ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາວ​ທຽມ​​ສອດ​ແນມ​ຂອງ​ສະ​ຫະລັດ ຖືກ​ຍິງ​ຂຶ້ນ​ສູ່​ອະ​ວະ​ກາດ​ ຈາກລັດ​ຄາ​ລິ​ຟໍ​ເນຍ


ຈະ​ຫລວດ Falcon 9 ຂອງ​ບໍ​ລິ​ສັດ SpaceX ໄດ້​ນຳ​ເອົາດາວ​ທຽມ NROL-85 ຂອງຫ້ອງ​ການ​ສອດ​ແນມ​ແຫ່ງ​ຊາດ​ສະ​ຫະລັດ​ຂຶ້ນ​ສູ່​ອະ​ວະ​ກາດ​ຈາກ​ຖານ​ທັບ​ອະ​ວະ​ກາດແວນ​ເດີ​ເບີກ (Vandenberg), ລັດຄາ​ລິຟໍ​ເນຍໃນວັນ​ທີ 17 ເມ​ສາ, 2022
ຈະ​ຫລວດ Falcon 9 ຂອງ​ບໍ​ລິ​ສັດ SpaceX ໄດ້​ນຳ​ເອົາດາວ​ທຽມ NROL-85 ຂອງຫ້ອງ​ການ​ສອດ​ແນມ​ແຫ່ງ​ຊາດ​ສະ​ຫະລັດ​ຂຶ້ນ​ສູ່​ອະ​ວະ​ກາດ​ຈາກ​ຖານ​ທັບ​ອະ​ວະ​ກາດແວນ​ເດີ​ເບີກ (Vandenberg), ລັດຄາ​ລິຟໍ​ເນຍໃນວັນ​ທີ 17 ເມ​ສາ, 2022

ດາວ​ທຽມ​ດວງນຶ່ງ ​ສໍາ​ລັບ​ຫ້ອງ​ການ​ສອດ​ແນມ​ແຫ່ງ​ຊາດ​ຂອງ​ສະ​ຫະລັດ ຫລື NRO ​ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຈາກ​ລັດຄາ​ລິຟໍ​ເນຍ. ດາວ​ທຽມ NROL-85 ໄດ້​ຖືກ​ສົ່ງ​ຂຶ້ນສູ່​ອະ​ວະ​ກາດ ໃນ​ເວລາ 6:13 ​ໂມງ ຕອນ​ເຊົ້າ​ຂອງ​ວັນ​ອາທິດ​ວານ​ນີ້ ຈາກ​ຖານ​ທັບ​ອະ​ວະ​ກາດແວນ​ເດີ​ເບີກ (Vandenberg) ໂດຍຈະ​ຫລວດ Falcon 9 ຂອງ​ບໍ​ລິ​ສັດ SpaceX ທີ່​ມີສອງ​ທ່ອນ. ຖານ​ທັບ​ອະ​ວະ​ກາດແວນ​ເດີ​ເບີກກ່າວ​ວ່າ ມັນ​ເປັນ​ການ​ປະ​ຕິ​ບັດ​ງານ​ຄັ້ງທຳ​ອິດ​ຂອງຫ້ອງ​ການ NRO ທີ່​ໄດ້ນຳ​ໃຊ້​ເຄື່ອງສົ່ງຈະ​ຫລວດ SpaceX ຄືນອີກ. ຂັ້ນທຳອິດຂອງຈະ​ຫລວດ Falcon ໄດ້ບິນກັບຄືນ ແລະລົງຈອດທີ່ຖານທັບແຄ​ມທະເລທາງທິດຕາເວັນຕົກສຽງເໜືອຂອງນະ​ຄອນລອ​ສ​ແອນ​ເຈ​ລີ​ສ. ຫ້ອງ​ການ NRO ພຽງ​ແຕ່ອະທິບາຍກ່ຽວ​ກັບດາວທຽມ NROL-85 ວ່າ ເປັນ "​ຜົນ​ປະ​ໂຫຍດ​ດ້ານຄວາມ​ໝັ້ນ​ຄົງ​ຂອງຊາດດທີ່ສໍາຄັນທີ່​ສຸດ” ເທົ່າ​ນັ້ນ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ນີ້​ແມ່ນ​ນຶ່ງ​ໃນສາມ​ການ​ຍິງ​ສົ່ງ ທີ່​ທາງກອງ​ທັບ​ອາ​ກາດ ໄດ້​ມອບ​ໝາຍ​ໃຫ້​ແກ່​ບໍ​ລິ​ສັດ SpaceX ຊຶ່ງ​ມີ​ມູນ​ຄ່າ​ຮວມ 297 ລ້ານ​ໂດ​ລາ.

​ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

A classified satellite for the U.S. National Reconnaissance Office was launched into space from California on Sunday.

The NROL-85 satellite lifted off at 6:13 a.m. local time from Vandenberg Space Force Base aboard a two-stage SpaceX Falcon 9 rocket.

It was the first mission by the NRO to reuse a SpaceX rocket booster, Vandenberg said in a statement.

The Falcon's first stage flew back and landed at the seaside base northwest of Los Angeles.

The NRO only described the NROL-85 satellite as a "critical national security payload."

Its launch was one of three awarded by the Air Force to SpaceX in 2019 for a combined fixed price of $297 million.

The NRO is the government agency in charge of developing, building, launching and maintaining U.S. satellites that provide intelligence data to senior policymakers, the intelligence community and the Defense Department.

XS
SM
MD
LG