ສະພາບຄວາມເຄັ່ງຕຶງໄດ້ຖີບຕົວສູງຂຶ້ນຢູ່ໃນເມືອງກູກູຕາ (Cucuta) ທີ່ຢູ່ຊາຍແດນ ໃນຂະນະທີ່ລົດບັນທຸກຂະບວນທຳອິດທີ່ຂົນເຄື່ອງຊ່ວຍເຫລືອຂອງສະຫະລັດ ໄປເຖິງທີ່ນັ້ນ ໃນວັນພະຫັດວານນີ້ ເພື່ອຈະຂ້າມຊາຍແດນໄປຍັງເວເນຊູເອລາ.
ລົດບັນທຸກໃຫຍ່ສອງຄັນໄດ້ຂົນເອົາສະບຽງອາຫານແບບສຸກເສີນ ແລະຢຸກຢາ ພ້ອມດ້ວຍເຄື່ອງຊ່ວຍເຫລືອດ້ານມະນຸດສະທຳປະເພດອື່ນ ກຳລັງລໍຖ້າອະນຸຍາດຈາກທ່ານ ນີໂຄລັສ ມາດູໂຣ, ປະທານາທິບໍດີຂອງເວເນຊູເອລາທີ່ພົບບັນຫາຢູ່ນັ້ນ ເພື່ອໃຫ້ເຂົ້າໄປໃນປະເທດນັ້ນໄດ້. ທ່ານມາດູໂຣ ໄດ້ປະຕິເສດບໍ່ຮັບເອົາການຊ່ວຍເຫລືອ ແລະສັ່ງໃຫ້ທະຫານສະກັດກັ້ນສະບຽງດັ່ງກ່າວບໍ່ໃຫ້ຂ້າມຂົວທີ່ເຊື່ອມຕໍ່ລະຫວ່າງໂຄລອມເບຍກັບເວເນຊູເອລາໄດ້ ແລະທ່ານເວົ້າວ່າ ບໍ່ໄດ້ມີວິກິດການດ້ານມະນຸດສະທຳເລີຍຢູ່ໃນເວເນຊູເອລາ.
ກຳລັງທະຫານຂອງເວເນຊູເອລາ ໄດ້ຕັນຊ່ອງທາງເຂົ້າດ່ານຊາຍແດນທີ່ມີສາມຊ່ອງຂ້າມມາຈາກເມືອງກູກູຕານັ້ນໄວ້ ໂດຍໃຊ້ຕູ້ຄອນເທັນເນີໃຫຍ່ສອງອັນ ແລະຖັງຂົນສົ່ງນ້ຳມັນໜ່ວຍນຶ່ງ. ພວກນັກເຄື່ອນໄຫວດ້ານມະນຸດສະທຳ ແລະພົນລະເມືອງເວເນຊູເອລາໄດ້ພາກັນໄປໂຮມຊຸມນຸມຢູ່ເຂດຊາຍແດນ ເພື່ອຂໍຮ້ອງໃຫ້ທ່ານມາດູໂຣອະນຸຍາດໃຫ້ເຄື່ອງຊ່ວຍເຫລືອສຸກເສີນ ຂ້າມຂົວທີ່ເຊື່ອມຕໍ່ສອງປະເທດເພື່ອນບ້ານນັ້ນໄດ້.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ
ທ່ານ ຮວານ ກວາອີໂດ, ຜູ້ນຳຝ່າຍຄ້ານລັດຖະບານທີ່ປະກາດຕົນເອງວ່າ ເປັນປະທານາທິບໍດີໃນໄລຍະຂ້າມຜ່ານ ແລະຂໍເອົາການຊ່ວຍເຫລືອນັ້ນເຕືອນວ່າ ປະຊາຊົນເວເນຊູເອລາຫລາຍຄົນ ແມ່ນປະສົບກັບໄພຂົ່ມຂູ່ຢ່າງຮ້າຍແຮງ ຖ້າບໍ່ໄດ້ຮັບການຊ່ວຍເຫລືອຈາກສາກົນ.
ກະຊວງການຕ່າງປະເທດສະຫະລັດ, ທີ່ເປັນຜູ້ຊື້ເຄື່ອງຊ່ວຍເຫລືອເຫລົ່ານັ້ນ ຂໍຮ້ອງໃຫ້ກຳລັງຮັກສາຄວາມປອດໄພຂອງເວເນຊູເອລາປ່ອຍໃຫ້ສະບຽງຕ່າງໆ ເຂົ້າໄປໃນປະເທດໄດ້.
ໂຄສົກຂອງທ່ານ ແອນໂຕນີໂອ ກູແທເຣັສ (Antonio Guterres), ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດກ່າວໃນວັນພະຫັດວານນີ້ວ່າ "ເຄື່ອງຊ່ວຍເຫລືອດ້ານມະນຸດສະທຳ ບໍ່ຄວນຖືກເອົາໄປໃຊ້ເປັນຕົວປະກັນທາງການເມືອງ" ແລະຕ້ອງໄດ້ຖືກດຳເນີນການ “ໄປຕາມຫລັກການດ້ານມະນຸດສະທຳ, ຄວາມເປັນກາງ, ຍຸຕິທຳ ແລະແບບມີອິດສະຫລະ."
ທ່ານ ມາດູໂຣ ໄດ້ຕົກຢູ່ໃນສະພາບທີ່ຖືກກົດດັນຈາກສາກົນໃຫ້ລົງຈາກຕຳແໜ່ງນັບມື້ ນັບເພີ້ມຂຶ້ນ ພາຍຫລັງທີ່ປະເທດໃຫຍ່ໆ ຢູ່ໃນສະຫະພາບຢູໂຣບ ໄດ້ເຮັດຄືກັນກັບສະຫະລັດ, ການາດາ, ແລະກຸ່ມຂອງບັນດາປະເທດໃນເຂດອາເມຣິກາລາຕິນກຸ່ມນຶ່ງ ໃນອາທິດນີ້ ທີ່ຮັບຮູ້ວ່າທ່ານກວາອີໂດ ເປັນປະທານາທິບໍດີໃນໄລຍະຂ້າມຜ່ານທີ່ຖືກຕ້ອງຊອບທຳຂອງເວເນຊູເອລາ ພາຍຫລັງທີ່ການເລືອກຕັ້ງຄືນຂອງທ່ານມາດູໂຣໃນປີກາຍນີ້ມີຜົນອອກມາ ທີ່ພວກວິຈານເວົ້າວ່າ ເປັນການສໍ້ກົງທັງນັ້ນ ນັ້ນ.