

In response to North Korea's test-firing of a ballistic missile over Japan, on Wednesday the U.S. and South Korea ran precision bombing exercises and launched their own series of missiles. However, the Biden administration said it remained open to dialogue with Pyongyang. White House Bureau Chief Patsy Widakuswara has this report.

The U.S. and South Korea launched four missiles off the east coast of the Korean Peninsula on Wednesday morning local time, according to South Korea’s Joint Chiefs of Staff.

Earlier Tuesday, South Korean and U.S. Air Force planes conducted military drills in response to North Korea's latest missile launch, White House press secretary

Karine Jean-Pierre confirmed.

Karine Jean-Pierre, White House Press Secretary, MRT Clip

“To showcase combined deterrent and dynamic strike capabilities while demonstrating our nation's bilateral interoperability. We will continue to coordinate the immediate and longer-term response bilaterally, trilaterally with the Republic of Korea and with the international community.”

Pyongyang tested an intermediate-range ballistic missile Tuesday, believed to be the latest version of ones shown at a recent military parade.

It has a range of 4,600 kilometers, further than previous missiles. It was launched toward Japan instead of vertically, flying over the country in the first such incident in five years, prompting a warning for residents to shelter.

Prime Minister Fumio Kishida spoke with U.S. President Joe Biden Tuesday.

Fumio Kishida, Japanese Prime Minister, Need English again

"The ballistic missile firing by North Korea was an outrageous act that was absolutely impermissible. We will respond as soon as possible with the utmost vigilance."

Observers say the launch is likely Pyongyang’s reaction to the recent U.S., Japan and South Korea military exercises, the first since 2017. Aircraft carrier USS Ronald Reagan arrived in Busan, South Korea, last month, ahead of the show of force.

The Biden administration said it’s committed to defend its allies but open to dialogue.

Karine Jean-Pierre, White House Press Secretary, MRT Clip

“Our goal remains the complete denuclearization of the Korean Peninsula. We remain prepared to engage in serious and sustained diplomacy to make tangible progress towards that end, and we remain prepared to meet with the DPRK without preconditions.”

The U.S. Ambassador to the United Nations has called for a Security Council meeting, to work to limit Pyongyang’s weapons of mass destruction programs.

But a strong response from the council is unlikely because permanent members China and Russia oppose more sanctions on North Korea, leaving less leverage to pursue a diplomatic path with leader Kim Jong Un.

Pyongyang recently passed a law declaring readiness to launch preventive nuclear strikes, including in the face of conventional attacks.

Kim Jong Un, North Korean Leader, Need English VO

"By enacting the nuclear force policy into law, the status of our country as a nuclear weapons state has become irreversible.”

Observers expect Pyongyang to conduct another nuclear test soon, which would be its seventh.

Naoko Aoki, Atlantic Council

“North Koreans are definitely trying to take advantage of the situation in the sense that the United States is focused on the war in Ukraine. And that gives them some room for and time to pursue its goals.”

North Korea also launched several short-range ballistic missiles last week, during U.S. Vice President Kamala Harris’ visit to South Korea and the demilitarized zone.

XS
SM
MD
LG