ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ໃຫ້ຄວາມ​ສົນ​ໃຈ ​ໂດຍ​ກົງ ວ່າ ຢູ​ເຄ​ຣນ ຈະ​ເປີດ​ການ​ສືບ​ສວນ ທ່ານ ໄບ​ເດັນ ຫຼືບໍ່


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ລົມ​ກັບ​ນັກ​ຂ່າວ ກ່ອນ​ເດີນ​ທ​າງ​ອອກ​ຈາກ​ ທຳ​ນຽບຂາວ. 9 ພະ​ຈິກ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ລົມ​ກັບ​ນັກ​ຂ່າວ ກ່ອນ​ເດີນ​ທ​າງ​ອອກ​ຈາກ​ ທຳ​ນຽບຂາວ. 9 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ໃຫ້​ຄວາມ​ສົນ​ໃຈ​ໂດຍ​ກົງ​ວ່າ ຢູ​ເຄ​ຣນ ຈະ​ເປີດ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ​ ນຶ່ງ​ໃນ​ຜູ້​ທ້າ​ຊິງ​ເອົາ​ຕຳ​ແໜ່ງ​ຄົນ​ສຳ​ຄັນ ຈາກ​ພັກ​ເດ​ໂມ​ແຄ​ຣັດ ສຳ​ລັບການ​ເລືອກ​ຕັ້ງ​ປີ 2020 ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໂຈ ໄບ​ເດັນ, ໃນ​ເວ​ລາ​ທີ່​ທ່ານ​ໄດ້​ກັກ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ທີ່​ສຳ​ຄັນ​ສຳ​ລັບ​ລັດ​ຖະ​ບານ ກີ​ຢິບ ນັ້ນ, ນັກ​ການ​ທູດ ອາ​ເມ​ຣິ​ກັນ ລະ​ດັບ​ສູງ​ໃນ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ເມື່ອ​ວັນ​ພຸດ​ວານນີ້.

ໃນ​ຂະ​ນະ​ດຽວ​ກັນ, ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ວ່າການ​ໃຫ້​ປາ​ກ​ຄຳ​ການ​ຟ້ອງ​ຮ້ອງ​ແມ່ນ “ການ​ຊອກ​ຈັບ​ຜິດ” ແລະ “ເປັນ​ເລື່ອງ​ຕະຫຼົກ.” ທ່ານ​ໄດ້​ກ່າວ​ວ່າ ທ່ານບໍ່​ໄດ້​ເບິ່ງ​ການ​ດຳ​ເນີນການທີ່​ອອກ​ໂທ​ລະ​ພາບ​ນັ້ນ “ແມ່ນ​ແຕ່​ນາ​ທີ​ດຽວ” ເພາະ​ວ່າ​ທ່ານ​ໄດ້​ຄາ​ວຽກໃນ​ການ​ພົບ​ປະ​ກັບ​ທ່ານ ເອີ​ດູ​ອານ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຍັງ​ໄດ້ເວົ້າລໍ້ຫຼິ້ນ ​ກ່ຽວ​ກັບ ​ການ​ເປີດ​ເຜີຍ​ຂໍ້​ມູນ ກ່ຽວ​ກັບ “ການ​ລົມ​ໂທ​ລະ​ສັບ​ຄັ້ງ​ທີ​ສອງ,” ເຊິ່ງ​ແທ້​ຈິງ​ແລ້ວ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ສອງ​ຄັ້ງ​ນັ້ນ. ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ໄດ້​ຄິດ​ວ່າ​ການ​ເປີດ​ເຜີຍ​ແມ່ນ​ມີ​ກຳ​ນົດ​ໃສ່​ວັນ​ພະ​ຫັດ​ມື້ນີ້ ແຕ່ບໍ່​ໄດ້​ເວົ້າ​ວ່າ​ຂໍ້​ມູນ​ດັ່ງ​ກ່າວ​ແມ່ນ​ສຳ​ເນົາ ຫຼື ສຽງ​ອັດ.

ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ຮຽກ​ຮ້ອງ​ການ​ໃຫ້​ປາກ​ຄຳ​ຈ​າກ​ຜູ້​ແຈ້ງ​ຄວາມ​ຜິດ ຜູ້​ທີ່​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ໃນ​ຕອນ​ທຳ​ອິດ ທີ່​ໄດ້​ນຳ​ໄປ​ສູ່​ການ​ໃຫ້​ປາກ​ຄຳ​ການ​ຟ້ອງ​ຮ້ອງ​ຕໍ່​ມະ​ຫາ​ຊົນ. ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ​ທີ່​ຈັດ​ການ​ໃຫ້​ປາກ​ຄຳ ​ໄດ້​ລົງ​ຄະ​ແນນ​ສຽງ​ຕາມ​ຖັນ​ແຖວ​ຂອງ​ພັກ​ໃນ​ວັນ​ພຸດ​ວານນີ້ ເພື່ອ​ເລື່ອນ​ເວ​ລາ​ກາ​ນ​ອອກ​ຄຳ​ຮ້ອງ​ເພື່ອ​ຮຽກຕົວ​ຜູ້​ແຈ້ງ​ຄວາມ​ຜິດ​ໃຫ້​ມາ​ປາ​ກົດ​ຕົວ.

ທ່ານ ໄມ​ຄ໌ ຄອນ​ເວ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ ເທັກ​ຊັ​ສ ໄດ້​ກ່າວ​ຕໍ່​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ​ ທ່ານ ອາ​ດຳ ຊິ​ຟ ສັງ​ກັດ​ພັກ​ເດ​ໂມ​ແຄັດ ໃນ​ລະ​ຫວ່າງ​ການ​ຟັງ​ຄຳ​ໃຫ້​ການ​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທ່ານ​ຢ້ານ​ທີ່​ຈະ​ຟັງ​ຄຳ​ເວົ້າ​ຈາກ​ຜູ້​ແຈ້ງ​ຄວາມ​ຜິດ.”

ທູດ ພິ​ເສດ​ປະ​ຈຳ ຢູ​ເຄ​ຣນ, ທ່ານ ວິ​ລ​ລຽມ ເທ​ເລີ, ໄດ້​ບັນ​ລະ​ຍາຍ​ເຖິງ​ການ​ສົນ​ທະ​ນາ​ລັບ​ທີ່​ຜູ້​ຊ່ວຍ​ພະ​ນັກ​ງານ​ຂອງ​ທ່ານ​ໄດ້​ຍິນ​ໃນ​ວັນ​ທີ 26 ກໍ​ລະ​ກົດ​ທີ່​ຜ່ານ​ມາ. ນັ້ນ​ແມ່ນ​ນຶ່ງວັນຫຼັງ​ຈາກ​ທ່ານ ທ​ຣຳ ໄດ້​ຂໍ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ໃນ​ການ​ລົມ​ໂທ​ລະ​ສັບ​ດົນ​ເຄິ່ງ​ຊົ່ວ​ໂມງ ເພື່ອ​ສືບ​ສວນ​ທ່ານ ໄບ​ເດັນ, ແລະ ວຽກ​ງານ​ຂອງ​ລູກ​ຊາຍ​ຂອງ​ທ່ານ, ທ່ານ ຮັ້ນ​ເຕີ ໄບ​ເດັນ, ສຳ​ລັບ​ບໍ​ລິ​ສັດ​ແກັ​ສ​ທຳ​ມະ​ຊາດ​ ບູ​ຣິ​ສ​ມາ ຂອງ ຢູ​ເຄ​ຣນ ແລະ ທິດ​ສະ​ດີ​ທີ່ບໍ່​ມີ​ຄວາມ​ຈິງ​ທີ່​ວ່າ ຢູ​ເຄ​ຣນ, ບໍ່​ແມ່ນ ຣັດ​ເຊຍ, ​ໄດ້​ແຊກ​ແຊງ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ ໃນ​ປີ 2016 ສຳ​ລັບ​ຕຳ​ແໜ່ງ​ໃນ​ທຳ​ນຽບ​ຂາວ.

ທ່ານ ເທ​ເລີ ໄດ້​ກ່າວ​ວ່າ ຜູ້​ຊ່ວຍ​ໄດ້​ຍິນ​ການ​ສົນ​ທະ​ນາ​ລະ​ຫວ່າງ​ທ່ານ ທ​ຣຳ ກັບ ທ່ານ ກໍ​ດອນ ຊັອນ​ແລ​ນ, ຜູ້​ບໍ​ລິ​ຈາກ​ເງິນ​ທາງ​ການ​ເມືອງນຶ່ງ​ລ້ານ​ໂດ​ລາ ທີ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ແຕ່ງ​ຕັ້ງ​ ໃຫ້​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ສະ​ຫະ​ພາບ ຢູ​ໂຣບ.

ທ່ານ ເທ​ເລີ ໄດ້​ໃຫ້​ປາກ​ຄຳ​ວ່າ “ສະ​ມາ​ຊິກ​ຂອງ​ພະ​ນັກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ລົມ​ໂທ​ລະ​ສັບ, ຖາມ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊັອນ​ແລນ ກ່ຽວ​ກັບ ການ​ສືບ​ສວນ​ສອບ​ສວນ. ເອກ​ອັກ​ຄະ​ລັດ​ຖະ​ທູດ ຊັອນ​ແລນ ໄດ້​ກ່າວ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ວ່າ ຢູ​ເຄ​ຣນ ແມ່ນ​ພ້ອມ​ທີ່​ຈະ​ກ້າວ​ໄປ​ໜ້າ.”

ທ່ານ ເທ​ເລີ ໄດ້​ກ່າວ​ວ່າ ການ​ໄດ້​ຍິນ​ການ​ສົນ​ທະ​ນາ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ເວ​ລາ​ນັ້ນ​ທ່ານ ທ​ຣຳ ໄດ້​ເປັນ​ຫ່ວງ “ກ່ຽວ​ກັບ​ການ​ສືບ​ສວນ​ສອບ​ສວນ ຫຼາຍກວ່າການ​ຊ່ວຍ​ເຫຼືອທາງ​ທະ​ຫານ​ສຳ​ລັບ ຢູ​ເຄ​ຣນ ແລະ ການ​ຢ້ຽມ​ຢາມ​ຂອງ​ທ່ານ ເຊ​ເລັນ​ສ​ກີ ກັບ​ທ່ານ ທ​ຣຳ ຢູ່​ທຳ​ນຽບ​ຂາວ ທີ່​ຜູ້​ນຳ ຢູ​ເຄ​ຣນ ຕ້ອງ​ການ, ຂຶ້ນ​ກັບ​ວ່າ ຢູ​ເຄ​ຣນ ຈະ​ເປີດ​ການ​ສືບ​ສວນ​ສອ​ບ​ສວນຫຼືບໍ່.

U.S. President Donald Trump took a direct interest in whether Ukraine would open an investigation into one of his chief 2020 Democratic challengers, former Vice President Joe Biden, while he was withholding vital military aid from Kyiv, the top American diplomat in Ukraine told the Trump impeachment inquiry on Wednesday.

Meanwhile, President Trump told reporters at a news conference with Turkish President Reccep Tayyip Erdogan that the impeachment hearings were "a witch hunt" and "a joke." He said he had not watched "one minute" of the televised proceedings because he had been busy with his meeting with Erdogan.

The president also teased the release of information about "a second call, which was actually the first of the two," he said. He said he thought the release was scheduled for Thursday but did not say whether the information was a transcript or an audio recording.

Republicans have been calling for testimony from the whistleblower who initially revealed the information that led to the public impeachment hearings. The House panel holding the hearings voted along party lines Wednesday to postpone a motion to issue a subpoena for the whistleblower to appear.

Republican Mike Conaway of Texas told House Intelligence Committee Chairman Adam Schiff, a Democrat, during the proceedings that "I know you're afraid of hearing from the whistleblower."

The Ukraine envoy, William Taylor, recounted a previously undisclosed conversation a staff aide of his overheard on July 26. That was a day after Trump had asked Ukrainian President Volodymyr Zelenskiy in a half-hour call to investigate Biden, his son Hunter Biden's work for the Ukrainian natural gas company Burisma and a debunked theory that Ukraine, not Russia, had meddled in Trump's 2016 campaign for the White House.

Taylor said the aide overheard a conversation between Trump and Gordon Sondland, a million-dollar Trump political donor the president had named as ambassador to the European Union.

"The member of my staff could hear President Trump on the phone, asking Ambassador Sondland about 'the investigations,'" Taylor testified. "Ambassador Sondland told President Trump that the Ukrainians were ready to move forward."

Taylor said the overheard conversation showed that at the time Trump cared "more about investigations than Ukraine" military assistance. Taylor said that Sondland had told him "everything" -- the military aid and a Zelenskiy visit with Trump at the White House that the Ukrainian leader wanted -- depended onwhether Ukraine opened the investigations.

XS
SM
MD
LG