ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະພັດທະນາ ແຜນງານ ເສດຖະກິດ ອິນໂດ-ປາຊີຟິກ


ຮູບນີ້ສະໜອງໃຫ້ໂດຍກອງປະຊຸມສຸດຍອດ ອາຊຽນ ບຣູໄນ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສທາງອອນໄລນ໌ຕໍ່ບັນດາຜູ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ເອເຊຍຕາເວັນອອກ. 27 ຕຸລາ, 2021.
ຮູບນີ້ສະໜອງໃຫ້ໂດຍກອງປະຊຸມສຸດຍອດ ອາຊຽນ ບຣູໄນ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສທາງອອນໄລນ໌ຕໍ່ບັນດາຜູ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ເອເຊຍຕາເວັນອອກ. 27 ຕຸລາ, 2021.

ສະຫະລັດ ມີແຜນທີ່ຈະ “ທີ່ຈະສຳຫຼວດການພັດທະນາໂຄງຮ່າງເສດຖະກິດຂອງພາກພື້ນອິນໂດ-ປາຊີຟິກກັບບັນດາຄູ່​ພາ​ຄີ,” ອີງ​ຕາມການປະກາດຂອງທຳນຽບຂາວໃນວັນພຸດວານນີ້, ໃນຂະນະທີ່ປະທານາທິບໍດີໂຈ ໄບເດັນ ໄດ້ກັບຄືນເຂົ້າສູ່ການພົວພັນທາງການທູດກັບເອເຊຍຕາເວັນອອກ ດ້ວຍການເຂົ້າຮ່ວມກອງປະຊຸມທາງອອນໄລນ໌ກັບບັນດາຜູ້ມີອຳນາດໃນພາກພື້ນເອເຊຍຕາເວັນອອກ.

ທຳນຽບຂາວບໍ່ໄດ້ໃຫ້ລາຍລະອຽດໂດຍເວົ້າວ່າພຽງແຕ່ວ່າ ແຜນງານດັ່ງກ່າວຈະ “ອະທິບາຍເປົ້າ ໝາຍຮ່ວມກັນຂອງພວກເຮົາໃນການອຳນວຍຄວາມສະດວກດ້ານການຄ້າ, ມາດຕະຖານສຳລັບເສດຖະກິດດິຈິຕອລ ແລະເທັກໂນໂລຈີ, ຄວາມຍືດຢຸ່ນຂອງຕ່ອງໂສ້ສິນຄ້າ, ຂະບວນການປ່ຽນ ແປງທາດຄາບອນ ແລະ ພະລັງງານສະອາດ, ພື້ນຖານໂຄງລ່າງ, ມາດຕະຖານກຳມະກອນ ແລະ ຂົງເຂດທີ່ມີຜົນປະໂຫຍດຮ່ວມກັນອື່ນໆ.”

ເຖິງ​ແມ່ນ​ວ່າບໍ່ໄດ້ມີນະໂຍບາຍຢ່າງເປັນທາງການຖືກສ້າງຂຶ້ນກໍ​ຕາມ ການປະ ກາດດັ່ງກ່າວອາດຊ່ວຍແກ້ໄຂບັນຫາຕ່າງໆທີ່ສະຫະລັດກຳລັງຕາມຫຼັງຈີນ ໃນສາຍພົວພັນການຄ້າລະດັບພາກພື້ນ. ວໍຊິງຕັນ ບໍ່ໄດ້ມີສ່ວນຮ່ວມໃນຂໍ້ຕົກລົງ ຄູ່ຮ່ວມເສດຖະກິດພາກພື້ນຮອບດ້ານ, ເຊິ່ງແມ່ນຂໍ້ຕົກລົງການຄ້າເສລີທີ່ ໄດ້ຮັບການໜູນຫຼັງໂດຍປັກກິ່ງ ໃນບັນດາປະເທດເອເຊຍປາຊີຟິກ ທີ່ປົກຄຸມ ເກືອບ 30 ເປີເຊັນຂອງເສດຖະກິດໂລກ.

ທ່ານ ເກຣກ ໂພລິງ, ນັກວິເຄາະທີ່ຊ່ຽວ​ຊານ​ໃນເລື້ອງ​ຂົງ​ເຂດເອເຊຍຕາ ເວັນອອກສຽງໃຕ້ຢູ່ສູນ ກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນ ໄດ້ກ່າວວ່າ “ລັດຖະບານຮູ້ວ່າການທູດເສດ ຖະກິດແມ່ນຈຸດອ່ອນແອທີ່ໃຫຍ່, ສິ່ງທີ່ພາກພື້ນດັ່ງກ່າວຢາກໄດ້ທີ່ສຸດກໍແມ່ນໃຫ້ ສະຫະລັດ ເຂົ້າ ຮ່ວມໃນຂໍ້ຕົກລົງ CPTPP ຄືນ, ເຊິ່ງແມ່ນໂຄງການທີ່ຖືກສ້າງຂຶ້ນຫຼັງຈາກຂໍ້ຕົກລົງພາຄີຂ້າມ ມະ ຫາສະໝຸດປາຊີຟິກ. ທີ່ແມ່ນຈະບໍ່ເກີດຂຶ້ນນັ້ນ.”

ທ່ານໄດ້ກ່າວວ່າ ນັ້ນໄດ້ເຮັດໃຫ້ ສະຫະລັດ ມີທາງເລືອກໜ້ອຍລົງສອງສາມຢ່າງ, ຄືແຜນງານໃໝ່ນີ້.

ທ່ານ ໂພລິງ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າຈະມີໃຜເຊື່ອມັນ, ແຕ່ຂ້າພະເຈົ້າ ຄິດວ່າການປະສົມປະສານໂຄງການລິເລີ່ມເສດຖະກິດຕ່າງໆນີ້ ແມ່ນສິ່ງທີ່ດີທີ່ ສຸດທີ່ເຂົາເຈົ້າສາມາດເຮັດໄດ້ເມື່ອເວົ້າເຖິງຄວາມເປັນຈິງຂອງການເມືອງໃນ ວໍຊິງຕັນ.”

ການຕັດສິນໃຈນີ້ໄດ້ຖືກປະກາດຫຼັງຈາກການເຂົ້າຮ່ວມໃນກອງປະຊຸມສຸດຍອດ ເອເຊຍຕາເວັນອອກທາງອອນໄລນ໌ເມື່ອຕອນເຊົ້າວັນພຸດວານນີ້, ເຊິ່ງໄດ້ດຶງດູດ ສະຫະລັດ ເຂົ້າໃນການທູດຂອງພາກພື້ນຢ່າງເລິກເຊິ່ງກວ່າເກົ່າ ຫຼັງຈາກການຫາຍໄປສີ່ປີຂອງປະທານາທິບໍດີ ສະຫະລັດ. ກຸ່ມດັ່ງກ່າວໄດ້ ແລກປ່ຽນການ​ສົນ​ທະ​ນາບັນຫາຕ່າງໆຄື ຄວາມກະຕືລືລົ້ນທີ່ເພີ່ມຂຶ້ນຂອງຈີນ, ການກະ ຫາຍສົງຄົມເພີ່ມຂຶ້ນຂອງເກົາຫຼີເໜືອ ແລະ ຜົນກະທົບທີ່ຕາມມາຂອງການກໍ່ລັດຖະປະຫານໃນມຽນມາ.

ຂໍ້ເທັດຈິງທີ່ວ່າ ສະຫະລັດ ແມ່ນຍິນດີທີ່ຈະເຂົ້າຮ່ວມໃນສະຖາບັນນຶ່ງທີ່ນຳໜ້າໂດຍຜູ້ມີອຳນາດທີ່ນ້ອຍກວ່າເຊັ່ນ ອາຊຽນ ແມ່ນໜ້າສົນໃຈ, ອີງຕາມການກ່າວຂອງທ່ານ ແອຣອນ ຄອນແນລລີ, ນັກຄົ້ນຄວ້າຢູ່ສະຖາບັນສາກົນເພື່ອການສຶກສາແຜນຍຸດທະສາດ. ທ່ານເວົ້າວ່າ “ມັນໄດ້ສະແດງໃຫ້ເຫັນເຖິງລະດັບຄວາມແຕກຕ່າງ ແລະ ການເຄົາລົບສຳລັບຄວາມເທົ່າທຽມຂອງເຂົາເຈົ້າທີ່ຂ້ອນຂ້າງວ່າຈະຫາໄດ້ຍາກໃນພາກສ່ວນຂອງ ສະຫະລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG