ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຊ່ວຍເຫລືອ ປຸກໂຮງໝໍ ໃຫ້ລາວ


ປະຊາຊົນລາວ ແລະເຈົ້າໜ້າທີ່ສະຫະລັດ ຮ່ວມມືກັນຊອກຄົ້ນຊາກ ກະດູກເສດເຫລືອ ໃນເດືອນພຶສະພາ 2012
ປະຊາຊົນລາວ ແລະເຈົ້າໜ້າທີ່ສະຫະລັດ ຮ່ວມມືກັນຊອກຄົ້ນຊາກ ກະດູກເສດເຫລືອ ໃນເດືອນພຶສະພາ 2012
ທາງການສະຫະລັດສົ່ງມອບໂຮງໝໍ 4 ແຫ່ງໃຫ້ 4 ເມືອງໃນ
ແຂວງຫົວພັນ ແລະແຂວງຊຽງຂວາງ ໂດຍຖືເປັນສ່ວນນຶ່ງ ໃນການຮ່ວມມືເພື່ອພັດທະນາຊີວິດການເປັນຢູ່ທີ່ດີຂຶ້ນຂອງ
ປະຊາຊົນລາວ.

ພິທີການສົ່ງມອບໂຮງໝໍ 4 ແຫ່ງໄດ້ມີຂຶ້ນຢ່າງເປັນທາງການ
ໃນຊ່ວງທ້າຍເດືອນມັງກອນທີ່ຜ່ານມານີ້ ໂດຍໂຮງໝໍ 2
ແຫ່ງຕັ້ງຢູ່ໃນເຂດເມືອງພູກູດ ແລະເມືອງຜາໄຊ ແຂວງຊຽງ
ຂວາງ ສ່ວນອີກ 2 ແຫ່ງນັ້ນ ຕັ້ງຢູ່ໃນເຂດເມືອງແອດແລະ
ເມືອງສົບເບົາ ໃນແຂວງຫົວພັນ ໂດຍມີທ່ານນາງ Karen
Stewart ເອກອັກຄະ ລັດຖະທູດສະຫະລັດອະເມຣິກາ
ປະຈໍາລາວແລະພັນໂທ Matthew Kent ຜູ້ຊ່ວຍທູດດ້ານ
ການທະຫານ ແລະຜູ້ຕາງໜ້າຂອງກອງບັນຊາການປະຈໍາພາກພື້ນແປຊີຟິກ ຂອງສະຫະ
ລັດ ເປັນຝ່າຍສົ່ງມອບໃຫ້ແກ່ ອໍານາດການປົກຄອງ ແຂວງຊຽງຂວາງ ແລະຫົວພັນດັ່ງ ກ່າວ.

ໂຮງໝໍທັງ 4 ແຫ່ງດັ່ງກ່າວນີ້ ຖືເປັນສ່ວນນຶ່ງໃນການຊ່ວຍເຫຼືອດ້ານມະນຸດສະທໍາທີ່ທາງ ການສະຫະລັດມອບໃຫ້ແກ່ທາງການລາວ ເພື່ອເປັນການຕອບແທນ ຄືການທີ່ທາງການ ລາວແລະປະຊາຊົນລາວໄດ້ໃຫ້ການຊ່ວຍເຫຼືອທາງການສະຫະລັດ ໃນການຊອກຫາ ຊາກກະດູກແລະສິ່ງເສດເຫຼືອຂອງທະຫານອາເມຣິກັນທີ່ເສຍຊີວິດແລະຫາຍສາບສູນ ໃນປາງສົງຄາມອິນໂດຈີນໃນລາວ ຊຶ່ງໄດ້ດໍາເນີນການດັ່ງກ່າວນີ້ຮ່ວມກັນນັບເປັນໄລຍະ
ເວລາ 15 ປີມາແລ້ວ.

ສໍາລັບການຊ່ວຍເຫຼືອທີ່ທາງການສະຫະລັດໄດ້ມອບໃຫ້ແກ່ທາງການລາວກໍບໍ່ໄດ້ຈໍາກັດ ສະເພາະໃນດ້ານສາທາລະນະສຸກເທົ່ານັ້ນ ຫາກແຕ່ຍັງລວມໄປເຖິງການຊ່ວຍເຫຼືອໃນ ດ້ານນໍ້າດື່ມນໍ້າມໃຊ້ສະອາດ ການພັດທະນາລະບົບຊົນລະປະທານ ເພື່ອການກະເສດ ແລະການຂະຫຍາຍໂອກາດດ້ານການສຶກສາໄປສູ່ເຍົາວະຊົນລາວ ໃນເຂດຊົນນະບົດ ເປັນຕົ້ນ ຊຶ່ງຫລ້າສຸດ ທາງການສະຫະລັດກໍໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງໂຮງຮຽນ ປະຖົມແຫ່ງໃໝ່ ໃຫ້ກັບບ້ານໂພນແບ່ງໃນເຂດເມືອງວຽງໄຊ ແຂວງຫົວພັນອີກດ້ວຍ.

ສ່ວນກ່ອນໜ້ານີ້ ເພື່ອເສີມສ້າງສຸຂະພາບອະນາໄມຂອງເຍົາວະຊົນລາວໃຫ້ແຂງແຮງ ແລະພ້ອມທີ່ຈະຮັບກັບສະຖານະການກ່ຽວກັບການແຜ່ລະບາດຂອງພະຍາດຕິດຕໍ່ທີ່ ອາດຈະເກີດຂຶ້ນໄດ້ທຸກເວລານັ້ນ ທາງການສະຫະລັດກໍຍັງໄດ້ໃຫ້ການຊ່ວຍເຫຼືອດ້ານ ສະບຽງອາຫານສໍາລັບເດັກນ້ອຍນັກຮຽນລະດັບປະຖົມຈໍານວນຫຼາຍກວ່າ 152,000 ຄົນໃນເຂດຊົນນະບົດຂອງລາວເປັນເວລາ 3 ປີຕໍ່ກັນ.

ໂຄງການຊ່ວຍເຫລືອດ້ານອາຫານໃກ້ແກ່ເດັກນ້ອຍນັກຮຽນລາວໃນຊົນນະບົດ
ໂຄງການຊ່ວຍເຫລືອດ້ານອາຫານໃກ້ແກ່ເດັກນ້ອຍນັກຮຽນລາວໃນຊົນນະບົດ

ດັ່ງທີ່ເຈົ້າໜ້າທີ່ໃນກະຊວງສຶກສາທິການແລະກິລາຂອງລາວ
ຊຶ່ງຮັບຜິດຊອບການປະສານງານໃນໂຄງການດັ່ງກ່າວນີ້ ໄດ້
ໃຫ້ການອະທິບາຍວ່າ:

ຖ້າຫາກວ່າບໍ່ມີການສະໜັບສະໜຸນຊ່ວຍເຫຼືອລູກຫຼານ
ຂອງພວກເຮົາຢາກ ໄປຮຽນ ແຕ່ບໍ່ມີອັນກິນ ກໍຈໍາເປັນ
ຕ້ອງໄປນໍາພໍ່ແມ່ໄປຊອກຫາກິນ ແຕ່ເມື່ອໄດ້ຮັບການ
ສະໜັບສະໜຸນຊ່ວຍເຫຼືອແລ້ວ ພໍ່ແມ່ກໍພໍໃຈສົ່ງລູກໄປ
ຮຽນລູກຫຼານຂອງພວກເຮົາກໍພໍໃຈທີ່ໄດ້ມີການກິນອິ່ມ
ມີກໍາລັງວັງຊາ ມີເຫື່ອມີແຮງໄປຮຽນເຕັມເມັດເຕັມໜ່ວຍ ແລະສາມາດເຂົ້າຮຽນ
ແຕ່ຕົ້ນ ຈົນສຸດກົກ ສຸດປາຍໄດ້.”


ສໍາລັບໃນປີທໍາອິດຂອງໂຄງການດັ່ງກ່າວນີ້ ທາງການສະຫະລັດກໍຈະໃຫ້ການຊ່ວຍເຫຼືອ ເປັນເຂົ້າສານ 1,610 ໂຕນ ນໍ້າມັນພືດ 110 ໂຕນ ແລະອາຫານເສີມທີ່ມີສານອາຫານ ທັງວິຕາມິນ ແລະແຮ່ທາດຊະນິດຕ່າງໆຢ່າງຄົບຊຸດໃນປະລິມານລວມ 560 ໂຕນ.

ນອກຈາກນີ້ ທາງການສະຫະລັດກໍໄດ້ສົ່ງມອບຢາວັກຊີນສໍາລັບປ້ອງກັນເຊື້ອໂຣກໄຂ້ ຫວັດໃຫ້ກັບປະຊາຊົນທີ່ມີຄວາມສ່ຽງທີ່ຈະຕິດເຊື້ອໂຣກດັ່ງກ່າວນີ້ຈໍານວນເຖິງ 375,000 ຄົນໃນທົ່ວປະເທດເມື່ອປີທີ່ຜ່ານມາ ທັງນີ້ປະຊາຊົນລາວທີ່ເປັນເປົ້າໝາຍຈະໄດ້ຮັບການ
ສັກຢາວັກຊີນພາຍໃຕ້ໂຄງການດັ່ງກ່າວນີ້ ກໍແມ່ນປະຊາຊົນລາວທີ່ມີຄວາມສ່ຽງສູງທີ່ຈະ
ຕິດເຊື້ອໂຣກໄຂ້ຫວັດເນື່ອງຈາກສຸຂະພາບຮ່າງກາຍບໍ່ແຂງແຮງ ຫຼືບໍ່ມີພູມຕ້ານທານເຊື້ອ
ໂຣກ ຊຶ່ງໃນນີ້ກໍມີທັງແມ່ ຍັງທີ່ຕັ້ງທ້ອງ ຫຼື ຖືພາ ຄົນເຖົ້າ ແລະຄົນລາວທີ່ມີໂຣກປະຈໍາຕົວ ເຊັ່ນໂຣກຫົວໃຈ ແລະໂຣກປອດ ເປັນຕົ້ນ ລວມເຖິງເດັກນ້ອຍທີ່ຢູ່ໃນ ເຂດທີ່ສຸ່ມສ່ຽງ ຫຼື ເຄີຍມີການແຜ່ລະບາດຂອງເຊື້ອໂຣກ ເກີດຂຶ້ນຢ່າງກວ້າງຂວາງ.

ທັງກໍຍັງໄດ້ໃຫ້ການຊ່ວຍເຫຼືອໃນການເກັບກູ້ລະເບີດຕົກຄ້າງຢູ່ໃນລາວໄປແລ້ວຫຼາຍ
ກວ່າ 50 ລ້ານໂດລາ ນັບແຕ່ປີ 1993 ເປັນຕົ້ນມາ ແລະລັດຖະສະພາສະຫະລັດຍັງ
ຕຽມແຜນການຈະໃຫ້ການຊ່ວຍເຫຼືອໄລຍະຍາວແກ່ລັດຖະບານລາວໃນການເກັບກູ້
ລະເບີດໃນໝໍ່ໆນີ້ອີກດ້ວຍ.
XS
SM
MD
LG