ສະຫະລັດໄດ້ຂັບໄລ່ນັກການທູດຣັດເຊຍ 2 ຄົນ ເພື່ອເປັນການຕອບໂຕ້ຕໍ່ການໂຈມຕີນັກການທູດສະຫະລັດ ທີ່ນະຄອນຫຼວງມົສກູໂດຍຕຳຫຼວດຣັດເຊຍ.
ທ່ານ John Kirby ໂຄສົກກະຊວງການຕ່າງປະເທດ ກ່າວໃນວັນສຸກວານນີ້ວ່າ ເຈົ້າໜ້າທີ່ຣັດເຊຍທີ່ບໍ່ໄດ້ລະບຸຊື່ 2 ຄົນໄດ້ຖືກຂັບໄລ່ອອກຈາກປະເທດເມື່ອວັນ 17 ມິຖຸນາຜ່ານມາເກືອບ 2 ອາທິດ ຫລັງຈາກທ່ານກ່າວວ່າ ຕຳຫຼວດຍາມຣັດເຊຍໄດ້ໂຈມຕີນັກການທູດ ອາເມຣິກັນຢູ່ນອກສະຖານທູດສະຫະລັດ ໃນນະຄອນ ຫຼວງມົສກູ.
ວີດີໂອທີ່ນຳອອກເຜີຍແຜ່ໂດຍຕາໜ່າງໂທລະພາບ NTV ຣັດເຊຍໃນຕົ້ນອາທິດສະແດງໃຫ້ເຫັນວ່າ ຊາຍຄົນນຶ່ງອອກຈາກລົດແທັກຊີຢູ່ຕໍ່ໜ້າສະຖານທູດ ແລະກໍຖືກຫຼິ້ນງານ ໃນທັນທີໂດຍຍາມຣັດເຊຍຄົນນຶ່ງຊຶ່ງປະຈຳຢູ່ທີ່ປ້ອມ. ທັງສອງຄົນໄດ້ປ້ຳກັນລົງພື້ນດິນກ່ອນທີ່ຜູ້ຊາຍຄົນນັ້ນ ສາມາດຄານເຂົ້າໄປໃນທາງເຂົ້າຂອງຕຶກອາຄານ.
ທ່ານ Kirby ກ່າວວ່າ ການໂຈມຕີເລີ້ມຂຶ້ນເວລານັກການທູດອາເມຣິກັນແຈ້ງໃຫ້ຍາມຊາບ ວ່າຜູ້ກ່ຽວແມ່ນໃຜ.
ທ່ານ Kirby ກ່າວຕື່ມວ່າ ເຫດການນີ້ເກີດຂຶ້ນ ໂດຍບໍ່ໄດ້ມີການຫາເລື້ອງເກາະຜິດໃດໆແລະມັນເປັນອັນຕະລາຍຕໍ່ຄວາມປອດໄພພະນັກງານຂອງເຮົາ.
ໃນຕົ້ນອາທິດ ໂຄສົກຍິງຄົນນຶ່ງຂອງຣັດເຊຍກ່າວອ້າງວ່າ ເຈົ້າໜ້າທີ່ສະຫະລັດຄົນນີ້ແມ່ນເປັນນັກສືບຂອງຊີໄອເອ ທີ່ໄດ້ປະຕິເສດບໍ່ຍອມເປີດເຜີຍໂຕເອງວ່າ ລາວແມ່ນໃຜ ແລະໄດ້ເອົາກຳປັ້ນຊັດໜ້າຍາມ.
ໂຄສົກກະຊວງການຕ່າງປະເທດຣັດເຊຍ ທ່ານນາງ Maria Zakharova ກ່າວວ່າ ແທນ ທີ່ຈະແມ່ນເຈົ້າໜ້າທີ່ຊີໄອເອ ທີ່ປິດບັງຖານະ ຕາມທີ່ພວກເຮົາເຂົ້າໃຈ ມັນອາດຈະເປັນຜູ້ໃດກໍໄດ້ ຜູ້ກໍ່ການຮ້າຍ ພວກຫົວຮຸນແຮງຈັດຫຼືຜູ້ໂຈມຕີດ້ວຍລະເບີດສະຫຼະຊີບ.
ທ່ານ Kirby ໄດ້ປະຕິເສດຕໍ່ການກ່າວຫາຂອງຣັດເຊຍທີ່ວ່າຜູ້ຊາຍຄົນນັ້ນເປັນເຈົ້າໜ້າ ທີ່ຊີໄອເອ.
ທ່ານກ່າວວ່າ ຣັດເຊຍອ້າງວ່າ ຕຳຫຼວດແມ່ນມາຄຸ້ມຄອງສະຖານທູດ ຈາກບຸກຄົນທີ່ບໍ່ຮູ້ວ່າແມ່ນໃຜນັ້ນ ແມ່ນເປັນເລື້ອງທີ່ບໍ່ຈິງ.
The United States has expelled two Russian diplomats in retaliation for an attack on a U.S. diplomat in Moscow at the hands of Russian police.
U.S. State Department Spokesman John Kirby said Friday the two unnamed Russian officials were expelled June 17, almost two weeks after he said a Russian guard attacked a U.S. diplomat outside the U.S. embassy compound in Moscow.
A video released earlier in the week by Russian state television network NTV shows a man leaving a taxi in front of the embassy and being immediately tackled by a Russian guard who came out of a sentry box. The two wrestle on the ground for a few moments before the man is able to crawl through the entrance of the building.
Kirby said the attack occurred after the American diplomat had identified himself to the guard.
"The action was unprovoked and it endangered the safety of our employee,” Kirby said.
Earlier in the week, a Russian spokeswoman claimed the U.S. official was an undercover CIA agent who had refused to identify himself and punched the guard in the face.
"Instead of the CIA employee, who was in disguise, as we understand, it could have been anyone - a terrorist, an extremist, a suicide bomber," Russia’s Foreign Ministry Spokeswoman Maria Zakharova said.
Kirby denied the Russian accusation that the man was a CIA agent.
“The Russian claim that the policeman was protecting the embassy from an unidentified individual is simply untrue,” he said.