ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປຊ ຈະເດີນທາງໄປຢ້ຽມຢາມ ຊາຍແດນເກົາຫຼີ ແລະ ບັນດາຜູ້ໂຕນໜີຈາກເກົາຫລີ​ເໜືອ


ແຟ້ມພາບ - ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາາດ ທ່ານນາງ ລິນດາ ໂທມັສ-ກຣີນຟີລດ໌ ກ່າວປາໄສໃນກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນທີ 18 ມີນາ 2024 ຢູ່ທີ່ສຳນັກງານໃຫຍ່ສະຫະປະຊາຊາດ.
ແຟ້ມພາບ - ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາາດ ທ່ານນາງ ລິນດາ ໂທມັສ-ກຣີນຟີລດ໌ ກ່າວປາໄສໃນກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນທີ 18 ມີນາ 2024 ຢູ່ທີ່ສຳນັກງານໃຫຍ່ສະຫະປະຊາຊາດ.

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ຈະ​ເດີນທາງ​ໄປ​ຍັງ​ຊາຍ​ແດນ​ເກົາຫລີ​ເໜືອ ທີ່​ເຕັມໄປດ້ວຍ​ອາວຸດ​ໜັກ ​ແລະ​ພົບ​ປະ​ກັບບັນດາຜູ້ໂຕນໜີຈາກເກົາຫລີ​ເໜືອ ​ຢູ່ໃນ​ເກົາຫລີ​ໃຕ້, ຫ້ອງການຂອງທ່ານນາງ ກ່າວໃນວັນຈັນວານນີ້, ທ່າມກາງຄວາມພະຍາຍາມທີ່ຫຼົ້ມແຫຼວຂອງສະຫະປະຊາຊາດ ໃນການຮັບຮອງການບັງຄັບໃຊ້ມາດຕະການລົງໂທດຕໍ່ເກົາຫຼີເໜືອ, ອີງຕາມອົງການຂ່າວຣອຍເຕີສ໌.

ການເດີນທາງຂອງ ເອກອັກຄະລັດຖະທູດ ທ່ານນາງ ລິນດາ ໂທມັສ-ກຣີນຟີລດ໌ (Linda Thomas-Greenfield) ທີ່ກຳນົດໄວ້ແຕ່ວັນທີ 14 ຫາ 20 ເມສາ, ມີຂຶ້ນຫຼັງຈາກ ຣັດເຊຍ ປະຕິເສດການຕໍ່ອາຍຸປະຈຳປີຂອງຄະນະຊ່ຽວຊານຫຼາຍຝ່າຍ ເຊິ່ງໃນຕະຫຼອດ 15 ປີຜ່ານມາ ໄດ້ເຮັດວຽກກ່ຽວກັບການຈັດຕັ້ງປະຕິບັດມາດຕະການລົງໂທດຂອງສະຫະປະຊາຊາດ ທີ່ມີຈຸດປະສົງເພື່ອຄວບຄຸມໂຄງການນິວເຄລຍ ແລະຂີປະນາວຸດຂອງເກົາຫຼີເໜືອ.

ວໍຊິງຕັນ, ໂຊລ ແລະ ໂຕກຽວ ໄດ້ຕຳໜິການຢັບຢັ້ງຂອງມົສກູ ແລະການງົດອອກຄວາມເຫັນຂອງຈີນ, ເຊິ່ງບັນດາຜູ້ຊ່ຽວຊານກ່າວວ່າ ຈະທຳລາຍການບັງຄັບໃຊ້ມາດຕະການລົງໂທດ, ໂດຍທູດພິເສດຂອງເກົາຫຼີໃຕ້ຄົນນຶ່ງ ໄດ້ປຽບທຽບມັນເປັນ “ການທຳລາຍກ້ອງວົງຈອນປິດ ເພື່ອຫຼີກລ້ຽງການຖືກຈັບໄດ້ໃນຂະນະກຳລັງກະທຳຜິດ”.

ການເດີນທາງຂອງທ່ານນາງ ໂທມັສ-ກຣີນຟີລດ໌ (Thomas-Greenfield), ເຊິ່ງລວມທັງການຢຸດແວ່ໃນຍີ່ປຸ່ນ, ມີຈຸດປະສົງເພື່ອພັດທະນາການຮ່ວມມືສອງຝ່າຍ ແລະສາມຝ່າຍ ກ່ຽວກັບມາດຕະການລົງໂທດ ແລະເກີນກວ່ານັ້ນ, ໂຄສົກຂອງຄະນະປະຕິບັດງານສະຫະລັດ ປະຈຳອົງການສະຫະປະຊາຊາດທ່ານ ເນຕ ແອແວນສ໌ (Nate Evans) ກ່າວ.

ປັດຈຸບັນ,​ ທັງ​ເກົາຫຼີ​ໃຕ້ ​ແລະ​ຍີ່ປຸ່ນ​ ແມ່ນ​ເປັນສະມາຊິກ​ຂອງສະພາ​ຄວາມ​ໝັ້ນຄົງ.

"ໃນທັງສອງປະເທດ, ເອກອັກຄະລັດຖະທູດ ໂທມັສ-ກຣີນຟີລສ໌ (Thomas-Greenfield) ຈະປຶກສາຫາລື ກ່ຽວກັບຂັ້ນຕອນຕໍ່ໄປ ເພື່ອຮັບປະກັນການສືບຕໍ່ຂອງການລາຍງານແບບເອກະລາດ ແລະຖືກຕ້ອງ ກ່ຽວກັບກິດຈະກຳການແຜ່ຜາຍອາວຸດຢ່າງຕໍ່ເນື່ອງ ແລະການຫຼີກລ້ຽງມາດຕະການລົງໂທດຂອງ ສປປ. ເກົາຫຼີ ຫຼື ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ເກົາຫຼີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG