ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເສດຖະກິດ ສະຫະລັດ ມີວຽກເຮັດງານທຳ ຫຼາຍຂຶ້ນ ແຕ່ຊ່ອງຫວ່າງ ຄວາມສາມາດ ກໍສູງເຊັ່ນກັນ


US Economy Adding Jobs, But Employers Say Skills Gap is Rising
please wait

No media source currently available

0:00 0:02:02 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ເສດຖະກິດ ສະຫະລັດ ໄດ້ສະແດງໃຫ້ເຫັນຄວາມໜ້າປະທັບໃຈ ອີກເດືອນນຶ່ງ ດ້ວຍ
ການເພີ່ມວຽກເຮັດງານທຳຂຶ້ນອີກ 228,000 ໜ້າ ວຽກ ໃນເດືອນ ພະຈິກ ທີ່ຜ່ານມາ.
ອັດຕາການຫວ່າງງານ ເຊິ່ງປັດຈຸບັນ ນີ້ຕໍ່າທີ່ສຸດ ໃນຮອບ 17 ປີ, ແມ່ນຍັງຄົງບໍ່ມີການ
ປ່ຽນແປງ ຢູ່ກັບ 4.1 ເປີເຊັນ. ແຕ່ໃນຂະນະທີ່ຊາວ ອາເມຣິກັນ ໄດ້ກັບຄືນໄປເຮັດວຽກ
ແລ້ວ ນັ້ນ, ບັນດານາຍຈ້າງຈຶ່ງກ່າວວ່າ ຕະຫຼາດວຽກງານແມ່ນກຳລັງປ່ຽນແປງ ແລະ
ທັງຜູ້ຈ້າງງານ ແລະ ພະນັກງານ ຕ່າງກໍຕ້ອງໄດ້ພາກັນຕຽມຕົວໃຫ້ພ້ອມ. ນັກຂ່າວ
ວີໂອເອ ມິລ ອາເຊກາ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ດ້ວຍເສດຖະກິດ ຂອງສະຫະລັດ ທີ່ກຳລັງເຕີບໂຕໃນລະດັບໄວກວ່າທີ່ຄາດໄວ້ ແລະ
ຫຸ້ນສ່ວນການເງິນກໍເພີ່ມສູງຂຶ້ນໃນລະດັບໃໝ່ນັ້ນ, ເດືອນພະຈິກທີ່ຜ່ານມາ ກໍໄດ້
ກາຍເປັນອີກເດືອນນຶ່ງ ທີ່ສ້າງວຽກເຮັດງານທຳໄດ້ດີ.

ທ່ານ ມາກ ແຮັມຣິກ ຈາກບໍລິສັດ ແບັງຄ໌ເຣດ ກ່າວວ່າ “ມັນຂ້ອນຂ້າງຈະໜ້າປະທັບ
ໃຈ ທີ່ໄດ້ມີການຂະຫຍາຍໂຕທາງດ້ານເສດຖະກິດ ເຊິ່ງໄດ້ເລີ່ມຂຶ້ນໃນກາງປີ 2009,
ແລະ ພວກເຮົາຍັງມີເສດຖະກິດ ທີ່ສ້າງວຽກເຮັດງານທຳຢ່າງຫຼວງຫຼາຍເປັນປະຈຳທຸກ
ເດືອນ, ແລະ ຜົນທີ່ອອກມາ ກໍຂ້ອນຂ້າງຈະດີສຳລັບປີໜ້າດ້ວຍ.”

ເຖິງແມ່ນວ່າ ການເຕີບໂຕດ້ານຄ່າແຮງງານຍັງເປັນໜ້າຜິດຫວັງຢູ່ກໍຕາມ, ແຕ່ບັນດາຜູ້
ບໍລິໂພກ ກໍຍັງຄົງເປັນຜູ້ນຳໜ້າຢູ່ ອີງຕາມການສຳຫຼວດ ໂດຍສະມາຄົມເພື່ອເສດຖະ
ສາດທຸລະກິດແຫ່ງຊາດ.

ທ່ານ ເຄັນ ໄຊມັອນສັນ ຈາກສະມາຄົມ ເພື່ອເສດຖະສາດທຸລະກິດແຫ່ງຊາດ ກ່າວວ່າ
“ຄວາມໝັ້ນໃຈຂອງຜູ້ບໍລິໂພກ, ດັ່ງທີ່ທ່ານຮູ້ນັ້ນ, ຕອນນີ້ໄດ້ຂະຫຍາຍຕົວເປັນລະດັບ
ທີ່ສູງຫຼາຍ, ແຕ່ການລົງທຶນດ້ານທຸລະກິດກໍເຊັ່ນກັນ ມັນກໍຂ້ອນຂ້າງຈະແຂງແກ່ນ.”

ໃນຂະນະທີ່ໜ້າວຽກ ຍັງມີຫວ່າງຢູ່ຢ່າງຫຼວງຫຼາຍກໍຕາມ, ແຕ່ພວກບໍລິສັດວ່າຈ້າງຄົນ
ງານກໍເວົ້າວ່າ ຕົວເລກຂອງຄົນຜູ້ທີ່ສາມາດເຮັດວຽກໄດ້ ແມ່ນກຳລັງຫຼຸດລົງ.

ທ່ານ ຈິມ ສຕຣັດ ຈາກບໍລິສັດ ແຣນສແຕັດ ຊັອສ໌ໄຣທ໌ Ranstad Sourceright
ກ່າວວ່າ “ການມີເທັກໂນໂລຈີໃໝ່ຢ່າງຫຼວງຫຼາຍ ໝາຍຄວາມວ່າ ມີວຽກງານໃໝ່ຫຼາຍ
ຊະນິດໃຫ້ເຮັດ. ແລະ ໃນທາງກົງກັນຂ້າມ, ເຖິງແມ່ນວ່າ ຈະມີວຽກໃຫ້ເຮັດຢ່າງຫຼວງ
ຫຼາຍກໍຕາມ, ແຕ່ມັນກໍບໍ່ມີຄົນຫຼາຍພໍ ທີ່ສາມາດເຮັດວຽກພວກນັ້ນໄດ້, ສະນັ້ນ, ຄວາມ
ສາມາດແມ່ນຍັງຂາດແຄນຢູ່.”

ບັນດານາຍຈ້າງໄດ້ອອກມາຕອບສະໜອງດ້ວຍການປ່ຽນແປງແຜນຍຸດທະສາດໃນ
ການຮັບພະນັກງານໃໝ່. ໃນບົດລາຍງານ “ແນວໂນ້ມຄວາມສາມາດ” ສະບັບຫຼ້າສຸດ
ຂອງບໍລິສັດ ແຣນສແຕັດ ຊັອສ໌ໄຣທ໌ "Ranstad Sourceright" ນັ້ນ, ບັນດາບໍລິສັດ
ທີ່ຖືກສຳຫຼວດຫຼາຍກວ່າ 60 ເປີເຊັນ ໄດ້ມີແຜນ ທີ່ຈະສັບປ່ຽນນຶ່ງສ່ວນສາມ ຂອງຕຳ
ແໜ່ງຂອງພະນັກງານຖາວອນ ດ້ວຍການຈ້າງພະນັກງານອິດສະຫຼະ ແລະ ພະນັກງານ
ສັນຍາຈ້າງອິດສະຫຼະຫຼາຍຂຶ້ນ.

ທ່ານ ຈິມ ສຕຣັດ ກ່າວວ່າ “ຜູ້ຊອກຫາວຽກລະດັບປານກາງຫຼາຍຄົນຕອນນີ້ ບໍ່ໄດ້
ເບິ່ງເຖິງອະນາຄົດ. ເຂົາເຈົ້າກຳລັງຊອກຫາຊະນິດຂອງວຽກ ທີ່ເຂົາເຈົ້າສາມາດເຮັດ
ໃນຕອນນີ້, ບໍ່ຮັບຮູ້ ຫຼື ບໍ່ເອົາມາພິຈາລະນາວ່າ ວຽກງານພວກນັ້ນແມ່ນກຳລັງປ່ຽນ
ແປງ.”

ແຕ່ການປ່ຽນແປງ ໄປສູ່ສິ່ງທີ່ເອີ້ນວ່າ ເສດຖະກິດ “ໄລຍະສັ້ນ" ຫຼື ວຽກຊົ່ວຄາວ ຫຼື ອິດ
ສະຫຼະນັ້ນ ແມ່ນກຳລັງສ້າງສິ່ງທ້າທາຍຢູ່ ສຳລັບພະນັກງານຖາວອນ.

ທ່ານ ມາກ ແຮັມມິກ ກ່າວວ່າ “ມັນຈະສະໜອງໂອກາດອັນໃຫຍ່ໂຕໃນປະການນຶ່ງ
ແຕ່ມັນກໍຈະສ້າງຄວາມສ່ຽງບາງຢ່າງ ແລະ ຄວາມກັງວົນໃຈ, ຕໍ່ຂອບເຂດທີ່ເຈົ້າຈະບໍ່
ສາມາດວາງແຜນທາງດ້ານການເງິນທີ່ດີ ແລະ ເຈົ້າຕ້ອງເປັນຫ່ວງ ກ່ຽວກັບ ສິ່ງຕ່າງໆ
ຄືການປະກັນສຸຂະພາບ.”

ເພື່ອຈະແຂ່ງຂັນກັບການປ່ຽນແປງສະພາບແວດລ້ອມວຽກງານຢ່າງວ່ອງໄວນັ້ນ, ບັນ
ດານາຍຈ້າງກ່າວວ່າ ເຮັດໃຫ້ຕົນເອງ ປັບຕົວເຂົ້າກັບສະຖານະການໄດ້ ແລະ ຮັກສາ
ຄວາມສາມາດຂອງຕົນເອງໃຫ້ທັນເຫດການ.

ທ່ານ ຈິມ ສຕຣັດ ກ່າວວ່າ “ຍິ່ງເຈົ້າມີຄວາມຍິນດີຢາກຮຽນຫຼາຍເທົ່າໃດ ແລະ ສືບຕໍ່
ທີ່ຈະປັບຕົວໃຫ້ເຂົ້າກັບເຫດການໄດ້ນັ້ນ ເຈົ້າກໍຍິ່ງຈະເປັນທີ່ຕ້ອງການຫຼາຍຍິ່ງຂຶ້ນ.”

XS
SM
MD
LG