ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຜະລິດຢາ ເມີກຄ໌ ຂອງສະຫະລັດ ຈະຊ່ອຍຜະລິດຢາວັກຊີນກັນໂຄວິດ ຂອງບໍລິສັດຄູ່ແຂ່ງ ຈອນສັນແລະຈອນສັນ


ປ້າຍສັນຍາລັກຂອງບໍລິສັດ ແມ່ນເຫັນໄດ້ຢູ່ທີ່ສຳນັກງານໃຫຍ່ ຂອງບໍລິສັດຜະລິດຢາສະຫະລັດ ເມີກຄ໌ (Merck) ຢູ່ໃນເມືອງ ເຄັນໂນລໂວຣຕ໌ ລັດນິວເຈີຊີ, ວັນທີ 1 ພຶດສະພາ 2018.
ປ້າຍສັນຍາລັກຂອງບໍລິສັດ ແມ່ນເຫັນໄດ້ຢູ່ທີ່ສຳນັກງານໃຫຍ່ ຂອງບໍລິສັດຜະລິດຢາສະຫະລັດ ເມີກຄ໌ (Merck) ຢູ່ໃນເມືອງ ເຄັນໂນລໂວຣຕ໌ ລັດນິວເຈີຊີ, ວັນທີ 1 ພຶດສະພາ 2018.

ບໍລິສັດຜະລິດຢາຍັກໃຫຍ່ຂອງສະຫະລັດ ເມີກຄ໌ (Merck) ໄດ້ຕົກລົງທີ່ຈະຊ່ອຍຜະລິດຢາວັກຊີນໃໝ່ກັນໄວຣັສໂຄໂຣນາຂອງບໍລິສັດຄູ່ແຂ່ງ ຈອນສັນແລະຈອນສັນ ເພື່ອຊ່ອຍເລັ່ງໃນການຜະລິດຢາວັກຊີນສັກເຂັມດຽວໃໝ່ດັ່ງກ່າວ ໃຫ້ໄດ້ຫຼາຍລ້ານໂດສ ທີ່ຈະນຳໄປສັກໃຫ້ແກ່ຊາວອາເມຣິກັນຫຼາຍຂຶ້ນຕື່ມອີກ ໃນບໍ່ເທົ່າໃດເດືອນຈະມາເຖິງນີ້ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ທຳນຽບຂາວ ໃນວັນອັງຄານວານນີ້.

ບໍລິສັດຈອນສັນແລະຈອນສັນ ໄດ້ປະສົບກັບບັນຫາຕ່າງໆທີ່ບໍ່ຄາດຄິດໃນການຜະລິດ ແມ່ນກະທັງໃນຂະນະທີ່ຕົນໄດ້ຮັບການອະນຸມັດ ໃຫ້ນຳໃຊ້ຢາວັກຊີນແບບສຸກເສີນເມື່ອອາທິດແລ້ວນີ້. ບໍລິສັດນີ້ ຜະລິດໄດ້ 3 ລ້ານ 9 ແສນໂດສແລ້ວມາເຖິງປັດຈຸບັນນີ້ ແຕ່ກ່າວວ່າ ຕົນແມ່ນຢູ່ໃນຂັ້ນຕອນການຜະລິດໃຫ້ໄດ້ເຖິງ 100 ລ້ານໂດສພາຍໃນທ້າຍເດືອນມິຖຸນານີ້.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ສະຫະລັດ ຈະມີຢາວັກຊີນພຽງພໍສຳລັບຊາວອາເມຣິກັນທັງໝົດ ໃນເດືອນພຶດສະພາ ໂດຍເອີ້ນການຕົກລົງລະຫວ່າງສອງບໍລິສັດຜະລິດຢານັ້ນ ເປັນ “ບາດກ້າວໄປໜ້າທີ່ສຳຄັນ.”

“ມີແສງໄຟຢູ່ສົ້ນອຸໂມງ” ທ່ານໄບເດັນ ໄດ້ກ່າວໄປ ແຕ່ໄດ້ເຕືອນວ່າ “ມັນຍັງບໍ່ທັນແລ້ວເທື່ອ.”

ເມື່ອຖືກຖາມວວ່າ ເວລາໃດຊາວອາເມຣິກັນອາດຄາດໝາຍທີ່ຈະກັບຄືນສູ່ ຊີວິດທີ່ “ປົກກະຕິ” ຄ້າຍແບບກ່ອນເວລາມີໂຣກລະບາດນັ້ນ, ທ່ານໄບເດັນ ໄດ້ກ່າວວ່າ ທ່ານບໍ່ສາມາດໃຫ້ຄຳຕອບ ທີ່ແນ່ນອນໄດ້ ແຕ່ຫວັງວ່າ ມັນຈະເປັນໄປໄດ້ “ກ່ອນເວລານີ້ໃນປີໜ້າ.”

ບັນດາເຈົ້າໜ້າທີ່ໆຮູ້ຈັກດີກັບຂໍ້ຕົກລົງນັ້ນ ກ່າວວ່າ ບໍລິສັດເມີກຄ໌ ຈະນຳໃຊ້ສະ ຖານທີ່ສອງແຫ່ງໃນສະຫະລັດ ບ່ອນນຶ່ງຊ່ອຍໃນການປຸງແຕ່ງຢາວັກຊີນ ແລະອີກບ່ອນນຶ່ງເພື່ອສະໜອງການບໍລິການ “ບັນຈຸຢາໃສ່ແກ້ວ” ອັນເປັນຂັ້ນຕອນສຸດທ້າຍໃນການຜະລິດ ຊຶ່ງຢາວັກຊີນແມ່ນຈະຖືກບັນຈຸ ໃສ່ໃນຫຼອດແກ້ວທັງ ຫຼາຍແລະຫໍ່ໃສ່ກັບເພື່ອການແຈກຢາຍ ອີງຕາມລາຍງານຂອງໜັງສືພິມວໍໍຊິງຕັນໂພສຕ໌.

[[https://www.washingtonpost.com/health/2021/03/02/merck-johnson-and-johnson-covid-vaccine-partnership/]]

ການຕົກລົງຂອງບໍລິສັດເມີກຄ໌ ກັບຄູ່ແຂ່ງຂອງຕົນ ທີ່ເປັນຜູ້ຜະລິດຢານັ້ນອາດເພີ້ມຈຳນວນຂອງໂດສຂຶ້ນຢ່າງຫຼວງຫຼາຍ ທີ່ວ່າ ບໍລິສັດຈອນສັນແລະຈອນສັນ ກໍອາດຈະເຮັດໄດ້ໂດຍຕົນເອງ ດັ່ງທີ່ບັນດາເຈົ້າໜ້າທີ່ໄດ້ກ່າວໄປ.

ບໍລິສັດເມີກຄ໌ ບໍ່ສຳເລັດໃນຄວາມພະຍາຍາມຂອງຕົນທີ່ຈະຜະລິດຢາວັກຊີນກັນໄວຣັສໂຄໂຣນາຂອງຕົນເອງ ແຕ່ບໍລິສັດນີ້ ໄດ້ຜະລິດຢາວັກຊີນຫຼາຍຢ່າງມາແລ້ວໃນນຶ່ງສັດຕະວັດ. ມັນເປັນບໍລິສັດຜູ້ສະໜອງຢາວັກຊີນຫຼາຍຊະນິດແຕ່ພຽງຜູ້ດຽວທີ່ປະສົມປະສານກັນໃນສະໄໝຕອນເປັນເດັກນ້ອຍເພື່ອປ້ອງກັນໄຂ້ໝາກແດງ, ຕ່ອມນ້ຳລາຍກ້ອງຫູອັກເສບ ຫຼື ໝາກເບີດ ແລະໂຣກໝາກແດງນ້ອຍ. ມັນໄດ້ຜະລິດຢາກາຣດາຊີລ ຊຶ່ງປ້ອງກັນມະນຸດຈາກໄວຣັສປາປີໂລມາ ໃນຂະນະດຽວກັນອົງການອາຫານແລະຢາສະຫະລັດ ກໍໄດ້ອະນຸມັດຢາວັກຊີນກັນໂຣກອີໂບລາ ໃນປີ 2019 ເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG