ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຖືກໂຈມຕີ ໃນການຖອນໂຕ ອອກຈາກ ສະພາ ສິດທິມະນຸດ ສປຊ


US Under Fire for Abandoning UN Human Rights Council
please wait

No media source currently available

0:00 0:02:16 0:00

ບັນ​ດາ​ຜູ້​ຫາ​ສຽງ​ສະໜັບສະໜູນ​ເລື້ອງສິດທິ​ມະນຸດ ໄດ້​ສະ​ແດງ​ຄວາມ​ເສຍ​ໃ​ຈທີ່​ສະຫະ
ລັດ ໄດ້​ປະກາດ​ໃນ​ວັນ​ອັງຄານຜ່າ​ນມາ​ວ່າ ​ຈະ​ຖອນຕົວ​ອອກ​ຈາກສະພາ​ວ່າດ້ວຍສິດ​ທິ
ມະນຸດ​ຂອງສະຫະ​ປະຊາ​ຊາດຫລື UNHRC. ​ເຂົາ​ເຈົ້າ​ກ່າວວ່າ ​ປະ​ເທດ​ອື່ນໆ​ຈະ​ຕ້ອງ​
ກ້າວ​ເຂົ້າ​ມາ ແທນທີ່​ເພື່ອ​ຄໍ້າປະກັນວ່າ ຍັງມີການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ໂລກ
ຕໍ່ໄປເພື່ອຕາງໜ້າ​ສິດ​ສິດທິ​ມະນຸດ. ​ແລະ​ດັ່ງທີ່ຊລາ​ຕິ​ກາ ຮົກ ນັກ​ຂ່າວ​ວີ​ໂອ​ເອລາຍງ​ານ
ມາຫຼາຍ​ຄົນ​ເຫັນ​ວ່າການ​ເຄື່ອນໄຫວດັ່ງກ່າວ​ເປັນ​ການ​ຊົ່ວຄາວ ​ແລະ​ມີການເຊື່ອມ​ຕໍ່ສະ​ເພາະກັບຄະນະລັດຖະບານ​ສະຫະລັດທີ່ປົກຄອງຢູ່ໃນປັດຈຸບັນ ຊຶ່ງ​ກິ່ງ​ສະຫວັນ ​ຈະ​ນຳ​
ມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:03:59 0:00
ລິງໂດຍກົງ

ການ​ຕັດສິນ​ໃຈ​ດັ່ງ​ກ່າວ​ບໍ່​ເປັນ​ທີ່​ແປກ​ໃຈແຕ່ຢ່າງໃດເລີຍ ຍ້ອນວ່າ​ສະຫະລັດ​ໄດ້​ເຕືອນ
​ມາ​ເປັນເວລາໄດ້​ນຶ່ງປີ​ແລ້ວ​ວ່າຕົນ​ຈະ​ຖອນຕົວອອກ ​ຖ້າ​ຫາກ​ສະພາວ່າດ້ວຍສິດ​ທິມະ
ນຸດ​ຂອງສະຫະ​ປະຊາ​ຊາດຍັງບໍ່​ຢຸດ​ເຊົາ​ແນ​ເປົ້າ​ໝາຍຕໍາໜິຕໍ່​ອິສຣາ​ແອ​ລ. ບັນດາ​ເຈົ້າ
​ໜ້າ​ທີ່​ສະຫະລັດ​ຍັງ​ໄດ້​ກ່າວ​ຫາສະພາທີ່ມີ​ສະມາຊິກ 47 ປະເທດດັ່ງກ່າວ​ວ່າຂາດປະ
ສິດທິຜົນ.

ອົງການສິ້ງຊອມດ້ານ​ສິດທິ​ມະ​ນຸດໄດ້​ປະຕິ​ເສດ​ຕໍ່​ຄໍາຕໍາໜິດັ່ງກ່າວ.

ທ່ານ​ແຄ​ແນັດ​ ຣອດ​ ຈາກອົງການ​ສິ້ງຊອມດ້ານ​ສິດທິ​ມະນຸດ​ຢູ່​ນະຄອນ​ນິວຢອກ ກ່າວ​
ວ່າ “ສະພາ​ວ່າດ້ວຍສິດ​ທິມະນຸດ​ຂອງສະຫະ​ປະຊາ​ຊາດ​ເຮັດ​ວຽກໄດ້​ດີ​ຢ່າງ​ຫຼວງ​
ຫຼາຍຢູ່ໃນ​ປະ​ເທດ​ຕ່າງໆ​ເຊັ່ນວ່າ ​ເກົາ​ຫຼີ​ເໜືອ ມຽນມາ ຊູ​ດານ​ໃຕ້ ​ແລະຊີ​ເຣຍ. ​ແຕ່​
ລັດຖະບານ​ປະທານາ​ທິບໍດີ​ທຣໍາ ​ເປັນ​ຫ່ວງ​ພຽງ​ແຕ່ເລື້ອງ​ອິສຣາ​ແອ​ລ ປະເທດດຽວ. ​
ແລະຍ້ອນວ່່າ ສະພາ​ວ່າດ້ວຍສິດທິ​ມະນຸດ​ ຕິຕຽນ​ອິສຣາ​ແອ​ລ ຫຼາຍ ຈຶ່ງ​ໄດ້​ຕັດສິນ​
ໃຈ​ຖອນຕົວ​ອອກ ໂດຍມີ​ຄວາມ​ຫວັງວ່າຈະເຮັດໃຫ້​ສະພາ ດັ່ງກ່າວຂາດຄວາມເຊື່ອ
ຖື ​ ແລະເມື່ອເປັນແນວ​ນັ້ນ ກໍພະຍາຍາມທີ່​ເຮັດໃຫ້​ເປັນ​ຜົນ​ກະທົບ​ຂອງກາ​ນຕິຕຽນ
ຕໍ່​ອິສຣາ​ແອ​ລ ຫລຸດໜ້ອຍ​ລົງ.”

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ຍັງ​ໄດ້​ກ່າວ​ຫາ​ສະພາດັ່ງກ່າວ​ວ່າ ໄດ້​ຮັບເອົາປະເທດທີ່ກະ
ທຳ​ຄວາ​ມຜິດດ້ານສິດທະມະນຸດທີ່ຮ້າຍທີ່​ສຸດ​ຂອງ​ໂລກເຂົ້າ ​ເຊັ່ນ​ວ່າຈີນ, ຄິວ​ບາ ​ແລະ​
ເວ​ເນ​ຊູ​ເອລາເປັນ​ສະມາຊິກ. ຈີນ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາ ໃນທັນທີທັນໃດໂລດ.

ທ່ານ​ເຈັງ ຊວງ ຈາກ​ຫ້ອງການ​ກະຊວງການ​ຕ່າງປະ​ເທດ​ຈີນ ກ່າວເປັນພາສາຈີນກາງ
​ວ່າ “ທຸກໆ​ຄົນ ທີ່ບໍ່ມີ​ການ​ລໍາອຽງ ກໍຈະສາມາດ​ເຫັນໄດ້ຢ່າງຈະແຈ້ງ ກ່ຽວກັບ​ຜົນສໍາ
ເລັດ​ອັນ​ຢິ່ງ​ໃຫຍ່ ​ແລະຄວາມກ້າວໜ້າ​ຂອງຈີນ​ໃນດ້ານ​ມະນຸດສະທຳ. ປະຕິກິລິຍາ
ຂອງ​ສະຫະລັດຕໍ່ UNHRC ​ແມ່ນໄດ້ຖືກຄັດຄ້ານໂດຍເກືອບໝົດທຸກ​ປະ​ເທດ​ຢູ່
ໃນ​ໂລກ."

ບັນດາ​ນັກ​ເຄື່ອນ​ໄຫວ​ເພື່ອສິດທິ​ມະນຸດ​ກ່າວ​ວ່າ ການ​ຖອນຕົວ​ຂອງສະຫະລັດ ຈະ​ບໍ່ໄດ້ເຮັດໃຫ້ການ​ສົ່ງ​ເສີມ​ສິດທິ​ມະນຸດຢູ່​ທົ່ວ​ໂລກຢຸດສະງັກລົງ ​ແຕ່ໃນທາງກົງກັນ
ຂ້າມ ຍິ່ງຈະເຮັດໃຫ້​ປະ​ເທດອື່ນ​ຕ້ອງປະຕິບັດງານ​ເພີ້​ມຂຶ້ນ.

ທ່ານ​ນາງ​ຊາຣາ ມາກ​ອນ (Sarah Magon) ຈາກອົງການ​ສິ້​ງຊອມດ້ານ​ສິດທິ​ມະນຸດ
ກ່າວ​ວ່າ “ພ້ອມກັນນັ້ນ ຍັງຈະຕ້ານ​ຄືນ​ຕໍ່​ສະຫະລັດ ເວລາປະເທດດັ່ງກ່າວ ​ໄດ້ລະ
ເມີດ​ຢູ່​ໃນປະ​ເທດ​ຂອງ​ຕົນ​ເອງ ເຊັ່ນການ​ເອົາ​ດຶງເດັກນ້ອຍອອກ​ຈາກ​ພໍ່​ແມ່​ຂອງ
ພວກເຂົາ ​ແລະ​ອ້າງ​ວ່າພວກເຂົາ​ເຈົ້າຕ້ອງ​ໄດ້​ເຮັດ ຍ້ອນວ່າມັນ​ເປັນເລື້ອງ​ກົດໝາຍ
​ແຕ່​ໃນຄວາມເປັນ​ຈິງ​ແລ້ວ​ແມ່ນ​ການ​ຕັດສິນ​ໃຈ​ຂອງ​ພວກເຂົາ​ເຈົ້າ​ເອງ.”

ປະ​ທາ​ນາ​ທິບໍດີ​ດໍ​ໂນ​ລ ທຣໍາ ກ່າວໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້​ວ່າ ສະຫະລັດ​ຈະ​ຢຸດ​ເຊົາ​ແຍກ
​ພວກ​ເດັກນ້ອຍ​ອອກ​ຈາກ​ຄອບຄົວ​ເຂົາ​ເຈົ້າ​ທີ່​ເຂົ້າ​ມາສະ​ຫະລັດຈາກ​ເມັກ​ຊິ​ໂກຢ່າງ​ຜິດ
​ກົດໝາຍ​ ພາຍຫຼັງ​ທີ່ສະຖານະການທີ່ເຮວຮ້າຍຂອງ​ພວກ​ເດັກນ້ອຍ​ໄດ້ເຮັດໃຫ້ປະຊາ
ຄົມສາກົນ​ເກີດ​ຄວາມ​ໂກດ​ແຄ້ນ.

ສະມາຊິກ​ພັກ​ເດ​ໂມ​ແຄຣັດຄົນ​ນຶ່ງຢູ່​ໃນ​ສະພາ​ສະຫະລັດກ່າວ​ວ່າ ຄະນະລັດຖະບານດັ່ງ
ກ່າວ​ບໍ່​ໄດ້​ສະທ້ອນໃຫ້ເຫັນ​ເຖິງປະຕິ​ກິລິຍາຂອງ​ພວກຢູ່ໃນຄະ​ລັດຖະບານ​ສະຫະລັດ
ທັງໝົດ.

ສະມາຊິກລັດຖະສະພາ ທ່ານ​ບິ​ລ ຄິດ​ຕິງ​ທີ່ສັງກັດພັກ​ເດ​ໂມ​ແຄຣັດ ຈາກລັດແມັສຊາ​ຈູ​ແຊັສກ່າວວ່າ “ຄົນ​ຢູ່​ທົ່ວ​ໂລກ ​ເວລາ​ເຂົາ​ເຈົ້າ​ເບິ່ງ​ການ​ປະຕິບັດ​ເຊັ່ນນັ້ນ ​ເຂົາ​ເຈົ້າຄວນ
ເບິ່ງ​ສະ​ຖາ​ບັນ​ຕ່າງໆ​ຂອງສະຫະລັດ​ເຊັ່ນ​ວ່າ ລັດຖະສະພາ ​ແລະ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເວົ້າ
ແນວໃດ.”

ບັນດາ​ຜູ້​ສັງ​ເກດ​ການ​ຍັງ​ເຫັນການ​ຖອນຕົວອອກ​ຈາກ ສັນຍາທີ່ເປັນການດໍາເນີນຄວາມ​ພະຍາຍາມແບບ​ຫຼາຍປະ​ເທດ ​ເຊັ່ນ​ວ່າຂໍ້​ຕົກລົງ​ອີຣ່ານ ​ແລະ​ຂໍ້​ຕົກລົງດ້ານ​ດິນ​ຟ້າ​ອາກາດ
ປາຣີ ວ່່າ​ເປັນ​ເຄື່ອງໝາຍ​ປະຈໍາຕົວຂອງ​ຜູ້ນຳ​ສະຫະລັດຊຸດ​ປັດຈຸບັນ ທີ່​ອາດ​ຈະ​ບໍ່ມີສືບ
​ຕໍ່​ໄປ​ເຖິງ​ລັດຖະບານ​ຊຸດ​ຕໍ່​ໄປ.


Rights advocates have expressed regret over the U.S. announcement Tuesday that it is withdrawing from the United Nations Human Rights Council. They say other countries will have to step in to ensure the continuation of the global effort on behalf of human rights. And as VOA's Zlatica Hoke reports, many see the move as temporary and linked specifically to the current U.S. administration.]]

The decision was not a surprise, as the United States warned a year ago that it would withdraw unless the council stops targeting Israel. U.S. officials also accused the 47-member body of being ineffective.

Human Rights Watch rejected the criticism.

"The U.N. Human Rights Council has done enormous good in countries like North Korea, Myanmar, South Sudan, Syria. But the Trump administration cares only about Israel. And because the Human Rights Council criticizes Israel a lot, it's decided to pull out, hopefully discrediting the council, and therefore trying to minimize the impact of the criticisms of Israel."

U.S. officials also accused the council of accepting as members the world's worst human rights offenders, such as China, Cuba and Venezuela. China promptly rejected the charge.

"Everyone without bias can see clearly China's great achievement and progress in terms of human rights. The U.S. attitude towards the UNHRC has received objections from most of the countries around the world."


Rights activists say the U.S. withdrawal is not going to halt human rights promotion globally, but other countries will have to do more.

"Also to push back against the United States when it does things in its own country, like rip children from their parents and claim that they have to do so because of law, when it's actually their decision."


U.S. President Donald Trump said Wednesday the United States will stop separating children from their families who entered the United States illegally from Mexico, after the children's plight sparked international outrage.

A Democrat in the U.S. Congress said the administration does not reflect the attitude of the entire U.S. government.

"The people around the world, when they're looking at actions like that, they should also look to the other institutions of the U.S. government like Congress and see what they're saying."

Observers also see pulling out of multinational efforts, such as the Iran deal and the Paris agreement on climate, as a trademark of the current U.S. leadership, which may not extend to the next administration.

XS
SM
MD
LG