ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ​ ສືບ​ສວນ​ບັນ​ດາ​ບໍ​ລິສັດ​ຈີນ ກ່ຽວ​ກັບ​ບັນ​ຫາ​ການ​ລົງ​ໂທດ ໃນ​ການສົ່ງ​​ອອກ


​ພວກ​ລູກ​ຄ້າ​ພາ​ກັນ​ຍ່າງ​ຜ່ານ​ຮ້ານ ຫົວ​ເຫວີຍ (Huawei) ໃນ​ນະ​ຄອນ​ປັກ​ກິ່ງ ວັນ​ພ​ະຫັດ ທີ 26 ສິງ​ຫາ 2021.
​ພວກ​ລູກ​ຄ້າ​ພາ​ກັນ​ຍ່າງ​ຜ່ານ​ຮ້ານ ຫົວ​ເຫວີຍ (Huawei) ໃນ​ນະ​ຄອນ​ປັກ​ກິ່ງ ວັນ​ພ​ະຫັດ ທີ 26 ສິງ​ຫາ 2021.

​ລັດຖະ​ມົນ​ຕີ​ກະ​ຊວງກ​ານ​ຄ້າ​ສະ​ຫະ​ລັດ ທ່ານ​ນາງ​ຈີ​ນາ ແຣມອນ​ໂດ (Gina Raimondo) ​ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ລັດ​ຖະ​ບານ​ທ່ານ​ໄບ​ເດັນ ​ກຳ​ລັງ​ພິ​ຈາ​ລະ​ນາຢ່າງ​ຂຸ້ນ​ຂ້ຽວ ເພີ້ມ​ລາ​ຍ​ຊື່​ບັນ​ດາ​ບໍ​ລິ​ສັດ​ຈີນ ​ເຂົ້າໃສ່​ບັນ​ຊີ​ດຳ​ທາງ​ດ້ານ​ເສດ​ຖະ​ກິດຂອງ​ລັດ​ ຖະ​ບານ ໃນ​ຂະ​ນະ​ທີ່ຕົນ​ພວມທຳ​ການ​ສືບ​ສວນຕໍ່ອັນ​ທີ່​ຮ້ອງວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ ​ທີ່​ຈະ​ຫຼົບຫລີກ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ​ຮອຍ​ເຕີ​.

ລາຍ​ຊື່​ບໍ​ລິ​ສັດຂອງກະ​ຊວງ​ການ​ຄ້າ ​ແມ່ນ​ຈຳ​ກັດ​ການ​ສົ່ງ​ອອກ​ມ​າ​ສູ່​ສະ​ຫະ​ລັດ.

ທ່ານ​ນາງ​ແຣມ​ອນ​ໂດ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ລັດ​ຖະ​ບານ​ໄດ້​ເຮັດ​ວຽກ “ເພື່ອ​ນຳ ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ກະ​ທຳ​ຜິດ​ຢູ່​ໃນ​ຈີນ ແລະ​ເພີ້ມ​ບັນ​ດາ​ບໍ​ລິ​ສັດ​ເຫລົ່າ​ນັ້ນ​ເຂົ້າ​ຢູ່​ໃນ​ບັນ ​ຊີ​ລາ​ຍ​ຊື່ ພວກ​ເຮົາ​ກຳ​ລັງ​ຢູ່​ໃນ​ລະ​ຫວ່າງ​ກາງ​ຂອງ​ຈຳ​ນວນກ​ານສືບ​ສວນ.”

ທ່ານ​ນາງ​ກ່າວ​ເພີ້ມ​ວ່າ “​ຂ້າ​ພະ​ເຈົ້າຍັງ​ມອງບໍ່​ເຫັນ​ວ່າ ພວກ​ເຮົາຜ່ອນ​ຜັນ​ການ​ລົງ​ໂທດ ​ໃນ​ເວ​ລ​ານີ້​ແຕ່​ຢ່າງ​ໃດ​ເລີຍ.”

ທ່ານ​ນາງ​ກ່າວ​ວ່າ ຈີນ​ບໍ່​ຢູ່​ລ້າໆ ​“ເຂົາ​ເຈົ້າ​ເຮັດ​ແນວ​ໃດ​ແນວ​ນຶ່ງ​ຂຶ້ນ​ ພວກ​ເຮົາ​ຮູ້ຊ່ອງທາງ​ໃໝ່​ໃນ​ການ​ຫຼົບ​ຫລີກການ​ລົງ​ໂທດ ໂດຍຕັ້ງ​ບໍ​ລິ​ສັດ​ໃໝ່​ຂຶ້ນ​ມາ ແລ​ະ ແບບ​ດຽວ​ກັນ.
ພວກ​ເຮົາ​ມີ​ຄວາມ​ຫ້າວ​ຫັນ​ ແລະ​ຄວາມ​ພະ​ຍາ​ຍາມສອດ​ຊ່ອງ ເພື່ອເ​ປັນ​ຫູ​ເປັນ​ຕາ​ທີ່​ກຳ ​ລັງ​ດຳ​ເນີນຢູ່.”

ທ່ານ​ນາງ​ກ່າວ​ວ່າ ​ໃນເວ​ລາທີ່​ເປັນ​ໄປ​ໄດ້ ​ທ່ານ​ນາງ​ຕ້ອງ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ພັນ​ ທະ​ມິດ​ສະ​ຫະ​ລັດ ເພື່ອ​ໃຫ້​ວາງຂອບ​ເຂດ​ທາງ​ດ້ານການ​ຄ້າ​ ​ໃຫ້​ສອດ​ຄ່ອງ​ໃນ​ການ​ຄວບ​ຄຸມການສົ່ງ​ອອກ​ຂອງ​ສະ​ຫະ​ລັດ.

U.S. Commerce Secretary Gina Raimondo said on Tuesday the Biden administration is actively considering adding new Chinese companies to the government's economic blacklist as it investigates what it calls efforts by China to evade U.S. sanctions.

The Commerce Department's Entity List restricts access to U.S. exports.

Raimondo told reporters the administration was working to "get information around bad actors in China and adding those companies to the Entity List ... We are in the middle of a number of investigations."

She added: "I don't see us relaxing sanctions any time soon."

China is not standing still, she said. "They are coming up with, we know, new ways to evade our sanctions, setting up new [companies] and the like. We have a very aggressive and vigilant effort under way."

When possible, she said, she wants to work with U.S. allies to align their trade restrictions with U.S. export controls.

XS
SM
MD
LG