ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານທູດ ສະຫະລັດ ທີ່ ສປປ ລາວ ສະຫລອງວັນຊາດ ວັນທີ 4 ກໍລະກົດ


ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel A. Klune (ກາງ) ກຳລັງນຳພາຕັດຂະໜົມເຄກ.
ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel A. Klune (ກາງ) ກຳລັງນຳພາຕັດຂະໜົມເຄກ.

ສະຖານທູດສະຫະລັດ ອາ​ເມຣິກາ ປະຈຳ ສປປ ລາວ ສະເຫຼີມ
ສະຫລອງວັນຊາດຄົບຮອບ 239 ປີ ໂດຍການຈັດງານລ້ຽງວັນ
ຊາດປະຈຳປີ. ມີບັນດາທ່ານ ແຂກທີ່ຮັບເຊີນ ແລະພະນັກງານ
ສະຖານທູດຫຼາຍກ່ວາ 500 ຄົນ ເຂົ້າຮ່ວມງານລ້ຽງສະເຫຼີມສະ
ຫລອງ ທີ່ ສະຖານທູດສະຫະລັດອາເມຣິກາ ຢູ່ຖະໜົນທ່າເດື່ອ. ບັນດາທ່ານແຂກທີ່ຮັບເຊີນ ຮວມມີເຈົ້າໜ້າທີ່ອະວຸໂສຝ່າຍລາວ
ບັນດາສະມາຊິກສະພາແຫ່ງຊາດ ແລະບັນດາທ່ານເອກອັກຄະລັດຖະທູດ ແລະນັກການ ທູດຈາກປະເທດຕ່າງໆ ປະຈຳ ສປປ ລາວ ກໍ​ໄດ້ເປັນກຽດເຂົ້າຮ່ວມ.


ທ່ານ ດານຽນ ຄລູນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້
ກ່າວໃນຄຳປາໄສເຖິງການຮັດແໜ້ນສາຍພົວພັນອັນເລິກເຊິ່ງລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ເຊິ່ງທ່ານໄດ້ກ່າວວ່າ “ພວກເຮົາແມ່ນກຳລັງພັດທະນາ ການຮ່ວມມື ໃໝ່ ລະຫວ່າງສະຫະລັດອາເມຣິກາ ແລະສາທາລະນະລັດປະຊາທິປະໄຕປະຊາຊົນລາວ ເຊີ່ງການຮ່ວມມືດັ່ງກ່າວ ຈະແມ່ນໄດ້ສືບຕໍ່ການແກ້ໄຂ ການຊ່ວຍເຫຼືອໃນສັດຕະວັດທີ 20
ແລະ ໃນຂະນະດຽວກັນ ກໍຮ່ວມກັນສ້າງສາຍພົວພັນໃໝ່ ສຳລັບສັດຕະວັດທີ 21.”

ທະຫານກຽດຕິຍົດ ກຳລັງປະກອບພິທີ
ທະຫານກຽດຕິຍົດ ກຳລັງປະກອບພິທີ

US Embassy in Laos Celebrates Independence Day

Tonight the U.S. Embassy celebrated 239 years of American independence at its annual Independence Day event. Over 500 guests joined the Embassy staff on the grounds of the new Embassy on Tha Deua Road, including other senior government officials, members of the National Assembly, and Ambassadors and members of the Diplomatic Corps.
U.S. Ambassador to Laos Daniel A. Clune delivered remarks on the deepening ties between the U.S. and Laos, noting, “We are developing a new partnership between the United States and Laos, one that will continue to address the legacies of the 20th century while building a new relationship for the 21st century.”

XS
SM
MD
LG