ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຄຸ້ມ​ຄອງປ່າໄມ້ ຂອງສະຫະລັດ ຊ່ວຍເຫຼືອອຸປະກອນໃຫ້ແກ່ຊຸມຊົນຊາວຢູເຄຣນ ຕໍ່ສູ້ກັບໄຟປ່າ


ສັນ​ນິ​ບາດເພື່ອ​ປົກ​ປ້ອງສິ່ງແວດລ້ອມຂອງ​ຢູ​ເຄ​ຣນ ເປັນອົງການຮາກຫຍ້າ ທີ່​ເ​ລີ້ມດໍາເນີນງານມາ ແຕ່ປີ 1977. ໃນ​ຖາ​ນະ​ທີ່ເປັນສ່ວນນຶ່ງຂອງວຽກງານ, ພວກເຂົາເຈົ້າໄດ້ໃຫ້​ການຝຶກອົບຮົມ​ແກ່ກຸ່ມອາສາສະໝັກເພື່ອຕໍ້ສູ້ກັບໄຟປ່າ. ແຕ່ໃນຊ່ວງເວລາສົງຄາມ, ໜ້າທີ່ຮັບຜິດຊອບຂອງນັກ​ດັບ​ເພີງ ໄດ້​ມີ​ການຂະຫຍາຍອອກໄປຕື່ມ. ເທັດເທຍນາ ກູກູຣິກາ (Tetiana Kukurika) ມີລາຍງານກ່ຽວກັບເລື້ອງນີ້, ທິບສຸດາມີລາຍລະອຽດ.

ຜູ້ຊາຍຄົນນຶ່ງກຳລັງຈັບເອົາໝວກ ແລ້ວກ່າວວ່າ:

“ຕົກລົງ, ອັນນີ້ແມ່ນຂອງຂ້ອຍ...”

ເສື້ອປ້ອງກັນ, ໝວກກັນກະທົບ ແລະ ຖົງມືຊະນິດພິເສດ–ນັກດັບເພີງອາສາສະໝັກຢູ່ໃນຊຸມຊົນ Rozsosha, ໃນເຂດ ຄເມລນິສກີ (Khmelnitsky) ຂອງຢູເຄຣນນີ້ ກຳລັງພະຍາຍາມໃຊ້ອຸປະກອນດັບເພີງ ທີ່ໄດ້ມອບເປັນຂອງຂັວນໃຫ້ແກ່ພວກເຂົາເຈົ້າ ໂດຍອົງການຄຸ້ມ​ຄອງປ່າໄມ້ຂອງສະຫະລັດ.

ທ່ານໂອເລນາ ພາສເຊັນໂກ (Olena Pashchenko), ຈາກ​ສັນ​ນິ​ບາດ​ປົກ​ປ້ອງສິ່ງແວດລ້ອມ​ຂອງ​ຢູ​ເຄ​ຣນ ກ່າວວ່າ:

"ພວກເຮົາຂໍຂອບໃຈຕໍ່ອົງການຄຸ້ມ​ຄອງປ່າໄມ້ຂອງສະຫະລັດຫຼາຍໆ, ພວກເຮົາສາມາດມີອຸປະກອນບາງອັນທີ່ສໍາຄັນເຊັ່ນ: ຈັກສູບນ້ໍາ, ເລື່ອຍໂສ້, ວິທະຍຸສື່ ສານ ແລະເສື້ອຄຸມພິເສດ, ເກີບບູດ, ຖົງມືແລະຫມວກກັນກະທົບສໍາລັບນັກດັບເພີງອາສາສະຫມັກທັງຫມົດ."

ຊຸມຊົນ Rozsosha ແມ່ນປະກອບດ້ວຍ 26 ໝູ່ບ້ານ ແລະມີປະຊາຊົນ 11 ພັນຄົນ. ມັນແມ່ນບ່ອນທີ່ສັນ​ນິ​ບາດ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ຢູ​ເຄ​ຣນ ພ້ອມດ້ວຍອົງການ​ຄຸ້ມ​ຄອງປ່າໄມ້ຂອງສະຫະລັດ ເລີ້ມຕົ້ນລະບົບປ້ອງກັນໄຟໄຫມ້ປ່າຂອງຊຸມຊົນ.

ທ່ານໂອເລນາ ກ່າວວ່າ:

"ພວກເຮົາສໍານຶກບຸນຄຸນຢ່າງຫຼວງຫຼາຍຕໍ່ໜ່ວຍອົງການບໍລິການປ່າໄມ້ຂອງສະ ຫະລັດ ສໍາລັບການສະຫນັບສະຫນູນໂຄງການດັ່ງກ່າວໃນເວລານີ້, ໃນເວລາທີ່ປະເທດຂອງພວກເຮົາຢູ່ໃນສົງຄາມ, ໃນລະຫວ່າງການຮຸກຮານຂອງຣັດເຊຍ."

7 ທ້ອງຖິ່ນ ໄດ້ຜ່ານການຝຶກອົບຮົມພິເສດ ແລະໄດ້ຮັບໃບຢັ້ງຢືນອາສາສະ ຫມັກແລ້ວ.

ທ່ານໂວໂລດີເມຍ ເປຕຣອບສກີ (Volodymyr Petrovsky), ນັກດັບເພີງອາສາສະໝັກ ກ່າວວ່າ:

“ພວກເຮົາຕ້ອງຮັກສາຊຸມຊົນຂອງພວກເຮົາໃຫ້ປອດໄພ. ຂ້ອຍເວົ້າກ່ຽວກັບການປ້ອງກັນໄຟໄຫມ້ປ່າ, ສະຖານະການສຸກເສີນຕ່າງໆ, ໄພພິບັດທາງທໍາມະຊາດ, ທຸກໆຢ່າງສາມາດເກີດຂື້ນໄດ້, ແຕ່ພວກເຮົາຈໍາເປັນຕ້ອງກຽມພ້ອມທີ່ຈະໃຫ້ຊ່ວຍເຫຼືອ. ແລະໃນກໍລະນີທີ່ມີບາງສິ່ງບໍ່ດີເກີດຂື້ນ, ພວກເຮົາຕ້ອງໄດ້ຊ່ວຍເຫຼືອປະຊາຊົນ.”

ການເຄື່ອນໄຫວຂອງບັນດານັກດັບເພີງອາສາສະໝັກ ໄດ້ຕົ້ນເລີ່ມຂຶ້ນກ່ອນມີສົງຄາມ.

ທ່ານວາຊີລ ດີ​ຢາຊັອກ (Vasil Dyachok), ຫົວໜ້າຊຸມຊົນເມືອງ ໂຣສໂຊຊາ (Rozsosha) ກ່າວວ່າ:

“ພວກ​ເຮົາ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ​ຊາ​ຊົນ​ຢູ່​ໃນ​ກຸ່ມຄົນ​ອາ​ສາ​ສະ​ຫມັກ. ປັດຈຸບັນນີ້ ພວກເຂົາສ່ວນຫຼາຍເຫຼົ່ານັ້ນແມ່ນຢູ່ແນວໜ້າ, ແຕ່ພວກເຮົາມີຫ້າ, ເຈັດ, ບາງທີແປດຄົນ ຈາກແຕ່ລະຊຸມຊົນທີ່ກ່າວວ່າ ພວກເຂົາເຈົ້າຊ່ວຍພວກເຮົາ.”

ສັນ​ນິ​ບາດ​ປົກ​ປ້ອງສິ່ງແວດລ້ອມ​ຢູ​ເຄ​ຣນ, ຮ່ວມກັບອົງການ​ຄຸ້ມ​ຄອງປ່າໄມ້ຂອງສະຫະລັດ, ໄດ້ຊ່ວຍຟື້ນຟູການດໍາເນີນງານຂອງນັກດັບເພີງອາສາສະໝັກ ໃນເມືອງໂຣສໂຊຊາ.

ທ່ານອັນດຣີ ໂກຊາກ (Andriy Kozak), ຈາກອົງການ​ຄຸ້ມ​ຄອງ​ເຫດ​ການສຸກເສີນຂອງລັດ ໃນພາກພື້ນຄະເມລນິສກີ (Khmelnytskyi) ກ່າວວ່າ:

"ນັກດັບເພີງອາສາສະຫມັກແມ່ນຜູ້ຊ່ວຍທໍາອິດຂອງພວກເຮົາ, ພວກເຂົາເຈົ້າມາຮອດສະຖານທີ່ໄວວາຖ້າມີໄຟໄຫມ້ ຈົນກ່ວາລົດດັບເພີງຂອງລັດຖະບານມາຮອດ ພວກເຂົາເຈົ້າກໍສາມາດເລີ່ມມອດໄຟໄດ້ແລ້ວ, ບາງທີ ອາດຈະກໍາຈັດມັນທັງຫມົດເລີຍ."

ທ່ານວາຊີລ ດາຊັອກ ກ່າວວ່າ:

"ໃນທຸກໆປີ, ພວກເຮົາມີເຫດການສຸກເສີນ ຫຼາຍກວ່າ 50 ເຫດການ, ໄຟ​ໄໝ້ອຸປະຕິເຫດ, ແລະປັດຈຸບັນ ໃນລະຫວ່າງສົງຄາມ, ມັນຮ້າຍແຮງຫຼາຍ, ມີການຍິງປືນໃຫຍ່​ໂຈມ​ຕີຢ່າງຕໍ່ເນື່ອງ, ປະຊາຊົນຂອງພວກເຮົາ ຕ້ອງເປັນຜູ້ທໍາອິດຢູ່ໃນສະຖານທີ່ເກີດເຫດ."

ທ່ານ ດາຊັອກ ກ່າວວ່າ ຊຸມຊົນຫວັງວ່າ ຈະດຶງດູດເອົາອາສາສະໝັກຫຼາຍຂຶ້ນແລະມີການຈັດຫ້ອງຮຽນສໍາລັບຄວາມປອດໄພກ່ຽວກັບໄຟຢູ່ໃນໂຮງຮຽນ.

ຄວາມຝັນທີ່ຍິ່ງໃຫຍ່ທີ່ສຸດຂອງຊຸມຊົນ ແມ່ນລົດດັບເພີງຄັນໃຫມ່, ແລະພວກເຂົາເຈົ້າຫວັງວ່າ ດ້ວຍການຊ່ວຍເຫຼືອຈາກອົງການຄຸ້ມ​ຄອງປ່າໄມ້ຂອງສະຫະ ລັດ ແລະສັນ​ນິ​ບາດ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຂອງ​ຢູ​ເຄ​ຣນ, ຄວາມຝັນຂອງພວກເຂົາເຈົ້າ ຈະກາຍມາເປັນຈິງໃນໄວໆນີ້.

ທ່ານດາຊັອກ ເອົາມືລູບລົດດັບເພີງ ແລ້ວກ່າວວ່າ:

“ເຈົ້າເປັນທີ່ຮັກຂອງຂ້ອຍ…”

The All-Ukrainian Environmental League is a grassroots organization that has been operating since 1997. As part of its portfolio, it trains groups of volunteers to fight wildfires. But in times of war, the firefighters' responsibilities have expanded. Tetiana Kukurika has the story, narrated by Anna Rice.

Man grabbing a helmet

“OK, this one is mine…”

Special vests, helmets and gloves – volunteer firefighters here in the Rozsosha community in the Khmelnitsky region of Ukraine are trying on firefighter gear gifted to them by the U.S. Forest Service.

Olena Pashchenko, All-Ukrainian Environmental League, UKR

“Thanks to the U.S. Forest Service, we were able to get some vital equipment like motor pumps, chain saws, walkie-talkies and specialized coats, boots, gloves and helmets for all the volunteer firefighters…”

The Rozsosha community is made up of 26 villages and is home to eleven-thousand people. It's where the All-Ukrainian Environmental League – together with the U.S. Forest Service – is starting a community-based forest fire protection system.

Olena Pashchenko, All-Ukrainian Environmental League, UKR

“We are very grateful to the U.S. Forest Service for supporting this project at this time, when our country is at war, during Russia’s aggression…”

Seven locals have gone through special training and received volunteer certificates.

Volodymyr Petrovsky, Volunteer Firefighter, UKR

“We need to keep our community safe. I’m talking about wildfire prevention, any emergency situations, natural disasters – anything can happen, but we need to be ready to help. And in case something bad happens, we need to help people.”

The volunteer firefighter movement had started before the war.

Vasil Dyachok, Rozsosha Town Community Chief, UKR

We started organizing people in volunteer brigades. Now most of those guys are at the front lines… But we had five, seven, maybe eight guys from each community who said they wanted to help us…”

The All-Ukrainian Environmental League, together with the U.S. Forest Service, helped revive Rozsosha's volunteer firefighter movement.

Andriy Kozak, Khmelnytskyi Regional State Emergency Service, UKR

Volunteer firefighters are our first helpersthey arrive very quickly if theres a fire; until a government firefighter truck comes, they can start putting out the fire, maybe eliminate it altogether.”

Vasil Dyachok, Head, Rozsosha Town Community, UKR

Every year, we have over 50 emergencies – fires, accidents… And now, during the war, it’s worse, there’s constant shelling… // Our people need to be the first ones at the scene.”

Dyachok says the community hopes to attract more volunteers and organize fire safety classes in schools.

The community’s biggest dream is a new fire truck, and they hope with the help from the U.S. Forest Service and the All-Ukrainian Environmental League, their dream will come true soon.

Dyachok patting a fire truck

“You’re my sweet darling…”

XS
SM
MD
LG