ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຜ່ອນຜັນ ການລົງໂທດ ຈຳນວນນຶ່ງ ຕໍ່ມຽນມາ


ທ່ເຮືອຂອງບໍລິສັດ Asia World ທີ່ແມ່ນໍ້າ Hlaing ໃນນະຄອນຢ່າງກຸ້ງ ປະທດມຽນມາ.
ທ່ເຮືອຂອງບໍລິສັດ Asia World ທີ່ແມ່ນໍ້າ Hlaing ໃນນະຄອນຢ່າງກຸ້ງ ປະທດມຽນມາ.

ລັດຖະບານທ່ານ Obama ​ໄດ້ຜ່ອນຜັນເພີ້​ມ​ເຕີ​ມ ​ໃນ​ລົງໂທດ​ດ້ານ​ການ​ເງິນ​ຕໍ່​ມຽນມາ ​ເພື່ອ​ສະໜັບສະໜູນການ​ປະຕິ​ຮູບທາງ​ການ​ເມືອງ​ຂອງ​ປະ​ເທດແລະ​ການ​ເຕີບ​ໂຕ​ຂອງ ເສດຖະກິດ ​ແລະ​ເຮັດ​ໃຫ້​ງ່າຍຂຶ້ນສຳລັບສະຫະລັດ ທີ່​ຈະ​ຄ້າ ຂາຍກັບປ​ະ​ເທດ​ມຽນມາ. ສະຫະລັດ​ຍັງ​ຮັກສາ​ມາດ​ຕະການລົງ​ໂທດ​ອື່ນໆ​ໄວ້​ຢູ່ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໃນ​ຄວາມ​ພະຍາ ຍາມ​ເພື່ອ​ຂັດຂວາງ​ການລະ​ເມີດ​ສິດທິມະນຸດ ​ແລະການຄ້າຂອງ​ກອງທັບ ​ກັບ​ເກົາຫລີ​ເໜືອ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ໄດ້ປະກາດ​ໃນ​ວັນ​ອັງຄານ​ວານ​ນີ້ ບໍ່​ເທົ່າ​ໃດມື້ກ່ອນ​ໜ້າລັດຖະ ມົນຕີ​ຕ່າງປະ​ເທດ ​ທ່ານ John Kerry ​ເດີນທາງ​ໄປ​ຢ້ຽມຢາມນະຄອນ Naypyidaw ໃນ​ວັນ​ທີ 22 ​ເດືອນ​ພືດ​ສະພາ​ນີ້.

​ເຈັດ​ບໍລິສັດລັດ​ວິ​ສາ​ຫະກິດ​ຂອງ​ມຽນມາ ​ແລະ​ສາມ​ທະນາຄານ​ທີ່​ລັດ​ເປັນ​ເຈົ້າ​ຂອງກຳ ລັງຖືກລຶບ​ຊື່ອອກ​ຈາກ​ບັນຊີ​ດຳ ອີງ​ຕາມ​ການ​ດັດ​ແປງແກ້​ໄຂ​ຂອງ​ກະຊວງ​ການ​ເງິນໃນ ການ​ປຶກສາ​ຫາລື​ກັບ​ກະຊວງ​ຕ່າງປະ​ເທດ.

ກົດ​ລະບຽບ​ທີ່ແກ້​ໄຂ​ອຶ່ນໆ​ແມ່ນ​ຮວມທັງ​ການ​ອອກໃບອະນຸຍາດກ່ຽວ​ກັບການ​ຄ້າ​ທົ່ວໄປ ​ແລະ​ການຄ້າສ່ວນ​ໂຕ​ທີ່​ພົວພັນ​ກັບຊາວ​ອາ​ເມຣິກັນ​ທີ່ຢູູ່​ໃນ​ມຽນມາ. ການ​ປ່ຽນ​ແປງ​ເຫຼົ່າ ນີ້ມີ​ຈຸດປະສົງ​ເຮັດ​ໃຫ້ການ​ຄ້າ​ງ່າຍຂຶ້ນ​ແລະ​ການ​ເຄື່ອນ​ຍ້າຍສິນຄ້າ​ໃນ​ມຽນມາ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ມີກຳນົດຢ້ຽມຢາມມຽນມາໃນວັນອາທິດຈະມາເຖິງນີ້ .
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ມີກຳນົດຢ້ຽມຢາມມຽນມາໃນວັນອາທິດຈະມາເຖິງນີ້ .

ເຖິງ​ຢ່າງ​ໃດ​ກໍ​ຕາມ ສະຫະ​ລັດ​ຍັງ​ຮັກສາ​ໄວ້ ການ​ລົງ​ໂທດ​ຕໍ່​ກອງທັບ ​ທີ່​ມີອິດ​ທິພົນ ໃນ ມຽນມາ ເພາະວ່າ​ຜົນ​ປະ​ໂຫຍ​ດ​ດ້ານເສດ​ຖະກິດ​ທີ່​ສຳຄັນ.

ໃນ​ການ​ປັບ​ຂໍ້​ມູນ​ໃຫ້ທັນ​ກັບເຫ​ດການ ຂອງອັນ​ທີ່​ຮ້ອງ​ວ່າ ບັນຊີການ​ລະບຸພິ​ເສດລະດັບ ຊາດ ​ແລະ​ລາຍ​ຊື່ຂອງ​ບຸກຄົນ ທີ່​ຖືກ​ຫ້າມ ຫລື SDN ນັ້ນ ຈະ​ມີ​ການ​ເພີ້ມ ຊື່​ຂອງອີກ​ຫົກ ບໍລິ​ສັດ ທີ່​ຖືກ​ຫ້າມ ບໍ່​ໃຫ້ເຮັດ​ທຸລະ​ກິດ​ ກັບ​ສະຫະລັດ. ບັນດາ​ທຸລະ​ກິດ​ເຫຼົ່ານີ້​ແມ່ນ​ເປັນ ​ເຈົ້າຂອງ 50 ​ເປີ​ເຊັນຫລື​ຫລາຍ​ກວ່ານັ້ນໂດຍທ່ານ Steven Law ມະຫາ​ເສດ​ຖີຄົນ​ນຶ່ງ ທີ່ຖືກ​ກ່າວ​ຫາ​ວ່າ ມີ​ຄວາມ​ສຳພັນກັບ​ພວກທະຫານ ​ແລະ​ຄ້າເຮ​ໂຣອິນ ຜ່ານ​ບໍລິສັດ​ນຶ່ງ ​ທີ່ຮ້ອງ​ວ່າ “Asia World.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG