ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງ​ໝໍ ສະ​ຫະ​ລັດ ທົດ​ລອງ ການ​ປິ່ນ​ປົວ ໂຣກ​ສະ​ໝອງ​ເສື່ອມ


Promising Treatment for Alzheimer's Tested in US Hospital
please wait

No media source currently available

0:00 0:02:48 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໂຣກ​ຄວາມ​ຈຳ​ເສື່ອມ ແມ່ນ​ບັນ​ຫາ​ສາ​ທາ​ລະ​ນະ​ສຸກ​ ທີ່​ກຳ​ລັງ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ຢູ່​ທຸກ​
ແຫ່ງໃນໂລກ. ປະຊາຊົນ 50 ລ້ານຄົນ ໄດ້ເປັນໂຣກຄວາມຈຳ​ເສື່ອມ, ແລະໃນ 30 ປີ​
ຂ້າງໜ້າ, ຕົວເລກດັ່ງກ່າວແມ່ນຄາດວ່າຈະເພີ່ມຂຶ້ນເຖິງສາມເທົ່າ. ບັນດານັກຄົ້ນຄວ້າ
ແມ່ນກຳລັງຊອກຫາວິທີ ທີ່ຈະປິ່ນປົວ ແລະ ປ້ອງກັນໂຣກຄວາມຈຳເສື່ອມ. ນັກຂ່າວວີ
ໂອເອ ແຄໂຣລ ເພຍສັນ ຈະເລົ່າໃຫ້ເຮົາຟັງ ກ່ຽວກັບ ການທົດລອງການແພດທີ່ມີ
ຄວາມຫວັງນີ້ໃນ ສະຫະລັດ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ການ​ອອກ​ກຳ​ລັງ​ກາຍ​ປົກ​ກະ​ຕິ, ກິນ​ອາ​ຫານ​ທີ່​ດີ​ຕໍ່​ສຸ​ຂະ​ພາບ, ຮັກ​ສາ​ລະ​ດັບ​ຄວາມ​ດັນ​
ເລືອດ, ໄຂມັນໃນເລືອດ ແລະ ນ້ຳຕານໃນເລືອດໃຫ້ແຂງແຮງຈະຊ່ວຍກຳຈັດໂຣກຈິດ
ເສື່ອມໃນຂະນະທີ່ພວກເຮົາມີອາຍຸແກ່ຂຶ້ນ. ໂຣກຄວາມຈຳ​ເສື່ອມບໍ່​ແມ່ນ​ເລື່ອງປົກ​ກະ​ຕິ​
ຂອງການມີອາຍຸສູງ, ແຕ່ອາຍຸແມ່ນເລື່ອງທີ່ມີຄວາມສ່ຽງເປັນຢ່າງສູງ.

ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ທົ່ວ​ໂລກ​ມີ​ອາ​ຍຸ​ຍືນ​ຂຶ້ນ, ບັນ​ດາ​ອົງ​ການ​ສາ​ທາ​ລະ​ນະ​ສຸກ ແລະ
ນັກຄົ້ນຄວ້າ ແມ່ນກຳລັງຊອກຫາວິທີທີ່ຈະປ້ອງກັນ, ຢຸດ ຫຼື ປິ່ນປົວໂຣກຄວາມຈຳເສື່ອມ,
ລວມທັງໂຣກສະໝອງເສື່ອມ ອາລໄຊເມີ, ເຊິ່ງແມ່ນນຶ່ງໃນຊະນິດທີ່ມີທົ່ວໄປທີ່ສຸດຂອງ
ໂຣກຄວາມຈຳເສື່ອມ.

ທ່ານ ເດ​ວິດ ຊໍ ແມ່ນ​ກຳ​ລັງ​ເຮັດການ​ດຳ​ເນີນ​ການຊະ​ນິດ​ໃໝ່ ທີ່​ອາດ​ປິ່ນ​ປົວ​ໂຣກ ອາ​ລ​
ໄຊເມີ ໃນຂັ້ນຕົ້ນ. ລາວຢູ່ກັບແພດໝໍຂອງລາວ, ດຣ. ວິບໍ ຄຣິສນາ, ແພດລະບົບເສັ້ນ
ປະສາດ ຢູ່ສູນການແພດ ເວັກສເນີ ລັດ ໂອໄຮໂອ.

ຂັ້ນ​ຕອນ​ທີ່​ທ່ານ ຊໍ ກຳ​ລັງ​ຈະ​ເຮັດ​ນັ້ນ​ປະ​ກອບ​ມີ​ໃຊ້​ຄື້ນ​ສຽງ. ຄື້ນ​ອັ​ລ​ຕ​ຣາ​ຊາວ ຈະ​ແນ​
ເປົ້າໃສ່ ແລະ ເປີດຕົວກັ້ນເລືອດສະໝອງ, ເປັນຊັ້ນຄຸ້ມກັນທີ່ປ້ອງກັນສະໝອງຈາກ
ການຕິດເຊື້ອ. ແຕ່ ດຣ. ຄຣິສນາ ກ່າວວ່າ ຊັ້ນຄຸ້ມກັນດັ່ງກ່າວ ຍັງຈະເຮັດໃຫ້ມັນຍາກ
ທີ່ຈະປິ່ນປົວໂຣກ ກ່ຽວກັບ ປະສາດຄືໂຣກສະໝອງເສື່ອມ.

ດ​ຣ. ຄ​ຣິ​ສ​ນາ ກ່າວ​ວ່າ “ການ​ເປີດ​ຕົວ​ກັ້ນ​ເລືອດ​ສະ​ໝອງ ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ
ເຂົ້າເຖິງເນື້ອເຫຍື່ອສະໝອງໄດ້ຫຼາຍຂຶ້ນ ແລະ ສາມາດທີ່ຈະຂະຫຍາຍປະສິດທິພາບ
ແລະ ການດູດຊຶມຂອງການຮັກສາ.”

ທ່ານຊໍ ກັບ​ພັນ​ລະ​ຍາ​ຂອງ​ລາວ, ທ່ານ​ນາງ ຄິມ, ມີ​ຄວາມ​ຍິນ​ດີ​ທີ່​ຈະ​ລອງ​ການ ​ປິ່ນ​ປົວ
ແບບໃໝ່ ທີ່ອາດຊ່ວຍປົວໂຣກຄວາມຈຳເສື່ອມຂອງລາວ. ທ່ານນາງຄິມ ໄດ້ອະທິບາຍ
ປະຕິກິລິຍາຂອງສາມີ ພັນລະຍາສອງຄົນນັ້ນ ເວລາທີ່ເຂົາເຈົ້າໄດ້ຮັບໂທລະສັບ ທີ່ເຊື້ອ
ເຊີນໃຫ້ທ່ານ ຊໍ ເຂົ້າຮ່ວມການທົດລອງທາງແພດ.

ທ່ານ​ນາງ ຄິມ ຊໍ ກ່າວ​ວ່າ “ມັນ​ມີ​ການ​ທົດ​ລອງ​ນີ້. ເຈົ້າ​ສົນ​ໃຈ​ບໍ່? ແລະ ໂດຍ​ທີ່ບໍ່​ຮູ້​ວ່າ​ມັນ​
ແມ່ນຫຍັງ, ພວກເຮົາໄດ້ເວົ້າວ່າ ສົນໃຈ, ແນ່ນອນ.”

ທ່ານ ຊໍ ໄດ້​ກາຍ​ເປັນ​ນຶ່ງ​ໃນ​ຄົນ​ໄຂ້ 10 ​ຄົນ ທີ່​ໄດ້​ເຂົ້າ​ຮ່​ວມ​ໃນ​ການ​ສຶກ​ສາ. ການທົດ​
ລອງຈະພິສູດຮູບພາບຈາກການສ່ອງໄຟຟ້າ MRI ເພື່ອແນເປົ້າໃສ່ພາກສ່ວນຂອງສະ
ໝອງທີ່ຮັບຜິດຊອບສຳລັບຄວາມຈຳ ແລະ ຄວາມຮູ້ຄວາມເຂົ້າໃຈ. ດຣ. ຄຣິສນາ ໄດ້
ອະທິບາຍວ່າ ນັ້ນແມ່ນບ່ອນທີ່ຄົນໄຂ້ ອາລໄຊເມີ ໄດ້ສ້າງໂປຣຕີນ ພິດ ເອີ້ນວ່າ
ອາມີລອຍ (Amyloid).

ດ​ຣ. ຄ​ຣິ​ສ​ນາ ໄດ້​ກ່າວ​ວ່າ “ການ​ປ່ອຍ ອາ​ມີ​ລອຍ ລະ​ດັບ​ສູງ ຈະ​ໄປ​ຄູ່​ກັບ​ການ​ສູນ​ເສຍ​
ການເຮັດວຽກໃນໂຣກ ອາລໄຊເມີ.”

ດ​ຣ. ຄ​ຣິ​ສ​ນາ ເວົ້າ​ວ່າ ຂັ້ນ​ຕອນນີ້​ອາດ​ເຮັດ​ໃຫ້​ລະ​ບົບ​ພູມ​ປ້ອງ​ກັນ​ຂອງ​ຄົນ​ໄຂ້​ເອງ
ກວາດລ້າງ ອາມີລອຍ ບາງຈຳນວນ.

ໃນ​ຂັ້ນ​ຕອນນີ້, ຈັງ​ຫວະຄື້ນ ອັ​ລ​ຕ​ຣາ​ຊາວ ຈະ​ເຮັດ​ໃຫ້​ຟອງ​ຂະ​ໜາດ​ນ້ອຍ​ຂະ​ຫຍາຍ
ແລະ ຕິດກັບສະໝອງ.

ດ​ຣ. ຄ​ຣິ​ສ​ນາ ເວົ້າ​ວ່າ “ການ​ຂະ​ຫຍາຍ ແລະ ຫຼຸດ​ຂະ​ໜາດ​ຂອງ​ຟອງ​ຂະ​ໜາດ​ນ້ອຍ​
ພວກນີ້ ຈະເປີດຕົວກັ້ນເລືອດສະໝອງຢ່າງບໍ່ຢຸດ.”

ຄົນ​ໄຂ້​ຈະ​ຮູ້​ສຶ​ກ​ຕົວ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ການ.

ການ​ເປີດ​ຕົວ​ກັ້ນ ມື້​ໃດ​ມື້​ນຶ່ງ​ຈະ​ເຮັດ​ໃຫ້​ບັນ​ດາ​ແພດ​ໝໍ ສາ​ມາດ​ປິ່ນ​ປົວເຖິງ​ຈຸດ​ທີ່​ເປັນ
ພະຍາດໂດຍກົງ.

ທ່ານ​ນາງ ຄິມ ຊໍ ຮູ້​ວ່າສາ​ມີ​ຂອງ​ລາວ ອາດ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປິ່ນ​ປົວ​ນີ້.

ທ່ານ​ນາງ ຄິມ ຊໍ ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ​ມັນ​ຈະ​ສາ​ມາດ​ຊ່ວຍ​ລາວ, ແຕ່​ພວກ​ເຮົາ
ກໍຮູ້ວ່າມັນອາດຈະຊ່ວຍຄົນອື່ນໄດ້.

ທ່ານ ຊໍ ຖືກກວດ​ພົບ​ໂຣກ​ສະ​ໝອງ​ເສື່ອມ ອາ​ລ​ໄຊ​ເມີ ຕອນ​ອາ​ຍຸ 65 ປີ. ລາວ​ດີ​ໃຈ​ທີ່​
ໄດ້ເຂົ້າຮ່ວມໃນຄົ້ນຄວ້າ ທີ່ອາດຊ່ວຍເຫຼືອຄົນອື່ນໆ ຜູ້ທີ່ເປັນໂຣກ ອາລໄຊເມີ ໃນຂັ້ນ
ຕົ້ນ, ເຖິງແມ່ນວ່າມັນຈະບໍ່ຊ່ວຍຫຍັງລາວກໍຕາມ.

ອ່ານລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG