ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອາຫານ ແລະຢາ ສະຫະລັດ ອະນຸມັດໃຫ້ສັກຢາວັກຊີນຟາຍເຊີຣ ຫຼືໂມເດີນາ ແກ່ກຸ່ມທີ່ມຄວາມສ່ຽງສູງ ເປັນເຂັມທີສາມ


ນາງລາໂຕຢາ ແຟນເຕິສ (ຊ້າຍ) ນັ່ງກັບລູສາວ ນາງ ຕາຣາຈີ ແລະນາງອາມີຢາ ແຟນເຕີສ ອາຍຸ 13 ປີ ຫ໌ັງຈາກທັງສອງຄົນໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ຢູ່ເມືອງນິວອໍຣລີນ ລັດຫລູຍເຊຍນາ ວັນທີ 12 ສິງຫາ 2021.
ນາງລາໂຕຢາ ແຟນເຕິສ (ຊ້າຍ) ນັ່ງກັບລູສາວ ນາງ ຕາຣາຈີ ແລະນາງອາມີຢາ ແຟນເຕີສ ອາຍຸ 13 ປີ ຫ໌ັງຈາກທັງສອງຄົນໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ຢູ່ເມືອງນິວອໍຣລີນ ລັດຫລູຍເຊຍນາ ວັນທີ 12 ສິງຫາ 2021.

ອົງການອາຫານ ແລະຢາ ສະຫະລັດ ຫຼື FDA ໄດ້ໃຫ້ການອະນຸມັດຕໍ່ການສັກ ຢາວັກຊີນກັນໂຄວິດ-19 ຟາຍເຊີຣ (Pfizer) ຫຼືໂມເດີຣນາ (Moderna) ເຂັມ ທີສາມ ແກ່ຄົນຈຳນວນນຶ່ງ ທີ່ມີລະບົບພູມຕ້ານທານທີ່ອ່ອນແອ.

ດຣ. ແຈແນັດ ວູດຄັອກ (Janette Woodcock) ຜູ້ຮັກສາການຊົ່ວຄາວຂອງ ອົງການດັ່ງກ່າວ ກ່າວຢູ່ໃນຖະແຫຼງການ ໃນຕອນແລງ ວັນພະຫັດວານນີ້ວ່າ “ອົງການ FDA ຮັບຮູ້ຢ່າງເປັນການສະເພາະວ່າ ຜູ້ຄົນທີ່ມີພູມຕ້ານທານຕໍ່າ ແມ່ນມີຄວາມສ່ຽງເປັນພິເສດຕໍ່ການຕິດພະຍາດທີ່ຮ້າຍແຮງ.”

ທ່ານນາງວູດຄັອກ ກ່າວວ່າ “ສ່ວນບຸກຄົນອື່ນໆ ຜູ້ທີ່ໄດ້ຮັບການສັກຢາວັກຊີນ ຢ່າງຄົບຖ້ວນແລ້ວ ແມ່ນໄດ້ຮັບການຄຸ້ມກັນພຽງພໍ ແລະບໍ່ຕ້ອງການສັກຢາວັກ ຊີນກັນໂຄວິດ-19 ເພີ້ມຕື່ມ ໃນເວລານີ້.”

ບັນດານັກວິທະຍາສາດ ພວມຖົກຖຽງກັນວ່າ ຄວນຈະສະເໜີໃຫ້ສັກຢາວັກຊີນ ກັນໂຄວິດ-19 ເປັນພິເສດອີກໂດສນຶ່ງຫຼືບໍ່ ໃຫ້ແກ່ບຸກຄົນທີີ່ມີພູມຕ້ານທານຕໍ່າ ເຊັ່ນວ່າບັນດາຄົນປ່ວຍທີ່ປ່ຽນອະໄວຍະວະ ຫຼືພວກຄົນປ່ວຍທີ່ເປັນໂຣກມະເຮັງ. ການຄົ້ນຄວ້າຫວ່າງມໍ່ໆມານີ້ ໂດຍມະຫາວິທະຍາໄລຈອນສ໌ ຮັອບກິນສ໌ ໄດ້ພົບ ເຫັນວ່າ ບັນດາຄົນປ່ວຍທີ່ປ່ຽນອະໄວຍະວະຫຼາຍຄົນ ມີພູມຕ້ານທານພຽງເລັກ ນ້ອຍຫຼືບໍ່ມີເລີຍຫຼັງຈາກໄດ້ຮັບການສັກຢາວັກຊີນສອງເຂັມຢ່າງເຕັມທີ່ແລ້ວ ແຕ່ ການສັກຢາເພີ້ມເຂັມທີສາມເສີມຈະຂະຫຍາຍພູມຕ້ານທານໃນຮ່າງກາຍຂອງ ເຂົາເຈົ້າ.

ມີຊາວອາເມຣິກັນ ລະຫວ່າງ 3 ຫາ 9 ລ້ານຄົນ ທີ່ມີລະບົບພູມຕ້ານທານ ທີ່ ອ່ອນແອ ເນື່ອງມາຈາກພະຍາດ ຫຼືຍ້ອນຢາທີ່ເຂົາເຈົ້າກິນ.

ໃນວັນພະຫັດວານນີ້ ຜູ້ພິພາກສາສານສູງສຸດສະຫະລັດ ທ່ານນາງເອມີ ຄໍນີ ບາແຣດ
(Amy Coney Barrett) ໄດ້ປະຕິເສດຄຳຮ້ອງຂໍຈາກກຸ່ມນຶ່ງຂອງ ພວກນັກສຶກສາ
ຈາກມະຫາວິທະຍາໄລອິນເດຍນາ ຜູ້ທີ່ພວມຊອກຫາທາງບໍ່ ໃຫ້ທາງໂຮງຮຽນ ສັ່ງໃຫ້
ພວກນັກສຶກສາພາກັນສັກຢາວັກຊີນປ້ອງກັນໄວຣັສ ໂຄໂຣນາ. ໂຮງຮຽນອາດທຳການ
ເຄື່ອນໄຫວຕໍ່ໄປດ້ວຍການສັ່ງໃຫ້ສັກຢາວັກ ຊີນ.

ໃນການຕັດສິນຂອງທ່ານນາງ ຂອງຜູ້ພິພາກສາບາແຣດ ບໍ່ໄດ້ລາຍງານວ່າ ທ່ານນາງ
ໄດ້ປຶກສາກັບບັນດາຜູ້ພິພາກສາຄົນອື່ນໆກ່ຽວກັບກໍລະນີດັ່ງກ່າວນີ້ ຫຼືບໍ່. ທ່ານນາງບາ
ແຣດ ພິຈາລະນາການຂໍຮ້ອງສຸກເສີນຈາກເຂດດັ່ງກ່າວຂອງປະເທດ ບ່ອນທີ່ມະຫາວິ
ທະຍາໄລຕັ້ງຢູ່ນັ້ນ.

ພວກເຈົ້າໜ້າທີ່ຢູ່ທາງພາກເໜືອຂອງປະເທດເຢຍຣະມັນ ຢ້ານກົວວ່າ ນາງພະຍາບານ
ຄົນນຶ່ງໄດ້ສັກນໍ້າເກືອ ໃຫ້ຫຼາຍກວ່າ 8,000 ຄົນ ແທນທີ່ຈະແມ່ນສັກຢາປ້ອງກັນໂຄວິດ
ໃຫ້ແກ່ພວກເຂົາເຈົ້າ ແລະກຳລັງຮຽກຮ້ອງໃຫ້ຜູ້ຄົນ ພາກັນ ສັກຢາປ້ອງກັນໂຄວິດຄືນ
ໃໝ່ອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG