ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຖອນໂຕ ອອກຈາກ ສົນທິສັນຍາ ວ່າດ້ວຍດິນຟ້າອາກາດຂອງໂລກ ທ່າມກາງ ການເລືອກຕັ້ງ ທີ່ບໍ່ແນ່ນອນ


ພາບຖ່າຍ ທີ່ມີແສງສີຂຽວສ່ອງໃສ່ ໂຕຕຶກຂອງໂຮງແຮມ de Ville ໃນນະຄອນ ປາຣີ ຂອງຝຣັ່ງ, ຫຼັງຈາກທີ່ ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ປະກາດ ການຕັດສິນໃຈຂອງທ່ານ ວ່າ ສະຫະລັດ ຖອນໂຕອອກຈາກຂໍ້ຕົກລົງ ວ່າດ້ວຍດິນຟ້າອາກາດຂອງປາຣີ.
ພາບຖ່າຍ ທີ່ມີແສງສີຂຽວສ່ອງໃສ່ ໂຕຕຶກຂອງໂຮງແຮມ de Ville ໃນນະຄອນ ປາຣີ ຂອງຝຣັ່ງ, ຫຼັງຈາກທີ່ ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ປະກາດ ການຕັດສິນໃຈຂອງທ່ານ ວ່າ ສະຫະລັດ ຖອນໂຕອອກຈາກຂໍ້ຕົກລົງ ວ່າດ້ວຍດິນຟ້າອາກາດຂອງປາຣີ.

ສະຫະລັດ ໄດ້ຖອນໂຕອອກຈາກຂໍ້ຕົກລົງປາຣີ ຢ່າງເປັນທາງການໃນວັນພຸດວານນີ້ ຊຶ່ງເປັນປະເທດທຳອິດທີ່ໄດ້ອອກຈາກສົນທິສັນຍາ ວ່າດ້ວຍການປ່ຽນ ແປງຂອງດິນຟ້າອາກາດຂອງໂລກ ໃນຂະນະທີ່ຕົນລໍຖ້າຜົນການເລືອກຕັ້ງສຸດທ້າຍຂອງການເລືອກຕັ້ງປະທານາທິບໍດີທີ່ສູສີກັນ.

ການກະທຳດັ່ງກ່າວ ອອກມາຫຼັງຈາກສາມປີ ທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານຈະຖອນສະຫະລັດອອກຈາກຂໍ້ຕົກລົງ ທີ່ມີຈຸດປະສົງເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ.

ເກືອບ 200 ປະເທດ ຍັງຄົງໝັ້ນໝາຍຕໍ່ຂໍ້ຕົກລົງປີ 2015 ຊຶ່ງມີເປົ້າໝາຍໃນການປ້ອງກັນ ບໍ່ໃຫ້ອຸນຫະພູມຂອງໂລກສູງຂຶ້ນເກີນກວ່າລະດັບກ່ອນຍຸກອຸດສາ ຫະກຳ ເຖິງ 2 ອົງສາເຊລເຊິສໂດຍສະເລ່ຍ.

ບັນດານັກວິທະຍາສາດ ໄດ້ຄາດຄະເນວ່າ ອຸນຫະພູມຈະສູງຂຶ້ນເກີນ 2 ອົງສາເຊລເຊິສ ອາດທຳລາຍພາກສ່ວນທີ່ກວ້າງໃຫຍ່ຂອງໂລກດ້ວຍການເພີ້ມສູງຂຶ້ນຂອງລະດັບນ້ຳທະເລ ມີພາຍຸເຂດຮ້ອນຫຼາຍຂຶ້ນ ແລະມີໄພນ້ຳຖ້ວມທີ່ໜັກຂຶ້ນແລະໄພແຫ້ງແລ້ງຫຼາຍຂຶ້ນ.

ຄວາມພະຍາຍາມຂອງນານາຊາດ ເພື່ອຄວບຄຸມພາວະໂລກຮ້ອນ ຈະມີບັນຫາຫຍຸ້ງຍາກຫຼາຍຂຶ້ນທີ່ຈະບັນລຸເປົ້າໝາຍໂດຍປາສະຈາກ ການມີສ່ວນຮ່ວມຂອງສະຫະລັດ ທີ່ເປັນຜູ້ປ່ອຍແກັສກາບອນ ດາຍອັອກໄຊ ແລະແກັສຕ່າງໆທີ່ເກັບຄວາມຮ້ອນໄວ້ ອັນດັບສອງຂອງໂລກ.

ລັດຖະບານທ່ານທຣຳ ໄດ້ສະໜັບສະໜຸນ ອຸດສາຫະກຳດ້ານເຊື້ອພະລັງຈາກຊາກສັດດຶກດຳບັນ ຫຼື ຟອສຊີລ ໃນຂະນະດຽວກັນປະຕິເສດຕໍ່ມາດຕະການຕ່າງໆທີ່ຈະຫລຸດຜ່ອນການປ່ອຍຄວັນຜິດທັງຫຼາຍ ແລະປ່ອຍໃຫ້ລັດ ເມືອງ ແລະທຸລະກິດທັງຫຼາຍຂອງສະຫະລັດ ໃຫ້ເຄື່ອນໄຫວໄປສູ່ໂຄງການລິເລີ້ມໃນການປ່ຽນແປງຂອງດິນຟ້າອາກາດດ້ວຍຕົນເອງ.

ການຖອນໂຕອອກຈາກຂໍ້ຕົກລົງຂອງສະຫະລັດນັ້ນ ອາດຈະເປັນການຊົ່ວຄາວ ຖ້າຫາກທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ ຊະນະການເລືອກຕັ້ງປະທາ ນາທິບໍດີ. ທ່ານໄບເດັນ ໄດ້ກ່າວວ່າ ທ່ານສະໜັບສະໜຸນ ການເຂົ້າຮ່ວມຂໍ້ຕົກ ລົງດັ່ງກ່າວຄືນໃໝ່ ແລະໄດ້ສະເໜີແຜນການ ໃຫ້ທຶນມູນຄ່າ 1 ພັນ 7 ຮ້ອຍຕື້ໂດລາ ເພື່ອບັນລຸການປ່ອຍສູນແກັສຄາບອນ ໃນສະຫະລັດ ພາຍໃນປີ 2050.

ນັກວິທະຍາສາດດ້ານການປ່ຽນແປງຂອງດິນຟ້າອາກາດ ຈາກມະຫາວິທະຍາໄລ Wageningen ທ່ານ ນິກລາສ ໂຮນນ໌ ຜູ້ທີ່ຍັງເປັນສະມາຊິກຂອງກຸ່ມການຕິດ
ຕາມ ທີ່ຊື່ວ່າ Climate Action Tracker ໄດ້ຂຽນຂໍ້ ຄວາມລົງທວິດເຕີ້ວ່າ “ແທ້ຈິງແລ້ວ ການເລືອກຕັ້ງນີ້ ອາດເປັນຈຸດເຮັດໃຫ້ເປັນຈິງ ຫຼື ແຕກຫັກໄດ້ ສຳລັບນະໂຍບາຍດ້ານດິນຟ້າອາກາດຂອງສາກົນ. ແຜນການດ້ານດິນຟ້າອາກາດຂອງທ່ານໄບເດັນເທົ່ານັ້ນ ອາດເຮັດໃຫ້ການຫລຸດຜ່ອນອຸນຫະພູມສູງຂຶ້ນ ໃນລະດັບ 0.1 ເຊລເຊິສ ຊຶ່ງທຸກໆນຶ່ງສ່ວນສິບ ຂອງການນັບແມ່ນສຳຄັນ.”

ອ່ານຂ່ວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG