ການກໍ່ອາຊະຍາກຳໄດ້ເກີດຂຶ້ນຢ່າງຫຼວງຫຼາຍໃນທົ່ວ ສະຫະລັດ, ໂດຍສະເພາະໃນຕົວເມືອງໃຫຍ່ຕ່າງໆ ແລະ ບັນດາເຈົ້າໜ້າທີ່ຕຳຫຼວດ ແມ່ນໄດ້ເຮັດວຽກຢ່າງຫ້າວຫັນຕະຫຼອດ 24 ຊົ່ວໂມງ, ເພື່ອຕອບສະໜອງ ຕໍ່ການຂໍຄວາມຊ່ວຍເຫຼືອຂອງປະຊາຊົນ. ແຕ່ປັດຈຸບັນ ສະຫະລັດ ກຳລັງປະເຊີນກັບວິກິດການຂາດແຄນຕຳຫຼວດ, ສົ່ງຜົນກະທົບໃຫ້ເຂົາເຈົ້າປະຕິບັດຕາມຄຳຮຽກຮ້ອງຄວາມຊ່ວຍເຫຼືອຂອງປະຊາຊົນບໍ່ທົ່ວເຖິງ. ພຸດທະສອນ ຈະນຳເອົາລາຍງານມາສະເໜີທ່ານໃນອັນດັບຕໍ່ໄປ.
ຕຳຫຼວດ ສະຫະລັດ ແບ່ງອອກເປັນຫຼາຍອົງກອນ ໄດ້ແກ່ຕຳຫຼວດລັດຖະບານກາງ, ຕຳຫຼວດລັດ, ຕຳຫຼວດປະຈຳເຂດ, ຕຳຫຼວດເມືອງ ແລະອື່ນໆ. ສາເຫດທີ່ ສະຫະລັດ ມີຫຼາຍກຸ່ມຕຳຫຼວດ ກໍແມ່ນບັນດາຜູ້ກໍ່ຕັ້ງປະເທດບໍ່ຢາກມີລັດຕຳ ຫຼວດ ເພາະວ່າການເພັ່ງເລັງອຳນາດໃສ່ອົງການຕຳຫຼວດນຶ່ງຈະນຳໄປສູ່ການປົກຄອງແບບຜະເດັດການ ແລະ ອີກສາເຫດນຶ່ງກໍແມ່ນຫຼາຍລັດຫຼາຍເຂດແມ່ນມີນະໂຍບາຍໃນການປົກຄອງທີ່ແຕກຕ່າງກັນ.
ການກໍ່ອາຊະຍາກຳໄດ້ເກີດຂຶ້ນຢ່າງຫຼວງຫຼາຍໃນແຕ່ລະວັນລວມມີ ການຄາດຕະກຳ, ການລະເມີດທາງເພດ, ການທຳຮ້າຍຮ່າງກາຍ, ການປຸ້ນຈີ້, ການລັກຂະໂມຍ, ຄວາມຮຸນແຮງພາຍໃນຄອບຄົວ ແລະ ອື່ນ. ໃນນະຄອນຫຼວງ ວໍຊິງຕັນ, ມາຮອດວັນທີ 27 ພຶດສະພາທີ່ຜ່ານມາມີການກໍ່ອາຊະຍາກຳທັງໝົດ 12,807 ຄັ້ງ, ອີງຕາມສະຖິຕິກົມຕຳຫຼວດເທດສະບານຂອງນະຄອນຫຼວງ ວໍຊິງຕັນ.
ຕຳຫຼວດ ສະຫະລັດ ມີທ່າທີແຂງຂຶມ, ຈິງຈັງກັບໜ້າທີ່ວຽກງານ ແລະ ມີຫຸ່ນໃຫຍ່. ເຂົາເຈົ້າມັກທຳການລາດຕະເວນ ຢູ່ທຸກຮ່ອມຊອຍຂອງແຕ່ລະໝູ່ບ້ານ. ແຕ່ລະມື້ ເຂົາເຈົ້າຖືກມອບໝາຍໃຫ້ທຳການລາດຕະເວນເປັນເຂດ, ປະຕິບັດງານນຳກັນຫຼາຍຄົນ, ຂັບລົດສັບປ່ຽນກັນໄປມາ. ເຂົາເຈົ້າສາມາດໃຫ້ການໜູນຫຼັງກັນທຸກເວລາ ເມື່ອມີຄວາມຕ້ອງການເພື່ອຕອບຮັບກັບເຫດສຸກເສີນ.
ແຕ່ໃນປັດຈຸບັນນີ້ ສະຫະລັດ ແມ່ນກຳລັງປະເຊີນກັບວິກິດການຂາດແຄນຕຳ ຫຼວດເນື່ອງມາຈາກການອອກບຳນານ ແລະ ການລາອອກ, ເຊິ່ງມັນໄດ້ກໍ່ໃຫ້ເກີດການຕອບສະໜອງຕໍ່ຄວາມຊ່ວຍເຫຼືອບໍ່ພຽງພໍ, ເຊິ່ງຕຳຫຼວດທ່ານນຶ່ງທີ່ໄດ້ກ່າວຕໍ່ວີໂອເອລາວວ່າ
ໃນເມືອງທີ່ຂ້ອຍເຮັດການເຮົາບໍ່ມີຕຳຫຼວດພຽງພໍ, ດຽວນີ້ຫຼາຍຄົນບໍ່ສົນໃຈໃນການເປັນຕຳຫຼວດ. ເພາະສະນັ້ນຄົນໂທມາຖ້າມັນເປັນເລື່ອງຮ້າຍແຮງທີ່ສຸດເຮົາຈຶ່ງຈະໄປ. ຢູ່ໃນເມືອງທີ່ຂ້ອຍເຮັດວຽກເຮົາມີປະມານ 600 ຄົນທີ່ເປັນຕຳຫຼວດ ແລະ ດຽວນີ້ເຮົາມີປະມານ 100 ພັນຄົນໂທມາຂໍການຊ່ວຍເຫຼືອ. ໃນຊົ່ວໂມງນຶ່ງເຮົາອາດຊິມີ 250 ຄົນໂທມາຂໍຄວາມຊ່ວຍເຫຼືອ ແລະ ເຮົາມີ 600 ຄົນ ສະນັ້ນບໍ່ມີຄົນພຽງພໍ.”
ທ່ານກ່າວຕື່ມວ່າບັນຫາໃຫຍ່ໃນປະເທດນີ້ດຽວນີ້ແມ່ນມີຄົນທີ່ບໍ່ມີບ່ອນອາໄສຫຼາຍ ພ້ອມກັບຜູ້ໃຊ້ຢາເສບຕິດເຊັ່ນຢາບ້າ, ກັນຊາ, ໂຄເຄນ, ເຮໂຣອິນ ແລະອື່ນໆ. ເຂົາເຈົ້າໄດ້ສ້າງບັນຫາຢູ່ທຸກຫົນທຸກແຫ່ງ. ດັ່ງນັ້ນເວລາທີ່ຕຳຫຼວດເຂົ້າຫາຄົນພວກນີ້ເຂົາເຈົ້າຕ້ອງໄດ້ລະວັງຕົວເປັນພິເສດ ເຊິ່ງບາງຄັ້ງເຂົາເຈົ້າກໍຕ້ອງໄດ້ໃຊ້ກຳລັງເຂົ້າຈັບກຸມ.
ຕຳຫຼວດ ສະຫະລັດ ຈະໃຊ້ກຳລັງເວລາທີ່ຜູ້ຕ້ອງສົງໄສຂັດຂືນຄຳສັ່ງ ຫຼື ມີອາວຸດໃນຄອບຄອງ. ສະຖານະການທີ່ເຈົ້າໜ້າທີ່ຕຳຫຼວດມີຄວາມເປັນໄປໄດ້ສູງທີ່ຈະໃຊ້ກຳລັງແມ່ນການຈັບກຸມ, ຄວາມບໍ່ສະຫງົບ, ຄວາມຮຸນແຮງພາຍໃນຄອບຄົວ, ການກັກລົດຢູ່ຖະໜົນ, ເມົາເຫຼົ້າ ແລະ ອື່ນໆ.
ການໃຊ້ກຳລັງເຂົ້າຈັບກຸມຂອງຕຳຫຼວດແມ່ນມີຢູ່ 5 ລະດັບຄືນຶ່ງການໃຊ້ຄຳເວົ້າ, 2 ບໍ່ໃຊ້ອາວຸດ, 3 ການໃຊ້ອາວຸດທີ່ບໍ່ຮ້າຍແຮງເຖິງຊີວິດ, 4 ການໃຊ້ກຳລັງເຖິງແກ່ຊີວິດ (ໃນການປ້ອງກັນຕົນເອງ) ແລະ 5 ແມ່ນການໃຊ້ກຳລັງເຖິງແກ່ຊີວິດ (ໃນການໂຈມຕີ.)
ພຸດທະສອນ ຖາມເວລາອ້າຍປະຕິບັດໜ້າທີ່ອ້າຍເຄີຍໃຊ້ກຳລັງບໍ່?
“ບາງເທື່ອ, ມັນຈຳເປັນບາງເທື່ອ. ເພາະວ່າປົກກະຕິເຮົາພະຍາຍາມບໍ່ໃຊ້ກຳລັງ. ຕຳຫຼວດບາງຄົນຢ້ານໃຊ້ກຳລັງເພາະວ່າດຽວນີ້ປະຊາຊົນບໍ່ມັກ. ແຕ່ວ່າຈະມີຄົນທີ່ເຮັດຜິດກົດໝາຍ ມັນເປັນເລື່ອງຮ້າຍແຮງ ແລະ ເຂົາເຈົ້າບໍ່ຍອມ, ມັນຈຳເປັນຕ້ອງໃຊ້ກຳລັງໜ້ອຍທີ່ສຸດທີ່ເປັນໄປໄດ້. ແຕ່ເກືອບທຸກອາທິດເຈົ້າຕ້ອງໃຊ້ກຳລັງ. ປົກກະຕິເຮົາບໍ່ໄດ້ຕີຄົນເຮົາມີແຕ່ພິກເຂົາເຈົ້າໄປມາໜ້ອຍນຶ່ງ.
ພຸດທະສອນ ຖາມ: ອ້າຍບໍ່ໄດ້ໃຊ້ປືນຈັກເທື່ອເນາະ?
“ຄັ້ງນຶ່ງ, ຍິງຄົນນຶ່ງໃນອາຊີບຂ້ອຍ. ມັນເປັນຄອບຄົວກັບລັງຕີກັນຖຽງກັນ ແລ້ວລາວຍ່າງມາຫາຂ້ອຍ ລະລາວມີມີດ ຂ້ອຍບອກໃຫ້ລາວຢຸດຫຼາຍເທື່ອລາວບໍ່ໄດ້ຢຸດ.”
ຜູ້ຊາຍຄົນດັ່ງກ່າວທີ່ຖືກຍິງແມ່ນບໍ່ໄດ້ເສຍຊີວິດ ແຕ່ລາວໄດ້ເສຍຊີວິດນຶ່ງປີຕໍ່ມາຍ້ອນອຸບັດຕິເຫດ.
ບາງຄັ້ງຕຳຫຼວດກໍໄດ້ໃຊ້ກຳລັງເກີນຂອບເຂດ, ຈົນເຮັດໃຫ້ຜູ້ຕ້ອງສົງໄສໄດ້ຮັບບາດເຈັບ ແລະ ແມ່ນກະທັ້ງເສຍຊີວິດ, ຕົວຢ່າງຄະດີໃນລັດມິນເນໂຊຕ້າ ທີ່ຕຳຫຼວດຄົນຜິວຂາວໃຊ້ຫົວເຂົ່າກົດໃສ່ຄໍຂອງຜູ້ຕ້ອງສົງໄສຄົນອາເມຣິກັນເຊື້ອສາຍອາຟຣິກາ ທ້າວ ຈອດຈ໌ ຟລອຍດ໌ ຈົນເສຍຊີວິດ. ເຮັດໃຫ້ປະຊາຊົນອອກມາປະທ້ວງໃນທົ່ວປະເທດ ເພື່ອຕໍ່ຕ້ານຄວາມໂຫດຮ້າຍຂອງຕຳຫຼວດຕໍ່ປະຊາຊົນ.
ທ່ານ ຈອນ ຄົນລາວທີ່ອາໄສຢູ່ລັດນິວຢອກ ກ່າວວ່າການຂັດຂືນຕຳຫຼວດແມ່ນຄວາມຜິດພາດຢ່າງໃຫຍ່.
ທ່ານ ຈອນ ກ່າວວ່າ “ເຮົາເຫັນຂ່າວຕຳຫຼວດຍິງຄົນຕາຍທຸກເທື່ອກະຍ້ອນເຂົາເຈົ້າບໍ່ຟັງຄຳສັ່ງຕຳຫຼວດ. ເວລາອ້າຍຖືກຕຳຫຼວດກັກນີ້ອ້າຍຊິບໍ່ເຮັດຫຍັງໃຫ້ເພິ່ນສົງໄສ. ມືຕ້ອງຈັບພວງມາໄລລົດຕະຫຼອດ. ຖ້າເຮົາຍ້າຍມືໄປບ່ອນອື່ນເຂົາອາດຄິດວ່າເຮົາຊິຍື້ໄປເອົາປືນເອົາອາວຸດຊີ້ນະ. ເຂົາອາດໃຊ້ກຳລັງກັບເຮົາໄດ້.”
ໂດຍລວມແລ້ວ, ຕຳຫຼວດໃນ ສະຫະລັດ ໄດ້ສ້າງຄວາມອົບອຸ່ນ ແລະ ຄວາມປອດໄພໃຫ້ແກ່ຊຸມຊົນຕ່າງໆໃນທົ່ວປະເທດ. ຖ້າເກີດເຫດການສຸກເສີນ ແລະ ໂທຫາເບີ 911 ເຂົາເຈົ້າຈະມາຮອດທ່ານໃນເວລາບໍ່ເຖິງ 5 ນາທີ.