ລັດຖະບານສະຫະລັດໄດ້ຈັດຕັ້ງລະບົບນຶ່ງຂື້ນມາ ຊຶ່ງມີໜ້າທີ່ຮັບ
ຜິດຊອບ ໃນການກໍາກັບດູແລ ການເຮັດວຽກເຮັດການ ຂອງກະ
ຊວງ ແລະກົມກອງຕ່າງໆ ຂອງລັດຖະບານ ແລະນອກນີ້ ກໍສິ້ງ
ຊອມເບິ່ງພວກບໍລິສັດເອກກະຊົນ ທີ່ມີສັນຍາຮັບເໝົາກັບລັດຖະ
ບານ. ເປົ້າໝາຍຂອງລະບົບດັ່ງກ່າວນີ້ກໍເພື່ອປາບປາມການທຸດ
ຈະລິດ ການສໍ້ລາດບັງຫຼວງ ແລະເຮັດໃຫ້ໂຄງການຕ່າງໆ ຂອງ
ລັດຖະບານ ປະຢັດຄ່າໃຊ້ຈ່າຍ ແລະມີປະສິດທິພາບ ຫຼາຍຂຶ້ນ
Jeffrey Young ຜູ້ສື່ຂ່າວວີໂອເອ ສຶກສາເບິ່ງບົດບາດ ແລະພາ
ລະໜ້າທີ່ຂອງຜູ້ກວດການໃຫຍ່ ຫຼືີ Inspectors General ຊຶ່ງ
ທອງປານຈະນໍາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ບຸລຸດທ່ານນີ້ ຈະກວດກາເບິ່ງບັນຊີເງິນທຸກໆນຶ່ງເຊັນ ຂອງເງິນຈໍານວນຫຼາຍກວ່າ 940 ພັນລ້ານໂດລ່າ ທີ່ເປັນງົບປະມານຂອງກະຊວງສາທາລະນະສຸກ ແລະບໍລິການມະນຸດ ຂອງລັດຖະບານສະຫະລັດ ຫຼື HHS.
ຫ້ອງການຂອງທ່ານຕັ້ງຢູ່ພາຍໃນກະຊວງ HHS ແຕ່ແທ້ໆແລ້ວ ທ່ານປະ ຕິບັດງານໃຫ້ລັດຖະສະພາສະຫະລັດ ແລະປະຊາຊົນອາເມຣິກັນ.
ບຸລຸດທ່ານນີ້ ຄື Daniel Levinson ເປັນຜູ້ກວດການໃຫຍ່ຂອງ ກະຊວງ ສາທາລະນະສຸກແລະບໍລິການມະນຸດຫຼື HHS. ທ່ານແລະບັນດາເຈົ້າໜ້າ ທີ່ຄູ່ຕໍາແໜ່ງຂອງທ່ານຢູ່ໃນທຸກກົມກອງ ແລະກະຊວງຂອງລັດຖະບານສະ ຫະລັດ ຈະຊອກຄົ້ນເບິ່ງການສໍ້ລາດ ບັງຫຼວງ ແລະກວດສອບຢ່າງລະອຽດ ເບິ່ງການບໍລິຫານກ່ຽວກັບໂຄງການສາທາລະ ນະ ທັງຫຼາຍ ພ້ອມທັງການປະ ຕິບັດການຢູ່ພາຍໃນກົມກອງແລະກະຊວງນັ້ນ ດໍາເນີນໄປຢ່າງໃດ.
ທ່ານ ເລວິນຊັນ ເວົ້າວ່າ: “ພວກເຮົາກວດສອບບັນຊີເງິນ ທີ່ເຂົ້າມາໃນກະຊວງກົມກອງ ພວກເຮົາສືບສວນເບິ່ງການກະທໍາຜິດທີ່ອາດພົບເຫັນຈາກຜົນຂອງການກວດເບິ່ງໂຕເລກໃນບັນຊີ ເພື່ອຈະເບິ່ງວ່າມັນອາດມີກິດຈະກໍາ ທຸດຈະ
ລິດ ທາງອາຍາກ່ຽວຂ້ອງນໍາຫຼືບໍ່ແລະຖ້າພົບເຫັນກໍຈະຟ້ອງຮ້ອງດຳເນີນຄະດີຕໍ່ພວກທີ່ພົວພັນໃນກິດຈະກໍາດັ່ງກ່າວນັ້ນ. ແລະປະການທີ່ສາມ ພວກເຮົາສຶກສາເບິ່ງວ່າ ຈະສາມາດປັບປຸງໂຄງການຕ່າງໆໃຫ້ດີຂຶ້ນໄດ້ບໍ່ ເວລາມັນຖືກດໍາເນີນການຢູ່ນັ້ນ ແລະແຈ້ງໃຫ້ປະຊາຄົມ ທີ່ສະໜອງການບໍລິການໃນການຮັກສາສຸຂະພາບອອກໄປຢ່າງກວ້າງຂວາງ ກ່ຽວກັບວ່າຈະສະໜອງການບໍລິ ການ ໃຫ້ດີຂຶ້ນໄດ້ຢ່າງໃດ.”
ດ້ວຍຈໍານວນເງິນຫຼາຍພັນລ້ານໂດລ່າ ທີ່ໃຊ້ຈ່າຍໃນການຮັກສາສຸຂະພາບ ແລະໂຄງ ການຕ່າງໆນັ້ນ ຄວາມເປັນໄປໄດ້ສໍາລັບການໂກງ ແລະການສໍ້ລາດລັງຫຼວງນັ້ນຈະມີຢ່າງຫຼວງຫຼາຍ. ທ່ານ Levinson ລາຍງານວ່າ ຕະຫຼອດໄລຍະຫ້າປີຜ່ານມານີ້ ການ ກວດສອບບັນຊີ ແລະການສືບສວນສອບສວນຂອງທ່ານ ພົບເຫັນວ່າ ມີການກະທໍາຜິດທາງອາຍາເກືອບສາມພັນແປດຮ້ອຍຄະດີ ມີການຕົກລົງກັນໃນຄະດີແພ່ງ ເກືອບສອງພັນຄະດີ ແລະກູ້ເອົາເງິນຈໍານວນ 23 ພັນຫ້າຮ້ອຍລ້ານໂດລ່າ ຄືນມາໄດ້.
ຕໍາແໜ່ງຜູ້ກວດການໃຫຍ່ນີ້ ຖືກແຕ່ງຕັ້ງໂດຍປະທານາທິບໍດີແລະຈະລາຍງານຕໍ່ລັດ ຖະສະພາກ່ຽວກັບກິດຈະກໍາຂອງກະຊວງຫຼືກົມກອງຂອງເຂົາເຈົ້າ. ນອກນີ້ແລ້ວ ເຂົາເຈົ້າຍັງແຈ້ງໃຫ້ລັດຖະມົນຕີກະຊວງ ຫຼືຫົວໜ້າກົມກອງຕ່າງໆຊາບ ກ່ຽວກັບວຽກງານຂອງພວກເຂົາເຈົ້າ ແຕ່ພວກເຂົາເຈົ້າຈະບໍ່ຢູ່ພາຍໃຕ້ການບັງຄັບບັນຊາຂອງລັດຖະມົນ ຕີ ຫຼືຫົວໜ້າກົມກອງເຫຼົ່ານີ້.
ທ່ານ Michael Smallberg ປະຈໍາກຸ່ມສິ້ງຊອມການປະຕິບັດງານຂອງ ລັດຖະບານ ທີ່ເອີ້ນວ່າ Project On Government Oversight ໃຫ້ຄວາມເຫັນໃນເລຶ່ອງນີ້ວ່າ ການຮັກສາຄວາມເປັນອິດສະຫຼະໄວ້ນັ້ນ ຖືວ່າເປັນການສໍາຄັນທີ່ສຸດ.
ທ່ານ Smallberg ເວົ້າວ່າ:“ພວກເຮົາຄິດວ່າ ຈະເປັນການດີທີ່ສຸດທີ່ຈະຕ້ອງໃຫ້ມີຄວາມສໍາພັນທີ່ຂັດແຍ້ງກັນໄວ້ ລະຫວ່າງຜູ້ກວດການໃຫຍ່ ແລະ ຫົວໜ້າອົງການ ຄືແບບບໍ່ເຖິງຂັ້ນເປັນສັດຕູກັນ ບໍ່ປະເຊີນໜ້າກັນຢ່າງເປີດເຜີຍ ແຕ່ຈະຕ້ອງມີຄວາມສໍາພັນທີ່ຫ່າງໄກກັນທີ່ສຸດລະຫວ່າງທັງສອງຝ່າຍ.
ດັ່ງຕົວຢ່າງທີ່ເຫັນໄດ້ຢ່າງຊັດເຈນກ່ຽວກັບການແຍກກັນດັ່ງກ່າວມີຂຶ້ນເວລາ ລັດຖະສະ ພາສະຫະລັດ ຮັບມືກັບວິກິດການການເງິນປີ 2008 ທີ່ໄດ້ຈັດ ຕັ້ງໂຄງການນຶ່ງຂຶ້ນມາ ທີ່ເອີ້ນວ່າ ໂຄງການບັນເທົາຊັບສິນທີ່ໄດ້ຮັບຄວາມ ເດືອດຮ້ອນ ຫຼື TARP ຊຶ່ງເວລານັ້ນ ທ່ານ Neil Barofsky ຜູ້ກວດການ ພິເສດໂຄງການ TARP ໄດ້ໂຈມຕີຢ່າງ ເປີດ ເຜີຍຕໍ່ທ່ານ Tim Geithner ລັດຖະມົນຕີກະຊວງການເງິນໂດຍເວົ້າວ່າ ການຈັດຕັ້ງ ປະຕິບັດໂຄງການ ຂອງກະຊວງການເງິນນັ້ນ ແມ່ນເຂົ້າຂ້າງ ຕະຫຼາດຮຸ້ນ Wall Street ແທນທີ່ຈະແມ່ນມະຫາຊົນ.
ທ່ານ Barofsly ຜູ້ກວດການພິເສດໂຄງການ TARP ເວົ້າວ່າ: “ວິທີດຽວເທົ່ານັ້ນ ທີ່ໂຄງການ TARP ໄດ້ຮັບຜ່ານ ວິທີດຽວທີ່ຈະໄດ້ຮັບຄະແນນສຽງພຽງພໍຢູ່ ໃນສະພາຄອງແກຣສ ເພື່ອໃຫ້ກາຍເປັນກົດໝາຍໄດ້ນັ້ນ ຍ້ອນໄດ້ຮັບຄໍາ ໝັ້ນສັນຍາໂດຍກະຊວງການເງິນແລະປະທານາທິບໍດີວ່າ ໜ້າຈະເປັນ ຄງ ການ ທີ່ຈະບໍ່ພຽງແຕ່ຊ່ວຍເຫຼືອພວກທະນາຄານໃຫຍ່ໆທັງຫຼາຍເທົ່ານັ້ນ ແຕ່ ຍັງຈະຊ່ວຍພວກເຈົ້າຂອງບ້ານເຮືອນທີ່ດິ້ນຮົນຈ່າຍຄ່າງວດປະຈໍາເດືອນທັງ ຫຼາຍນັ້ນນຳດ້ວຍ. ເວລາປະທານາທິບໍດີປະກາດ ວ່າທ່ານຈະເຮັດແບບໃດ ນັ້ນ ທ່ານເວົ້າໄປວ່າ ເຈົ້າຂອງເຮືອນຫຼາຍເຖິງສີ່ລ້ານຄົນຈະສາມາດ ຮັກສາເຮືອນຂອງເຂົາເຈົ້າໄວ້ ຫຼືບໍ່ຖືກຍຶດ ຍ້ອນໂຄງການນີ້ ແຕ່ກໍປະກົດວ່ານັ້ນເປັນໂຄງການທີ່ບໍ່ປະສົບຜົນສໍາເລັດເລີຍ.”
ໃນຂະນະທີ່ໂຄງການບັນເທົາຊັບສິນທີ່ໄດ້ຮັບຄວາມເດືອດຮ້ອນ ຫຼື TARP ຊື່ງໃນທີ່ສຸດແລ້ວແມ່ນສະໜອງການຊ່ວຍເຫຼືອແກ່ພວກເຈົ້າຂອງບ້ານເຮືອນ ຈຳນວນນຶ່ງຊຶ່ງທ່ານ Barofsky ເວົ້າວ່າ ໂຄງການດັ່ງກ່າວບໍ່ເຄີຍບັນລຸຜົນຕາມຄໍາໝັ້ນສັນຍາທີ່ໃຫ້ໄວ້ຕໍ່ລັດຖະສະພາຢ່າງເຕັມເມັດເຕັມໜ່ວຍແຕ່ຢ່າງໃດ ການຕໍ່ສູ້ຂອງທ່ານ Barofsky ກັບ ລັດຖະມົນຕີການເງິນ ທ່ານ Geithner ຍັງຜົນເຮັດໃຫ້ທ່ານຟ້າວລາອອກ ໃນເດືອນ ມີນາ ປີ 2011 ແຕ່ຕໍ່າແໜ່ງຜູ້ກວດການໃຫຍ່ ຫຼື IG ນັ້ນກໍຍັງມີສືບຕໍ່ມາເທົ່າເຖິງປັດຈຸບັນນີ້ ດ້ວຍມີຄົນໃໝ່ເຂົ້າຮັບຕໍາແໜ່ງແທນ.