ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ຍົກ​ເລີກ ສັນ​ຍາ ມິດ​ຕະ​ພາບ ກັບ ປະ​ເທດ​ອີ​ຣ່ານ


ທ່ານ​ຈອນ ໂບ​ລ​ຕັນ ທີ່​ປຶກ​ສາ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ ປະ​ທາ​ນາ​ທິ​ບໍ​ດ​ີ ດໍ​ໂນ​ລ ທ​ຣຳ.
ທ່ານ​ຈອນ ໂບ​ລ​ຕັນ ທີ່​ປຶກ​ສາ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ ປະ​ທາ​ນາ​ທິ​ບໍ​ດ​ີ ດໍ​ໂນ​ລ ທ​ຣຳ.

ສະ​ຫະ​ລັດໄດ້​ປະ​ກາດ​ຖອນ​ຕົວ ອອກ​ຈາກ​ສົນ​ທິ​ສັນ​ຍາ ສະ​ບັບ​ປີ 1955 ກັບ​ປະ​ເທດ​ອີ​
ຣ່ານ ເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່​ການ​ລົງ​ຄວາມ​ເຫັນ​ຂອງ​ສານ​ນາໆຊາດ ​ທີ່​ວ່າ ການ​ລົງ​
ໂທດ​ບາງ​ຢ່າງ​ ຂອງ​ສະ​ຫະ​ລັດ ຕໍ່​ເຕ​ຫະ​ຣ່ານນັ້ນ ແມ່ນ​ລະເມີດ ​ຕໍ່​ສົນ​ທິ​ສັນ​ຍາ ​ດັ່ງ​ກ່າວ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ໃນ​ວັນ​ພຸດ​ແລ້ວນີ້
ວ່າ ສະ​ຫະ​ລັດ​ໄດ້​ຖອນ​ຕົວ ​ອອກ​ຈາກສົນ​ທິ​ສັນ​ຍາ​ມິດ​ຕະ​ພາບທີ່​ມີ​ອາ​ຍຸ 63 ປີຫຼັງ​ຈາກ
​ສານ​ສູງ​ສຸດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສັ່ງ​ໃຫ້​ຍົກ​ເລີກ​ ການ​ລົງໂທດບາງ​ຢ່າງ
ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ນຳ​ເຂົ້າ​ສິນ​ຄ້າທາງ​ດ້ານ​ມະ​ນຸດ​ສະ​ທຳ. Slatica Hoke ນັກ​ຂ່າ​ວ
​ວີໂອ​ເອ ມີ​ລາຍ​ງານ​ວ່າ ນອກນັ້ນ​ແລ້ວ ສະ​ຫະ​ລັດ​ ຍັງ​ໄດ້​ຖອນຕົວ ອອກ​ຈາກ​ສົນ​ທິ​ສັນ​
ຍາ​ນາໆ​ຊາດ​ອີກ​ສະ​ບັບ​ນຶ່ງໃນ​ວັນ​ພຸດ​ແລ້ວ ຊຶ່ງໄພ​ສານຈະນຳເອົາລາຍລະອຽດມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

​ໃນ​ຕົ້ນ​ປີນີ້ ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈເວ
​ລາ​ທ່ານ​ປະ​ກາດ​ວ່າ ສະ​ຫະ​ລັດ ​ຈະ​ຖອນ​ຕົວ ອອກ​ຈາກ​ ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ສະ​ບັບ​ປີ
2015 ກັບ​ອີ​ຣ່ານ ​ຊຶ່ງ​ທ່ານ​ເອງ​ໄດ້​ຕ້ອງ​ຕິ​ຂໍ້​ຕົກ​ລົງ​ນີ້ ກ່ອນ​ທີ່ຈະ​ມີ​ການ​ລົງ​ນາມ​ກັນ​ອີກ.
ສະ​ຫະ​ລັດ ໃນ​ເວ​ລາ​ຕໍ່​ມາ ກໍ​ໄດ້​ເລີ້ມການລົງ​ໂທດ ທາງ​ດ້ານເສດ​ຖະ​ກິດ​ຕໍ່​ເຕ​ຫະ​ຣ່ານ
​ຄືນ​ອີກ. ສານ​ນາໆ​ຊາດ (ສານ​ໂລກ) ​ໄດ້​ຕັດ​ສິນ​ໃນ​ວັນ​ພຸດ​ແລ້ວນີ້​ວ່າສະ​ຫະ​ລັດ​ຕ້ອງ​
ໄດ້​ຍົກ​ເລີກ “ທຸກໆ​ການ​ຂັດ​ຂວາງ” ຕໍ່​ການ​ສົ່ງ​ອອກ​ສິນ​ຄ້າດ້ານ​ມະ​ນຸດ​ສະ​ທຳຮວມ​ທັງ
​ອາ​ຫານ ຢາ​ປົວ​ພະ​ຍາດແລະ​ອຸບ​ປະ​ກອນ​ຄວາມປອດ​ໄພ​ດ້ານ​ການ​ບິນ ຍ້ອນ​ສິ່ງ​ເຫຼົ່າ​
ນີ້ ແມ່ນ​ລະ​ເມີດ ​ຕໍ່​ສົນ​ທິ​ສັນ​ຍາ ​ປີ 1955.

US Terminates 1955 Treaty With Iran After ICJ Ruling
please wait

No media source currently available

0:00 0:02:36 0:00

ທ່ານ​ອັບ​ດູ​ລ​ກາ​ວີ ​ຢູ​ຊັບ ປະ​ທານ ​ຜູ້​ພິ​ພາກ​ສາ​ ຂອງ​ສານ​ນາໆ​ຊາດ ກ່າວ​ວ່າ:

“ມາດ​ຕະ​ການ​ທີ່​ໄດ້​ນຳ​ໃຊ້​ ໂດຍ​ສະ​ຫະ​ລັດ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ກໍ່​ໃຫ້​ເກີດອັນ​
ຕະ​ລາຍ ຕໍ່​ຄວາມ​ປອດ​ໄພ​ ຂອງ​ການ​ບິນ​ ພົນ​ລະ​ເຮືອນ ​ຢູ່​ໃນ​ອີ​ຣ່ານ ແລະ ​ຕໍ່ຊີ​ວິດ​
ຂອງ​ພວກ​ທີ່​ໃຊ້​ການ​ບິນ​ດັ່ງ​ກ່າວ ຈົນ​ເຖິງ​ລະ​ດັບ​ ທີ່​ຂັດ​ຂວາງ​ບໍ່​ໃຫ້​ ສາຍ​ການບິນ​ອີ​
ຣ່ານ​ໄດ້​ຮັບ​ເຄື່ອງ​ອາ​ໄຫຼ່ ແລະ​ອຸບ​ປະ​ກອນ​ທີ່​ຈຳ​ເປັນ​ອື່ນໆ ຕະ​ຫຼອດ​ການ ​ເຂົ້າ​ເຖິງ
​ບໍ​ລິ​ການ​ທີ່​ຈຳ​ເປັນ​ພົວ​ພັນກັບ​ການ​ບິນ​ພົນ​ລະ​ເຮືອນ​ນຳ​ດ້ວຍ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ຕອບ​ໂຕ້​ວ່າ ສະ​ຫະ
​ລັດ​ພວມ​ຍົກ​ເລີກ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ກັບ​ອີ​ຣ່ານ. ທ່ານ​ພອມ​ພຽວ ກ່າວກ່ຽວ​ກັບ​ເລື້ອງ
ນີ້​ວ່າ:

“ອີ​ຣ່ານ​ຊອກ​ຫາ​ທາງ​ທີ່​ຈະ​ທ້າ​ທາຍ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ສະ​ຫະ​ລັດ ທີ່​ໄດ້​ຖອນຕົວ​
ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ກັບ​ອີ​ຣ່ານແລະ​ເລີ້ມ​ຄືນ​ໃໝ່​ການ​ລົງ​ໂທດທີ່​ໄດ້ຖືກ​ຍົກ
​ເລີກ​ໄປ​ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ ​ຂອງ​ຂໍ້​ຕົກ​ລົງ​ນັ້ນ. ອີ​ຣ່ານ​ກຳ​ລັງ​ພະ​ຍາຍາມ​ທີ່​ຈະ
​ແຊກ​ແຊງ​ ເຂົ້າ​ສິດ​ທິ​ອະ​ທິ​ປະ​ໄຕ​ ຂອງ​ ສະ​ຫະ​ລັດ ທີ່​ຈະ​ເອົາ​ບາດ​ກ້າວ ອັນ​ຈຳ​ເປັນ
ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເພື່ອ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຂອງ​ພວກ​ເຮົາ.”

ພວກ​ຜູ້​ພິ​ພາກ​ສາ ເຂົ້າ​ໄປ​ໃນ​ສານ​ນາໆ​ຊາດ ຫຼື ສານ​ໂລກ ທີ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ. (ວັນ​ທີ 3 ຕຸ​ລາ 2018)
ພວກ​ຜູ້​ພິ​ພາກ​ສາ ເຂົ້າ​ໄປ​ໃນ​ສານ​ນາໆ​ຊາດ ຫຼື ສານ​ໂລກ ທີ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ. (ວັນ​ທີ 3 ຕຸ​ລາ 2018)

ສານ​ນາໆ​ຊາດ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ ໄດ້​ປະ​ຕິ​ເສດ
ຕໍ່​ການ​ຮ້ອງ​ຂໍ​ຂອງ​ອີ​ຣ່ານ ທີ່​ຢາກ​ໃຫ້​ຍົກ​ເລີກ​ ການ​ລົງ​ໂທດ​ທາງ​ດ້ານເສດ​ຖະ​ກິດ​ຄືນໃໝ່
ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຫຼັງ​ຈາກ​ສະ​ຫະ​ລັດໄດ້​ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກ​ລົງ​
ນິວ​ເຄ​ລຍ ສະ​ບັບ​ປີ 2015.

ທັງ​ເຕ​ຫະ​ຣ່ານ​ແລະ​ວໍ​ຊິງ​ຕັນ ຕ່າງ​ກໍ​ເອີ້ນ​ການ​ຕັດ​ສິນ​ຂອງ​ສານ​ນາໆ​ຊາດ​ໃນ​ວັນພຸດ​ຜ່ານ
​ມານີ້​ວ່າ ເປັນ​ໄຊ​ຊະ​ນະ ແຕ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດໄດ້​ກ່າວ​ຫາ​ຄ​ະ​ນະ​ຜູ້ພິ​ພາກ​ສາ 15 ທ່ານ​
ຂອງ​ສານ​ດັ່ງ​ກ່າວ​ວ່າ ປ່ອຍ​ໃຫ້​ອີ​ຣ່ານ​ໃຊ້​ສານນີ້​ເປັນ​ບ່ອນໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ​ພວກ​
ເຂົາ​.

ຍິ່ງ​ໄປ​ກວ່ານັ້ນ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອ​ງ​ທ່ານ​ທ​ຣຳ ທ່ານ​ຈອນ ໂບ​ລ​
ຕັນ ກໍ​ໄດ້​ປະ​ກາດ ​ໃນ​ມື້​ວັນ​ພຸດ​ແລ້ວນີ້​ວ່າ ສະ​ຫະ​ລັດ​ ກຳ​ລັງ​ຖອນ​ຕົວ ​ອອກ​ຈາກ ໂປ​ຣ
​ໂຕ​ໂກ​ລ​ທາງ​ເລືອກ​ແລະ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ ຂອງ​ສັນ​ຍາ​ວຽນ​ນາວ່າດ້ວຍ​ຄວາມ​ສຳ​
ພັນ​ທາງ​ການທູດ ຊຶ່ງ​ທ່ານ​ໂບ​ລ​ຕັນ ເວົ້າ​ວ່າ:

“ນີ້​ແມ່ນ​ກ່ຽວ​ຂ້ອງ ​ກັບ​ຄະ​ດີ​ ທີ່ມີ​ການ​ສະ​ເໜີ​ ຂອງ​ອັນ​ທີ່​ເອີ້ນ​ວ່າ ລັດ​ປາ​ແລ​ສ​ໄຕ​ນ໌
ໂດຍ​ລະ​ບຸ​ວ່າ ສະ​ຫະ​ລັດ​ເປັນ​ຈຳ​ເລີຍ ຊຶ່ງ​ໄດ້​ທ້າ​ທາຍ​ ຕໍ່​ການ​ເຄື່ອນ​ໄຫວ​ ກ່ຽວ​ກັບ
ການ​ຍ້າຍ​ສະ​ຖານ​ທູດ ​ຂອງ​ພວກເຮົາ ຈາກ​ນະ​ຄອນ​ ແທ​ລອາ​ວິບ ໄປ​ຍັງ​ ເຈ​ຣູ​ຊາ
​ແລັມ.”

ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ
ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ

ລັດ​ຖະ​ບານປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຖອນ​ສະ​ຫະ​ລັດອອກ​ຈາກ​ຫຼາຍໆ​ກຸ່ມ​ຈັດ​ຕັ້ງ​ແລະ
​ຄວາມ​ພະ​ຍາ​ຍາມຂອງ​ນາໆ​ຊາດ ​ຮວມ​ທັງ​ ສະ​ພາ​ສິດ​ທິ​ມະ​ນຸດ ຂໍ້ຕົກ​ລົງ​ວ່າ​ດ້ວຍ​ການ
​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ປາ​ຣີ ແລະ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ກັບ​ອີ​ຣ່ານ.

The United States has announced withdrawal from a 1955 treaty with Iran in response to an International Court of Justice determination that some of U.S. sanctions against Tehran violate the pact. U.S. Secretary of State Mike Pompeo said Wednesday that the U.S. is terminating the 63-year-old Treaty of Amity after being ordered by the United Nations' top court to lift sanctions that affect the import of humanitarian goods. VOA's Zlatica Hoke reports the United States also announced withdrawal from yet another international protocol on Wednesday.

Earlier this year U.S. President Donald Trump caused consternation when he announced U.S. withdrawal from the 2015 nuclear deal with Iran, which he had criticized even before it was signed. The United States subsequently reimposed economic sanctions against Tehran. The International Court of Justice ruled Wednesday that the United States had to remove "any impediments" to the export of humanitarian goods, including food, medicine and aviation safety equipment, because they violate a 1955 treaty.

"The measures adopted by the United States have the potential to endanger civil aviation safety in Iran and the lives of its users to the extent that they prevent Iranian airlines from acquiring spare parts and other necessary equipment, as well as from accessing associated services necessary for civil aircraft."

U.S. Secretary of State Mike Pompeo promptly responded that the United States is terminating that treaty with Iran.

"Iran seeks to challenge the United States' decision to cease participation in the Iran nuclear deal, and to reimpose the sanctions that were lifted as a part of that deal. Iran is attempting to interfere with the sovereign rights of the United States to take lawful actions necessary to protect our national security."

The Hague-based court rejected Iran's request to terminate the economic sanctions re-imposed by the Trump administration after it withdrew the United States from the 2015 nuclear deal.

Both Tehran and Washington have called Wednesday's ICJ's ruling a victory, but U.S. officials accused the 15-judge panel of allowing Iran to use it as a forum for its propaganda.

Furthermore, Trump's national security advisor John Bolton announced Wednesday that the United State is also withdrawing from the Optional Protocol and Dispute Resolution to the Vienna Convention on Diplomatic Relations.

"This is in connection with a case brought by the so-called state of Palestine, naming the United States as a defendant, challenging our move of our embassy from Tel Aviv to Jerusalem."

The Trump administration has already pulled the United States form several international groups and efforts, including the U.N. Human Rights Council, the Paris climate agreement, and the Iran nuclear deal.

XS
SM
MD
LG