ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະສະຫະພາບຢູໂຣບ ຈະເພີ້ມ ​ການ​ປະ​ສານ​ງານ​ກັນ ໃນ​ການ​ສະ​ໜອງເຊມີຄອນດັກເຕີ້ ຕ້ານການອອກຂ່າວບິດເບືອນຄວາມ​ຈິງ ຂອງຣັດເຊຍ


ທ່ານ​ນາງ Gina Raimondo, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ ສ​ຫລ-ອາ​ຊຽນທີ່ວໍ​ຊິງ​ຕັນ ດີ​ຊີ, ວັນ​ທີ 12 ພຶດ​ສະ​ພາ, 2022. ທ່ານ​ນາງ ແລະ​ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າຂອງ ສ​ຫລ, ທ່ານ​ນາງ Katherine Tai ກຳ​ລັງ​ຢູ່​ໃນ​ຝ​ຣັ່ງເພື່ອ​ພົບ​ປະ​ກັບສະ​ພາ​ການ​ຄ​້​າ ແລະ​ເທັກ​ໂນ​ໂລ​ຈີ
ທ່ານ​ນາງ Gina Raimondo, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ ສ​ຫລ-ອາ​ຊຽນທີ່ວໍ​ຊິງ​ຕັນ ດີ​ຊີ, ວັນ​ທີ 12 ພຶດ​ສະ​ພາ, 2022. ທ່ານ​ນາງ ແລະ​ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າຂອງ ສ​ຫລ, ທ່ານ​ນາງ Katherine Tai ກຳ​ລັງ​ຢູ່​ໃນ​ຝ​ຣັ່ງເພື່ອ​ພົບ​ປະ​ກັບສະ​ພາ​ການ​ຄ​້​າ ແລະ​ເທັກ​ໂນ​ໂລ​ຈີ

ສະ​ຫະ​ລັດ ແລະ​ສະ​ຫະ​ພາບ​ຢູ​ໂຣບມີ​ແຜນ​ທີ່​ຈະ​ປະ​ກາດ​ໃນ​ວັນ​ຈັນ​ມື້​ນີ້ ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຮ່ວມ ທີ່​ແນ​ໃສ່​ລະ​ບຸ​ການ​ຢຸດ​ສະ​ງັກ​ ຂອງ​ການ​ສະ​ໜອງ​ເຊ​ມີ​ຄອນ​ດັກເຕີ ພ້ອມ​ທັງການ​ຕ້ານການ​ອອກໃຫ້​ຂ່າວທີ່ບິດ​ເບືອນຂອງ​ຣັດ​ເຊຍ, ອີງ​ຕາມພວກເຈົ້າ​ໜ້າທີ່ເວົ້າ​ ແລະ​ລາຍ​ງານໂດຍ​ອົງ​ການ​ຂ່າວ​ເອ​ເອັ​ຟ​ພີ (AFP)

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະ​ຫະ​ລັດ​ ໄດ້​ໄປ​ຢ້ຽມ​ຢາມ​ສູນ​ວິ​ທະ​ຍາ​ສາດ ຊາ​ເຄ​ລ (Saclay) ຂອງ​ຝຣັ່ງ ເພື່ອ​ພົບ​ປະ​ກັບ​ສະ​ພາ​ການ​ຄ້າ ແລະ​ເທັກ​ໂນ​ໂລ​ຈີ ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນປີ​ກາຍ​ນີ້ ໃນ​ຂະ​ນະ​ທີ່ຈີນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ​ຕົນ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດຮັບ​ຮູ້​ວ່າ ການ​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍໄດ້​ເປີດ​ກວ້າງ​ຂອບ​ເຂດ​ຂອງ​ສະ​ພາ, ແຕ່​ກ່າວ​ວ່າ ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ​ຍັງ​ມີ​ຄວາມ​ສົນ​ໃຈ​ຕໍ່​ການ​ແຂ່ງ​ຂັນ​ຈາກ​ຈີນ.

ທັງສອງ​ຝ່າຍ​ຈະ​ປະກາດ "ລະບົບ​ເຕືອນ​ໄພ​ແຕ່​ຕົ້ນ" ​ໃນ​ການ​ຢຸດ​ສະ​ງັກ​ຂອງ​ການສະ​ໜອງ​ເຊມີ​ຄອນ​ດັກ​ເຕີ້ (semiconductor) ດ້ວຍ​ຄວາມຫວັງ​ວ່າ​ຈະ​ຫຼີກ​ລ່ຽງ​ການ​ແຂ່ງຂັນ​ຫຼາຍ​ເກີນ​ໄປ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກ​ ສຳລັບ​ຊິ້ນສ່ວນເທັກ​ໂນ​ໂລ​ຈີ​ທີ່​ສຳຄັນ.

ອຸດສາຫະກໍາດັ່ງ​ກ່າວໄດ້ຖືກ​ກະ​ທົບ​ກະ​ເທືອນຈາກການຂາດແຄນຊິ້ນ​ສ່ວນ​ສໍາ ລັບການຜະລິດຊີບ ໂດຍ​ໄດ້​ຖິ້ມ​ໂທດ​ໃສ່ການເພີ້ມ​ສູງ​ຂຶ້ນຢ່າງ​ຫລວງ​ຫລາຍ ຂອງຄວາມຕ້ອງການໃນທົ່ວໂລກສໍາລັບຜະລິດຕະພັນເອເລັກໂທຣນິກ ແລະ ການລະບາດຢ່າງ​ໜັກຂອງພະ​ຍາດໄດ້​ເປັ​ນ​ໄພ​ຂົ່ມ​ຂູ່​ຕໍ່ລະບົບຕ່ອງໂສ້ສະຫນອງ ສິນ​ຄ້າ.

ທ່ານນາງ​ມາ​ເກ​ຣດ​ເຕີ ແວ​ສ​ເຕ​ເຈີ (Margrethe Vestager), ຫົວໜ້າຄະນະກຳມາທິການດ້ານການແຂ່ງຂັນຂອງຢູໂຣບ ກ່າວຕໍ່ບັນດານັກຂ່າວ ໃນວັນອາ ທິດວານນີ້ວ່າ "ພວກເຮົາຫວັງວ່າ ຈະຕົກລົງກັນກ່ຽວກັບການ​ໃຫ້ເງິນອຸດຫນູນໃນລະດັບສູງ -- ວ່າມັນຈະບໍ່ເກີນລະ​ດັບ​ທີ່ຈຳເປັນ ແລະໃນອັດຕາທີ່​ສົມສ່ວນ ແລະ ເໝາະສົມ.

ຈຸດປະສົງກໍແມ່ນວ່າ "ໃນຂະນະທີ່ທັງວໍຊິງຕັນແລະບ​ຣັ​ສ​ເຊີ​ລ​ສ໌ ຊອກຫາທາງ ຊຸກຍູ້ການລົງທຶນໃນ​ການ​ຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ ໃນແຕ່​ລະປະເທດຂອງພວກເຮົາ, ພວກເຮົາຈະເຮັດເຊັ່ນນັ້ນ ໃນລັກສະນະທີ່​ມີການປະສານງານກັນ ແລະບໍ່ແມ່ນ​ຈະ​ມີແຕ່ສົ່ງເສີມການແຂ່ງຂັນກັນ​ໃນ​ກ​ານໃຫ້ເງິນອຸດຫນູນໂລດ," ນັ້ນ​ຄື​ຄຳ​ເວົ້າ​ຂອງເຈົ້າໜ້າທີ່ ສະຫະລັດຄົນນຶ່ງທີ່ບໍ່​ປະ​ສົງ​ບອກ​ນາມເວົ້າ​ເປັນ​ການຕ່າງຫາກ.

ສະຫະລັດໄດ້ວາງລະບົບເຕືອນໄພແຕ່​ຕົ້ນຂອງຕົນ ໃນປີ 2021 ທີ່ເບິ່ງລະບົບຕ່ອງໂສ້ສະໜອງສິນ​ຄ້າໃນເຂດ​ເອເຊຍ​ຕາເວັນອອກສຽງໃຕ້ ແລະ "ໄດ້ມີປະ ໂຫຍດຫຼາຍໃນການຊ່ວຍໃຫ້ພວກເຮົາກະ​ກຽມລ່ວງ​ໜ້າກ່ອນການ ປິດປະຕູສອງ​ສາມ​ຄັ້ງ ທີ່ອາດຈະເກີດຂື້ນ ໃນຕົ້ນປີນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ສະຫະລັດທ່ານນັ້ນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG