ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ສະຫະລັດ ເວົ້າວ່າ ມັນຂຶ້ນກັບ ຣັດເຊຍ ທີ່ຈະດຳເນີນການຕໍ່ໄປ ໃນການເຈລະຈາ ກ່ຽວກັບ ຂໍ້ຕົກລົງ ຄວບຄຸມອາວຸດຍຸດທະສາດ


ທ່ານ ມາຊອລ ບີລິງສລີ, ທູດພິເສດຂອງປະທານາທິບໍດີ ທຣຳ ສຳລັບການຄວບຄຸມອາວຸດ ໃນການເຈລະຈາກັບຮອງລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ຣຽບຄອຟ, ກ່າວຄຳປາໄສຕໍ່ສື່ມວນຊົນ, ນະຄອນຫຼວງ ວຽນນາ, ປະເທດ ອອສເຕຣຍ. 23 ມິຖຸນາ, 2020.
ທ່ານ ມາຊອລ ບີລິງສລີ, ທູດພິເສດຂອງປະທານາທິບໍດີ ທຣຳ ສຳລັບການຄວບຄຸມອາວຸດ ໃນການເຈລະຈາກັບຮອງລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ຣຽບຄອຟ, ກ່າວຄຳປາໄສຕໍ່ສື່ມວນຊົນ, ນະຄອນຫຼວງ ວຽນນາ, ປະເທດ ອອສເຕຣຍ. 23 ມິຖຸນາ, 2020.

ທູດພິເສດດ້ານອາວຸດຂອງ ສະຫະລັດ ທ່ານນຶ່ງໄດ້ກ່າວໃນວັນອັງຄານວານນີ້ວ່າ ມັນແມ່ນຜຽນຂອງ ຣັດເຊຍ ທີ່ຈະຕອບສະໜອງຕໍ່ເງື່ອນໄຂຂອງ ສະຫະລັດ ເພື່ອຕໍ່ອາຍຸສົນທິສັນຍາການຫຼຸດຜ່ອນອາວຸດຍຸດທະສາດ ສະບັບໃໝ່ ຫຼື START ທີ່ມີຄວາມສຳຄັນນັ້ນ.

ທູດພິເສດປະທານາທິບໍດີສຳລັບການຄວບຄຸມອາວຸດ ທ່ານ ມາຊອລ ບິລລິງ-ສລີ ໄດ້ກ່າວວ່າ “ຣັດ ເຊຍ ເຂົ້າໃຈທ່າທີຂອງພວກເຮົາ ແລະ ສິ່ງທີ່ຍັງບໍ່ແນ່ນອນກໍແມ່ນວ່າ ມັນຈະມີຄວາມເຕັມໃຈທາງ ການເມືອງໃນ ມົສກູ ເພື່ອເຮັດຂໍ້ຕົກລົງນີ້ໃຫ້ແລ້ວຫຼືບໍ່. ຕອນນີ້ມັນຂຶ້ນກັບ ຣັດເຊຍ ທີ່ຈະທຳການເຄື່ອນໄຫວຕໍ່ໄປ.”

ຄຳເຫັນຂອງທ່ານ ບິລລິງສລີ ໄດ້ກ່າວໃນກອງປະຊຸມລາຍງານທາງໂທລະສັບ ຕໍ່ບັນດານັກຂ່າວ ຫຼັງຈາກການເຈລະຈາຮອບຫຼ້າສຸດໃນນະຄອນຫຼວງ ວຽນນາ ປະເທດ ອອສເຕຣຍ ກັບຮອງລັດຖະ ມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ຣຽບຄອຟ.

ສົນທິສັນຍາດັ່ງກ່າວ ຈະຈຳກັດການຕິດຕັ້ງອາວຸດນິວເຄລຍທີ່ສຳຄັນທາງດ້ານຍຸດທະສາດ ຂອງ ສະຫະລັດ ແລະ ຣັດເຊຍ ແລະ ຈະໝົດອາຍຸໃນເດືອນກຸມພາ ປີໜ້າ.

ສະຫະລັດ ຢາກຈະແກ້ໄຂການສະສົມອາວຸດນິວເຄລຍໄລຍະໃກ້ໃນຄັງຂອງ ຣັດເຊຍ ທີ່ບໍ່ໄດ້ຖືກປົກຄຸມໂດຍສົນທິສັນຍາ 2010. ລັດຖະບານ ວໍຊິງຕັນ ຍັງໄດ້ຮຽກຮ້ອງສຳລັບລະບົບການກວດສອບອາວຸດເຂັ້ມແຂງກວ່າເກົ່າ.

ສະຫະລັດ ໄດ້ຮຽກຮ້ອງໃຫ້ລວມເອົາ ຈີນ ເຂົ້າຮ່ວມໃນທຸກໆຂໍ້ຕົກລົງທີ່ປ່ຽນແທນສົນທິສັຍາ, ແຕ່ທ່ານ ບິລລິງລີ ປາກົດວ່າໄດ້ຫຼຸດຜ່ອນການຮຽກຮ້ອງນັ້ນ, ໂດຍເວົ້າວ່າຈະມີການສ້າງໂຄງຮ່າງນຶ່ງຂຶ້ນມາທີ່ “ສາມາດລວມເອົາ ຈີນ ພາຍໃນເວລາອັນສົມຄວນ.”

ວໍຊິງຕັນ ໄດ້ຖອນຕົວອອກຈາກສົນທິສັນຍາກຳລັງນິວເຄລຍໄລຍະປານກາງປີ 1987 ຫຼັງຈາກໄດ້ຢືນຢັນວ່າ ຣັດເຊຍ ໄດ້ຕິດຕັ້ງລູກສອນໄຟນຳວິຖີ ຊຶ່ງເປັນການລະເມີດຂໍ້ຕົກລົງນັ້ນ. ຣັດເຊຍ ເວົ້າວ່າ ເພາະວ່າໄລຍະຂອງລູກສອນໄຟດັ່ງກ່າວ, ມັນບໍ່ໄດ້ຖືກປົກຄຸມພາຍໃຕ້ຂໍ້ຕົກລົງກຳລັງນິວເຄລຍໄລຍະປານກາງນັ້ນ.

ສະຫະລັດ ໄດ້ພະຍາຍາມທີ່ຈະເຈລະຈາຂໍ້ຕົກລົງທີ່ປົກຄຸມຫົວລູກສອນໄຟທຸກປະເພດ. ຣັດເຊຍ ເວົ້າວ່າ ມັນບໍ່ຄວນມີເງື່ອນໄຂລ່ວງໜ້າ.

ທ່ານ ຣຽບຄອຟ ໄດ້ກ່າວຜ່ານສະຖານທູດຂອງທ່ານປະຈຳອົງການ ສະຫະປະ ຊາຊາດ ໃນນະ ຄອນຫຼວງ ວຽນນາ ວ່າ “ຣັດເຊຍ ສະໜັບສະໜູນການຕໍ່ອາຍຸ ສົນທິສັນຍາ START ແຕ່ບໍ່ພ້ອມທີ່ຈະຮັບກຳສຳລັບມັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG