ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຕໍ່າ ສະຫະລັດ ເລື່ອນຂໍ້ສະເໜີ ຕົວແທນປ່ອນບັດ ຄະແນນສຽງ ແລະ ຈັດກອງປະຊຸມທາງໄກ


ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ, ປົກໜ້າຂອງເພິ່ນເພື່ອກັນໄວຣັສໂຄໂຣນາ, ເດີນທາງອອກຈາກກອງປະຊຸມຖະແຫຼງຂ່າວຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 21 ເມສາ, 2020.
ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ, ປົກໜ້າຂອງເພິ່ນເພື່ອກັນໄວຣັສໂຄໂຣນາ, ເດີນທາງອອກຈາກກອງປະຊຸມຖະແຫຼງຂ່າວຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 21 ເມສາ, 2020.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ໄດ້ຍົກເລີກການລົງຄະແນນ ສຽງທີ່ມີແຜນຈັດຂຶ້ນໃນວັນພະຫັດມື້ນີ້ທີ່ວ່າ, ຖ້າມັນຖືກຮັບຜ່ານ, ມັນຈະອະນຸ ຍາດໃຫ້ສະພາຕໍ່າລົງຄະແນນສຽງຈາກໄລ ຍະໄກໄດ້ເປັນຄັ້ງທຳອິິດໃນປະຫວັດ ສາດຂອງເຂົາເຈົ້າ.

ໃນກອງປະຊຸມໃຫຍ່ຂອງບັນດາຜູ້ນຳຜ່ານທາງໂທລະສັບກັບບັນດາສະມາຊິກ ໃນວັນພຸດວານນີ້, ທ່ານນາງ ເພໂລຊີ ໄດ້ປະກາດວ່າ ກົງກັນຂ້າມສະມາຊິກ ສະພາຕໍ່າຈາກສອງພັກການເມືອງກຸ່ມນຶ່ງ ຈະທົບທວນຂໍ້ສະເໜີທີ່ຈະອະນຸຍາດ ໃຫ້ບັນດາສະມາຊິກສະພາ ແຕ່ງຕັ້ງສະມາຊິກອີກຄົນນຶ່ງ ໃຫ້ລົງຄະແນນສຽງ ຂອງເຂົາເຈົ້າ ແລະ ອະນຸຍາດໃຫ້ຄະນະກຳມະການປະຊຸມກັນຈາກໄລຍະໄກ.

ທ່ານນາງ ເພໂລຊີ ແມ່ນບໍ່ເຕັມໃຈທີ່ຈະປ່ຽນປະເພນີທີ່ເກົ່າແກ່ຫຼາຍສັດຕະວັດ ນັ້ນທີ່ຮຽກຮ້ອງໃຫ້ບັນດາສະມາຊິກລົງຄະແນນສຽງດ້ວຍຕົນເອງ, ໂດຍໂຕ້ແຍ້ງວ່າ ເທັກໂນໂລຈີແມ່ນຍັງບໍ່ສາມາດຮັບປະກັນຄວາມປອດໄພໄດ້ຢ່າງແນ່ນອນ. ແຕ່ສິ່ງທ້າທາຍຕ່າງໆຂອງໂຣກລະບາດໄວຣັສໂຄໂຣນາ ໄດ້ບັງຄັບໃຫ້ທຳການ ພິຈາລະນາໃໝ່ ກ່ຽວກັບ ກົດລະບຽບຕ່າງໆ.

ມາດຕະການທີ່ວ່ານັ້ນຍັງໄດ້ຮັບການຄັດຄ້ານ ຈາກບັນດາສະມາຊິກພັກຣີພັບບລີກັນໃນລັດຖະສະ ພາ, ຜູ້ທີ່ໄດ້ທຳການຮຽກຮ້ອງເພີ່ມຂຶ້ນໃນບໍ່ເທົ່າໃດວັນທີ່ຜ່ານມາ ເພື່ອນຳເອົາສະພາຕໍ່າກັບມາຈັດກອງປະຊຸມຄືນ. ສະພາຕໍ່າ ສະຫະລັດ ແມ່ນບໍ່ໄດ້ຈັດກອງປະຊຸມຢ່າງເຕັມທີ່ນັບຕັ້ງແຕ່ກາງເດືອນມີນາເປັນຕົ້ນມາ.

ສະມາຊິກສະພາຕໍ່າທ່ານ ທັອມ ຄອລ, ເຊິ່ງແມ່ນສະມາຊິກລະດັບສູງໃນຄະນະກຳມະການກົດລະບຽບສະພາຕໍ່າ, ທີ່ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນ ພຸດວານນີ້ວ່າ, “ຂ້າພະເຈົ້າເຊື່ອວ່າ ພວກເຮົາມີເຄື່ອງມືທີ່ມີຢູ່ແລ້ວ ເພື່ອດຳເນີນວຽກງານຂອງຄົນໂດຍບໍ່ນຳສະເໜີຂັ້ນຕອນໃໝ່ ແລະ ທີ່ບໍ່ໄດ້ຖືກທົດລອງຕາມ ລັດຖະທຳມະນູນ ທີ່ສ່ຽງທຳລາຍການປະຕິບັດທີ່ປົກກະຕິຂອງພວກເຮົາ. ສຳລັບແມ່ນກະທັ້ງມາດຕະການຊົ່ວຄາວ ເພື່ອຮັບມືກັບວິກິດການໃນປັດຈຸບັນນີ້ແມ່ນຈະ ກາຍເປັນຕົວຢ່າງໃຫ້ພວກເຮົາທຳຕາມໃນມື້ໜ້າ.”

ມາດຕະການທີ່ຖືກນຳສະເໜີນັ້ນຈະເຮັດໃຫ້ສະພາຕໍ່າ ມີຄວາມຍືດຢຸ່ນເພື່ອດຳ ເນີນວຽກງານໃນກະລະນີຂອງໂຣກລະບາດຄືໄວຣັສໂຄໂຣນາ, ເຊິ່ງໄດ້ອອກຄຳເຕືອນຕໍ່ການຊຸມນຸມໃນກຸ່ມຂະໜາດໃຫຍ່.

ປະທານສະພາຕໍ່າ ທຳອິິດຕ້ອງໄດ້ປະກາດວ່າ ພາວະສຸກເສີນໂຣກລະບາດແມ່ນ ຖືກບັງຄັບໃຊ້, ແລະ ການອະນຸຍາດຈະແກ່ຍາວ 60 ວັນ.

ໃນລະຫວ່າງເວລານັ້ນ, ສະມາຊິກສະພາຕໍ່າທ່ານນຶ່ງ ອາດມອບໜັງສືສະບັບນຶ່ງ ທີ່ລະບຸຊື່ສະມາ ຊິກສະພາອີກຄົນນຶ່ງ ຜູ້ທີ່ອາດປ່ອນບັດຄະແນນສຽງຂອງລາວ ຫຼັງ ຈາກໄດ້ຮັບຄຳແນະນຳນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG