ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ​ແລະ​ເຢຍ​ຣະ​ມັນຈະ 'ຕອບ​ໂຕ້​ຄືນຢ່າງວ່ອງ​ໄວ' ຖ້າ​ຣັດ​ເຊຍ​ ຍັງ​ສືບ​ຕໍ່ ເພີ້​ມ​ທະ​ວີ ຄວາມ​ເຄັ່ງ​ຕຶງ ກັບຢູ​ເຄ​ຣນ​


ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ເຢຍ​ຣະ​ມັນ, ທ່ານ​ນາງ Annalena Baerbock (ຊ້າຍ) ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຮ່ວມກັບ​ລັດ​ຖະ​ມົນ​ຕີ Antony Blinken ຂອງ​ສະ​ຫະ​ລັດ​ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ວັນ​ທີ 5 ມັງ​ກອນ, 2022
ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ເຢຍ​ຣະ​ມັນ, ທ່ານ​ນາງ Annalena Baerbock (ຊ້າຍ) ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຮ່ວມກັບ​ລັດ​ຖະ​ມົນ​ຕີ Antony Blinken ຂອງ​ສະ​ຫະ​ລັດ​ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ວັນ​ທີ 5 ມັງ​ກອນ, 2022

ສະຫະລັດ ​ແລະ​ເຢຍ​ຣະ​ມັນ ຢືນຢັນ​ຄືນ​ໃໝ່​ວ່າ ​ຈະ​ໃຫ້ການ​ສະໜັບສະໜູນອັນ​ແນ່ວ​ແນ່​ແກ່​ອະທິປະ​ໄຕ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄຣນ ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ກ່າວ​ເຕືອນ​ວ່າຈະ​ມີ "ຜົນ​ຮ້າຍ​ອັນ​ໃຫຍ່​ຫລວງ" ​ແລະ “ຮ້າຍ​ແຮງ​ຕາມ​ມາ” ຖ້າຣັດ​ເຊຍຫາກ​ບຸກ​ໂຈມ​ຕີ​ຢູ​ເຄຣນ ທີ່​ເປັນ​ປະ​ເທດ​ເພື່ອນ​ບ້ານນັ້ນ.

ການ​ເຕືອນ​ໄພຄືນ​ໃໝ່​ນີ້ ​ມີ​ຂຶ້ນໃນຫຼາຍ​ມື້​ກ່ອນ​ຮອດກຳນົດ​ ການ​ເຈລະຈາ​ລະ ຫວ່າງ​ສະຫະລັດກັບຣັດ​ເຊຍ ທີ່​ນະຄອນ​ເຈ​ນີວາ​ໃນ​ອາທິດ​ໜ້າ.

​“​ເຢຍ​ຣະ​ມັນ ​ແລະສະ​ຫະ​ລັດ​ເຫັນ​ວ່າ ການ​ກະທຳ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ​ແມ່ນ​ການ​ທ້າ​ທາຍ​ຢ່າງ​ໃນ​ທັນ​ທີ​ ແລະຮີບ​ດ່ວນ​ຕໍ່​ສັນຕິພາບ ​ແລະສະຖຽນ​ລະ​ພາບ​ຢູ່​ໃນ​ຢູ​ໂຣບ,” ນັ້ນ​ຄື​ຄຳ​ເວົ້າ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ ແອນ​ໂທ​ນີ ບ​ລິງ​ເກ​ລັນ ທີ່ກ່າວຢູ່​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍ​ຣະ​ມັນ, ທ່ານນາງອານ​ນາ​ເລ​ນາ ແບ​ບັອກ (Annalena Baerbock) ທີ່ກຳ​ລັງ​ຢ້ຽມຢາມ​ສະ​ຫະ​ລັດ. ທ່ານ​ກ່າວ​ອີກ​ວ່າ "ພວກ​ເຮົາປະ ນາມ​ການ​ເພີ້ມ​ທະຫານ​ຂອງຣັດ​ເຊຍຂຶ້ນ​ຢູ່​ຕາມຊາຍ​ແດນຕິດ​ກັບ​ຢູ​ເຄຣນ ​ແລະ ການ​ໃຊ້​ຖ້ອຍ​ຄຳ​ທີ່​ນັບ​ມື້​ນັບ​ຮຸນ​ແຮງ​ຂອງ​ມົສກູ."

ຕໍ່ມາທ່ານບ​ລິງ​ເກ​ລັນກໍກ່າວຕື່ມອີກວ່າ "ແຕ່ ຖ້າວ່າ​ແນວ​ໃດຣັດເຊຍກໍເລືອກທີ່ ຈະເພີ່ມທະ​ວີ​ຄວາມ​ຮຸນ​ແຮງຂຶ້ນ, ພວກເຮົາກໍຈະຕອບໂຕ້ຢ່າງວ່ອງໄວ."

ໃນລະຫວ່າງການເດີນທາງມາ​ຢ້ຽ​ມ​ຢາມວໍຊິງຕັນຄັ້ງທໍາອິດ ໃນຖາ​ນະລັດຖະ ມົນຕີການຕ່າງປະເທດຂອງເຢຍ​ຣະມັນນັ້ນ ທ່ານ​ນາງແບ​ບັອກ (Baerbock) ໄດ້ກ່າວເຕືອນກ່ຽວ​ກັບການກະທຳຂອງຣັດເຊຍຕໍ່ຢູເຄຣນເພີ້ມອີກວ່າຈະ "ຕ້ອງ​ໄດ້​ຮັບ​ຜົນ​ຕາມ​ມາຢ່າງຈະແຈ້ງເລີຍ."

ຫົວ​ໜ້ານັກ​ການ​ທູດ​ສະ​ຫະ​ລັດກ່າວ​ຕື່ມ​ວ່າ ຢູ​ໂຣບ​ສາມາດ​ນຳ​ໃຊ້ນອດ​ສ​ຕ​ຣີມ (Nord Stream) 2, ຊຶ່ງ​ເປັນທໍ່​ສົ່ງ​ນ້ຳ​ໃຕ້​ທະ​ເລ​ທີ່​ເຊື່ອມ​ຕໍ່ຣັດ​ເຊຍ​ແລະ​ເຢຍ​ຣະ​ມັນ ເປັນໄມ້​ງັດທີ່​ໃຊ້​ກັບຣັດ​ເຊຍໄດ້.

ທ່ານບ​ລິງ​ເກ​ລັນກ່າວ​ວ່າ “ຖ້າຣັດ​ເຊຍ​ມີ​ການ​ຮຸກ​ຮານ​ຕໍ່​ຢູ​ເຄຣນ​ຄືນ​ໃໝ່ອີກ, ​ແນ່ ນອນ ມັນ​ຈະ​ເປັນ​ການ​ຍາກ​ທີ່​ຈະ​ເຫັນ​ອາຍ​ແກັສ​ໄຫລ​ຜ່ານ​ທໍ່​ນັ້ນໄດ້​ອີກ​ໃນ​ອະ​ນາ​ຄົດ.”

ສະ​ຫະ​ລັດພວມ​ກົດ​ດັນ​ໃຫ້​ເຢຍ​ຣະ​ມັນ​ຕັນ​ທໍ່​ສົ່ງ​ອາຍ​ແກັສ Nord Stream 2 ຂອງຣັດ​ເຊຍ​ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ມາດ​ຕະການ​ລົງ​ໂທດ​ທີ່​ອາດ​ຈະປະຕິບັດ​ໄດ້ຖ້າ​ຫາກຣັດ​ເຊຍ​ບຸກລຸກຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG