ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ສະຫະລັດຊ່ວຍຝຶກອົບຮົມ ພະນັກງານລາວ ກ່ຽວກັບ ການເປັນສະມາຊິກ ອົງການການຄ້າໂລກ


ທ່ານນາງ ເຂັມມະນີ ພົນເສນາ (ທີສາມ ຈາກຊ້າຍ) ແລະ ພະນັກງານໃນກະຊວງການຄ້າລາວ ຖ່າຍຮູບຮ່ວມກັນ ເອກອັກຄະລັດຖະທູດສະຫະລັດ ທ່ານນາງ Karen Stewart ຫລັງຈົບການຝຶກອົບຮົມກ່ຽວກັບການເປັນສະມາຊິກ WTO ທີ່ຈັດຂຶນໃນວັນທີ 30 ສິງຫາ, 2012

ທາງ​ການ​ສະຫະລັດ​ຊ່ວຍ​ເຫຼືອ​ລາວ​ ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ຜົນ​ກະທົບ​​ໃນ​ດ້ານ​ການ​ຄ້າ ​ແລະ​ລະບົບ​ກົດໝາຍ​ທີ່​ຈະ​ຕິດຕາມ​ມາ ​ຈາກ​ການ​ເຂົ້າ​ໄປ​ເປັນສະມາຊິກ ​ຂອງ WTO.

ອົງການ​ເພື່ອ​ການ​ພັດທະນາ​ສາກົນ​ແຫ່ງ​ສະຫະລັດ​ອະ​ເມຣິກາ
(USAID) ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ​ລາວ​ໃນ 2 ​ໂຄງການ
​ຕິດ​ຕໍ່​ກັນ​ທີ່​ໃຫ້​ຄວາມ​ສໍາຄັນ​ເປັນ​ພິເສດ​ກ່ຽວ​ກັບ​ການ​ຕຽມ​
ຄວາມ​ພ້ອມ​ພາຍ​ໃນ​ລາວ​ ເພື່ອ​ຮອງ​ຮັບ​ກັບ​ຜົນ​ກະທົບ​ໃນ​ດ້ານ
ຕ່າງໆ ທີ່​ຈະ​ຕິດຕາມ​ມາ​ຈາກ​ການ​ທີ່​ລາວ​ຈະ​ເຂົ້າ​ໄປ​ເປັນ​ສະມາ
ຊິກ​ຂອງ​ອົງການ ການ​ຄ້າ​ໂລກ (WTO) ​ແລະ​ໃນ​ອີກ​ດ້ານ​ນຶ່ງ​
ນັ້ນ ທາງ​ການ​ສະຫະລັດ ກໍ​ແນມ​ເຫັນຄວາມ​ສໍາຄັນ​ທີ່​ທາງ​ການ
​ລາວ​ຈະ​ຕ້ອງ​ຕຽມ​ພ້ອມ​ບຸກຄະລາ​ກອນ​ດ້ານ​ກົດໝາຍ ​ແລະ​ສານ
​ຍຸດຕິ​ທໍາ​ເພື່ອ​ຮັບ​ມື​ກັບ​ບັນດາ​ຂໍ້​ຂັດ​ແຍ້​ງຕ່າງໆ​ ທັງ​ໃນ​ດ້ານ​ການ
​ຄ້າ ​ແລະ​ການ​ລົງທຶນ​ ທີ່​ອາດ​ຈະ​ເກີດ​ຂຶ້ນພາຍຫຼັງ​ຈາກ​ທີ່​ລາວ​ໄດ້
​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ​ແລ້ວ​ນັ້ນ.

​ແຕ່​ຢາງ​ໃດ​ກໍ​ຕາມ ທາງ​ດ້ານ​ສະພາການ​ຄ້າ​ ແລະ​ອຸດສາຫະກໍາ​
ແຫ່ງ​ຊາດ​ລາວ ກໍໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ມາ​ໂດຍ​ຕະຫຼອດ​ວ່າລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍກວ່າ​ຜົນ​ກະທົບ​ຈາກ​ການ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ຫາກ​ແຕ່​ວ່າ ການ​ທີ່​ຈະເຮັດ​ໃຫ້ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຄຸ້ມ​ຄ່າ​ທີ່​ສຸດ​ນັ້ນ ກໍ​ຈໍາ​ເປັນ​ຢ່າງ​ຍິ່ງ ​ທີ່​ຈະ​ຕ້ອງມີ​ການ​ພັດທະນາ​ປັບປຸງ ​ເພື່ອ​ຍົກ​ລະດັບ​ຄວາມ​ອາດ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ທັງ​ພາກ​ລັດ ​ແລະ​ພາກ​ເອກ​ກະ​ຊົນໃນ​ລາວ​ໃຫ້​ເທົ່າ​ທັນ​ກັບ​ສະຖານະ​ການ​ໂລກ​ດ້ວຍ ດັ່ງ​ທີ່ສະມາ​ຊິກໃນ​ສະພາ​ການ​ຄ້າ ທ່ານ​ນຶ່ງ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ການ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​
ໂລກ​ ຈະ​ມີ​ຜົນ​ປະ​ໂຫຍ​ດຫຼາຍໃຫ້ແກ່​ພາກ​ທຸລະ​
ກິດ​ຂອງ​ພວກ​ເຮົາ ​ເພາະວ່າ​ຈະ​ເປີດ​ຕ​ະຫຼາດ​ການ​
ຄ້າ​ຢ່າງ​ກວ້າງຂວາງ​ໃຫ້​ກັບ​ພວກ​ເຮົາ ​ແຕ່​ທັງ​ພາກ​
ລັດຖະບານ ​ແລະ​ພາກ​ທຸລະ​ກິດ​ເອກ​ກະ​ຊົນຂອງ​
ພວກ​ເຮົາ ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ໂຄງ​ສ້າງ​ພື້ນຖານ​
ຕ່າງໆ ໂດ​ຍສະ​ເພາ​ະ​ແມ່ນສະພາບ​ແວດ​ລ້ອມ​ທາງ
​ດ້ານ​ການ​ຄ້າ​ ແລະ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ​
ລາວ.”


​ໃນ​ປັດຈຸບັນ​ນີ້ ມີ​ໂຮງງານ​ອຸດສາຫະກໍາແປ​ຮູບ​ຜະລິດ​ຕະ
ພັນ​ຕ່າງໆ ​ຢູ່​ໃນ​ລາວ 25,000 ກວ່າ​ແຫ່ງ ຫາກ​ແຕ່​ກໍ​ເປັນໂຮງງານຂະໜາດ​ໃຫຍ່​ແລະ ຂະໜາດ​ກາງພຽງ​ບໍ່​ເຖິງ 1,000 ​ແຫ່ງ​ເທົ່າ​ນັ້ນ ສ່ວນ​ນອກ​ນັ້ນກໍ​ລ້ວນ​ແຕ່​ເປັນ​ໂຮງງານ​ຂະໜາດ​ນ້ອຍ ທີ່​ຈະ​ຕ້ອງ​ພັດທະນາ​ປັບປຸງ​ໃນ​ທຸກໆ​ດ້ານ ຈຶ່ງ​ຈະ​ສາມາດ​ແຂ່ງ​ຂັນ​ໃນ​ຕະຫຼາດ​ການ​ຄ້າ​ໂລກ​ໄດ້​ຢ່າງ​ແທ້​ຈິງ.

​ເພາະສະ​ນັ້ນ ການ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທາງ​ການ​ສະຫະລັດ​ ໃນ​ໂຄງການລັກສະ
ນະນີ້ ຈຶ່ງ​ນັບ​ໄດ້​ວ່າ​ມີ​ຄວາມ​ສອດຄ່ອງ​ຢ່າງ​ຍິ່ງ​ກັບ​ຄວາມ​ຕ້ອງການ​ຂອງລາວ ​ໂດຍ​ທາງ​ການ​ສະຫະລັດ​ກໍ​ຍັງ​ມີ​ແຜນການ​ທີ່​ຈະ​ຂະຫຍາຍ​ໂຄງການ​ຊ່ວ​ຍ ​ເຫຼືອ​ໃນ​ລັກສະ​ນະ​ດັ່ງ ກ່າວ​ນີ້​ໄປ​ໃນ​ພາກສ່ວນ​ອື່ນໆ​ໃນ​ລາວ​ໃຫ້​ກວ້າງຂວາງ​ຫຼາຍ​ຂຶ້ນ ນັບ​ມື້​ອີກ​ດ້ວຍ.

​ກ່ອນ​ໜ້າ​ນີ້ ຄະນະ​ຜູ້​ແທນ​ຂອງ​ທາງ​ການ​ລາວ​ພາຍ​ໃຕ້​ການ​ນໍາ​ຂອງ​ທ່ານ ນາມ​ ວີ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ​ແລະ​ການ​ຄ້າ ສາມາດ ບັນລຸ​ຂໍ້​ຕົກລົງ​ແລະ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ແບບ​ທະວີ​ພາກ​ລວມກັບ​ຄະນະຜູ້ ​ແທນ​ສະຫະລັດ​ເມື່ອ​ເດືອນ​ມີນາ​ຜ່ານ​ມາ.

ຍິ່ງ​ໄປ​ກວ່ານັ້ນ ການ​ທີ່​ຄະນະ​ຜູ້​ແທນ​ຂອງ​ສະຫະລັດ​ກໍ​ຍັງ​ໄດ້​ຢືນຢັນ​ທີ່​ຈະ​ໃຫ້ການ ສະໜັບສະໜຸນ​ໃຫ້​ປະ​ເທດ​ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ​ໃຫ້ໄວ​ທີ່​ສຸດ ດ້ວຍ​ນັ້ນ ຍັງ​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ​ລາວ​ຈະ​ຖືກ​ຮັບຮອງ​ໃຫ້​ເຂົ້າ​ໄປ​ເປັນ ສະມາຊິກ​ຂອງ WTO ຢ່າງ​ເປັນ​ທາງ​ການ​ໃນ​ໝໍ່ໆ​ນີ້​ອີກ​ດ້ວຍ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ການ​ຕ່າງປະ​ເທດ ກໍ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ​ຜູ້​ນໍາ​ເອ​ເຊຍ​ກັບ​ສະຫະພາບ​ຢູ ​ໂຣບ (ASEM) ຄັ້ງ​ທີ່ 9 ​ໃນ​ເດືອນ​ພະຈິກ​ປີ​ນີ້​ຢູ່​ນະຄອນ​ວຽງ​ຈັນ ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ການ​ຍອມຮັບ​ໃນ​ລະດັບ​ສາກົນ​ຫຼາຍ​ຂຶ້ນ ຊຶ່ງ​ກໍ​ລວມ​ເຖິງ​ການ​ຍອມຮັບ ຈາກ​ບັນດາ​ປະ​ເທດ​ສະມາຊິ​ຂອງ WTO ດ້ວຍ​ນັ້ນ​ເອງ.
XS
SM
MD
LG