ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງສະຫະລັດ ໂຈມຕີທາງອາດ ຕໍ່ກຸ່ມທີ່ໜຸນຫຼັງໂດຍ ອີຣ່ານ ຫຼັງຈາກຖືກໂຈມຕີ ດ້ວຍລູກສອນໄຟຂີປະນາວຸດ


ທະຫານຂອງກຸ່ມພັນທະມິດ ກຳລັງປະຕິບັດການຊ້ອມລົບ ໃນສະຖານທີ່ແບບໃກ້ຊິດດ້ວຍລູກປືນແທ້ ຢູ່ທີ່ຖານທັບອາກາດ ອາລ-ອາຊາດ, ຢູ່ໃນອີຣັກ, ວັນທີ 30 ຕຸລາ 2023.
ທະຫານຂອງກຸ່ມພັນທະມິດ ກຳລັງປະຕິບັດການຊ້ອມລົບ ໃນສະຖານທີ່ແບບໃກ້ຊິດດ້ວຍລູກປືນແທ້ ຢູ່ທີ່ຖານທັບອາກາດ ອາລ-ອາຊາດ, ຢູ່ໃນອີຣັກ, ວັນທີ 30 ຕຸລາ 2023.

ກອງກຳລັງຂອງສະຫະລັດ ໄດ້ທຳການໂຈມຕີສອງຮອບຕໍ່ກອງກຳລັງທີ່ໄດ້ຮັບການໜຸນຫຼັງໂດຍອີຣານ ແລະສະຖານທີ່ແຫ່ງຕ່າງໆຂອງພວກເຂົາ ຢູ່ໃນປະເທດອີຣັກ ນັບຕັ້ງແຕ່ວັນຈັນຜ່ານມານີ້ ອີງຕາມກອງບັນຊາການກຳ​ລັງສະຫະລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ໃນຖະແຫລງການສະບັບນຶ່ງ ກອງບັນຊາການນັ້ນ ໄດ້ກ່າວກ່າວວ່າ ເຮືອບິນລົບຂອງສະຫະລັດ ໄດ້ເລີ້ມປະຕິບັດການ “ໂຈມຕີຢ່າງແມ່ນຢຳ ຕໍ່ສະຖານທີ່ສອງແຫ່ງຢູ່ໃນອີຣັກ” ໃນລະຫວ່າງເວລາຕອນເຊົ້າຂອງວັນພຸດມື້ນີ້ ຕາມເວລາໃນທ້ອງຖິ່ນ ຊຶ່ງເປັນ “ການຕອບໂຕ້ໂດຍກົງຕໍ່ການໂຈມຕີຕໍ່ ກອງກຳລັງຂອງສະຫະລັດ ແລະກຳລັງພັນທະມິດ ໂດຍອີຣ່ານ ແລະກຸ່ມຕ່າງໆທີ່ອີຣ່ານໜຸນຫຼັງ.”

ການໂຈມຕີທາງອາກາດຂອງສະຫະລັດ ໄດ້ແນເປົ້າໝາຍໃສ່ສູນປະຕິບັດການ ແລະສູນບັນຊາການແລະເຄື່ອງຄວບຄຸມ ທີ່ຖືກນຳໃຊ້ໂດຍພວກກຸ່ມຫົວຮຸນແຮງໜຸນຫຼັງໂດຍອີຣ່ານ ກາທຽບ ເຮສໂບລາ (Kataib Hezbollah) ຢູ່ໃກ້ໆເຂດ ອາລ ອານບາຣ ແລະ ຈູຣຟ໌ ອາລ-ຊາກຣ໌ ອີງຕາມເຈົ້າໜ້າທີ່ດ້ານການປ້ອງກັນປະເທດ ທີ່ໄດ້ກ່າວຕໍ່ວີໂອເອ.

ກອງກຳລັງກາທຽບ ເຮສໂບລາ ໄດ້ໄປມີໜ້າຢູ່ທີ່ສອງສະຖານທີ່ດັ່ງກ່າວນັ້ນ ຊຶ່ງເຈົ້າໜ້າທີ່ດ້ານການປ້ອງກັນປະເທດ ກ່າວວ່າ ໄດ້ສະໜັບສະໜຸນການໂຈມຕີຕໍ່ຖານທັບຂອງສະະລັດ ຢູ່ໃນອີຣັກ ແລະຊີເຣຍ ເມື່ອບໍ່ດົນມານີ້.

ເຈົ້າໜ້າທີ່ດ້ານການປ້ອງກັນປະເທດ ໄດ້ກ່າວຕື່ມວ່າ ການປະເມີນຜົນໃນເບື້ອງຕົ້ນ ຊີ້ໃຫ້ເຫັນວ່າ ພວກຫົວຮຸນແຮງຢ່າງໜ້ອຍ 6 ຄົນຖືກສັງຫານ ໃນການໂຈມຕີທາງອາກາດສອງຄັ້ງດັ່ງກ່າວ

U.S. forces have carried out two series of strikes against Iran-backed forces and their facilities in Iraq since Monday, according to U.S. Central Command.

In a statement, the command said that U.S. fighter aircraft launched "precision strikes against two facilities in Iraq” during the early hours of Wednesday local time, which were “in direct response to attacks against U.S. and coalition forces by Iran and Iran-backed groups.”

The U.S. strikes targeted an operations center and a command and control node used by the Iran-backed militant group Kataib Hezbollah near Al Anbar and Jurf al-Saqr, a defense official told VOA.

Kataib Hezbollah forces were present at the two facilities, which the defense official said had supported recent attacks on U.S. bases in Iraq and Syria. Early assessments point to at least six militants killed in the two strikes, the defense official added.

XS
SM
MD
LG