ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ສະຫະລັດຫຼຸດຈຳນວນນັກໂທດ ກວນຕານາໂມ ລົງຢ່າງຫຼວງຫຼາຍ ເຫຼືອພຽງ 15 ຄົນ


ທ້າວໂອມາຣ ຄາດຣ໌ (Omar Khadr), ເຫັນໄດ້ໃນກ້ອງວົງຈອນປິດຂອງກະຊວງປ້ອງກັນປະເທດສະຫະລັດ ພາບບັນທຶກວີດີໂອ, ນັ່ງຢູ່ໃນຫ້ອງສືບສວນ ທີ່ຄຸກໃນຄ້າຍກອງທັບເຮືອ ສະຫະລັດ ກວນທານາໂມ (Guatanamo U.S. Naval Base) ໃນຂະນະຖືກສອບຖາມໂດຍບັນດາສະມາຊິກຂອງໜ່ວຍງານດ້ານສືບລັບຂອງການາດາ.
ທ້າວໂອມາຣ ຄາດຣ໌ (Omar Khadr), ເຫັນໄດ້ໃນກ້ອງວົງຈອນປິດຂອງກະຊວງປ້ອງກັນປະເທດສະຫະລັດ ພາບບັນທຶກວີດີໂອ, ນັ່ງຢູ່ໃນຫ້ອງສືບສວນ ທີ່ຄຸກໃນຄ້າຍກອງທັບເຮືອ ສະຫະລັດ ກວນທານາໂມ (Guatanamo U.S. Naval Base) ໃນຂະນະຖືກສອບຖາມໂດຍບັນດາສະມາຊິກຂອງໜ່ວຍງານດ້ານສືບລັບຂອງການາດາ.

ລັດຖະບານຂອງ ທ່ານ ໂຈ ໄບເດນ ຂອງສະຫະລັດ ຫຼຸດຈຳນວນນັກໂທດຢູ່ສູນກັກຂັງອ່າວ ກວນຕານາໂມ ໃນກູບາເກືອບເຄິ່ງນຶ່ງໃນວັນຈັນທີ່່ຜ່ານມາ. ໂດຍໄດ້ສົ່ງນັກໂທດ 11 ຄົນໄປປະເທດໂອມານ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ກອງທັບສະຫະລັດກ່າວວ່າມີພຽງແຕ່ຜູ້ຖືກກັກຂັງ 15 ຄົນ ທີ່ຍັງຄົງຄ້າງຢູ່ທີ່ນັ້ນຫຼັງຈາກການຍົກຍ້າຍດັ່ງກ່າວ ຫຼັງຈາກທີ່ລັດຖະບານຂອງ ທ່ານ ໂຈ ໄບເດັນ ໄດ້ຊຸກຍູ້ຢ່າງໜັກ ໃຫ້ປິດສະຖານທີ່ກັກຂັງແຫ່ງນີ້ໃນຕອນເຊົ້າຂອງວັນສຸດທ້າຍຂອງການດຳລົງຕໍາແໜ່ງ.

ສູນກັກຂັງແຫ່ງນີ້ເປີດດຳເນີນການຄັ້ງທຳອິດເມື່ອວັນທີ 11 ມີນາ 2002 ໂດຍ ປະທານາທິບໍດີ George W.Bush ( ຈອຣຈ ດັບເບີ້ລຢູ ບູສ ) ເພື່ອກັກຂັງຜູ້ຕ້ອງສົງໃສໃນຄະດີກໍ່ການຮ້າຍແລະ “ ນັກລົບສັດຕູຜິດກົດໝາຍ” ໃນຊ່ວງ “ ສົງຄາມຕໍ່ຕ້າາການກໍ່ການຮ້າຍ” ຂອງສະຫະລັດ ຫຼັງຈາກເຫດການໂຈມຕີນີວຢອກ ແລະ ວໍຊິງຕັນເມື່ອວັນທີ 11 ກັນຍາ 2001.

ຈາກຂໍ້ມູນຂອງກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ອ່າວກວນຕານາໂມ ເຄີຍຄຸມຂັງນັກໂທດໄວ້ປະມານ 680 ຄົນ ໃນຊ່ວງທີ່ມີນັກໂທດຫຼາຍທີ່ສຸດໃນປີ 2003.

ການຍ້າຍຜູ້ຖືກກັກຂັງທັງ 11 ຄົນລ້າສຸດຊຶ່ງລ້ວນມາຈາກ ປະເທດ ເຢເມນ ເຮັດໃຫ້ຖານທັບເຮືອສະຫະລັດ ໃນກູບາເຫຼືອຜູ້ຖືກກັກຂັງໜ້ອຍກ່ວາເມື່ອຖານທັບເປີດດຳເນີນການເມື່ອນັກໂທດຈາກ ອັຟການິສຖານເດີນທາງມາເຖີງ.

ກອງທັບສະຫະລັດ ກ່າວໃນຖະແຫຼງການວ່າ “ ສະຫະລັດຂໍຂອບໃຈລັດຖະບານ ໂອມານ ແລະ ພັນທະມິດອື່ນ ໆ ທີ່ສະໜັບສະໜູນຄວາມພະຍາຍາມຢ່າງຕໍ່ເນື່ອງຂອງສະຫະລັດ ທີ່ ເນັ້ນໃສ່ການຫຼຸດຜ່ອນປະຊາກອນທີ່ຖືກກັກຂັງຢ່າງມີຄວາມຮັບຜິດຊອບແລະໃນທີ່ສຸດກໍ່ປິດສະຖານທີ່ຕັ້ງອ່າວ ກວນຕານາໂມ.”

ກະຊວງປ້ອງກັນປະເທດກ່າວເຖີງສື່ຜູ້ຖືກຍ້າຍທັງ 11 ຄົນ ໄດ້ແກ່ ອຸສມາຍ ອັບດຸຍຣາຮີມ ມູຮໍາມັດ ອຸສມານ, ອູອາທ ຮໍາຊາ ອາເມັດ ອັລ-ອັລວີ, ຄາລິດ ອາເມັດ ກັສຊິມ, ຊູໄຮ ອັບດຸລ ອາມັນ ອັລຊາຣາບີ, ຮານີ ຊາເລ ຣາຊິດ ອັບດຸລລາ, ຕໍຟິກ ນາຊີ ອາວາດ ອັລ-ບີຮານີ, ໂອມາ ໂມຮໍາເມັດ ອາລີ ອັລ-ຣາມະ, ຊານາດ ອາລີ ຍິສລາມ ອັລຄາຊິມີ, ຮັສຊັນ ມູຮໍາມັດ ອາລີ ບີບ ອັຕຕາສ, ຊາກາວີ ອັບດຸລອາລີ ອັລ ຮັສ ແລະ ອັບດຸລ ອັລ-ຊາລາມ ອັລ-ຮີລາ.

ຈາກຜູ້ຖືກຍ້າຍທັງ 15 ຄົນ ທີ່ເຫຼືອ ກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ 3 ຄົນມີສິດຖືກຍ້າຍ ແລະ ອີກຈຳນວນເທົ່າກັນມີສິດໄດ້ຮັບຄະນະກຳມະການກວດສອບເປັນລະຍະເພື່ອກວດສອບຄະດີຂອງພວກເຂົາ ສ່ວນທີ່ເຫຼືອຖືກຕັ້ງຂໍ້ກ່າວຫາຫຼືຖືກຕັດສີນວ່າມີຄວາມຜິດໃນຂໍ້ກ່າວຫາອາຊາກຳສົງຄາມ.

ສູນກັກຂັງແຫ່ງນີ້ຖືກວິພາກວິຈານຈາກກຸ່ມສິດທິມະນຸດແລະຜູ້ສະໜັບສະໜູນທາງກົດໝາຍມາເປັນເວລາດົນແລ້ວກ່ຽວກັບການລະເມີດກົດໝາຍແລະສະພາບແວດລ້ອມດ້ານສິດທິມະ ນຸດລະຫວ່າງປະເທດອາດເກີດຂື້ນພາຍໃນສູນກັກຂັງແຫ່ງນີ້.

U.S. President Joe Biden's administration slashed the prisoner population at Guantanamo Bay detention center in Cuba by nearly half on Monday, sending 11 detainees to Oman.

The U.S. military said only 15 detainees remained there after the transfer, following a major push toward closing the facility by Biden's administration in its final days in office.

The detention center was first opened on Jan. 11, 2002, by President George W. Bush to hold terrorism suspects and "illegal enemy combatants" during the U.S. "War on Terror" following the Sept. 11, 2001, attacks on New York and Washington.

Guantanamo Bay housed roughly 680 prisoners at the detention center's peak in 2003, according to Pentagon data.

The latest transfer of the 11 men, all of whom are from Yemen, leaves the U.S. naval base in Cuba with fewer detainees than when it opened with the arrival of prisoners from Afghanistan.

"The United States appreciates the willingness of the government of Oman and other partners to support ongoing U.S. efforts focused on responsibly reducing the detainee population and ultimately closing the Guantanamo Bay facility," the U.S. military said in a statement.

Of the remaining 15 detainees, the Pentagon said three are eligible for transfer and an equal number are eligible for a periodic review board to examine their cases. The remainder have been charged or convicted of war crimes.

The facility has long been criticized by human rights groups and legal advocates over potential breaches of international human rights laws and conditions at the camp.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG