ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ ມີແຜນ​ໄປຢ້ຽມ​ຢາມ ໄຕ້ຫວັນ ໃນເດືອນສິງຫາ ນີ້


ແຟ້ມຮູບ-ທ່ານນາງແນນຊີ ເພໂລຊີ, ປະທານສະພາຕໍ່າ ກ່າວປາໄສຕໍ່ບັນດານັກຂ່າວ ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 13 ກໍລະກົດ 2022.
ແຟ້ມຮູບ-ທ່ານນາງແນນຊີ ເພໂລຊີ, ປະທານສະພາຕໍ່າ ກ່າວປາໄສຕໍ່ບັນດານັກຂ່າວ ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 13 ກໍລະກົດ 2022.

ທ່ານນາງແນນຊີ ເພໂລຊີ ປະທານສະພາຕໍ່າ ມີແຜນເດີນ​ທາງໄປຢ້ຽມຢາມໄຕ້ ຫວັນ ໃນເດືອນໜ້ານີ້ ທ່າມກາງຄວາມເຄັ່ງຕຶງກັບ ຈີນ, ເຊິ່ງໜັງສືພິມຟາຍແນນໂຊລໄທມ໌ (Financial Time) ໄດ້ເປີດເຜີຍໃນວັນອັງຄານວານນີ້ ໂດຍ ອົງ​ການ​ຂ່າວ​ຣອຍ​ເຕີ ທີ່​ອ້າງ​ອີງ​ໃສ່ 6 ຄົນຜູ້​ຮູ້ເລື້ອງ​ດີ.

ທ່ານນາງ ເພໂລຊີ ແລະຄະນະຜູ້ແທນຂອງເພິ່ນ ຍັງຈະພາກັນແວ່ຢ້ຽມຢາມປະ ເທດອິນໂດເນເຊຍ, ຍີ່ປຸ່ນ, ມາເລເຊຍ ແລະສິງກະໂປ ນໍາດ້ວຍ, ພ້ອມກັນນັ້ນ ກໍຈະໃຊ້ເວລາຢູ່ທີ່ກອງ​ບັນ​ຊາ​ການໃຫຍ່ຂອງສະຫະລັດ ໃນ​ເຂດອິນໂດ-ປາຊີຟິກ​ຢູ່​ລັດຮາວາຍ ອີງຕາມລາຍ​ງານ​ຂອງ​ໜັງ​ສື​ພິມ.

ຫ້ອງການຂອງທ່ານນາງ ແລະກະຊວງການຕ່າງປະເທດຂອງສະຫະລັດ ຍັງບໍ່ທັນໄດ້​ໃຫ້​ຄຳຕອບຕໍ່ການຂໍຄໍາເຫັນຂອງອົງການຂ່າວຣອຍເຕີໃນທັນທີ. ສະຖານ ທູດຂອງໄຕ້ຫວັນໃນສະຫະລັດ ແມ່ນຍັງບໍ່ສາມາດຕິດຕໍ່ໄດ້​ໃນ​ເວ​ລານີ້.

ການໄປຢ້ຽມຢາມໄຕ້ຫວັນຂອງຜູ້ນໍາ​ພັກ​ເດ​ໂມ​ແຄ​ຣັດໄດ້ມີການເລື່ອນ​ຈາກເດືອນເມສາຜ່ານມາ, ລຸນຫຼັງທີ່ທ່ານນາງມີຜົນກວດເປັນບວກກ່ຽວກັບພະຍາດ COVID-19. ​ໃນເວລາດຽວກັນ, ຈີນ ໄດ້ກ່າວວ່າ ການຢ້ຽມຢາມດັ່ງກ່າວນີ້ ສາມາດສົ່ງຜົນກະທົບຕໍ່ຄວາມສໍາພັນລະຫວ່າງສະຫະລັດ ແລະຈີນ ໃນດ້ານຕ່າງໆ.

ໄຕ້ຫວັນ, ປະເຊີນກັບຄວາມກົດດັນເພີ້ມຂຶ້ນຈາກ ຈີນ,​ ເຊິ່ງ ຈີນ ມອງວ່າ ເກາະທີ່ປົກຄອງຕົນເອງແບບປະຊາທິປະໄຕແຫ່ງນີ້ ແມ່ນດິນແດນສ່ວນນຶ່ງຂອງຕົນ. ບັນຫາດັ່ງກ່າວນີ້ ໄດ້ສ້າງຄວາມຂັດແຍ້ງຕໍ່ຄວາມສໍາພັນລະຫວ່າງປັກກິ່ງ ແລະວໍຊິງຕັນ.

ຢ່າງໃດກໍຕາມ, ໄຕ້ຫວັນ ໄດ້ຮັບກໍາລັງໃຈຈາກການສະເໜີການສະໜັບສະໜຸນໂດຍລັດຖະບານຂອງທ່ານໄບເດັນ, ເຊິ່ງທ່ານໄດ້ໃຫ້ຄໍາໝັ້ນໝາຍ ແບບ “​ບໍ່​ມີ​ການ​ປ່ຽນ​ແປງ” ຕໍ່ເກາະທີ່ປົກຄອງຕົນເອງ​ດັ່ງ​ກ່າວ.

July 19 (Reuters) — Nancy Pelosi, the speaker of the U.S. House of Representatives, plans to visit Taiwan next month, amid tension with China, the Financial Times said on Tuesday, citing six people familiar with the matter.

Pelosi and her delegation will also visit Indonesia, Japan, Malaysia and Singapore, and spend time in Hawaii at the headquarters of U.S. Indo-Pacific command, the paper added.

Her office and the U.S. State Department did not immediately respond to a Reuters request for comment, however. The Taiwan embassy in the United States could not immediately be reached.

The Democratic leader’s visit to Taiwan had been postponed from April, after she tested positive for COVID-19. At the time, China said such a visit would severely affect Chinese-U.S. relations.

Taiwan faces mounting pressure from China, which considers the democratically ruled island its own territory. The issue is a constant irritant in ties between Beijing and Washington.

Taiwan, however, has been heartened by continued support offered by the Biden administration, which has repeatedly talked of its “rock-solid” commitment to the island.

XS
SM
MD
LG