ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທູດພິເສດສະຫະລັດ ຮັບຜິດຊອບເລື້ອງເຮຕີ ລາອອກຍ້ອນ "ບໍ່ມີມະນຸດສະທຳ" ໃນການເນລະເທດຊາວເຮຕີ


ພວກຍົກຍ້າຍຖິ່ນຖານຊາວເຮຕີ ລຸຍຂ້າມແມ່ນ້ຳຣິໂອກຣານເດ ຈາກເມືອງແດລ ຣີິໂອ ໃນລັດເທັກຊັສ ກັບໄປເມືອງຊີອູດາດ ອາກູນາ ເມື່ອວັນທີ 22 ກັນຍາ 2021 ເພື່ອບໍ່ຢາກຖືກສົ່ງກັບຄືນປະເທດ.
ພວກຍົກຍ້າຍຖິ່ນຖານຊາວເຮຕີ ລຸຍຂ້າມແມ່ນ້ຳຣິໂອກຣານເດ ຈາກເມືອງແດລ ຣີິໂອ ໃນລັດເທັກຊັສ ກັບໄປເມືອງຊີອູດາດ ອາກູນາ ເມື່ອວັນທີ 22 ກັນຍາ 2021 ເພື່ອບໍ່ຢາກຖືກສົ່ງກັບຄືນປະເທດ.

ທູດພິເສດຂອງສະຫະລັດ ຮັບຜິດຊອບເລື້ອງເຮຕີ ໄດ້ລາອອກຢ່າງກະທັນຫັນ ໂດຍກ່າວໂຈມຕີ ລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ຕໍ່ອັນທີ່ທ່ານກ່າວວ່າ ການຕັດສິນໃຈ “ທີ່ບໍ່ມີມະນຸດສະທຳ” ແລະ “ໃຫ້ຜົນກົງກັນຂ້າມກັບທີ່ຕ້ອງການ” ໃນການເນລະເທດພວກຄົນເຂົ້າເມືອງຊາວເຮຕີຫຼາຍໆພັນ ກັບຄືນໄປຍັງປະເທດທີ່ຕັ້ງຢູ່ແຄມຝັ່ງທະເລຄາລິບບຽນ.

ເອກອັກຄະລັດຖະທູດແດນຽລ ຟຸດ ທີ່ຫາກໍເຂົ້າຮັບຕຳແໜ່ງເມື່ອ 2 ເດືອນກ່ອນ ໄດ້ສົ່ງໜັງສືລາອອກ ໄປໃຫ້ລັດຖະມົນຕີກະຊວງການຕ່າງ ປະເທດແອນໂທນີ ບລິງເກັນ ໃນວັນພຸດທີ່ຜ່ານມາ ໂດຍກ່າວວ່າ ການປະຕິບັດຂອງສະຫະລັດຕໍ່ເຮຕີ “ຍັງມີການຂາດຕົກບົກຜ່ອງຢ່າງເລິກເຊິ່ງ.”
ທ່ານກ່າວວ່າ ການໃຫ້ຄຳແນະນຳຂອງທ່ານ “ບໍ່ໄດ້ຮັບການເອົາຫົວຊາ ແລະບໍ່ໄດ້ຮັບຄວາມສົນໃຈ” ຢູ່ວໍຊິງຕັນ “ເວລາບໍ່ໄດ້ຮັບການປັບປ່ຽນຕໍ່ໂຄງການທີ່ໄດ້ຮັບການບອກເລົ່າຈາກຂອງ
ຂ້ອຍເອງ.”

ນັບແຕ່ວັນອາທິດແລ້ວນີ້ເປັນຕົ້ນມາໄດ້ມີການຈັດສົ່ງພວກເຂົ້າເມືອງຊາວເຮຕີຫຼາຍໆຮ້ອຍຄົນກັບຄືນປະເທດ ຫຼັງຈາກພວກເຂົາເຈົ້າ ຫຼັ່ງໄຫຼມາເຕົ້າໂຮມກັນ ທີ່ເມືອງແດລ ຣີໂອ ໃນລັດເທັກຊັສ ຊຶ່ງຕັ້ງຢູ່ໃນບໍລິເວນຊາຍແດນສະຫະລັດ ຕິດກັບເມັກຊິໂກໂດຍຫວັງວ່າຈະໄດ້ເຂົ້າມາ ແລະຫຼັງຈາກນັ້ນ ກໍອາໄສຢູ່ ໃນສະຫະລັດ.

ນີ້ແມ່ນບ່ອນທີ່ພວກຍົກຍ້າຍຖິ່ນຖານ ຊຶ່ງສ່ວນຫຼາຍແມ່ນມາຈາກເຮຕີ ພາກັນປູກຕູບປຸກຜາມຢູ່ ຕາມຂົວສາກົນ ໃນເມືອງແດລ ຣິໂອ ລັດເທັກຊັສ ເມື່ອວັນທີ 23 ກັນຍາ 2021.
ນີ້ແມ່ນບ່ອນທີ່ພວກຍົກຍ້າຍຖິ່ນຖານ ຊຶ່ງສ່ວນຫຼາຍແມ່ນມາຈາກເຮຕີ ພາກັນປູກຕູບປຸກຜາມຢູ່ ຕາມຂົວສາກົນ ໃນເມືອງແດລ ຣິໂອ ລັດເທັກຊັສ ເມື່ອວັນທີ 23 ກັນຍາ 2021.

ແຕ່ແນວໃດກໍຕາມ ພວກຄົນເຂົ້າເມືອງຊາວເຮຕີຫຼາຍໆຄົນ ບໍ່ໄດ້ຢູ່ໃນປະເທດເຮຕີມາໄດ້ສິບປີແລ້ວ ຫຼັງຈາກພວກເຂົາເຈົ້າໄດ້ພາກັນອົບພະຍົບໄປຢູ່ປະເທດຊີເລ່ ບຣາຊີລ ແລະປະເທດໃນອາເມຣິກາໃຕ້ອື່ນໆ ຫຼັງຈາກພາກັນຫຼົບໜີໄປຈາກຊາກຫັກພັງຂອງແຜ່ນດິນໃຫວຂະໜາດແຮງໃນປີ 2010.

ສະຫະລັດ ໄດ້ອະນຸຍາດໃຫ້ຊາວເຮຕີຫຼາຍໆພັນຄົນ ເຂົ້າມາໃນສະຫະລັດເພື່ອຂໍລີ້ໄພ ແຕ່ກໍໄດ້ສົ່ງຈຳນວນນຶ່ງກັບຄືນປະເທດ ໂດຍທາງເຮືອບິນທີ່ຫຼາຍເຖິງ 7 ຖ້ຽວຕໍ່ມື້ ໄປຍັງນະຄອນຫຼວງປອກໂອແປຣັງ ແລະແຄັບເຮຈຽນຊຶ່ງເປັນຫົວເມືອງໃຫຍ່ອັນດັບ 2 ຂອງເຮຕີ.

ອົບພະຍົບທີ່ຊອກຫາຊ່ອງທາງເພື່ອຈະຂໍລີ້ໄພໃນສະຫະລັດ ຂຶ້ນລົດບັດໄປຮຸສຕັນ ຈາກດ່ານຊາຍແດນ Val Verde ຫຼັງຈາກຖືກປ່ອຍ ອອກຈາກການຄຸ້ມຂອງເຈົ້າໜ້າທີ່ພາສີແລະລາດຕະເວນຊາຍແດນ ທີ່ເມືອງແດລ ຣິໂອ ໃນລັດເທັກຊັສ ເມື່ອວັນທີ 23 ກັນຍາ 2021.
ອົບພະຍົບທີ່ຊອກຫາຊ່ອງທາງເພື່ອຈະຂໍລີ້ໄພໃນສະຫະລັດ ຂຶ້ນລົດບັດໄປຮຸສຕັນ ຈາກດ່ານຊາຍແດນ Val Verde ຫຼັງຈາກຖືກປ່ອຍ ອອກຈາກການຄຸ້ມຂອງເຈົ້າໜ້າທີ່ພາສີແລະລາດຕະເວນຊາຍແດນ ທີ່ເມືອງແດລ ຣິໂອ ໃນລັດເທັກຊັສ ເມື່ອວັນທີ 23 ກັນຍາ 2021.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວປະຕິເສດໃນການຕໍ່ວ່າຂອງທ່ານຟຸດ ໂດຍເວົ້າວ່າ ທັດສະນະຂອງທ່ານ ພ້ອມກັບຄວາມເຫັນຂອງບຸກຄົນອື່ນໆ “ແມ່ນໄດ້ຮັບການພິຈາລະນາຢ່າງຖີ່ຖ້ວນແລະໂປ່ງໃສໃນຂັ້ນຕອນຂອງນະໂຍບາຍ. ຂໍ້ສະເໜີບາງຢ່າງແມ່ນມີການລົງຄວາມເຫັນວ່າ ເປັນອັນຕະລາຍຕໍ່ຄວາມໝັ້ນໝາຍຂອງເຮົາ ເພື່ອໃຫ້ການຊຸກຍູ້ຕໍ່ປະຊາທິປະໄຕຢູ່ໃນເຮຕີ ແລະໄດ້ຖືກປະຕິເສດ ໃນລະຫວ່າງການດຳເນີນຂັ້ນຕອນຂອງນະໂຍບາຍ. ໃນການທີ່ທ່ານເວົ້າວ່າຂໍ້ສະເໜີຂອງທ່ານບໍ່ໄດ້ຮັບການເອົາຫົວຊານັ້ນແມ່ນ ບໍ່ຖືກຕ້ອງ.”

ຫົວໜ້ານັກການທູດ ຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ “ບໍ່ເປັນຈັ່ງໂຊກ ແທນທີ່ຈະປະກອບສ່ວນ ເຂົ້າຮ່ວມໃນຂັ້ນຕອນກ່ຽວກັບນະໂຍບາຍເພື່ອແກ້ໄຂບັນຫາ ທູດພິເສດຟຸດໄດ້ລາອອກ ແລະໃຫ້ຄວາມເຫັນ ກ່ຽວກັບສະພາບການໃນການລາອອກຂອງທ່ານ ແບບບໍ່ຖືກຕ້ອງ. ທ່ານບໍ່ສາມາດຍາດແຍ່ງເອົາໂອກາດທີ່ມີຢູ່ຢ່າງຫຼວງຫຼາຍນັ້ນ ເພື່ອສະແດງອອກຊຶ່ງຄວາມເປັນຫ່ວງ ກ່ຽວກັບການຍົກຍ້າຍຖິ່ນຖານໃນລະຫວ່າງທີ່ທ່ານກຳຕຳແໜ່ງຢູ່ ແລະໄດ້ເລືອກເອົາການລາອອກແທນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG