ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ທີ່​ຈີນ ທ້າທາຍ​ຕໍ່​ການຫ້າມ​ຊື້​ນ້ຳ​ມັນ​ຈາກອີ​ຣ່ານ ແມ່ນເປັນການ​ທົດ​ສອບການ​ລົງ​​ໂ​ທດເທື່ອໃໝ່ ຂອງ​ສະ​ຫະ​ລັດ


With China Defiant on Iranian Oil, Trump's Sanctions Strategy is Tested
please wait

No media source currently available

0:00 0:02:28 0:00

ສະ​ຫະ​ລັດ ໄດ້​ປະ​ກາດ​ໃນ​ຕົ້ນ​ສັບ​ປະ​ດານີ້ວ່າ ຕົນ​ຈະ​ຍຸ​ຕິ​ການ​ຍົກ​ເວັ້ນ ສຳລັບ 5 ປະ​ເທດ
ທີ່​ຍັງ​ສືບ​ຕໍ່​ຊື້​ນ້ຳ​ມັນ​ຈາກ​ອີ​ຣ່ານ​ຢູ່ ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງ​ຍຸ​ຕິ​ການ​ຊຶ້​ດັ່ງ​ກ່າວ
ພາຍ​ໃນວັນ​ທີ 1 ພຶດ​ສະ​ພາ ຫຼື​ບໍ່ດັ່ງນັ້ນ ກໍຈະ​ປະ​ເຊີນ​ກັບ​ການລົງ​ໂທດ. ຈີນ​ແມ່ນ​ເປັນ​
ຜູ້​ຊື້ນ້ຳ​ມັນ​ ລາຍ​ໃຫຍ່ສຸດ​ຂອງ​ອີ​ຣ່ານ ແລະ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ອີ​ຣ່ານ ​ຄື​ເທີ​ກີ
ໄດ້ເອົາ​ບາດ​ກ້າວຢ່າງເດັດດ່ຽວ​ຂັດຄ້ານ ການ​ເຄື່ອນໄຫວດັ່ງກ່າວ ເຮັດໃຫ້ວິທີຂອງ
ລັດ​ຖະ​ບານ​ຂອງທ່ານ​ທ​ຣຳ ທີ່ໃຊ້ການ​ລົງໂທດ​ ເພື່ອ​ບັງ​ຄັບ​ໃຫ້​ການປ່ຽນແປງດ້ານ
ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ ກາຍເປັນ​ການ​ທົດ​ສອບ. ນັກ​ຂ່າວ​ຂອງວີ​ໂອ​ເອ ປະ​ຈຳ
ທຳ​ນຽບ​ຂາວ ແພັ​ສ​ຊີ ວີ​ດາ​ຄູ​ສວາ​ຣາ​ ມີລາຍ​ງານ​ເພີ້ມ​ຕື່ມ ດັ່ງ​ວັນ​ນະ​ສອນ ​ຈະ​ນຳມາ​
ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ເທົ່າກັບວ່າເປັນການ​ໂຈມ​ຕີ​ໃສ່​ການ​ຄອງ​ຊີບ​ຂອງ​ເທ​ຫະ​ຣ່ານ ເມື່ອສະ​ຫະ​ລັດ ເອົາ​ບາດ​
ກ້າວ ທີ່​ຈະ​ຍຸຕິການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ອີ​ຣ່ານ.

ໃນ​ຕົ້ນ​ສັບ​ປະ​ດານີ້ວ່າ ລັດ​ຖະ​ບານ​ຂອງທ່ານ​ທ​ຣຳ ໄດ້​ປະ​ກາດ​ວ່າ ຕົນ​ຈະ​ຍຸ​ຕິ​ການ​ໃຫ້
ການ​ຍົກ​ເວັ້ນ ຕໍ່ ຈີນ ອິນ​ເດຍ ຍີ່​ປຸ່ນ ເກົາ​ຫຼີໃ​ຕ້ ແລະ​ເທີ​ກີ ​ຊຶ່ງ​ແມ່ນປະ​ເທດທັງ​ຫຼາຍ
ທີ່​ຍັງສືບ​ຕໍ່​ຊື້ນ້ຳ​ມັນ​ຈາກ​ອີ​ຣ່ານ ຫຼັງ​ຈາກ​ທີ່​ສະ​ຫະ​ລັດ ໄດ້​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​
ນິວ​ເຄ​ລຍ ປີ 2015 ກັບເທ​ຫະ​ຣ່ານ ໃນ​ເດືອນ​ພຶດ​ສະ​ພາ​ປີ​ກາຍ​ນີ້ ແລະໄດ້​ໃຊ້​ການ​ລົງ​
ໂທດ​ຄືນ​ໃໝ່.

ຖ້າ​ຫາກວ່າ ພວກ​ເຂົາ​ເຈົ້າ​ຈະ​ບໍ່​ປະ​ຕິ​ບັດ​ຕາມ, ພວກ​ເຂົາ​ເຈົ້າ ຈະ​ຕ້ອງໄດ້​ປະ​ເຊີນ
​ກັບ​ການ​ລົງ​ໂທດຈາກ​ສະ​ຫະ​ລັດ ຄື​ກັນ.

ທ່ານ​ໄມ​ຄ໌ ພອມ​ພຽວ ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ “ປະ​ເທດ
ໃດໆຫຼືບໍ​ລິ​ສັດ​ໃດໆ ກໍ​ຕາມ ທີ່​ຕິດ​ຕໍ່​ພົວ​ພັນ​ກັບ​ອີ​ຣ່ານ ຄວນ​ຈະ​ກະ​ທຳ​ຢ່າງ​ລະ​ມັດ​
ລະ​ວັງແລະ​ການ​ຜິດ​ພາດ​ໃດ​ໆ​ໃນ​ການ​ລະ​ວັງ​ນີ້ນຳ. ຄວາມ​ສ່ຽງ​ນັ້ນ ແມ່ນ​ຈະ​ບໍ່ຄຸ້ມ
​ຄ່າສຳລັບ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ.”

​ໃນການ​ຄ້າ​ຂາຍ​ກັບ​ສັດ​ຕູຄູ່​ແຂ່ງຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ມັກ​ຈະ​ເຫັນ​ຢູ່​ເລື້ອຍໆ ​
ເຖິງ​ການ​ລົງ​ໂທດ​ຝ່າຍ​ດຽວ ແທນ​ທີ່​ຈະ​ແມ່ນ​ການ​ສ້າງ​ການ​ປະ​ສານ​ງານ​ຮ່ວມ ທີ່​ຈະ
​ກົດ​ດັນ​ໃສ່​ປະ​ເທດ​ເປົ້າ​ໝາຍ ເພື່ອຈະ​ປ່ຽນ​ແປງ​ນິ​ໄສຂອງເຂົາ ຊຶ່ງ​ພວກ​ນັກ​ວິ​ເຄາະ​
ບາງ​ທ່ານໄດ້ກ່າວ​ໄປ.

ທ່ານບິ​ລ ເຣນ​ຈ໌ ນັກ​ວິ​ເຄາະຈາກ​ສູນ​ກາງ​ຍຸດ​ທະ​ສາດ​ແລະ​ການ​ສຶກ​ສາ​ນາໆ​ຊາດ
ກ່າວ​ວ່າ “ມັນ​ຈະ​ບໍ່​ເຮັດ​ໃຫ້​ມີ​ຫຍັງ​ດີ​ຂຶ້ນ, ມັນ​ຈະ​ເຮັດ​ໃຫ້​ຂີ້​ຮ້າຍກວ່າ​ເກົ່າ. ມັນ​ຈະ​ເຮັດ​
ໃຫ້ປະ​ເທດ​ທັງ 5 ດັ່ງ​ກ່າວແຍກ​ໂຕອອກ​ໄປ ຈາກ​ການ​ເຂົ້າ​ມາ​ພົວ​ພັນ.”

ຈີນ ແມ່ນ​ຊື້​ປະ​ມານ​ເຄິ່ງ​ນຶ່ງ​ຂອງ​ນ້ຳ​ມັນ​ຈາກ​ອີ​ຣ່ານ ແລະ​ແນ່​ນອນ ມັນແມ່ນການ​ຕໍ່​ຕ້ານ
​ການ​ເອົາ​ບາດ​ກ້າວ​ທີ່​ວ່າ​ນີ້.

ທ່ານ Geng Shuang ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ກ່າວເປັນ​ພາ​ສາ
​ຈີນກາງວ່າ “ ການ​ປະ​ສານ​ງານ​ລະ​ຫວ່າງ​ຈີນ​ກັບອີ​ຣ່ານ ແມ່ນ​ເປີດກວ້າງ, ສົມ​ເຫດ​
ສົມ​ຜົນແລະ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ທີ່​ຄວນ​ຈະ​ໄດ້​ຮັບ​ການ​ນັບ​ຖື​ແລະ​ໃຫ້​ກຽດ.”

ເທີ​ກີ ປະ​ເທດເພື່ອນ​ບ້ານ​ຂອງ​ອີ​ຣ່ານ ກໍ​ປະ​ຕິ​ເສດ​ການ​ເອົາ​ບາດ​ກ້າວ​ທີ່​ວ່າ​ນີ້ ເຊັ່ນ​ກັນ.

ທ່ານ Mevlut Cavusoglu ລັດຖະມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເທີ​ກີ ກ່າວ
​ເປັນພາ​ສາ​ເທີ​ກີ ວ່າ “ທາງດ້ານ​ການເມືອງ​ແລ້ວ ມັນບໍ່​ຖືກຕ້ອງ. ທາງ​ສັດ​ຈະ​ທຳ​
ແລ້ວ​ນັ້ນມັນ​ກໍ​ບໍ່​ຖືກ​ຕ້ອງ. ໃນ​ດ້ານ​ການ​ຄ້າ​ນັ້ນແລ້ວ ແມ່ນ​ບໍ່​ຖືກ​ຕ້ອງ​ຢ່າງ​ແນ່ນອນ.”

ອິນ​ເດຍແມ່ນ​ເປັນ​ປະ​ເທດທີ່​ຊື້​ນ້ຳ​ມັນ ໃຫຍ່ ເປັນອັນ​ດັບ​ທີ 2 ໄດ້​ໃຫ້​ສັນ​ຍານ​ວ່າ
ຕົນຈະ​ປະ​ຕິ​ບັດ​ຕາມ. ແຕ່​ໃນ​ອະ​ດີດ ພວກ​ເຂົາ​ເຈົ້າ​ໄດ້​ເມີນ​ເສີຍ​ຕໍ່​ການ​ລົງ​ໂທດ ດັ່ງ​ກ່າວ
​ໂດຍໃຊ້​ລະ​ບົບ​ການ​ຈ່າຍ​ເງິນ​ທີ່​ເປັນ​ເງິນ​ສະ​ກຸນ​ຣູ​ປີ ແທນ​ທີ່​ຈະ​ເປັນ​ເງິນ​ໂດ​ລາ.

ບັນ​ດາ​ປະ​ເທດ​ທີ່​ບໍ່​ປະ​ຕິ​ບັດ​ຕາມ​ນັ້ນ ສາ​ມາດ​ທີ່​ຈະ​ເລືອກ​ການ​ເຈ​ລະ​ຈາ, ​ຕອບ​ໂຕ້
ຫຼື​ບໍ່ ກໍດ້ວຍ​ສາ​ເຫດ​ທີ່​ການ​ຈັບ​ຈ່າຍ​ເງິນ​ດັ່ງ​ກ່າວ​ນີ້ ແມ່ນ​ໂອນ​ໂດຍ​ບໍ​ລິ​ສັດ​ເອກ​ກະ​ຊົນ,
ພວກ​ເຂົາກໍ​ສາ​ມາດລັກ ສໍ້ໂກງ​ໄດ້​ເຊັ່ນ​ກັນ.

ທ່ານ Bill REINSCH ກ່າວວ່າ “ມັນ​ຈະ​ເປັນ​ການ​ຍາກ​ສຳ​ລັບລັດ​ຖະ​ບານສະ​ຫະ​ລັດ
ທີ່​ຈະ​ເອົາ​ບາດ​ກ້າວ ຕໍ່​ຕ້ານກໍ່າປັ່ນບັນທຸກ​ນ້ຳ​ມັນເອກ​ກະ​ຊົນທີ່​ພວກ​ບໍ​ລິ​ສັດ ເອກ​ກະ​
ຊົນເປັນ​ເຈົ້າ​ຂອງທີ່ປັກ​ທຸງ​ຕ່າງ​ປະ​ເທດ ຊຶ່ງ​ມັນ​ຈະ​ເກີດ​ບັນ​ຫາ​ທາງການ​ທູດ ທີ່​ພວກ
​ເຂົາ​ພະ​ຍາ​ຍາມ​ຈະ​ກະ​ທຳ​ເລື້ອງ​ດັ່ງ​ກ່າວ.”

ໃນວັນ​ອັງ​ຕານ​ຜ່ານ​ມາ​ນີ້, ລາ​ຄ່າ​ນ້ຳມັນ​ໄດ້​ເພີ້ມຂຶ້ນ ໃນ​ຮອບ 6 ເດືອນຕິດ​ຕາມ​ມາ​ດ້ວຍ
​ການ​ມີ​ສັນ​ຍານ ຈາກ​ບັນ​ດາປະ​ເທດ​ສະ​ມາ​ຊິກ​ອ່າວ Gulf OPEC ທີ່​ວ່າ ພວກ​ເຂົາ​ຈະ​ຂຶ້ນ​
ລາຍ​ຄານ້ຳ​ມັນ ຍ້ອນ​ການ​ທີີ່​ນ້ຳ​ມັນ ທີ່​ຫຼຸດ​ນ້ອຍ​ລົງ ພຽງ​ແຕ່​ຖ້າ​ຫາກ​ມັນ​ມີ​ນ້ຳ​ມັນ​ພຽງ​ພໍ
​ຂອງ​ການ​ຮຽກ​ຮ້ອງ​ຕ້ອງ​ການ ໃນ​ທ້ອງ​ຕະ​ຫຼາດ.

ທ່ານ Bob Yawger ຜູ້​ອຳ​ນວຍ​ການ​ຂອງອະ​ນາ​ຄົດ​ຂອງ MIZUHO AMERICAS
ກ່າວວ່າ “ຊາວ​ດີ​ອາ​ຣາ​ເບຍ​ ​ຍັງ​ບໍ່​ທັນ​ໄດ້​ອອກ​ມາ​ໃຫ້​ຄວາມ​ເຫັນຢ່າງ​ແຂງ​ຂັນ​ໃດ​ໆ
ທີ່​ວ່າພວກ​ເຂົາ​ເຈົ້າ​ຈະ​ສາ​ມາດຈັດຈຳ​ນວນ​ນ້ຳ​ມັນ​ຫຼາຍ​ປານ​ໃດ ທີ່​ຈະ​ທົດ​ແທນ​ນ້ຳ​ມັນ
​ທີ່​ຂາດ​ໄປໃນ​ຂັ້ນ​ຕອນ ການ​ດຳ​ເນີນ​ງານ ທີ່​ຈະ​ຍຸ​ຕິ​ການ​ຍົກ​ເວັ້ນ​ຂອງ​ອີ​ຣ່ານ.”

ອີ​ຣ່ານ ໄດ້​ຂົ່ມ​ຂູ່​ຕໍ່​ການ​ອົດ​ກັ້ນ ໂດຍ​ກີດ​ກັນຊ່ອງ​ແຄບ Hormuz. ສະ​ຫະ​ລັດ ໄດ້​ກ່າວ​ວ່າ
​ຕົນຈະ​ຍຸ​ຕິ ຄວາມ​ພະ​ຍາ​ຍາມ​ຂອງ​ອີ​ຣ່ານ ທີ່​ຈະ​ກີດ​ກັນ​ການ​ລຳ​ລຽງ​ການເດີນທາງ​ນ້ຳ
ທີ່​ນຳ​ສົ່ງ 1 ສ່ວນ 5 ​ຂອງ​ການລຳ​ລຽງ​ສົ່ງ​ນ້ຳ​ມັນ ​ໄປ​ທົ່ວ​ໂລກ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

The United States announced earlier this weekthat it is stopping exemptions given to five countries who continue to buy Iranian oil, saying they must stop purchases by May 1 or face sanctions.China, the top buyer of Iranian oil, and Iran's neighbor Turkey, are resolutely opposing the move, putting the Trump administration's approach of using sanctions to force foreign policy changes to the test.White House Correspondent Patsy Widakuswara has this story.

A strike at Tehran's lifeline as the United States moves to end Iran's oil export.

Earlier this week, the Trump administration announced it will stop giving waivers to China, India, Japan, South Korea and Turkey- countries thatcontinue to buy Iranian oil after Washington pulled out of the 2015 nuclear deal with Tehran last May and reinstated sanctions.

If they do not comply, they too may face U.S. sanctions.

Mike Pompeo, U.S. Secretary of State:
"Any nation or entity interacting with Iran should do its diligence and err on the side of caution.The risks are simply not going to be worth the benefits."

In dealing with adversaries the Trump administration often turns to unilateral sanctions rather than build coalitions to pressure a target country to change its behavior, say some analysts.

Bill Reinsch, CSIS:
"It will not make things better, it will make them worse.It will alienate the five countries that are involved."

China buys about half of Iran's oil and resolutely opposes the move.

Geng Shuang, Chinese Foreign Ministry spokesman:
"The cooperation between China and Iran is open, transparent, reasonable and legitimate, which thus deserves respect."

Iran's neighbor, Turkey, also denounced the move.

Mevlut Cavusoglu, Turkish Foreign Minister:
"Politically it is not right.Ethically it is not right.In terms of commerce, it is definitely notright."

India, the second largest buyer, has signaled it will comply. Butin the pastthey havebypassed sanctions,using a payment system based on the rupee, instead of U.S. dollars.

Countries which are not complying can choose to negotiate, retaliate or, since transactions are made by private companies, they could also cheat.

Bill Reinsch, CSIS:
"It will be hard for the U.S. administration to take action against private tankers that are owned by private companies that are foreign flagged. That will cause diplomatic issues if they attempt to do that."

On Tuesday,oil prices hit a six month high, following signals from Gulf OPEC members that they will raise output to offset oil shortfalls only if there is enough demand.

Bob Yawger, Mizuho Americas:

"The Saudis have not come out and really put out a strong message that they would help replace any barrels that are lost in the process of ending the Iranian waiver."

Iran has threatened to retaliate by blocking the Strait of Hormuz. The United States has said it would stop any Iranian attempt to block the waterway,which carriesa fifth of the world's oil trade.

XS
SM
MD
LG