ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກຕາເວັນອອກ ສຫລ ພວມຮັບມື ກັບພາຍຸ ທີ່ເອີ້ນວ່າ ບອມ ໄຊໂຄລນ


ຍວດຍານພາຫະນະ ພາກັນເຄື່ອນຍ້າຍ ໄປຕາມຖະໜົນສາຍຫຼັກ
ຂ້າມລັດ ຫຼື Interstate 26, ໃກ້ໆກັບເມືອງຊາແວນນາ, ໃນລັດຈໍເຈຍ, 3 ມັງກອນ 2018.
ຍວດຍານພາຫະນະ ພາກັນເຄື່ອນຍ້າຍ ໄປຕາມຖະໜົນສາຍຫຼັກ ຂ້າມລັດ ຫຼື Interstate 26, ໃກ້ໆກັບເມືອງຊາແວນນາ, ໃນລັດຈໍເຈຍ, 3 ມັງກອນ 2018.

ປະຊາຊົນ ຈຳນວນ 40 ລ້ານຄົນ ໃນເຂດແຄມຝັ່ງທະເລທາງພາກຕາເວັນອອກຂອງ
ສະຫະລັດ ແມ່ນພວມຮັບມືກັບອັນທີ່ພວກນັກພະຍາກອນອາກາດເອີ້ນວ່າ “ບອມ
ໄຊໂຄລນ”
ຊຶ່ງເປັນພາຍຸລະດູໜາວຂະໜາດແຮງ ທີ່ພັດຜ່ານມະຫາສະໝຸດອັດ
ແລນຕິກ.

ພາຍຸທີ່ວ່ານີ້ ຄາດວ່າ ຈະເຮັດໃຫ້ມີຫິມະຕົກ ຫຼາຍກວ່າ 20 ຊັງຕີແມັດ ໃນນະຄອນ
ບອສຕັນ ແລະລົມແຮງເທົ່າກັບເຮຣິເຄນພັດຖະຫຼົ່ມເຂົ້າໃສ່ຝັ່ງແຄມທະເລເຂດນິວ
ອິງເກລິນ (New England) ແລະການາດາ.

ໄດ້ມີຄຳເຕືອນກ່ຽວກັບພາຍຸຫິມະຫົວນີ້ ຕໍ່ບັນດາເມືອງຕ່າງໃນເຂດແຄມຝັ່ງທະເລ
ຈາກລັດເວີຈີເນຍ ເຖິງລັດເມນ.

ພວກນັກພະຍາກອນອາກາດຖືວ່າລົມພາຍຸຫົວນີ້ ຄືກັນກັບລະເບີດ ຍ້ອນຈະມີຄວາມ
ກົດດັນຫຼຸດຕ່ຳລົງໃນໄລຍະພຽງ 24 ຊົ່ວໂມງ ຊຶ່ງຈະກໍ່ໃຫ້ເກີດມີລົມແຮງພັດ.

ໃນຂະນະດຽວກັນນີ້, ອາກາດລະດູໜາວກໍໄດ້ນຳເອົາຫິມະ ນ້ຳກ້ອນແລະອຸນຫະພູມ
ທີ່ໜາວເຢັນ ມາສູ່ຫຼາຍໆເຂດທົ່ວປະເທດ ທີ່ບໍ່ຄ່ອຍພົບເຫັນສະພາບອາກາດແບບນີ້
ມາກ່ອນ.

ນ້ຳກ້ອນ ລອຍຕົວ ໃນທະເລ ໃນເຂດນະຄອນບອສຕັນ ວັນທີ 3 ມັງກອນ 2018.
ນ້ຳກ້ອນ ລອຍຕົວ ໃນທະເລ ໃນເຂດນະຄອນບອສຕັນ ວັນທີ 3 ມັງກອນ 2018.

ຫິມະ ໄດ້ຕົກ ຢູ່ທີ່ເມືອງ ແທລລະຮາສຊີ (Tallahassee), ລັດຟລໍຣິດາ (Florida) ເປັນຄັ້ງທຳອິດໃນຮອບເກືອບ 30 ປີ ໃນວັນພຸດວານນີ້. ຖະໜົນຫົນທາງກາຍມາເປັນ
ນ້ຳກ້ອນໃນລັດຈໍຣ໌ເຈຍ ແລະລັດຄາໂຣໄລນາ ທັງເໜືອແລະໃຕ້ ແລະກາຍມາເປັນ
ສະເກັດນ້ຳແຂງ ທີ່ອັນຕະລາຍ.ພວກບໍ່ຟັງຄຳເຕືອນ ໃຫ້ຢູ່ກັບບ້ານ ໄດ້ພາກັນຕົກຄ້າງ
ຢູ່ຕາມທາງຫລວງສາຍຫຼັກ 95 ຫຼື Interstate 95 ທີ່ຍາວຢຽດປະມານ 97 ກິໂລແມັດ ຊຶ່ງເປັນທາງຫລວງສາຍສຳຄັນໃນເຂດແຄມຝັ່ງທະເລທາງກ້ຳຕາເວັນອອກຂອງສະຫະ
ລັດ. ພວກພະນັກງານສຸກເສີນ ທີ່ບໍ່ຄຸ້ນເຄຍສະພາບອາກາດໜາວແບບນີ້ ຈົນບໍ່ສາມາດ ທີ່ຈະຮັບມືກັບຈຳນວນລົດທີ່ເກີດອຸບປະຕິເຫດ ແລະລົດທີ່ປີ້ນຂວ້ຳ.

ສ່ວນໃນສະຖານທີ່ອື່ນໆ, ອາກາດໜາວເຢັນ ແມ່ນຂະຫຍາຍວົງກວ້າງໃນທົ່ວປະເທດ
ຈາກຝັ່ງຕາເວັນຕົກພາກກາງ ເຖິງພາກຕາເວັນອອກ ແລະເລິກລົງໄປໃນພາກໃຕ້ນຳ.

ອາກາດສູງ ໃນເຂດນ້ຳຕົກນາໆຊາດ, ລັດມີນີໂຊຕາ ໃນວັນພຸດວານນີ້ ແມ່ນຢູ່ໃນລະດັບ
ລົບ 19 ອົງສາເຊລຊຽສ.

ບັນດານັກພະຍາກອນອາກາດ ກ່າວວ່າ ໃນຫຼາຍໆພາກສ່ວນຂອງປະເທດ ແມ່ນຄາດວ່າ ຈະປະເຊີນກັບສະພາບອາກາດທີ່ໜາວເຢັນເປັນອັນຕະລາຍໃນທ້າຍສັບປະດານີ້ອີກ
ກ່ອນທີ່ອາກາດຈະກັບຄືນສູ່ສະພາບປົກກະຕິນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG