ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ວາງມາດຕະການ ລົງໂທດໃໝ່ ຕໍ່ ອີີຣ່ານ


ໂຮງງານນິວເຄລຍ ຕັ້ງຢູ່ໃກ້ກັບເມືອງ ອາຣັກ ປະເທດ ອີຣ່ານ. 15 ມັງກອນ 2011.
ໂຮງງານນິວເຄລຍ ຕັ້ງຢູ່ໃກ້ກັບເມືອງ ອາຣັກ ປະເທດ ອີຣ່ານ. 15 ມັງກອນ 2011.

ສະຫະລັດ ໄດ້ວາງມາດຕະການລົງໂທດ​ໃໝ່ ຕໍ່ 18 ສ່ວນບຸກຄົນຊາວ ອີຣ່ານ ແລະ ກຸ່ມ
ຕ່າງໆ ທີ່ຕົນກ່າວຫາວ່າສະໜັບສະໜູນໂຄງການລູກສອນໄຟຂີປະນາວຸດຂອງ Tehran.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ປະກາດມາດຕະການລົງໂທດຂອງຕົນ ໃນວັນ
ອັງຄານວານນີ້ ຕໍ່ສອງກຸ່ມທີ່ກ່ຽວຂ້ອງກັບກຳລັງພິທັກປະຕິວັດຂອງ ອີຣ່ານ ໂດຍກ່າວ
ວ່າ ພວກເຂົາໄດ້ພົວພັນ ໃນການຄົ້ນຄວ້າ ແລະ ພັດທະນາລູກສອນໄຟຂີປະນາວຸດ.

ກະຊວງການ​ຕ່າງປະ​ເທດ ​ສະຫະລັດ ກ່າວຕື່ມວ່າ ກິດຈະກຳຕ່າງໆຂອງ ອີຣ່ານ ຢູ່ໃນຕາ
ເວັນອອກກາງ “ບ່ອນທຳລາຍຕໍ່ສະຖຽນລະພາບ ຄວາມໝັ້ນຄົງ ແລະຄວາມຈະເລີນຮຸ່ງ
ເຮືອງຢູ່ໃນຂົງເຂດ.”

ໃນຂະນະດຽວກັນ ກະຊວງການເງິນ ສະຫະລັດ ໄດ້ວາງມາດຕະການລົງໂທດ ຕໍ່ 5 ຄົນ
ແລະ 7 ອົງການທີ່ໃຫ້ການສະໜັບສະໜູນ ໃນການຊື້ອຸປະກອນໃຫ້ແກ່ກອງທະຫານ
ຂອງອີຣ່ານ ພ້ອມກັນກັບພວກຊາວ ອີຣ່ານ ອີກ 3 ຄົນ ທີ່ທາງກະຊວງ​ການ​ເງິນກ່າວວ່າ
ເປັນພາກສ່ວນນຶ່ງຂອງ “ອົງການອາຊະຍາກຳ ຂ້າມຊາດ ທີ່ມີຫ້ອງການຕັ້ງຢູ່ໃນອີຣ່ານ.”

ການ​ລົງ​ໂທດ​ນີ້ ​ໄດ້​ກັກຊັບສິນໃດໆກໍ​ຕາມທີ່ສ່ວນ​ບຸກຄົນ​ຫຼືອົງການຂອງ ອີຣ່ານ ອາດມີ
ຢູ່ໃນ ສະຫະລັດ ແລະ ຂັດຂວາງບໍ່ໃຫ້ຊາວ ອາເມຣິກັນ ເຮັດທຸລະກິດກັບພວກເຂົາເຈົ້າ.

ຢູ່ທີ່ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ ລັດຖະມົນຕີການຕ່າງ ປະເທດ
ຂອງ ອີຣ່ານ ທ່ານ Mohammad Zarif ໄດ້ບອກວີໂອເອ ວ່າມາດຕະການລົງໂທດດັ່ງ
ກ່າວ “ກາຍເປັນພຶດຕິກຳທີ່ບໍ່ດີຂອງ ສະຫະລັດ ຊຶ່ງເປັນທີ່ໜ້າເສຍດາຍ” ແລະ ຄາດ
ໝາຍໄດ້ວ່າ ສະຫະລັດ ຈະໄດ້ຮັບການແກ້ແຄ້ນຄືນຈາກ ອີຣ່ານ.

ທ່ານ Zarif ໄດ້ກ່າວອີກວ່າ “ມັນຈະພົວພັນກັບພວກຄົນຜູ້ທີ່ເຂົ້າຮ່ວມໃນກຸ່ມກໍ່ການຮ້າຍ
ແລະ ກຸ່ມຫົວຮຸນແຮງຈັດ ໃນຂົງເຂດຂອງພວກເຮົາ ພ້ອມດ້ວຍ ການສະໜັບສະໜູນ ລັດ
ທິການຂະຫຍາຍຕົວ.”
ທ່ານໄດ້ກ່າວຕື່ມວ່າ ການປະ ກາດກ່ຽວກັບມາດຕະການຕອບ
ໂຕ້ຕໍ່ ສະຫະລັດ ຈະມີຂຶ້ນ “ເມື່ອເຖິງເວລາທີ່
ເໝາະສົມ.”

ນັກຊ່ຽວຊານ​ອະວຸໂສ ທີ່ສະຖາບັນພາກຕາເວັນອອກກາງ ທ່ານ Zubair Iqbal ກ່າວວ່າ
ມາດຕະການລົງໂທດ ຂອງສະຫະລັດ ຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດ
ໃນອີຣ່ານເສຍຫາຍ ທີ່ຈະສົ່ງຜົນໃຫ້ມີລາຍໄດ້ທີ່ບໍ່ເທົ່າທຽມກັນ ແລະ ອຳນວຍໃຫ້ພວກ
ອະນຸລັກນິຍົມຫົວແຂງກະດ້າງຢູ່ໃນປະເທດ ມີຂໍ້ອ້າງຫຼາຍຂຶ້ນເພື່ອສືບຕໍ່ປຸກລະດົມ
ທ່າທີຕໍ່ຕ້ານ ອາເມຣິກາ ແລະ ຕໍ່ຕ້ານປະເທດຕາເວັນຕົກ.

ທ່ານ Iqbal ກ່າວ​ຕໍ່ວີໂອເອ ວ່າ “ພາຍໃຕ້ສະພາບການເຫຼົ່ານີ້ ກຳລັງຕ່າງໆ ທີ່ຈະຖືກ
ປ່ອຍອອກມາ ມີຄວາມເປັນໄປໄດ້ສູງວ່າ ຈະບໍ່ເປັນຜົນດີ ສຳລັບຜົນປະໂຫຍດຕ່າງໆ
ຂອງອາເມຣິກັນ ໃນໄລຍະຍາວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG