ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກນັກເຄື່ອນໄຫວ ປະນາມ ຣັດເຊຍ ທີ່ທັບມ້າງ ສື່ມວນຊົນອິດສະຫລະ


 ທ່ານນາງ Amanda Burnett (ເສື້ອແດງ ນັ່ງຢູ່ກາງ) ຜູ້ອຳນວຍການ ວິທະຍຸ ວີໂອເອ.
ທ່ານນາງ Amanda Burnett (ເສື້ອແດງ ນັ່ງຢູ່ກາງ) ຜູ້ອຳນວຍການ ວິທະຍຸ ວີໂອເອ.

ໃນ​ຂະນະ​ທີ່​ມີ​ການ​ສືບສວນ​ຫລາຍຢ່າງ​ກ່ຽວກັບການແຊກແຊງຂອງຣັດ​ເຊຍເຂົ້າໃນ
ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ​ປີ 2016 ທີ່ກຳລັງດຳ​ເນີນ​ໄປ​ຢູ່​ນັ້ນ ບັນດາ​
ສະມາຊິກ​ລັດຖະສະພາ​ສະຫະລັດ ຕ່າງກໍ​ພາກັນ​ເຕືອນ​ກ່ຽວ​ກັບການ ປາບປາມເພີ້ມ
ຂຶ້ນຂອງມົສກູ ຕໍ່ອົງການຂ່າວ​ອິດ​ສະຫລະ ​ແລະ​ບັນດາ​ນັກ​ຂ່າວ​ຜູ້​ທີ່​ເຮັດ​ວຽກ​ໃຫ້ແກ່
ອົງການເຫຼົ່ານີ້ ຊຶ່ງ ກິ່ງສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ບັນດາ​ສະມາຊິກ​ກຳມາ​ທິການ Helsinki ຂອງສະຫະລັດຊຶ່ງເປັນ​ອົງການ​ອິດສະຫລະ
ຂອງລັດຖະບານ​ກາງ ​ທີ່ຕິດຕາມເບິ່ງປະຊາທິປະ​ໄຕ ​ແລະ​ສິດທິ​ມະນຸດ​ຢູ່​ໃນ​ຢູ​ໂຣບນັ້ນ
​ໄດ້​ພົບ​ປະກັນ​ໃນ​ວັນ​ພຸດ​ອາທິດ​ແລ້ວ​ນີ້​ຢູ່​ລັດຖະສະພາ ​ເພື່ອ​ຫາລືກ່ຽວກັບການ​ຂົ່ມຂູ່​ທີ່​
ບໍ່​ຢຸດ​ຢັ້ງ ທີ່​ພວກນັກ​ຂ່າວທີ່​ເຮັດ​ວຽກ​ຢູ່​ໃນຣັດ​ເຊຍແລະ ບັນດາປະ​ເທດ​ອະດີດສະຫະ
ພາບໂຊ​ຫວຽດ.

ສະມາຊິກ​ສະພາ​ຕໍ່າ​ທ່ານ Steve Chabot ກ່າວ​ວ່າ ​ການໃຫ້ການສະໜັບສະໜູນຕໍ່
ອົງການຂ່າວທີ່ເຂັ້ມແຂງແລະເປັນອິດສະລະ ຢູ່​ໃນຣັດ​ເຊຍນັ້ນ ແມ່ນມີຄວາມສຳຄັນ
​ເພື່ອຕໍ່ຕ້ານ​ຍຸດ​ທະ​ສາດ​ຂອງທ່ານ Putin ​ທີ່ບ່ອນທຳລາຍ​ພວກ​ຕິຕຽນ​ຢູ່​ພາຍໃນ ​ແລະ
​ນອກ​ປະ​ເທດ.

ທ່ານ Steve Chabot ​ສະພາ​ຕໍ່າ​ພັກຣີພັບ​ບລິ​ກັນ ກ່າວ​ວ່າ “​ໂດຍຕາງໜ້າ​ໃຫ້ແກ່
ປະຊາທິປະ​ໄຕ​ຂອງຊາວ​ອາ​ເມຣິກັນ ໃຫ້ແກ່ປະຊາ​ຊົນຜູ້​ທີ່​ທ່ານ Putin ມີ​ຄວາມ
ປະສົງທີ່ຈະຄວບຄຸມນັ້ນ ພວກ​ເຮົາ​ສາມາດ​ໃຫ້​ເຄື່ອງມື​ຕ່າງໆ​ແກ່​ຄວາມ​ຄິດ​ທີ່ເປັນ
​ອິດສະຫຼະ. ນີ້ແມ່ນຍິ່ງຈະເປັນການຊຸກຍູ້​ສະໜັບສະໜູນ ​ຕໍ່​ອົງການ ຂ່າວ​ອິດ

ສະຫລະ.”

ທ່ານ​ນາງ Amanda Bennett ຜູ້ອຳນວຍການ​ວິທະຍຸ​ສຽງ​ອາ​ເມຣິກາກ່າວ​ວ່າ ຫ້ອງ
ການ​ຂອງ​ວີໂອເອ ​ຢູ່​ມົສກູ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ປະຕິບັດແບບນີ້ ມາ​ແຕ່​ເວລາ
​ເລີ້ມ​ຕົ້ນ.

ທ່ານ​ນາງ Bennett ກ່າວ​ວ່າ “ວີ​ໂອ​ເອ ພະ​ແນ​ກພາສາຣັດ​ເຊຍ​ເລີ້ມ​ປະຕິບັດງານ​
ມາແຕ່​ປີ 1947 ​ເພາະສະ​ນັ້ນ​ການ​ຂົ່ມຂູ່ ​ແລະ​ການ​ຮາວີ​ລົບ​ກວນ​ບໍ່​ແມ່ນເລື້ອງໃໝ່​

ສຳລັບ​ພວກ​ເຮົາ. ​ແຕ່ວ່າຫວ່າງ​ຊຸມປີ​ມໍ່ໆ​ມາ​ນີ້ ພວກ​ເຮົາ​ເຫັນວ່່າ ມີ​ການ​ຮາວີເພີ້ມ
ຂຶ້ນຈາກພວກ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ການ​ຊັກ​ຊ້າໃນການວິ່ງເຕັ້ນຂໍເອກກະສານທີ່ໃຫ້

ການອະທິບາຍບໍ່ໄດ້ແລະເພີ້ມການໂຈມຕີຢ່າງເປີດເຜີຍກ່ຽວກັບ​ການເກັບກຳ​ຂ່າວ
​ຂອງວີ​ໂອ​ເອ.”

ສະມາຊິກ​ສະພາ​ຕໍ່າ​ພັກ​ເດ​ໂມ​ແຄຣັດ ທ່ານ Adam Schiff ຜູ້​ກໍ່​ຕັ້ງຮ່ວມ ​ກຸ່ມ​ລັດຖະ
ສະພາທີ່ປະກອບ​ດ້ວຍທັງສອງພັກ ທີ່​ສະໜັບສະໜູນສິດເສລີພາບດ້ານ ຂ່າວຢູ່ໃນ​ທົ່ວ
ໂລກ​ໄດ້​ໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນການດຳເນີນ​ຄວາມ​ພະຍາຍາມ ​ໂດຍ
ສະພາຜູ້ວ່າການກະຈາຍສຽງຂອງສະຫະລັດ ທີ່​ເປັນຜູ້ກຳກັບ ນຳສຽງ​ອາ​ເມຣິກາ ​ເພື່ອ
​ໃຫ້​ອອກຂ່າວທີ່ “ກໍ້າ​ເກິ່ງ ​ແລະ​ເປັນ​ເວທີ​ກວ້າງ​ຂວາງ” ຢູ່​ໃນ​ຂົງ​ເຂດ.

XS
SM
MD
LG