ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ສະຫະລັດ ປິ 2020 ຕັ້ງຈຸດເພັ່ງເລັງ ໃສ່ການຕິດຕາມ ເນື້ອຫາສາລະ ຂອງບໍລິສັດ Facebook ແລະ Twitter


ຜູ້ບໍລິຫານໃຫຍ່ບໍລິສັດ Twitter ທ່ານ ແຈັກ ດໍຊີ ປາກົດຕົວໃນການໃຫ້ການທາງອອນໄລນ໌ ຕໍ່ຄະນະກຳມະການການຄ້າສະພາສູງ, ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ, 28 ຕຸລາ, 2020.
ຜູ້ບໍລິຫານໃຫຍ່ບໍລິສັດ Twitter ທ່ານ ແຈັກ ດໍຊີ ປາກົດຕົວໃນການໃຫ້ການທາງອອນໄລນ໌ ຕໍ່ຄະນະກຳມະການການຄ້າສະພາສູງ, ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ, 28 ຕຸລາ, 2020.

ບັນດາຜູ້ນຳດ້ານເທັກໂນໂລຈີລະດັບສູງຂອງປະເທດໄດ້ຮຽກຮ້ອງບັນດາສະມາຊິກສະພາ ສະຫະ ລັດ ໃນວັນພຸດວານນີ້ໃຫ້ຮັກສາການປົກປ້ອງການກວດກາເນື້ອຫາຂ່າວສານໃນສື່ສັງຄົມໄວ້ຄືເກົ່າ, ເຖິງແມ່ນຈະມີການຮຽກຮ້ອງຈາກພັກຣີພັບບລີກັນເພີ່ມຂຶ້ນ ເພື່ອແກ້ໄຂສິ່ງທີ່ເຂົ້າໃຈວ່າເປັນການລຳອຽງໃນວິທີທີ່ບັນດາບໍລິສັດສື່ສັງຄົມຮັບມືກັບເສລີພາບໃນການປາກເວົ້າທາງອອນໄລນ໌ກໍຕາມ.

ບັນດາບໍລິສັດອອນໄລນ໌ແມ່ນຖືກປົກປ້ອງຈາກຄວາມຮັບຜິດຊອບສຳລັບຫົວຂໍ້ຂ່າວໃນເວັບໄຊ້ຂອງເຂົາເຈົ້າພາຍໃຕ້ກົດໝາຍຄວາມເໝາະສົມໃນການສື່ສານ ປີ 1996 ຂໍ້ທີ 230. ການປົກປ້ອງທີ່ວ່ານັ້ນ ຖືກໃຊ້ກັບບັນດາບໍລິສັດທຸກຂະໜາດທີ່ປະຕິບັດການທາງອອນໄລນ໌ ທີ່ໃຊ້ເນື້ອຫາສາລະ ຂອງຝ່າຍທີ່ສາມ. ແຕ່ສະມາຊິກພັກຣີພັບບລີກັນບາງຄົນໄດ້ໂຕ້ແຍ້ງວ່າກົດໝາຍຂໍ້ທີ 230 ແມ່ນ ຖືກສ້າງຂຶ້ນສຳລັບບັນດາບໍລິສັດໃຫຍ່ເຊັ່ນ Facebook ແລະ Twitter, ໂດຍ ອະນຸຍາດໃຫ້ເຂົາ ເຈົ້າກວດກາເນື້ອຫາສາລະທີ່ອີງໃສ່ທັດສະນະດ້ານການເມືອງ ແລະ ໃຊ້ການຕິດຕໍ່ສື່ສານທີ່ກວ້າງ ຂວາງຂອງເຂົາເຈົ້າເພື່ອຄອບງຳການສົນທະນາຂອງສາທາລະນະ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ສິ້ນສຸດກົດໝາຍຂໍ້ທີ 230 ນັ້ນໃນ ທວິດເຕີ ເມື່ອວັນພຸດວານນີ້, ໂດຍເວົ້າວ່າ “ສະຫະລັດ ບໍ່ມີເສລີພາບໃນການສື່ຂ່າວ, ພວກເຮົາມີ ການປິດບັງຂໍ້ຄວາມ ຫຼືບໍ່ກໍເປັນຂ່າວປອມເທົ່ານັ້ນ. ມັນໄດ້ມີການຮຽນຮູ້ຫຼາຍຢ່າງໃນສອງອາທິດທີ່ຜ່ານມາ ກ່ຽວກັບວ່າສື່ມວນຊົນຂອງພວກເຮົາແມ່ນສໍ້ໂກງຫຼາຍຊໍ່າໃດ ແລະ ຕອນນີ້ບໍລິສັດເທັກ ໂນໂລຈີໃຫຍ່, ແມ່ນອາດຈະຂີ້ຮ້າຍກວ່ານັ້ນຫຼາຍ. ຍົກເລີກກົດໝາຍຂໍ້ທີ 230 ສະ!”

ບັນຫາກໍແມ່ນວ່າບໍລິສັດທີ່ຕິດຕາມເນື້ອຫາສາລະຕ່າງໆແມ່ນຜູ້ພິມໂຄສະນາ ແທນທີ່ຈະເປັນເວັບໄຊ້ອອນໄລນ໌ຫຼືບໍ່ ແລະ ຂອບເຂດການຕິດຕໍ່ຂອງບັນດາບໍລິສັດຕ່າງໆຄື Facebook ແລະ Twitter ແມ່ນການຜູກຂາດຫຼືບໍ່.

ປະທານຄະນະກຳມະກາດ້ານການຄ້າສະພາສູງທ່ານ ໂຣເຈີ ວິກເກີ ໄດ້ກ່າວໃນວັນພຸດວານນີ້ວ່າ “ບໍລິສັດຕ່າງໆແມ່ນກຳລັງກີດກັ້ນ ແລະ ບີບຮັດການເຜີຍແຜ່ເນື້ອຫາສາລະໃນເວັບໄຊ້ຂອງເຂົາ ເຈົ້າຢ່າງຂະຫຍັນຂັນແຂງ ແລະ ໃຊ້ການປົກປ້ອງພາຍໃຕ້ກົດໝາຍຂໍ້ທີ 230 ເພື່ອເຮັດມັນ. ມັນມີສິ່ງທີ່ໜ້າຕົກໃຈໃດໆບໍ່ ທີ່ການອອກສຽງຈາກຝ່າຍຂວາແມ່ນກຳລັງຕຳໜິຕິຕຽນ ກ່ຽວກັບ ການ ຫຼອກລວງ ຫຼື ແມ່ນກະທັ້ງຮ້າຍແຮງກວ່ານັ້ນ?

ກົດໝາຍຂໍ້ທີ 230 ແມ່ນໄດ້ຮັບຄວາມສົນໃຈອີກຄັ້ງນຶ່ງໃນລະຫວ່າງ ວົງຈອນການເລືອກຕັ້ງປະທາ ນາທິບໍດີ 2020 ຍ້ອນວິທີການກວດກາເນື້ອຫາສາລະຂອງບັນດາບໍລິສັດອອນໄລນ໌ ໃນການຕອບໂຕ້ກັບການແຊກແຊງຈາກຕ່າງປະເທດໃນເວທີອອນໄລນ໌ ໃນລະຫວ່າງວົງຈອນການເລືອກຕັ້ງປີ 2016.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG