ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານດ້ານສາທາລະນະສຸກ ວ່າ ຢາວັກຊີນ ປ້ອງກັນໄວຣັສໂຄໂຣນາ ກຳລັງມາ ແຕ່ ຕ້ອງໄດ້ລະມັດລະວັງການຕິດເຊື້ອ  


ແພດຍິງຄົນນຶ່ງຖືຢາວັກຊີນ ທີ່ໝາຍດ້ວຍ ຄຳວ່າ "ຢາວັກຊີນກັນໄວຣັສໂຄໂຣນາ COVID-19" ທີ່ຕິດໃສ່ແກ້ວຢາ ແລະເຂັມສັກຢາ ຢູ່ໃນພາບນີ້ ຖ່າຍເມື່ອວັນທີ 19 ຕຸລາ 2020.
ແພດຍິງຄົນນຶ່ງຖືຢາວັກຊີນ ທີ່ໝາຍດ້ວຍ ຄຳວ່າ "ຢາວັກຊີນກັນໄວຣັສໂຄໂຣນາ COVID-19" ທີ່ຕິດໃສ່ແກ້ວຢາ ແລະເຂັມສັກຢາ ຢູ່ໃນພາບນີ້ ຖ່າຍເມື່ອວັນທີ 19 ຕຸລາ 2020.

ນັກຊ່ຽວຊານດ້ານໄວຣັສໂຄໂຣນາລະດັບສູງຂອງສະຫະລັດ ສອງທ່ານ ໄດ້ໃຫ້ ການຄ້ຳປະກັນຕໍ່ຊາວອາເມຣິກັນ ໃນວັນອາທິດວານນີ້ ວ່າ ຢາວັກຊີນປ້ອງກັນ ໂຣກລະບາດ ຈະມີໃຫ້ໃຊ້ໃນໄວໆນີ້ ແຕ່ໄດ້ເຕືອນວ່າ ຢ່າຖືເບົາໃຫ້ເອົາມາດະການປ້ອງກັນຕໍ່ການແຜ່ລະບາດຂອງໄວຣັສ ກ່ອນທີ່ມັນອາດຈະພິສູດໃຫ້ເຫັນວ່າເປັນໄພຫາຍະນະ.

“ພວກເຮົາຄວນຈະມີຢາວັກຊີນພຽງພໍພາຍໃນທ້າຍປີນີ້ ເພື່ອຈະສັກໃຫ້ມີພູມຕ້ານ ທານແກ່ຊາວອາເມຣິກັນ 20 ລ້ານຄົນ ແລະພວກເຮົາຕ້ອງສັກໃຫ້ສ້າງພູມຕ້ານ ທານເພື່ອຮອງຮັບຜົນກະທົບ” ພົນເອກ ແບຣັດຕ໌ ກຽວໂຣຍຫົວໜ້າຮັບຜິດຊອບ ການທົດລອງຢາວັກຊີນກັນໄວຣັສ ຂອງທຳນຽບຂາວ ໄດ້ກ່າວຕໍ່ອົງການຂ່າວ CNN. ທ່ານກ່າວຕື່ມວ່າ “ແຕ່ປະຊາຊົນຊາວອາເມຣິກັນ ຕ້ອງເຮັດໃນສິ່ງທີ່ຖືກ ຕ້ອງຕ່າງໆ ຈົນກວ່າວ່າ ພວກເຮົາຈະແຈກຢາຍຢາວັກຊີນຢ່າງແຜ່ຫຼາຍ.”

ທ່ານກຽວໂຣຍ ໄດ້ບັນລະຍາຍເຖິງຢາວັກຊີນທີ່ມີຄວາມຫວັງສອງຊະນິດ ຊຶ່ງດຽວນີ້ ກຳລັງຢູ່ພາຍໃຕ້ການທົບທວນຄືນໂດຍອົງການອາຫານແລະຢາຂອງສະຫະລັດ ຫຼື FDA ວ່າ “ຊ່ອຍຊີວິດໄດ້” ໂດຍກ່າວວ່າ “ຢານີ້ ຈະເຮັດໃຫ້ໂຣກລະບາດສິ້ນສຸດລົງໄດ້.”

ແຕ່ຈົນເຖິງເວລານັ້ນ ທ່ານໄດ້ກ່າວວ່າ “ປະຊາຊົນຊາວອາເມຣິກັນຕ້ອງເຮັດໃນສິ່ງທີ່ຖືກຕ້ອງຕ່າງໆ ຈົນກວ່າພວກເຮົາໄດ້ແຈກຢາຍຢາວັກຊີນຢ່າງແຜ່ຫຼາຍ ກໍໃຫ້ໃສ່ໜ້າກາກ ຫຼີກເວັ້ນການຢູ່ພາຍໃນສະຖານທີ່ແອອັດທັງຫຼາຍທຸກສິ່ງທຸກຢ່າງ ທີ່ທ່ານຮູ້ດີ.”

ທ່ານກຽວໂຣຍ ໄດ້ກ່າວວ່າ ທ່ານເຊື່ອວ່າ ມັນຈະເປັນ “ການໂອນອຳນາດແບບມືອາຊີບ ທີ່ຮຽບຮ້ອຍດີ” ໃນການຈັດການກັບການແຈກຢາຍຢາວັກຊີນ ຈາກຄະນະລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ກຳລັງຈະອອກໄປນັ້ນ ໄປໃຫ້ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີທີ່ຖືກເລືອກໃໝ່ ໂຈ ໄບເດັນ ເມື່ອທ່ານມີກຳນົດຈະສານບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນປີໜ້ານີ້.

ສ່ວນທ່ານໝໍ ແອນໂທນີ ຟາວຈີ ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງປະເທດ ໂດຍການໂອ້ລົມກັບລາຍການ “This Week” ຂອງອົງການຂ່າວ ABC ທ່ານໄດ້ກ່າວວ່າ “ການຊ່ອຍເຫຼືອກໍາລັງມາ” ແລະວ່າ ການສະໜອງຢາວັກຊີນ ໃນເບື້ອງຕົ້ນ ອາດມີໃຫ້ໃຊ້ໃນກາງເດືອນທັນວານີ້.

ທ່ານຟາວຈີ ໄດ້ກ່າວວ່າ ບັນດານັກຊ່ຽວຊານດ້ານສາທາລະນະສຸກແມ່ນ “ເຫັນອົກເຫັນໃຈ ກ່ຽວກັບເລື້ອງຄວາມອິດເມື່ອຍ” ຂອງຊາວອາເມຣິກັນ ທີ່ຕ້ອງໄດ້ລະມັດລະວັງ ກ່ຽວກັບການບໍ່ໃຫ້ສຳພັດກັບໄວຣັສນັ້ນ. ແຕ່ທ່ານໄດ້ກ່າວວ່າ ການໃສ່ໜ້າກາກ ແລະການຮັກສາໄລຍະຢູ່ຫ່າງກັນຂອງພວກເຂົາເຈົ້ານັ້ນ ແມ່ນ “ເຮັດໃຫ້ສະພາບການຜ່ອນຄາຍໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG