ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄວາມຄິດຂອງຄົນ ອາເມຣິກາ ຕໍ່ເສດຖະກິດ ຂອງປະເທດ ໃນຂະນະທີ່ ການເລືອກຕັ້ງ ຫຍັບໃກ້ເຂົ້າ


Job Seekers Navigate Uncertain US Economy
please wait

No media source currently available

0:00 0:02:24 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ໃນສອງສາມສັບປະດາທີ່ຜ່ານມາ, ບັນຫາຕ່າງໆກ່ຽວກັບຄົນເຂົ້າ ເມືອງ, ຄວາມໝັ້ນຄົງແຫ່ງຊາດ ແລະ ການປາບປາມລັດທິກໍ່ການ ຮ້າຍ ເບິ່ງຄືວ່າໄດ້ເປັນເລື່ອງຄອບງຳບັນຫາເສດຖະກິດຂອງ ສະ ຫະລັດ ສຳລັບເປົ້າໝາຍຂອງການໂຄສະນາຫາສຽງ ເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ປີ 2016 ນີ້. ແຕ່ນັກຂ່າວວີໂອເອ Aru Pande ລາຍງານວ່າ, ທັດສະນະຄະຕິຕໍ່ເສດຖະກິດຂອງປະເທດ ແມ່ນຍັງຢູ່ໃນຄວາມຄິດຂອງປະຊາຊົນ ອາເມຣິກັນ ຫຼາຍຄົນຢູ່ຜູ້ ທີ່ມີຄວາມເປັນຫ່ວງກ່ຽວກັບ ຄວາມຄາດຫວັງສຳລັບວຽກງານຂອງ ພວກເຂົາເຈົ້າ ແລະ ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ທີ່ເພີ່ມສູງ ຂຶ້ນໃນອະນະຄົດ. ພຸດທະສອນ ຈະນຳລາຍລະອຽດເລື່ອງນີ້ມາສະ ເໜີທ່ານ.

ທ່ານນາງ Suja Joseph ໄດ້ຈັດການຝຶກອົບຮົມທີ່ເມືອງ Columbia ລັດ Maryland ເຊິ່ງຢູ່ບໍ່ ໄກຈາກນະຄອນຫຼວງ ວໍຊິຕັນ ເພື່ອຊ່ວຍເຫຼືອຄົນວ່າງງານໃຫ້ສາມາດກັບມາຕັ້ງຕົວຄືນໄດ້.

ທ່ານນາງໄດ້ກ່າວວ່າ ເພິ່ນເຫັນຄວາມແຕກຕ່າງຢ່າງໃຫຍ່ໃນຄວາມຄາດຫວັງ ຕໍ່ການມີວຽກ ເຮັດງານທຳຂອງພວກເຂົາເຈົ້າໃນພຽງສອງສາມປີທີ່ຜ່ານມາ.

ທ່ານນາງ Suja Joseph ຜູ້ຝຶກວຽກງານ ກ່າວວ່າ “ຜູ້ຊອກວຽກເຮັດງານທຳຂອງພວກເຮົາ ບາງຄົນໄດ້ເຂົ້າມາ ແລະ ເວົ້າວ່າ, ເຮີ້ຍ, ເວລາຂ້ອຍເຂົ້າມາ, ຂ້ອຍບໍ່ໄດ້ຍິນຫຍັງຕອບຄືນ ມາ ແຕ່ວ່າຕອນນີ້ພວກນາຍຈ້າງໄດ້ເຂົ້າມາຫາຂ້ອຍ, ແລະ ພວກເຂົາເຈົ້າພົບເຫັນວ່າມັນ ເປັນກຳລັງແຮງຊຸກຍູ້ພວກເຂົາເຈົ້າ.”

ເມື່ອ 7 ປີກ່ອນ, ປະທານາທິບໍດີ ບາຣັກ ໂອບາມ ໄດ້ເຂົ້າກຳຕຳແໜ່ງປະທານາທິບໍດີຖ່າມກາງ ສະພາບເສດຖະກິດຕົກຕ່ຳ. ນັບຕັ້ງແຕ່ນັ້ນມາ ອັດຕາການວ່າງງານຂອງປະຊາຊົນໃນ ສະຫະ ລັດ ໄດ້ຫຼຸດລົງເຄິ່ງໜຶ່ງ ຫາ 5 ເປີເຊັນ, ພ້ອມກັບການສ້າງວຽກເຮັດງານທຳກໍແມ່ນປະມານ 13 ລ້ານໜ້າວຽກ.

ທ່ານ Anirban Basu ນັກເສດຖະສາດຈາກບໍລິສັດທີ່ປຶກສາດ້ານເສດຖະກິດ Sage Policy Group ທີ່ມີສຳນັກງານຕັ້ງຢູ່ ນະຄອນ Baltimore ກ່າວວ່າ “ແມ່ນແລ້ວ, ເສດຖະກິດກຳລັງ ເຕີບໂຕຂຶ້ນ, ຂໍ້ມູນຕະຫຼາດແຮງງານກໍໄດ້ເລີ່ມດີຂຶ້ນ. ມັນມີການລະບຸບາງຢ່າງວ່າຄ່າຈ້າງ ແຮງງານ ແມ່ນກຳລັງຂະຫຍາຍຕົວຂຶ້ນໃນປີນີ້.”

ແຕ່ວ່າພາຍໃຕ້ຈຳນວນຕົວເລກດັ່ງກ່າວນັ້ນ, ທ່ານ Basu ກ່າວວ່າ, ມັນມີຮູບພາບທີ່ປະສົມປະ ສານກັນ ເຊິ່ງມັນອາດຈະໝາຍເຖິງຄວາມບໍ່ແນ່ນອນສຳລັບ ເສດຖະກິດຂອງ ອາເມຣິກາ ໃນ ປີ 2017.

ທ່ານ Anirban Basu ກ່າວວ່າ “ພວກເຮົາພຽງແຕ່ມີກຳລັງໃນການຜະລິດທີ່ມີປະສິດທິຜົນ ຫຼາຍໂພດເທົ່ານັ້ນ ແຕ່ບໍ່ມີຄວາມຮຽກຮ້ອງຕ້ອງການຫຼາຍພໍ ແລະ ເຫດຜົນໜຶ່ງກໍແມ່ນເສດ ຖະກິດໂລກຍັງອ່ອນແອໂພດ. ມາຮອດຕົ້ນປີໃໝ່ນີ້, ພວກເຮົາໄດ້ຍິນຂ່າວຮ້າຍກ່ຽວກັບເສດ ຖະກິດຂອງ ຈີນ.”

ຄວາມບໍ່ແນ່ນອນແມ່ນໄດ້ຖືກແບ່ງປັນຢູ່ເທິງໂຕະເຮືອນຄົວໃນລັດ Maryland ແຫ່ງນີ້, ບ່ອນທີ່ ນັກສຶກສາວິທະຍາໄລທ້າວ Heza Mulinzi, ທ້າວ Frederick Torrence ແລະ ທ້າວ Denell Hammond ກຳລັງເຮັດວຽກເພື່ອເລີ່ມສ້າງບໍລິສັດເສື້ອຜ້າ.

ທ້າວ Denell Hammond ນັກສຶກສາມະຫາວິທະຍາໄລກ່າວວ່າ “ພວກເຮົາມີຄວາມຄິດໃນ ການປະດິດຄິດສ້າງຢູ່ຕະຫຼອດ. ນັ້ນແມ່ນບາງຢ່າງທີ່ຢູ່ດ້ານຫຼັງຂອງແນວຄິດຂອງຂ້າພະ ເຈົ້າຕະຫຼອດ, ສິ່ງທີ່ຂ້າພະເຈົ້າຈະຊອກຮູ້ວ່າຂ້າພະເຈົ້າເກັ່ງໃນດ້ານໃດ ເຊິ່ງຂ້າພະເຈົ້າສາ ມາດຫາວິທີເພື່ອເຮັດໃຫ້ມັນສ້າງກຳໄລໄດ້ຫຼາຍ.”

ທ້າວ Federick Torrence ກ່າວວ່າ “ພວກເຮົາໄດ້ເລີ່ມເຮັດສິ່ງນີ້ເພື່ອສ້າງບໍລິສັດເມື່ອພວກ ເຮົາຮຽນຈົບ ເຊິ່ງພວກເຮົາຈະບໍ່ມີພຽງແຕ່ແຜ່ນເຈ້ຍເທົ່ານັ້ນ, ແຕ່ພວກເຮົາໄດ້ສ້າງບໍລິສັດ ຂຶ້ນມາ, ແລະ ພວກເຮົາກໍຈະບໍ່ຕ້ອງເປັນຫ່ວງກ່ຽວກັບເງິນກູ້ຢືມຂອງນັກສຶກສາ.”

ສຳລັບທ້າວ Heza Mulinzi ອາຍຸ 21 ປີແລ້ວແມ່ນວ່າ , ການທີ່ໄດ້ເຫັນແມ່ຂອງລາວດີ້ນຮົນ ຫຼັງຈາກໄດ້ຖືກສັ່ງໃຫ້ພັກງານຍ້ອນອາການບາດເຈັບ ກໍແມ່ນເຫັນວ່າພຽງພໍແລ້ວ ທີ່ຈະຜັກດັນ ໃຫ້ລາວເປັນອິດສະຫຼະທາງດ້ານການເງິນ ຫຼັງຈາກຈົບການສຶກສາ.

ທ້າວ Heza Mulinzi ກ່າວວ່າ “ການເຮັດວຽກໜັກ, ແຕ່ບໍ່ໄດ້ຮັບ ສິດທິທີ່ລາວຄວນຈະໄດ້ ຮັບຢ່າງເໝາະສົມ. ຂ້າພະເຈົ້າເຊື່ອວ່າ ພວກທ່ານຄວນຈະສາມາດເຮັດວຽກໄດ້ດ້ວຍຕົນ ເອງ ແລະ ມີຄວາມໝັ້ນຄົງຢ່າງເປັນອິດສະຫຼະ.”

ສຳລັບພວກນັກສຶກສາທີ່ເປັນໝູ່ກັນມາແຕ່ດົນນານນັ້ນ, ຫົນທາງສູ່ເສດຖະກິດທີ່ດີໃນອະນາ ຄົດ ແມ່ນໄດ້ຖືກສ້າງຂຶ້ນໃນບໍລິສັດເສື້ອຜ້າແຟຊັ່ນເກົ່າແກ່ຂອງ ອາເມຣິກາ.

XS
SM
MD
LG