ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາເຈົ້າໜ້າທີ່ ສາທາລະນະສຸກ ຈະໄປໃຫ້ການ ກ່ຽວກັບ ການຮັບມືກັບໄວຣັສໂຄໂຣນາ ຂອງທຳນຽບຂາວ


ບັນດາສະມາຊິກສະພາສູງ ກຳລັງຟັງ ທ່ານໝໍ ແອນໂຕນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ, ກ່າວຖະແຫລງຜ່ານທາງໄກ ໃນລະຫວ່າງກອງປະຊຸມທາງອິນເຕີເນັດ ຕໍ່ຄະນະກຳມະການສະພາສູງ ຮັບຜິດຊອບ ດ້ານສາທາລະນະສຸກ, ການສຶກສາ, ແຮງງານ, ແລະສະຫວັດດີກາ ຢູ່ທີ່ລັດຖະສະພາ, ວັນທີ 12 ພຶດສະພາ 2020.
ບັນດາສະມາຊິກສະພາສູງ ກຳລັງຟັງ ທ່ານໝໍ ແອນໂຕນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ, ກ່າວຖະແຫລງຜ່ານທາງໄກ ໃນລະຫວ່າງກອງປະຊຸມທາງອິນເຕີເນັດ ຕໍ່ຄະນະກຳມະການສະພາສູງ ຮັບຜິດຊອບ ດ້ານສາທາລະນະສຸກ, ການສຶກສາ, ແຮງງານ, ແລະສະຫວັດດີກາ ຢູ່ທີ່ລັດຖະສະພາ, ວັນທີ 12 ພຶດສະພາ 2020.

ບັນດາເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງ ແມ່ນພ້ອມແລ້ວທີ່ຈະໄປປາກົດໂຕຕໍ່ ໜ້າຄະນະກຳມະການຂອງສະພາຕ່ຳໃນວັນອັງຄານມື້ນີ້ ໃນຂະນະຫຼາຍເຂດຂອງປະເທດກຳລັງສູ້ຊົນກັບກໍລະນີການຕິດເຊື້ອໄວຣັສໂຄໂຣນາໃໝ່ທີ່ເພີ້ມສູງຂຶ້ນຊຶ່ງໄດ້ຮັບການຢືນຢັນ ແລະຫຼາຍໆກໍລະນີຕ້ອງໄດ້ເຂົ້າໄປຮັກສາໃນໂຮງໝໍ.

ພາຍໃນບັນດາເຈົ້າໜ້າທີ່ດັ່ງກ່າວ ທີ່ມີກຳນົດຈະໄປໃຫ້ການຕໍ່ບັນດາສະມາຊິກສະພາຕ່ຳ ໃນຄະນະກຳມະການພະລັງງານແລະການຄ້າ ກ່ຽວກັບການຮັບມືກັບວິກິດການຂອງຄະນະລັດຖະບານທ່ານທຣຳ ນັ້ນ ກໍມີທ່ານໝໍ ແອນໂຕນີ ຟາວຈີ ຫົວໜ້າສະຖາບັນໂຣກພູມແພ້ແລະພະຍາດຕິດແປດແຫ່ງຊາດ ພ້ອມດ້ວຍຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດ ທ່ານໝໍ ໂຣເບີດ ເຣດຟີລ ຫົວໜ້າອົງການອາຫານແລະຢາ ທ່ານໝໍ ສະຕີບເວັນ ຮານ ແລະພົນເຮືອເອກ ແບຣັຕ ກຽວໂຣຍ ຫົວໜ້າອົງການບໍລິການສາທາລະນະສຸກສະຫະລັດ.

ທ່ານໝໍ ຟາວຈີ ແມ່ນລວມຢູ່ໃນບັນດານັກຊ່ຽວຊານດ້ານສາທາລະນະສຸກ ກ່າວວ່າ ປະຊາຊົນບໍ່ຄວນເພັ່ງເລັງໃສ່ຄື້ນຟອງທີສອງຂອງເຊື້ອໄວຣັສຢູ່ໃນສະຫະລັດ ເພາະວ່າ ປະເທດຍັງບໍ່ທັນຫລຸດພົ້ນຈາກຄື້ນຟອງອັນທີນຶ່ງເທື່ອ.

ຫລາຍໆລັດ ແມ່ນຢູ່ໃນຂັ້ນຕອນ ຂອງການຜ່ອນຜັນຂໍ້ຈຳກັດຕ່າງໆ ທີ່ໄດ້ວາງອອກໄປເພື່ອຢຸດຢັ້ງການແຜ່ລະບາດຂອງໄວຣັສໂຄໂຣນາ.

ຜູ້ປົກຄອງລັດເທັກຊັສ ທ່ານເກຣັກ ອາບບັອຕ ໄດ້ກ່າວໃນວັນຈັນວານນີ້ ວ່າ ການວາງຂໍ້ຈຳກັດຕ່າງໆຄືນໃໝ່ອີກ ກໍຈະເຮັດໄດ້ພຽງແຕ່ໃນກໍລະນີທີ່ຂັ້ນສຸດທ້າຍເທົ່ານັ້ນ ໃນຂະນະດຽວກັນທ່ານກ່າວໄປວ່າ ເຊື້ອໄວຣັສ ໄດ້ແຜ່ລະບາດໃນລະດັບທີ່ “ມີອັດຕາທີ່ຮັບເອົາບໍ່ໄດ້” ແລະປະຕິເສດ ທີ່ຈະສັ່ງການບັງຄັບໃຫ້ໃສ່ໜ້າກາກໃນທີ່ສາທາລະນະ. ລັດເທັກຊັສ ໄດ້ສ້າງປະຫວັດການສຳລັບກໍລະນີຕິດເຊື້ອໃໝ່ປະຈຳວັນ ໃນໄລຍະເກືອບສອງອາທິດ ໃນຂະນະທີ່ອັດຕາການເຂົ້າຮັກສາໃນໂຮງໝໍໄດ້ເພີ້ມສູງຂຶ້ນນັບມື້.

ສ່ວນລັດຫຼຸຍຊີອານາທີ່ຢູ່ໃກ້ຄຽງນັ້ນ ການເສຍຊີວິດກໍໄດ້ກາຍ 3,000 ຄົນຍ້ອນພະຍາດໂຄວິດ-19 ແລະໂດຍມີກໍລະນີຕິດເຊື້ອໄວຣັສ ທີ່ສູງຂຶ້ນຢູ່ທີ່ແຫ່ງນັ້ນ ຜູ້ປົກຄອງລັດ ທ່ານຈອນ ແບລ ແອດວາດສ໌ ໄດ້ກ່າວວ່າ ທ່ານຈະຮັກສາຂໍ້ຈຳກັດຕ່າງໆທີ່ມີຢູ່ໃນປັດຈຸບັນນີ້ ເອົາໄວ້ ຊຶ່ງມີກຳນົດຈະໝົດອາຍຸລົງໃນວັນສຸກຈະມາເຖິງນີ້.

ອັດຕາການເຂົ້າຮັກສາຢູ່ໂຮງໝໍ ກໍຍັງໄດ້ເພີ້ມສູງຂຶ້ນໃນລັດຈໍເຈຍ ໃນຂະນະທີ່ຈຳນວນກໍລະນີຕິດເຊື້ອໄວຣັສທີ່ໄດ້ຮັບການຢືນຢັນ ແມ່ນກຳລັງສູງຂຶ້ນຢູ່ໃນຫຼາຍກວ່າ 12 ລັດ. ດຽວນີ້ ປະເທດມີຜູ້ເສຍຊີວິດຫຼາຍກວ່າ 120,000 ຄົນ ແລະມີກໍລະນີຕິດເຊື້ອໄວຣັສ 2 ລ້ານ 3 ແສນຄົນ.

ຫົວໜ້າອົງການອະນາໄມໂລກ ຫຼື WHO ໄດ້ກ່າວໃນວັນຈັນວວານນີ້ ວ່າ ການລະບາດຂອງໄວຣັສໂຄໂຣນາໃນລະດັບໂລກ ແມ່ນໄດ້ຖືກນຳມາເປັນປະເດັນທາງການເມືອງ ແລະວ່າ ການຂາດແຄນການນຳພາໃນທົ່ວໂລກເພື່ອຕໍ່ສູ້ໄວຣັສດັ່ງກ່າວ ແມ່ນເປັນໄພຂົ່ມຂູ່ທີ່ໃຫຍ່ກວ່າໂຕໄວຣັສນັ້ນເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG