ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕັດສິນໃຈດ້ານ ນິວເຄລຍ ຂອງ ອີຣ່ານ ແມ່ນຍັງຂຶ້ນກັບ ທ່ານ ຄາເມນີ


ຜູ້ນຳສູງສຸດຂອງ ອີຣ່ານ ອາຢາໂທລລາ ອາລີ ຄາເມນີ ກ່າວຄຳປາໄສອອກໂທລະພາບໃນນະຄອນຫຼວງ ເຕຫະຣ່ານ. (AFP photo / HO / Khamenei.IR)
ຜູ້ນຳສູງສຸດຂອງ ອີຣ່ານ ອາຢາໂທລລາ ອາລີ ຄາເມນີ ກ່າວຄຳປາໄສອອກໂທລະພາບໃນນະຄອນຫຼວງ ເຕຫະຣ່ານ. (AFP photo / HO / Khamenei.IR)

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ ເຈກ ຊຸລລີວານ ໃນວັນອາທິດວານນີ້ ບໍ່ໄດ້ໃຫ້ຄວາມສຳຄັນຄັນ ກ່ຽວກັບ ການເລືອກຕັ້ງຂອງນັກການເມືອງຫົວແຂງກະດ້າງຈັດຄື ທ່ານ ອີບຣາຮິມ ເຣຊີ ເປັນປະທານາທິບໍດີຄົນໃໝ່ຂອງ ອີຣ່ານ, ໂດຍເວົ້າວ່າບໍ່ວ່າ ສະຫະລັດ ຈະເຂົ້າຮ່ວມໃນຂໍ້ຕົກລົງສາກົນໃນທີ່ສຸດເພື່ອຍັບຢັ້ງໂຄງການນິວເຄລຍຂອງ ເຕຫະຣ່ານ ຫຼືບໍ່ນັ້ນແມ່ນຈະຂຶ້ນກັບການຕັດສິນໃຈຂອງຜູ້ນຳສູງສຸດ ອາຢາໂທລລາ ອາລີ ຄາເມນີ.

ທ່ານ ເຣຊີ ຈະເຂົ້າແທນຕຳແໜ່ງຂອງທ່ານ ຮາສຊານ ຣູຮານີ ທີ່ມີແນວທາງປານກາງກວ່າໃນອີກ 6 ອາທິດ, ແຕ່ທ່ານ ຊຸລລີວານ ໄດ້ກ່າວຕໍ່ລາຍການຂ່າວ This Week ຂອງໂທລະພາບ ABC ວ່າ ບໍ່ວ່າແມ່ນໃຜຈະເປັນປະທານາທິບໍດີຂອງ ອີຣ໋ານ, “ມັນບໍ່ສຳຄັນເທົ່າກັບວ່າລະບົບທັງໝົດຂອງເຂົາ ເຈົ້າແມ່ນໄດ້ກຽມພ້ອມທີ່ຈະໃຫ້ຄຳໝັ້ນສັນຍາທີ່ສາມາດພິສູດໄດ້” ເພື່ອປະຖິ້ມຄວາມເປັນໄປໄດ້ທີ່ຈະພັດທະນາອາວຸດນິວເຄລຍຂອງ ອີຣ່ານ.

ສະຫະລັດ ພ້ອມກັບ 5 ມະຫາອຳນາດໂລກອື່ນໆນັ້ນ, ໄດ້ພົວພັນໃນການເຈລະຈາກັບ ອີຣ່ານ ເພື່ອເຂົ້າຮ່ວມໃນຂໍ້ຕົກລົງສາກົນປີ 2015 ເພື່ອຍັບຢັ້ງໂຄງການນິວເຄລຍຂອງ ອີຣ່ານ ທີ່ອະດີດປະທາ ນາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖອນຕົວອອກ, ໂດຍເວົ້າວ່າມັນບໍ່ໜັກພໍ. ທ່ານ ທຣຳ ໄດ້ວາງມາດຕະການລົງໂທດທາງເສດຖະກິດທີ່ໄດ້ຖືກຍົກເລີກໄປຕໍ່ ເຕຫະຣ່ານ ນັ້ນຄືນໃໝ່.

ຂໍ້ຕົກລົງດັ່ງກ່າວໄດ້ຖືກເຈລະຈາໂດຍຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ ທຣຳ, ຄືປະທານາທິບໍດີ ບາຣັກ ໂອບາມາ, ດ້ວຍປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຜູ້ທີ່ເປັນຮອງຂອງທ່ານ ໂອບາມາ ນັ້ນ, ຕອນນີ້ແມ່ນກຳລັງພະຍາຍາມທີ່ຈະເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວຄືນ.

ບັນດານັກເຈລະຈາຂອງ ອີຣ່ານ ແລະ ຫົກປະເທດອື່ນໆແມ່ນມີກຳນົດໃນວັນອາທິດວານນີ້ ທີ່ຈະດຳເນີນການເຈລະຈາ ເພື່ອກັບຄືນໄປສູ່ນະຄອນຫຼວງຂອງເຂົາເຈົ້າ ເພື່ອທຳການປຶກສາຫາລື ກ່ຽວກັບ ຄຳພິຈາລະນາທີ່ຫຍຸ້ງຍາກທີ່ຍັງເຫຼືອຢູ່ຕໍ່ໄປ.

ຫົວໜ້າຄະນະຜູ້ແທນຂອງ ອີຣ່ານ ທ່ານ ອັບບາສ ອາຣາຈີ ໄດ້ກ່າວວ່າ “ຕອນ ນີ້ພວກເຮົາແມ່ນໃກ້ທີ່ຈະໄດ້ເຮັດຂໍ້ຕົກລົງກວ່າແຕ່ກ່ອນແລ້ວ ແຕ່ວ່າໄລຍະຫ່າງທີ່ຍັງມີຢູ່ລະຫວ່າງ ສະຫະລັດ ກັບຂໍ້ ຕົກລົງແມ່ນຍັງຄົງມີຢູ່ ແລະ ການເຊື່ອມ ເຂົ້າຫາກັນບໍ່ແມ່ນວຽກງານທີ່ງ່າຍ,” ເຊິ່ງແມ່ນສະພາບທີ່ທ່ານ ຊຸລລີວານ ໄດ້ ກ່າວຢໍ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG