ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ຂໍອະໄພ ຈາກອິນໂດເນເຊຍ ທີ່ນາຍພົນ ທ່ານນຶ່ງ ຖືກປະຕິເສດ ບໍ່ໃຫ້ເຂົ້າມາ ສຫລ


A view of a damaged car and buildings are seen after an earthquake in Petrinja, Croatia. The European Mediterranean Seismological Center says the magnitude 6.3 earthquake hit southeast of Zagreb, killing at least six people and injuring dozens.
A view of a damaged car and buildings are seen after an earthquake in Petrinja, Croatia. The European Mediterranean Seismological Center says the magnitude 6.3 earthquake hit southeast of Zagreb, killing at least six people and injuring dozens.

ນັກການທູດສະຫະລັດທ່ານນຶ່ງເວົ້າໃນວັນຈັນມື້ນີ້ວ່າ "ບໍ່ມີບັນຫາຫຍັງໝົດ" ໃນດ້ານ
ຄວາມສາມາດຂອງຫົວໜ້າທະຫານອິນໂດເນເຊຍ ທີ່ຈະເດີນທາງມາຍັງສະຫະລັດ
ພາຍຫລັງທີ່ຜູ້ກ່ຽວ ຖືກປະຕິເສດ ບໍ່ໃຫ້ເຂົ້າຮ່ວມກອງປະຊຸມຄັ້ງນຶ່ງ ໃນນະຄອນຫລວງ
ວໍຊິງຕັນ.

ໃນວັນເສົາຜ່ານມານີ້ ນາຍພົນ Gatot Nurmantyo ຜູ້ບັນຊາການກອງທັບຂອງອິນ
ໂດເນເຊຍ ກໍາລັງກຽມຈະຂຶ້ນເຮືອບິນ ເພື່ອບິນມາຍັງສະຫະລັດພ້ອມກັບພັນລະຍາ
ຂອງທ່ານ ໃນເວລາທີ່ສາຍການບິນແຈ້ງໃຫ້ທ່ານຊາບວ່າ ເຈົ້າໜ້າທີ່ພາສີ ແລະເຈົ້າ
ໜ້າທີ່ປ້ອງກັນຊາຍແດນ ບໍ່ອະນຸຍາດໃຫ້ທ່ານເຂົ້າມາສະຫະລັດ.

ໃນວັນຈັນມື້ນີ້ ທ່ານນາງ Erin McKee ອຸບປະທູດຂອງສະຫະລັດ ປະຈໍາອິນໂດເນເຊຍ
ກ່າວຂໍອະໄພ ທີ່ສະຖານະການດັ່ງກ່າວໄດ້ເກີດຂຶ້ນ ແລະ ພາຍຫລັງທີ່ໄດ້ພົບກັບທ່ານ
Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍແລ້ວ ທ່ານນາງ
ເວົ້າວ່າ ບັນຫາດັ່ງກ່າວ ໄດ້ຖືກແກ້ໄຂແລ້ວ.

ທ່ານນາງ McKee ເວົ້າອີກວ່າ "ທ່ານນາຍພົນ Gatot ສາມາດເດີນທາງ ໄດ້. ບໍ່ມີການ
ເກືອດຫ້າມຫຍັງໝົດ." "ສະຖານທູດກໍາລັງປະຕິບັດງານຢ່າງຂຸ້ນຂ້ຽວ ເພື່ອໃຫ້ຮູ້ວ່າ ມີ
ຫຍັງເກີດຂຶ້ນກ່ຽວກັບເຫດການດັ່ງກ່າວ ແລະພວກເຮົາຫວັງວ່າ ເຫດການ ແບບນີ້
ຈະບໍ່ເກີດຂຶ້ນອີກ."

ທ່ານ Marsudi ເວົ້າວ່າ ເອກອັກຄະລັດຖະທູດສະຫະລັດ ທ່ານ Joseph Donovan
ກໍໄດ້ກ່າວສະແດງ "ຄວາມເສຍໃຈ ແລະຂໍອະໄພ" ຕໍ່ທ່ານ ໃນຕອນທີ່ພວກທ່ານທັງ
ສອງໄດ້ ພົບກັນ ແຕ່ວ່າ ການທີ່ພຽງແຕ່ຍົກເລີກຂໍ້ຈໍາກັດໃນການເດີນທາງໃຫ້ແກ່
ນາຍພົນເທົ່ານັ້ນ ແມ່ນບໍ່ພຽງພໍ.

ທ່ານກ່າວເພີ້ມວ່າ "ພວກເຮົາຍັງຕ້ອງການຄໍາອະທິບາຍໃຫ້ແຈ້ງຂຶ້ນກວ່າເກົ່າວ່າ ເປັນຫຍັງ ຈຶ່ງມີເຫດການດັ່ງກ່າວເກີດຂຶ້ນ."

ທ່ານ Nurmantyo ໄດ້ຖືກເຊື້ອເຊີນໃຫ້ໄປຮ່ວມກອງປະຊຸມກ່ຽວກັບອົງການຂອງ
ພວກຫົວຮຸນແຮງຈັດ ຈາກ ນາຍພົນ Joseph Dunford ປະທານຂອງຫົວໜ້າ
ເຈົ້າໜ້າທີ່ທະຫານຮ່ວມ.

ສາຍພົວພັນລະຫວ່າງສະຫະລັດ ກັບອິນໂດເນເຊຍ ໂດຍລວມແລ້ວ ແມ່ນເປັນມິດກັນດີ.
ທ່ານ Arrmanatha Nasir ໂຄສົກປະຈໍາ ກະຊວງການຕ່າງປະເທດອິນໂດເນເຊຍ
ເວົ້າວ່າ ຄໍາຕອບຂອງຈາກາຕາ ສໍາລັບເຫດການດັ່ງກ່າວ ແມ່ນຈະຂຶ້ນກັບຄໍາອະທິບາຍ
ຂອງວໍຊິງຕັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG