ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ສະຫະພາບຢູໂຣບ ວາງມາດຕະການລົງໂທດ ຕໍ່ບັນດາຜູ້ນຳມຽນມາ ທີ່ກໍ່ລັດຖະປະຫານ


ຜູ້ຂັບຂີ່ລົດຈັກແລ່ນຜ່ານສິ່ງກີດຂວາງທີ່ກຳລັງຖືກໄຟເຜົາ ໃນລະຫວ່າງການປາບປາມໂດຍກຳລັງຮັກສາຄວາມສະຫງົບ ຕໍ່ການເດີນຂະບວນປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນມັນດາເລ, ວັນທີ 22 ມີນາ 2021.
ຜູ້ຂັບຂີ່ລົດຈັກແລ່ນຜ່ານສິ່ງກີດຂວາງທີ່ກຳລັງຖືກໄຟເຜົາ ໃນລະຫວ່າງການປາບປາມໂດຍກຳລັງຮັກສາຄວາມສະຫງົບ ຕໍ່ການເດີນຂະບວນປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນມັນດາເລ, ວັນທີ 22 ມີນາ 2021.

ສະຫະລັດ ແລະສະຫະພາບຢູໂຣບ ຫຼື ອີຢູ ໄດ້ວາງມາດຕະການລົງໂທດຕໍ່ບັນດາເຈົ້າໜ້າທີ່ຂັ້ນສູງຂອງມຽນມາ ຜູ້ທີ່ມີສ່ວນກ່ຽວຂ້ອງ ກັບການກໍ່ລັດຖະ ປະຫານເມື່ອເດືອນແລ້ວນີ້ ໃນຂະນະທີ່ພວກປະທ້ວງຕໍ່ຕ້ານການກໍ່ລັດຖະປະ ຫານພາກັນລົງສູ່ຖະໜົນຫົນທາງອີກຄັ້ງນຶ່ງ ເຖິງແມ່ນວ່າລະບອບການປົກຄອງໄດ້ໃຊ້ຄວາມຮຸນແຮງ ແລະຕອບໂຕ້ຄືນຢ່າງຮ້າຍແຮງເພີ້ມຂຶ້ນກໍຕາມ.

ສະຫະພາບຢູໂຣບ ໄດ້ອອກມາດຕະການກັກຊັບສິນຕ່າງໆແລະຫ້າມອອກວີຊາໃຫ້ແກ່ຜູ້ບັນຊາການທະຫານ ມິນ ອອງ ລາຍ ພ້ອມດ້ວຍເຈົ້າໜ້າທີ່ອະວຸໂສຂອງທະຫານອີກ 9 ຄົນ ແລະຫົວໜ້າຄະນະກຳມາທິການເລືອກຕັ້ງ ຂອງປະ ເທດ.

ຖະແຫລງການຂອງອີຢູ ໄດ້ກ່າວວ່າ ມາດຕະການລົງໂທດທັງຫຼາຍ ແມ່ນເປັນສ່ວນນຶ່ງຂອງຊຸດ “ການຕອບໂຕ້ທີ່ຮອບດ້ານຕໍ່ການໂຄ່ນລົ້ມ ໂດຍບໍ່ຊອບທຳ ລັດຖະບານທີ່ຖືກເລືອກມາຢ່າງເປັນປະຊາທິປະໄຕ ແລະການປາບປາມຢ່າງໂຫດຮ້າຍທາລຸນໂດຍລັດຖະບານທະຫານຕໍ່ພວກປະທ້ວງທີ່ສັນຕິ.”

ໃນຂະນະດຽວກັນ ກະຊວງການເງິນສະຫະລັດ ກໍໄດ້ວາງມາດຕະການລົງໂທດຕໍ່ຜູ້ບັນຊາການຕຳຫຼວດຂອງມຽນມາ ແລະຜູ້ບັນຊາການ ໜ່ວຍປະຕິບັດການພິ ເສດຂອງກອງທັບ ໃນວັນຈັນວານນີ້ ໂດຍກ່າວວ່າ ພວກເຂົາເປັນຜູ້ຮັບຜິດຊອບຕໍ່ການໃຊ້ກຳລັງຮ້າຍແຮງຕໍ່ພວກປະທ້ວງ. ສະຫະລັດ ໄດ້ວາງມາດຕະການລົງ ໂທດໄປແລ້ວ ຕໍ່ບັນດາຜູ້ນຳຂັ້ນສູງຂອງມຽນມາທີ່ກໍ່ລັດຖະປະຫານ.

ບໍ່ມີລາຍງານໃດໆຂອງການຕອບໂຕ້ໃນທັນທີ ຈາກລັດຖະບານທະຫານຕໍ່ບັນຊີລາຍການທີ່ເພີ້ມຂຶ້ນເລື້ອຍໆຂອງມາດຕະການລົງໂທດ ທີ່ໄດ້ວາງອອກໂດຍປະຊາຄົມນາໆຊາດ.

“ການໃຊ້ຄວາມຮຸນແຮງເຖິງຕາຍຂອງກໍາລັງຮັກສາຄວາມສະຫງົບມຽນມາຕໍ່ພວກປະທ້ວງທີ່ສັນຕິນັ້ນ ແມ່ນຕ້ອງຍຸຕິ” ນັ້ນແມ່ນຄຳເວົ້າຂອງທ່ານອານເດຣ ກາກີ ຜູ້ອຳນວຍການສຳນັກງານຄວບຄຸມຊັບສິນຕ່າງປະເທດຂອງກະຊວງການເງິນສະຫະລັດ ທີ່ໄດ້ກ່າວໄປ.

ມາດຕະການລົງໂທດທັງຫຼາຍ ໄດ້ວາງອອກໃນຂະນະທີ່ພວກປະທ້ວງມຽນມາຫຼາຍຮ້ອຍຄົນ ພາກັນເດີນຂະບວນກ່ອນຟ້າແຈ້ງ ໃນວັນຈັນວານນີ້ ໄປຕາມເສັ້ນທາງຫຼັກໃນນະຄອນມັນດາເລ ຊຶ່ງຫຼາຍຄົນໃນນັ້ນເປັນທ່ານໝໍ ພະຍາບານ ນັກສຶກສາ ແລະພະນັກງານແພດອື່ນໆທີ່ໃສ່ຊຸດຄຸມສີຂາວ ພາກັນເດີນຂະບວນປະທ້ວງແບບດຽວກັນກັບມື້ກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG