ເສດຖະກິດສະຫະລັດ ມີການຂະຫຍາຍຕົວສູງເຖິງ 4.1%
ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ ຊຶ່ງເປັນການຂະ
ຫຍາຍຕົວ ທີ່ເຂັ້ມແຂງກວ່າຄາດໝາຍຂອງລັດຖະບານ
ໃນຕອນທໍາອິດນັ້ນ.
ກະຊວງການຄ້າສະຫະລັດ ເວົ້າເມື່ອວັນສຸກວານນີ້ວ່າ ໃນ
ໄຕມາດທີ່ສາມນັ້ນ ການໃຊ້ຈ່າຍຂອງ ພວກອຸບປະໂພກບໍລິ
ໂພກ ທີ່ປະກອບເປັນ 70 ເປີເຊັນຂອງເສດຖະກິດຂອງປະ
ເທດ ໄດ້ເຕີບໂຕໄວຂຶ້ນກວ່າທີ່ຄາດກັນໄວ້ ກ່ອນໜ້ານັ້ນ.
ກະຊວງການຄ້າເວົ້າອີກວ່າ ຄອບຄົວຊາວອາເມຣິກັນພາກັນ
ຊື້ເຄຶ່ອງໃຊ້ລາຄາແພງໆ ເຊັ່ນຕູ້ເຢັນ ແລະໃຊ້ຈ່າຍເງິນຫຼາຍ
ຂຶ້ນ ໃນເລື້ອງການບໍລິການປະຈໍາວັນ ເຊັ່ນສຸຂະພາບເປັນຕົ້ນ.
ອັດຕາການເຕີບໂຕ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍານັ້ນ ນັບວ່າໄວທີ່ສຸດ ໃນ
ຮອບສອງປີ ແລະ ເປັນການເຕີບໂຕໄວທີ່ສຸດຄັ້ງທີສອງ ນັບຕັ້ງສະພາວະເສດຖະກິດ
ຖອຍຫຼັງຢ່າງຮ້າຍແຮງ ທີ່ເກີດຂຶ້ນໃນກາງປີ 2009 ເປັນຕົ້ນມາ.
ກ່ອນໜ້ານີ້ ລັດຖະບານໄດ້ປະເມີນ ການເຕີບໂຕໃນໄຕມາດທີ່ສາມ ວ່າຈະຢູ່ໃນລະດັບ 3.6 ເປີເຊັນ ຊຶ່ງກໍສູງກ່ວາອັດຕາ 2.5 ເປີເຊັນ ຂອງໄຕມາດ ທີ່ສອງນັ້ນ.
ຍ້ອນມີການເຕີບໂຕທີ່ສະໝໍ່າສະເໝີຂອງປະເທດ ທີ່ເປັນເສດຖະກິດໃຫຍ່ທີ່ສຸດຂອງ ໂລກນັ້ນ ບັນດາຜູ້ກໍາໜົດນະໂຍບາຍປະຈໍາທະນາຄານກາງສະຫະລັດ ໃນອາທິດນີ້ ຈຶ່ງໄດ້ເຫັນພ້ອມກັນທີ່ຈະເລີ່ມຜ່ອນການສະໜັບ ສະໜຸນໂດຍກົງຕໍ່ເສດຖະກິດອາເມຣິກັນ ນັ້ນລົງ. ເປັນເວລາດົນກ່ວານຶ່ງປີ ມາແລ້ວ ທີ່ທະນາຄານກາງ ໄດ້ທຸ່ມເງິນຈໍານວນ 85 ພັນລ້ານໂດລ່າຕໍ່ເດືອນ ໃສ່ໃນເສດຖະກິດ ດ້ວຍການຊື້ຫຼັກຊັບ ກໍຄືເຮືອນທີ່ປະຊາ ຊົນຢືມເງິນຈາກທະນາຄານເອກະຊົນໄປຊື້ນັ້ນເອົາໄວ້ ແຕ່ຈະຕັດຈໍານວນດັ່ງກ່າວລົງ ເປັນ 75 ພັນລ້ານໂດລ່າຕໍ່ເດືອນ ເລີ່ມຕົ້ນໃນເດືອນໜ້ານີ້.
ນັບຕັ້ງແຕ່ທະນາຄານກາງ ໄດ້ເລິ່ມຊື້ຫຼັກຊັບເປັນຕົ້ນມາ ສະຫະລັດ ແມ່ນໄດ້ເພີ່ມໜ້າວຽກຂື້ນ ເກືອບສາມລ້ານໜ້າວຽກ ໃນຕະຫຼາດແຮງງານຂອງຕົນ ແລະອັດຕາການວ່າງງານ ໄດ້ຕົກຕໍ່າລົງ 7 ເປີເຊັນ. ດັດຊະນີຮຸ້ນຢູ່ຕະຫຼາດຮຸ້ນທີ່ນີວຢ໊ອກ ກໍໄດ້ຖີບຂຶ້ນຢ່າງ ສະໝໍ່າສະເໝີສູ່ ລະດັບສູງຢ່າງເປັນປະວັດການ.
ວີດີໂອກ່ຽວກັບ ການເຕີບໂຕຂອງ ຕະຫຼາດຮຸ້ນສະຫະລັດ: